ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ

ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ ນຳ​ເຂົ້າ ຜ່ານ​ການ​ຂົນ​ສົ່ງທາງ​ທະ​ເລ 1,1ລ້ານ​ຖັງ ແລະ​ແບບ​ສົ່ງ ຜ່ານ​ທໍ່ອີກ​ປະມານ 800.000ຖັງ.

ຈີນ ຊື້​ນ້ຳມັນ ຈາກຣັດ​ເຊຍ ​ໃນ​ລາຄາ ​ຖືກ​ກວ່າ​ ປະ​ເທດ​ອື່ນ ຄິດ​ເປັນ​ ປະລິມານ ​ເກືອບ 2 ລ້ານ​ຖັງ​ ໃນ​ເດືອນ ​ພຶດສະພາ​ນີ້ ກວມ​ເອົາ 15% ຂອງ​ຄວາມ​ຕ້ອງການນຳ​ໃຊ້​ ໃນ​ຈີນ ​ໂດຍອີງ​ຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງ​ເປັນ​ຜູ້​ໃຫ້​ບໍລິການວິ​ເຄາະ ຂໍ້​ມູນ ​ກ່ຽວ​ກັບການ​ຂົນ​ສົ່ງ​ນ້ຳມັນ ​ແລະ ອາຍ​ແກັສ ສາກົນ​ ​ເມື່ອ​ບໍ່​ດົນ​ມາ​ນີ້ ລະບຸ​ວ່າ:ຈີນ ນຳ​ເຂົ້າ ນ້ຳມັນ ​ຈາກຣັດ​ເຊຍ ຜ່ານ​ການ​ຂົນ​ສົ່ງທາງ​ທະ​ເລ 1,1ລ້ານ​ຖັງ​ ຕໍ່​ວັນ ​ໃນ​ເດືອນ​ພຶດສະພາ ​ເພີ່ມ​ຈາກ 750.000 ຖັງ​ຕໍ່​ວັນ ​ໃນ​ໄລຍະ ​ໄຕ​ມາດ​ທຳ​ອິດ ​ແລະ​ເພີ່ມ​ຂຶ້ນ​ຈາກ ສະຖິຕິ​ ວັນ​ລະ 800.000 ຖັງ​ຕໍ່​ວັນ ເມື່ອ​ປີ​ກາຍ.

ປັດຈຸບັນ ຣັດ​ເຊຍ ຂາຍ​ນ້ຳມັນ ໃນ​ລາຄາຕ່ຳ​ກວ່າກ່ອນ​ເກີດສົງຄາມກັບ​ອູ​ແກຣນ 29​ໂດ​ລາ​ ສະຫະລັດ. ນອກ​ເໜືອ​ຈາກ​ ການ​ນຳ​ເຂົ້າ ດ້ວຍ​ເຮືອ​ບັນທຸກສິນຄ້າ​ແລ້ວ ຈີນ ຍັງ​ຊື້ ນ້ຳມັນ ​ຈາກຣັດ​ເຊຍ ​ແບບ​ສົ່ງ ຜ່ານ​ທໍ່ອີກ​ປະມານ 800.000ຖັງ.

ຂໍ້ມູນ: ຂປລ

Comments