ຫວຽດນາມ ປັບຂຶ້ນອັດຕາດອກເບ້ຍເງິນຝາກ0,1%-0,6%

ວັນ​ທີ18​ ພຶດສະພາ​, ທະນາຄານ ​ຫລາຍ​ແຫ່ງ ​ໃນ​ຫວຽດນາມ ປະກາດ​ ປັບ​ຂຶ້ນ​ ອັດຕາດອກ​ເບ້ຍເງິນ​ຝາກ 0,1% ຫາ 0,6% ​ເຮັດ​ໃຫ້​ອັດຕາ ດອກ​ເບ້ຍເງິນ​ຝາກນັບ​ຕັ້ງ​ແຕ່​ເດືອນ​ນີ້ເປັນຕົ້ນ​ໄປ ເພີ່ມ​ຂຶ້ນ 6,5%-7,4%. ປັດຈຸບັນ ທະນາຄານ NamABankສະ​ເໜີ ​ດອກ​ເບ້ຍ​ ສູງ​ສຸດລະດັບ 7,4%​ໃຫ້​ກັບ ​ລູກ​ຄ້າທີ່​ດຳ​ເນີນການ​ຝາກ​ເງິນ ຜ່ານ​ທາງແອບ​ພລິ​ເຄຊັນ ທະນາຄານຂອງ​ສະມາດ​ໂຟນ ​ເປັນ​ເວລາ 16-36​ເດືອນ.

ການ​ປັບ​ຂຶ້ນ ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ຂຶ້ນ​ໃນ​ໄລຍະ​ ທີ່​ຕ້ອງການຂໍ​ສິນ​ເຊື່ອ​ເພີ່ມ​ສູງ​ຂຶ້ນ​ຫລາຍ ​ໂດຍ​ຄາດ​ ການ​ວ່າ ​ແຮງ​ກົດ​ດັນເງິນ​ເຟີ້ ​ແລະການ​ແຂ່ງຂັນ​ກັນຫລາຍ​ຂຶ້ນ ຈາກ​ຊັບ​ສິນຊະນິດ​ອື່ນໆ​ເຊັ່ນ ອະສັງຫາ ລິມະ​ຊັບ ​ແລະ ຫລັກ​ຊັບ ຈະ​ກົດ​ດັນ​ ໃຫ້​ອັດຕາດອກ​ເບ້ຍ​ເງິນ​ຝາກ​ ປັບ​ຕົວ​ສູງ​ຂຶ້ນ. ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ທ່າ​ອ່ຽງ ປັບ​ຕົວ​ສູງ​ຂຶ້ນ 0,3%-0,5% ສູ່​ລະດັບ 5,9%-6,1%​ໃນ​ປີ​ນີ້.

ຂໍ້ມູນ: ຂປລ

Comments