ປະກາດການຈັດຕັ້ງ ຄະນະບໍລິຫານງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ.


ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ແລະ ມອບຮັບໜ້າທີ່ ລະຫວ່າງ ທ່ານ ນາງ ພິລານີ ພິດສະໄໝ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບຜູ້ເກົ່າ ແລະ ທ່ານສອນໄຊ ສີລາເພັດ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບຜູ້ໃໝ່ ຈັດຂື້ໜໃນວັນທີ 18 ພຶດສະພາຜ່ານມາ ເພື່ອສືບຕໍ່ຊີ້ນໍາວຽກງານ ສວ-ບກລ ໃຫ້ມີບົດບາດສໍາຄັນ ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງບັນດານິຕິກຳ, ກໍ່ສ້າງນັກຊ່ຽວຊານບັນຊີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເປັນເສ ນາທິການຊ່ວຍວຽກໃຫ້ແກ່ກະຊວງການເງິນ ໃນການພັດທະນາວິຊາຊີບການບັນຊີ ແລະ ກວດສອບ ໃຫ້ມີຄຸນນະພາບເທົ່າທຽມກັບພາກພື້ນ ແລະ ສາກົນ.


ໃນພິທີ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 1264/ກງ,ລົງວັນ 10 ພຶດສະພາ 2022 ວ່າດ້ວຍ ການແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເຊິ່ງປະກອບມີ 9 ທ່ານ ໂດຍເຫັນດີແຕ່ງຕັ້ງ: ທ່ານ ສອນໄຊ ສີລາເພັດຈາກບໍລິສັດ SKNP ເປັນປະທານ, ທ່ານ ບຸນເຫລືອ ດາວວິໄລ ຈາກກົມຄຸ້ມຄອງການບັນຊີ ກະຊວງການເງິນເປັນຮອງປະທານ, ທ່ານ ຄໍາປິວ ທິບພະວົງພັນຈາກບໍລິສັດທີ່ປຶກສາ ແລະ ບໍລິການ ແອັກມິນ ຈໍາກັດຜູ້ດຽວເປັນ ຮອງປະທານ, ທ່ານ ສົມຈິດ ອິນທິລາດວົງສີ ຈາກສະຖາບັນການເງິນ-ການບັນຊີ, ທ່ານ ນາງມະນີສຸກ ໄຊຍະວົງສາຈາກບໍລິສັດ ເອເອເອັສ ຈໍາກັດ, ທ່ານ ພອນມະນີ ສີສົມພົງຈາກບໍລິສັດຈະເລີນເຊກອງພະລັງງານ ຈໍາກັດຜູ້ດຽວ, ທ່ານ ນາງ ປັນຍາທິບ ວົງສຸລິຈາກບໍລິສັດ BSP Leasing Lao ຈໍາກັດ, ທ່ານ ນາງຄໍາແຫວນ ຈິນດາວົງຈາກບໍລິສັດ ເອັສພີເຄ ຈໍາກັດ ແລະ ທ່ານ ນາງ ມະໄລພອນ ບີຈາລັນ ຈາກບໍລິສັດ FREEBALANCE Incປະເທດການາດາ ເປັນກຳມະການ.


ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ກັບຜົນ ການດຳເນີນການເຄື່ອນໄຫວວຽກງານ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນໍາແກ່ຄະນະບໍລິຫານງານຊຸດໃໝ່ ເພື່ອນໍາໄປເປັນແນວທາງປັບປຸງ ແລະ ພັດທະນາວິຊາຊີບການບັນຊີ ໃນຕໍ່ໜ້າໃຫ້ດີຂຶ້ນເທື່ອລະກ້າວ, ເປັນການປະກອບສ່ວນຊ່ວຍພັດ ທະນາວິຊາຊີບການບັນຊີ ແລະ ກວດສອບໃຫ້ເຂັ້ມແຂງ.

ຂໍ້ມູນ: ກະຊວງການເງິນ

Comments