ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ.

ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສຸຂະພາບທີ່ດີຂຶ້ນ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ.


ວັນທີ 5 ພຶດສະພາ 2022, ໄດ້ມີພິທີວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ໃນພິທີ ທ່ານ ລິດທິກອນ ພູມມະສັກ ປະທານ ກຸ່ມບໍລິສັດ ເອໄອເອັຟ ລາຍງານວ່າ: “ການກໍ່ສ້າງຕຶກນອນຄົນເຈັບ ໃຫ້ໂຮງໝໍແຂວງຈໍາປາສັກຄັ້ງນີ້ ແມ່ນດ້ວຍການຊ່ວຍເຫຼືອລ້າຂອງກຸ່ມບໍລິສັດ ເອໄອເອັຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ແລະ ກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ.


ຂະຫນາດຂອງອາຄານ 24 x 26 ແມັດ, ເປັນຕຶກ 2 ຊັ້ນ, ແຕ່ລະຊັ້ນປະກອບດ້ວຍຫ້ອງພິເສດແຍກດ່ຽວ ບັນຈຸ 2 ຕຽງ… ລວມງົບປະມານໃນການກໍ່ສ້າງທັງໝົດ ຫຼາຍກວ່າ 6 ຕື້ກີບ ແລະ ດໍາເນີນການກໍ່ສ້າງໂດຍ ກຸ່ມ ບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ. ທັງນີ້ ກໍເພື່ອໃຫ້ປະຊາຊົນຊາວແຂວງຈໍາປາສັກ ແລະ ບັນດາແຂວງພາກໃຕ້ ມີບ່ອນຮັກສາປິ່ນປົວທີ່ພຽງພໍ ໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບທີ່ດີຂຶ້ນ, ຍົກສູງ ແລະ ຮັບປະກັນ ການບໍລິການຂອງແພດໝໍໃຫ້ມີມາດຕະຖານທີ່ສູງຂຶ້ນ.”


ຂໍ້ມູນ: AIF GROUP

Comments