ຂ່າວ ພາຍໃນປະເທດ

ມຽນມາປະກາດ ຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນຢູ່ພາຍໃນ

ທະນາຄານກາງມຽນມາ (CMB) ໄດ້ມີຄໍາສັ່ງຫ້າມໃຊ້ສະກຸນເງິນຕ່າງປະເທດສໍາລັບການຊໍາລະເງິນໃນມຽນມາ ເພື່ອເປັນການຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນປະເທດ. ໂດຍ CMB ຮ້ອງຂໍໜ່ວຍງານລັດຖະບານຊໍາລະເງິນດ້ວຍສະກຸນເງິນຈ໊າດ (kyat) ມຽນມາເທົ່ານັ້ນ ເນື່ອງຈາກການໃຊ້ສະກຸນເງິນຕ່າງປະເທດຊໍາລະເງິນໃນທ້ອງຖິ່ນອາດຈະນໍາໄປສູ່ຄວາມຕ້ອງການໃຊ້ເງິນ ໂດລາສະຫະລັດທີ່ສູງຂຶ້ນ ແລະສົ່ງຜົນໃຫ້ອັດຕາການແລກປ່ຽນບໍ່ສະຖຽນ. ຖະແຫຼງການຈາກ CMB ທີ່ອອກມາໃນວັນທີ 25 ພຶດສະພາທີ່ຜ່ານມາ ລະບຸວ່າການດໍາເນີນດັ່ງກ່າວມີຂຶ້ນຫຼັງຈາກ CBM ພົບວ່າໜ່ວຍງານແລະອົງກອນຂອງລັດຖະບານບາງແຫ່ງໃຊ້ສະກຸນເງິນຕ່າງປະເທດໃນການຊໍາລະເງິນໃນມຽນມາ. ທາງດ້ານ ວິນ ທໍ ຮອງຜູ້ວ່າການ CBM ເຜີຍວ່າໜ່ວຍງານຂອງລັດຖະບານບາງແຫ່ງໃຊ້ຈ່າຍ ແລະຍອມຮັບສະກຸນເງິນຕ່າງປະເທດໃນບາງກິດຈະກໍາ ເຊິ່ງລວມເຖິງການເຊົ່າທີ່ດິນ, ການລົງທຶນໃນທຸລະກິດປະກັນໄພ ແລະ ລາຍໄດ້ຈາກກິດຈະກໍາຮ່ວມການຄ້າ ພ້ອມເສີມອີກວ່າ CBM ຍັງພົບການໃຊ້ສະກຸນເງິນໂດລາສະຫະລັດໃນບາງໂຮງແຮມ, ໂຮງຮຽນນານາຊາດ, ຮ້ານຈໍາໜ່າຍຂອງທີ່ລະນຶກ ແລະ ການໃຫ້ຊາວຕ່າງປະເທດເຊົ່າອະສັງຫາລິມະຊັບໃນປະເທດ. CBM ໄດ້ແຈ້ງເຕືອນທຸກກະຊວງ, ລັດຖະບານລະດັບພາກພື້ນ, ລະດັບລັດ ແລະ ຄະນະກໍາມະການເທສະບານເມືອງເນປີດໍ, ຢ່າງກຸ້ງ ແລະ ມັນທະເລ ໃຫ້ໃຊ້ສະເພາະສະກຸນເງິນຈ໊າດມຽນມາສໍາລັບການຊື້ແລະຈໍາໜ່າຍສິນຄ້າແລະບໍລິການ ແລະ ການຊໍາລະເງິນໃນປະເທດແລ້ວ. ທັງນີ້ ເມື່ອເດືອນເມສາ CMB ມີຄໍາສັ່ງໃຫ້ປະຊາຊົນທຸກຄົນຜູ້ທີ່ຖືຄອງສະກຸນເງິນຕ່າງປະເທດ ຍົກເວັ້ນອົງການຕ່າງປະເທດ ແລະ ຜູ້ຄ້າທີ່ໄດ້ຮັບການຍົກເວັ້ນໃນພາຍຫຼັງ ແລກປ່ຽນສະກຸນເງິນເງິນຈ໊າດມຽນມາພາຍໃນ 1 ມື້ເຮັດວຽກຫຼັງຈາກນັ້ນ. ...

Read More »

ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ?

ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ? 👉 ໃນກໍລະນີທີ່ທ່ານ ໂອນເງິນຜິດບັນຊີ ຈະຕ້ອງເຮັດແນວໃດ? ຕ້ອງດຳເນີນການແນວໃດກ່ອນ? ໂພສນີ້ມີຄຳຕອບ! ຕິດຕໍ່ຫາທະນາຄານທັນທີ ເມື່ອຮູ້ວ່າທ່ານໂອນເງິນຜິດບັນຊີ.ເຂົ້າໄປທີ່ທະນາຄານ ເພື່ອປະກອບເອກະສານ ແລະ ແຈ້ງຫຼັກຖານໃນການໂອນເງິນຂອງທ່ານ ຕໍ່ກັບພະນັກງານທະນາຄານ ເພື່ອດຳເນີນການກວດສອບ.ທະນາຄານຈະຕິດຕໍ່ຫາທ່ານ ພາຍຫຼັງທີ່ໄດ້ກວດສອບຂໍ້ມູນ ຮຽບຮ້ອຍແລ້ວ ເພື່ອແຈ້ງຜົນໃຫ້ລູກຄ້າຮັບຊາບ ແລະ ດໍາເນີນການແກ້ໄຂ ຕາມລະບຽບຂອງທະນາຄານ. ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ?

Read More »

ອຸບັດເຫດລົດໃຫຍ່ຕຳກັນ ສີ່ແຍກມະໂຫສົດ ບາດເຈັບ 1 ຄົນ

ທ່ານ ພັນໂທ ບຸນແອັດ ສຸບົວຈັນ ຮອງພະແນກຕໍາຫລວດຊີ້ນໍາຈະລາຈອນ ເມືອງສີສັດຕະນາກ ໄດ້ໃຫ້ຂໍ້ມູນ ເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດນີ້ວ່າ: ເມື່ອເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດ ເມື່ອເຈົ້າຫນ້າທີ່ລົງ ໄປກວດກາ ເປັນລົດຟໍຈູນເນີ້ທີ່ມຸ່ງຫນ້າມາແຕ່ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດສີ່ແຍກໂຮງຫມໍ ມະໂຫສົດ ມີລົດກະບະ ມາແຕ່ເສັ້ນທາງໂຮງຫມໍມະໂຫສົດຈະມຸ່ງຫນ້າໄປເສັ້ນທາງແຄມຂອງ ມາຮອດຈຸດສີ່ແຍກ ຕ່າງຝ່າຍຕ່າງບໍ່ຜ່ອນຄວາມໄວຈຶ່ງເຮັດໃຫ້ເກີດອຸບັດເຫດ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ, ສ່ວນລົດ ທັງສອງຄັນແມ່ນເປ່ເພຫລາຍສົມຄວນ. ຂໍ້ມູນ: ລາວພັດທະນາ

Read More »

ເຈົ້າໜ້າທີ່ ເມືອງໄຊເສດຖາ ປັບໃໝ ແລະສັ່ງປິດປໍ້າ ທີ່ຂາຍເກີນລາຄາ ຫາກຍັງພົບອີກເພີ່ມໂທດໜັກກວ່າເກົ່າ.

ເຈົ້າໜ້າທີ່ ເມືອງໄຊເສດຖາ ປັບໃໝ ແລະສັ່ງປິດປໍ້າ ທີ່ຂາຍເກີນລາຄາ ຫາກຍັງພົບອີກເພີ່ມໂທດໜັກກວ່າເກົ່າ. ໃນວັນທີ 24 ພຶດສະພາ 2022 ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ລົງກວດກາບັນດາປໍ້ານໍ້າມັນ ທີ່ຂາຍເກີນລາຄາ ພ້ອມທັງປັບໃຫມ ແລະ ສັ່ງໃຫ້ຢຸດຂາຍຊົ່ວຄາວ. ເຈົ້າຫນ້າທີ່ ເປີດເຜີຍວ່າ: ໄດ້ລົງກວດກາ ແລະ ຮັບແຈ້ງຈາກຜູ້ບໍລິໂພກວ່າ ຍັງມີປໍ້ານໍ້າມັນຈຳນວນຫນຶ່ງ ທີ່ລັກຂາຍນໍ້າມັນເກີນລາຄາ, ພາຍຫລັງໄປກວດສອບ ໄດ້ພົບເຫັນການກະທຳຜິດແທ້. ສະນັ້ນ, ເຈົ້າຫນ້າທີ່ຈຶ່ງໄດ້ສ້າງບົດບັນທຶກກັບບັນດາປໍ້ານໍ້າມັນ ທີ່ຂາຍເກີນລາຄາກວ່າແຈ້ງການ. ການກວດກາຄັ້ງນີ້, ເຈົ້າຫນ້າທີ່ຍັງໄດ້ໃຫ້ຢຸດຂາຍຊົ່ວຄາວ ແລະ ປັບໃຫມຕາມລະບຽບການ ປໍ້າລະ 5.000.000 ກີບ, ໃນຄັ້ງຕໍ່ໄປແມ່ນ ຫນັກກວ່ານີ້. ຂໍ້ມູນ: News Times

Read More »

WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ

WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ ທີ່ສາມາດ ສົ່ງ ແລະ ຮັບ ຂໍ້ຄວາມໄດ້ຫຼາຍຍິ່ງຂື້ນ WhatsApp ໄດ້ປ່ອຍແພລດຟອມ Cloud ອອກມາສຳຫຼັບສາຍທຸລະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະຕິດຕໍ່ກັບລູກຄ້າໄດ້ໄວຍິ່ງຂື້ນ. ເມື່ອວັນທີ 19 ພຶດສະພາ ທີ່ຜ່ານມາ Mark Zuckerberg ປະທານບໍລິຫານ (CEO) ບໍລິສັດ Meta ໄດ້ປະກາດຜ່ານ Facebook ແລະ Instagram ວ່າທາງ WhatsApp ກຳລັງຈະປ່ອຍບໍລິການໃຫມ່ທີ່ມີ ຊື່ວ່າ WhatsApp Cloud API ທີ່ແບບບໍ່ຈຳກັດຂະໜາດຟາຍໄວ້ສຳລັບໃຊ້ເຊິງທຸລະກິດທົ່ວໂລກ ໂດຍ Mark ອະທິບາຍວ່າ WhatsApp Cloud API ຈະຊ່ວຍໃຫ້ນັກທຸລະກິດແລະນັກພັດທະນາສາມາດຕໍ່ຍອດຈາກ WhatsApp ເພື່ອປັບປຸງແລະຕອບສະໜອງລູກຄ້າໄດ້ງ່າຍ ແລະວ່ອງໄວ. WhatsApp Cloud API ເປັນແພລດຟອມທີ່ຈັບຄູ່ກັບແອັບພລິເຄຊັນ WhatsApp ໂດຍບໍ່ຕ້ອງເສຍຄ່າເຊີບເວີເພີ່ມເຕີມ ແລະຍັງຊ່ວຍໃຫ້ຜູ້ປະກອບການຕິດຕໍ່ກັບລູກຄ້າໄດ້ໄວ ໂດຍສາມາດປັບຂະຫນາດຂໍ້ຄວາມແລະຮັບຮອງການສົ່ງຂໍ້ຄວາມໄດ້ 80 ຂໍ້ຄວາມຕໍ່ວິນາທີ. ການເປີດໂຕຟີເຈີນີ້, ...

Read More »

ທະນາຄານໂລກ ອະນຸມັດທຶນ132 ລ້ານ USD ພັດທະນາຕາມແລວທາງ ເສດຖະກິດໃໝ່ ເພື່ອຍົກລະດັບການຂົນສົ່ງ-ການຄ້າ

ອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ 132 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ແລະ ການເຊື່ອມຈອດ-ເຊື່ອມໂຍງ ເພື່ອແນໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນ ຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າ ໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ. ໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການຈັດຕັ້ງແຜນແມ່ບົດ ໃນການເຊື່ອມຈອດ-ເຊື່ອມໂຍງຂອງອາຊຽນ ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2) ໃຫ້ໄດ້ມາດຕະຖານຂອງເສັ້ນທາງຫລວງອາຊີ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊ ເຊິ່ງເປັນການສ້າງໂອກາດ ໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ. ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການ ແນໃສ່ສົ່ງເສີມຄວາມສາມາດ ຂອງຜູ້ຜະລິດກະສິກຳຂະໜາດນ້ອຍ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂຶ້ນ ແລະ ສາມາດຊື້-ຂາຍຜ່ານເຄືອຄ່າຍການຂົນສົ່ງແຫ່ງໃໝ່ນີ້ ເຊິ່ງມັນຈະເປັນການນຳໃຊ້ປະໂຫຍດສູງສຸດ ຈາກການເຊື່ອມໂຍງໃນພາກພື້ນໄດ້. ທ່ານ ອາເລັກສ໌ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງ ການແລວທາງເສດຖະກິດໃໝ່ນີ້ ບໍ່ພຽງແຕ່ຈະຊ່ວຍໃນການຍົກລະດັບເສັ້ນທາງ ໃນຂົງເຂດພາກພື້ນເທົ່ານັ້ນ, ແຕ່ຍັງຈະຊ່ວຍເຫລືອປະຊາຊົນ ໃນການຜະລິດສິນຄ້າ ...

Read More »

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ? 💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້: 1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM: ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;ເລກລະຫັດຕູ້ ATM;ວັນທີ ທີ່ໃຊ້ຕູ້ ATM. 2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ: ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ. 3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ: ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.

Read More »

ກຽມເຊື່ອມຕໍ່ທາງລົດໄຟລາວ-ຈີນ (ວຽງຈັນໃຕ້-ທ່າບົກທ່ານາແລ້ງ) ພາຍໃນເດືອນມິຖຸນາ ປີນີ້

ນັບແຕ່ເປີດບໍລິການຢ່າງເປັນທາງການໃນວັນທີ 4 ທັນວາ 2021 ມາຮອດເດືອນເມສາ 2022, ທ່າບົກທ່ານາແລ້ງຢູ່ນະຄອນຫລວງວຽງຈັນ ໄດ້ບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວ 11.000 ຕູ້ ແລະ ພາຍໃນທ້າຍເດືອນມິຖຸນາ ປີນີ້ ຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ. ໃນຈໍານວນສິນຄ້າ 11.000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊີ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ໃນນີ້, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ: ເຄື່ອງອຸປະກອບອີເລັກໂຕຣນິກ, ປຸ໋ຍ, ຊີ້ນສ່ວນປະ ກອບເຄື່ອງໃຊ້ໄຟຟ້າ, ສິນຄ້າຕັດຫຍິບ ແລະ ແຜ່ນແພ. ສ່ວນທີ່ເຫລືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດ ອື່ນໆ, ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກ ເຂົ້າ, ໝາກໄມ້ ແລະ ຢາງພາລາ. ...

Read More »

ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ

ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ ເປັນສັນຍານດີສຳລັບອຸດສະຫະກຳການເດີນທາງ. ສະຖາບັນເສດຖະກິດ ມາສເຕີກາດ ໄດ້ເຜິຍແຜ່ບົດລາຍງານການທ່ອງທ່ຽວ 2022 ດ້ານທ່າອ່ຽງ ແລະ ການຫັນປ່ຽນ (Travel 2022: Trends & Transitions) ໂດຍລະບຸວ່າ ຫຼັງຈາກການວິເຄາະຕະຫຼາດ 37 ແຫ່ງທົ່ວໂລກພົບວ່າ ໃນທ້າຍເດືອນມີນາ 2022 ການເດີນທາງຂ້າມປະເທດເພີ່ມຂຶ້ນລະດັບດຽວກັບໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງເປັນຈຸດໝາຍສຳຄັນສຳລັບອຸດສາຫະກຳການເດີນທາງ. ຖ້ຽວບິນເພື່ອການພັກຜ່ອນ ແລະ ເພື່ອທຸລະກິດ ເພີ່ມຂຶ້ນສູງສຸດນັບຕັ້ງແຕ່ປີ 2019 ຊຶ່ງຖືວ່າເປັນການເພີ່ມຂຶ້ນຄັ້ງທຳອິດຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ເດວິດ ແມນ ຫົວໜ້ານັກເສດຖະສາດຝ່າຍກິດຈະການອາຊີ-ປາຊີຟິກ, ຕາເວັນອອກກາງ ແລະ ອາຟຣິກາໃຕ້ຂອງສະຖາບັນເສດຖະກິດ ມາສເຕີກາດ ກ່າວວ່າ ອຸດສາຫະກຳການເດີນທາງມີທ່າອ່ຽງຟື້ນໂຕ ບົດລາຍງານຂອງ ມາສເຕີກາດ ລະບຸວ່າ ການຈອງຖ້ຽວບິນທົ່ວໂລກເພື່ອການພັກຜ່ອນນັ້ນເພີ່ມຂຶ້ນ 25% ໃນເດືອນເມສາ ສູງກວ່າໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຮງໜູນມາຈາກຖ້ຽວບິນໄລຍະໃກ້ ແລະ ໄລຍະກາງ ຊຶ່ງປັບໂຕສູງຂຶ້ນກວ່າໃນໄລຍະດຽວກັນຂອງປີ 2019. ນອກຈາກນີ້, ຈຳນວນການຈອງຖ້ຽວບິນທຸລະກິດກໍປັບໂຕຂຶ້ນເຊັ່ນດຽວກັນ ໂດຍໃນທ້າຍເດືອນມີນາ 2022 ຈຳນວນການຈອງຖ້ຽວບິນທຸລະກິດເພີ່ມຂຶ້ນສູງກວ່າລະດັບໃນປີ 2019 ເປັນຄັ້ງທຳອິດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ຂໍ້ມູນ: ...

Read More »

ຄາດວ່າເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ 5,2% ໃນປີ 2023.

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດປີ 2022 ທີ່ກຳປູເຈຍເປັນ ປະທານ ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ ໂດຍຄາດວ່າ, ຈັງຫວະການ ເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນປີນີ້ຈະບັນລຸເຖິງ 4,9% ແລະປີ 2023 ຈະບັນລຸ 5,2%. ກອງປະຊຸມເຫັນວ່າ: ເສດຖະກິດທົ່ວໂລກໄດ້ປ່ຽນແປງຢ່າງວ່ອງໄວ ເຊິ່ງ ໄດ້ນຳເອົາໂອກາດ ແລະ ສິ່ງທ້າທາຍໃໝ່ມາໃຫ້ແກ່ພາກພື້ນ. ເຕັກນິກດີຈີຕອນ ແລະ ການພັດທະນາແບບຍືນຍົງ ພວມກາຍເປັນພະລັງຂັບເຄື່ອນໃໝ່ສຳລັບການເຕີບໂຕ ຂອງອາຊຽນໃນອະນາຄົດ. ນອກນີ້, ກອງປະຊຸມໄດ້ເນັ້ນໜັກວ່າ, ອາຊຽນຕ້ອງສືບຕໍ່ ຮັກສາສະຕິລະວັງຕົວ ແລະ ສືບຕໍ່ເລັ່ງຂະບວນການຟື້ນຟູຢ່າງຮອບດ້ານຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ ແລະ ຮັບປະກັນໃຫ້ເສດຖະກິດອາຊຽນ ສາມາດຟື້ນຟູໄດ້ດີກວ່າເກົ່າ ແລະ ແຂງແຮງກວ່າເກົ່າ. ຂໍ້ມູນ: ທະນາຄານ ມາຣູຮານ ເຈເເປນ ລາວ

Read More »