ສາລະວັນ ຈັດສົ່ງ 16 ອັດຖິຂອງທະຫານອາສາສະໝັກ ຊ່ຽວຊານຫວຽດນາມ ກັບຄືນປະເທດ


ແຂວງສາລະວັນ ໄດ້​ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ຂຶ້ນ​ເມື່ອບໍ່​ດົນ​ມານີ້ ຢູ່ທີ່ກອງບັນຊາການທະຫານແຂວງ.


ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ. ໃນນັ້ນ, ຂຸດຄົ້ນຈາກແຂວງເຊກອງໄດ້ 3 ອັດຖິ.


ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ວາງພວງມະລາ ເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ – ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຄັ້ງນີ້, ພ້ອມນຳເອົາອັດຖິດັ່ງກ່າວຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ.


ຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮໍ່າຮຽນ ແລະ ສືບທອດເອົາຊົ່ວກາລະນານ.


ຂໍ້ມູນ: ປະຊາຊົນ

Comments