ຂ່າວ ພາຍໃນປະເທດ

ດ່ານພາສີສາກົນນໍ້າເງິນ ເກັບລາຍຮັບໄດ້ຫຼາຍກວ່າ 50% ໃນ 6 ເດືອນທຳອິດ ຂອງປີ 2020

ທ່ານ ສອນເພັດ ຜົນວິຈິດ ຫົວໜ້າດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ – ຈັງຫວັດນ່ານ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບເຂົ້າງົບປະມານ ປະຈໍາປີ 2020 ນີ້ ເປັນປີທີ່ທ້າທາຍຫຼາຍຢ່າງ, ຖ້າທຽບໃສ່ຕົວເລກແຜນ ການທີ່ໄດ້ຮັບມອບໝາຍ ບວກກັບການລະບາດຂອງພະຍາດໂຄວິດ – 19, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ. ແຕ່ຍ້ອນຄວາມ ບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ – ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງ ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມຄາດໝາຍ. ເຖິງແມ່ນວ່າໃນ 6 ເດືອນຕົ້ນປີ 2020 ປະເທດເຮົາຈະປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍຢ່າງອັນເນື່ອງມາຈາກພະຍາດລະບາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າບໍ່ເປັນໄປຕາມຄາດໝາຍ ແຕ່ດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ ຍັງສາມາດເກັບລາຍຮັບໄດ້ 144 ຕື້ກວ່າກີບ ເທົ່າກັບ 53,82% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫຼ່ ແລະ ເຄື່ອງກໍ່ສ້າງ. ໃນປີ 2020 ນີ້ ດ່ານພາສີສາກົນນໍ້າເງິນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບທັງໝົດ 269 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ປະຕິບັດໄດ້ 144 ຕື້ກວ່າກີບ ເທົ່າກັບ ...

Read More »

ສາເຫດເງິນກີບເຟີ້ ແລະ ມາດຕະການແກ້ໄຂ…

ບັນຫາເງິນເຟີ້ຢູ່ປະເທດເຮົາ ແມ່ນປະກົດໃຫ້ເຫັນຕະຫຼອດມາ ແລະ ມີລະດັບສູງຕ່ຳທີ່ແຕກຕ່າງກັນໄປໃນແຕ່ລະໄລຍະ, ເຊິ່ງປັດຈຸບັນນີ້ ເຫັນວ່າອັດຕາເງິນເຟີ້ ແມ່ນໄດ້ຖີບຕົວຂຶ້ນສູງກວ່າຫຼາຍປີທີ່ຜ່ານມາ ຍ້ອນເງິນໝູນວຽນໃນລະບົບເສດຖະກິດມີຫຼາຍຂຶ້ນ, ລາຄາສິນຄ້າ ແລະ ຄ່າບໍລິການແພງຂຶ້ນບວກກັບການອ່ອນຄ່າຂອງເງິນກີບ ແລະ ຜົນກະທົບຈາກພະຍາດລະບາດຕາມລະດູການ, ເຊິ່ງສາເຫດເຫຼົ່ານີ້ ມັນໄດ້ເລັ່ງທວງໃຫ້ລັດຖະບານຕ້ອງສຸມໃສ່ແກ້ໄຂໃຫ້ກັບມາສູ່ສະພາບປົກກະຕິ, ຖ້າບໍ່ດັ່ງນັ້ນ, ຄ່າຄອງຊີບຢູ່ລາວກໍຈະແພງຂຶ້ນ ແລະ ຈະມີກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສະເພາະ 6 ເດືອນຕົ້ນປີ 2020 ຈາກສະພາບການລະບາດຂອງພະຍາດໂຄວິດ -19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດສັງຄົມໃນທົ່ວໂລກນັ້ນ ໄດ້ມີສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຂື້ນຕື່ມອີກ. ສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ໄດ້ສົ່ງຜົນໃຫ້ລາຄາຮຸ້ນ, ລາຄາຄຳ, ລາຄານ້ຳມັນ ແລະ ຄ່າເງິນ ຢູ່ໃນຕະຫຼາດສາກົນມີຄວາມຜັນແປຢ່າງແຮງເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ, ກະແສເງິນທຶນທີ່ຈໍລະຈອນຢູ່ໃນທົ່ວໂລກຫຼຸດລົງຢ່າງມະຫາສານ ເນື່ອງຈາກທຸກປະເທດຕ້ອງສຸມໃສ່ທຶນຮອນເຂົ້າໃນດ້ານສາທາລະນະສຸກ ແລະ ຟື້ນຟູເສດຖະກິດພາຍໃນຂອງຕົ້ນທຶນແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດ ຢຸດການດຳເນີນການຜະລິດ ແລະ ກິດຈະກຳທາງທຸລະກິດ. ສະພາບດັ່ງກ່າວ ໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນ. ເມື່ອທຽບກັບສະພາບການອ່ອນຄ່າຂອງເງິນກີບ ກັບ ເງິນສະຫະລັດ ແລະ ທຽບກັບເງິນບາດແລ້ວ, ພາຍໃຕ້ເງື່ອນໄຂຂອງປະເທດເຮົາທີ່ການຜະລິດພາຍໃນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງການຊົມໃຊ້ຍັງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດສ່ວນໃຫຍ່ຈາກປະເທດເພື່ອນບ້ານ. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນະຄານ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະໄໝສາມັນ ...

Read More »

ທາງລົດໄຟລາວ-ຈີນ ຊ່ວງຜ່ານຫຼວງນໍ້າທາ ສຳເລັດ 96%

ທ້າຍອາທິດຜ່ານມາ ຫ້ອງການບ້ານນາເຕີຍ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານ ແຂວງຫຼວງນໍ້າທາ ເຂດບ້ານນາເຕີຍ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາຜູ້ຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ, ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງຄະນະໄກ່ເກ່ຍຂັ້ນແຂວງ ແລະປະຊາຊົນຜູ້ຖືກຜົນກະທົບເຂົ້າຮ່ວມ. ຄະນະໄກ່ເກ່ຍແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ ບໍ່ເຕ່ນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ໂດຍແລວທາງລົດໄຟໄດ້ຜ່ານ ແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໄດ້ກໍ່ສ້າງຂົວໃຫຍ່ຈຳນວນ 7 ແຫ່ງ, ເຈາະອຸໂມງ 3 ແຫ່ງ ແລະ ກໍ່ສ້າງເສົາຂົວທັງໝົດແມ່ນກໍ່ສ້າງສຳເລັດ 100%, ວາງຂາງຂົວສຳເລັດຈຳນວນ 313 ຂາງເທົ່າກັບ 93%, ການກໍ່ສ້າງ ທາງລົດໄຟລາວ-ຈີນ ສັນຍາທີ 1 ຊ່ວງ ຜ່ານແຂວງຫຼວງນໍ້າທາປະຈຸບັນສຳເລັດ ແລ້ວ 96%. ...

Read More »

ຕັກກະແຕນທີ່ລະບາດຢູ່ ແຂວງຜົ້ງສາລີ ໄດ້ຖືກກຳຈັດແລ້ວ…

ຈາກເຫດການ ການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ເມືອງໃໝ່, ແຂວງຜົ້ງສາລີ ໃນວັນທີ 26 ມິຖຸນາ 2020 ຜ່ານມາ ທີ່ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນ ຈຳນວນ 20 ຄອບຄົວ ໂດຍທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວ 4,94 ເຮັກຕາ ຜົນຜະລິດເສຍຫາຍ 24 ລ້ານກວ່າກີບ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນ. ເຊິ່ງຂະແໜງການທີ່ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາສີດພົ່ນໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນ້ຳໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫຼັກການບ່ອນທີ່ມີຝູງຕັກແຕນຈຳນວນຫຼວງຫຼາຍ. ໃນປັດຈຸບັນ ຈາກສູນປ້ອງກັນພືດ ກົມປູກຝັງ ກະຊວງ​ກະສິກຳ ​ແລະ ​ປ່າໄມ້​ ໄດ້ແຈ້ງໃຫ້ຮູ້ວ່າ ໄດ້ກຳຈັດຝູງຕັກກະແຕນເຫຼົ່ານັ້ນເປັນທີ່ຮຽບຮ້ອຍແລ້ວ. ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=287523005829251&id=100037146621193

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ສໍາເລັດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ ແຕ່ວັນທີ 24 ມິຖຸນາ-2 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ, ພະນັກງານອາວຸໂສ ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ. ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດອັດກອງປະຊຸມ ໂດຍທ່ານໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະເວລາ 6 ວັນ ເຄິ່ງຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII, ສະມາຊິກສະພາແຫ່ງຊາດໃນນາມເປັນຕົວແທນໃຫ້ແກ່ສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ ໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄໍາເຫັນໃສ່ທຸກເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ແມ່ນມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ, ມີບ່ອນອີງທາງດ້ານນະໂຍບາຍ, ກົດໝາຍ, ...

Read More »

ລັດຖະບານ ເລັ່ງຟື້ນຟູການທ່ອງທ່ຽວລາວ ຫລັງໂຄວິດ-19 (ພ້ອມທັງຊຸກຍູ້ບັນດາແຂວງໃນທົ່ວປະເທດ ຈັດກິດຈະກຳ ເພື່ອສົ່ງເສີມ “ລາວທ່ຽວລາວ”)

ປັດຈຸບັນ ລັດຖະບານ ໄດ້ມີນະໂຍບາຍຕ່າງໆ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ເສດຖະກິດລາວ ໂດຍສະເພາະ ຕໍ່ຂະແໜງການທ່ອງທ່ຽວ, ຊຶ່ງລັດຖະບານ ໄດ້ອອກຂໍ້ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ກ່ຽວກັບມາດຕະການຮອງຮັບນັກທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ພາຍຫລັງໂຄວິດ-19 ໂດຍສົມທົບກັບຂະແໜງສາທາລະນະສຸກ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຸກຍູ້ພາກທຸລະກິດ ສ້າງລາຍການທ່ອງທ່ຽວ ໃຫ້ຫລາກຫລາຍ ເພື່ອສົ່ງເສີມການທ່ອງທ່ຽວ ແບບ “ລາວທ່ຽວລາວ”. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານໃຫ້ຮູ້ໃນວັນທີ 1 ກໍລະກົດ 2020 ນີ້ວ່າ: ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະ ຊວງ ຖວທ ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວ ສ້າງກິດຈະກໍາການທ່ອງທ່ຽວ ...

Read More »

ປັດຈຸບັນ ລາວເສຍດຸນການຄ້າຍ້ອນຫຍັງ? ມາເບິ່ງນຳກັນ…

ສັງຄົມລາວແມ່ນສັງຄົມທີ່ບໍ່ມີຄວາມກົດດັນ, ບໍ່ມີການແຂ່ງຂັນຍາດຊິງ ເພື່ອເອົາໂຕລອດ ເພາະປະຊາກອນມີຄວາມໜ້າແໜ້ນຕ່ຳ ພ້ອມກັບສະພາບແວດລ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການດຳລົງຊີບໃນແຕ່ລະວັນໂດຍບໍ່ໄດ້ຮັບຄວາມເດືອດຮ້ອນ ຊຶ່ງເປັນວິຖີຊີວິດຂອງຄົນສ່ວນໃຫຍ່ ທີ່ດຳລົງຊີວິດງ່າຍໆ . ຄວາມໜາແໜ້ນຂອງປະຊາກອນຕິດພັນກັບອຸບປະສົງ ທີ່ເກີດຂຶ້ນໃນສັງຄົມ ຊຶ່ງເປັນປັດໄຈກຳນົດຂະໜາດຂອງຕະຫຼາດນີ້ ຍັງບໍ່ຕ້ອງເວົ້າເຖິງກຳລັງຊື້ຂອງປະຊາກອນ. ສັງຄົມລາວໃນຍຸກປັດຈຸບັນເປັນສັງຄົມ ບໍລິໂພກຢ່າງສົມບູນແບບ ສິນຄ້າອຸບປະໂພກບໍລິໂພກແມ່ນນຳເຂົ້າເກືອບ 100% ຖ້າຍ່າງເຂົ້າໃນເຮືອນຄົວຂອງເຮືອນແຕ່ລະຫຼັງ ແທບຈະຫາສິນຄ້າ ທີ່ເປັນຜະລິດຕະພັນຂອງລາວແທບບໍ່ໄດ້ ສ່ວນໃຫຍ່ຕ້ອງເພິ່ງພາການນຳເຂົ້າເກືອບທັງໝົດ ຖ້າຈະມີຜະລິດຕະພັນຂອງລາວເອງ ອາດບໍ່ເຖິງ 10% ສ່ວນທີ່ເຫຼືອແມ່ນສິນຄ້ານຳເຂົ້າ. ສະນັ້ນ, ຈຶ່ງບໍ່ຄ່ອຍມີໃຜຢາກລົງທຶນຕັ້ງໂຮງງານອຸດສາຫະກຳເພາະຕະຫຼາດນ້ອຍ ບໍ່ຄຸ້ມຄ່າໃນການລົງທຶນ, ອີກຢ່າງໜຶ່ງການສ້າງ Brand ໃໝ່ຍັງມີຄວາມສ່ຽງໃນການແຂ່ງຂັນກວ່າຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຕ້ອງອອກແຮງໂຄສະນາໃນການຂາຍ ເຊິ່ງກໍເປັນອີກໜຶ່ງຕົ້ນທຶນຂອງທຸລະກິດ. ໂດຍທຳມະຊາດຂອງການຜະລິດໃນໂຮງງານອຸດສາຫະກຳ ຍິ່ງ ຜະລິດນ້ອຍຍິ່ງມີຕົ້ນທຶນສູງ ເຄື່ອງຈັກຖ້າຈະເອົາແບບ High automation ມາໃຊ້ ກັບ Lot ນ້ອຍໆ ປະສິດທິພາບຂອງສາຍການຜະລິດຈະຕ່ຳຕິດດິນ ເພາະເວລາສ່ວນໃຫຍ່ຈະເສຍໄປກັບການ Setup ແລະ Product change over ຈຶ່ງຕ້ອງໃຊ້ເຄື່ອງຈັກແບບ Manual ທັງໝົດຊຶ່ງຈະເປັນແບບ Labor intensive ແລະ ບໍ່ອາດຄວບຄຸມຄຸນນະພາບໄດ້ ເຊິ່ງສິ່ງທີ່ກ່າວມາລ້ວນເປັນອຸບປະສັກໃນການແຂ່ງຂັນດ້ານການຕະຫຼາດ. ສຳຫຼັບວິທີການແກ້ໄຂຄື: ອາດຈະຕ້ອງຕັ້ງໂຮງງານໃຫຍ່ ມີເຄື່ອງຈັກອັນທັນສະໄໝ ...

Read More »

ໄລຍະ 5 ປີທີ່ຜ່ານມາ, ລັດຖະບານ ໄດ້ແຈ້ງຍົກເລີກໂຄງການທັງໝົດ 82 ໂຄງການ… 

ວັນທີ 25 ມິຖຸນາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ເຊິ່ງໜຶ່ໃນປະເດັນທີ່ມີການຊັກຖາມຈາກສະມາຊິກສະພາແຫ່ງຊາດແມ່ນກ່ຽວກັບ ວິທີການແກ້ໄຂ ແລະ ການຄຸ້ມຄອງ ຕໍ່ກັບບັນຫາການຈັບຈອງໂຄງການລົງທຶນແລ້ວຂາຍຕໍ່ ໂດຍທີ່ບໍ່ມີການພັດທະນາ. ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕໍ່ປະຊຸມວ່າ ຜ່ານມາ ລັດຖະບານ ໄດ້ອະນຸຍາດໂຄງການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນຫລາຍຂະແໜງການໃນກິດຈະການທົ່ວໄປ ແລະ ກິດຈະການສຳປະທານ. ພາຍຫລັງໄດ້ຮັບອະນຸມັດແລ້ວ, ຫລາຍໂຄງການກໍມີຄວາມຄືບໜ້າດີ ແຕ່ມີບາງໂຄງການທີ່ຈັດຕັ້ງປະຕິບັດຫລ້າຊ້າ, ບໍ່ມີຄວາມຄືບໜ້າ ແລະ ມີລັກສະນະຈັບຈອງໂຄງການ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງແຜນການ ແລະ ການລົງທຶນ ໄດ້ມີມາດຕະການໃນການຕິດຕາມກວດກາໂຄງການເພື່ອປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຕາມເນື້ອໃນຂອງສັນຍາ. ພ້ອມດຽວກັນ, ກໍເອົາໃຈໃສ່ປະຕິບັດນິຕິກຳຂອງລັດຖະບານຕ່າງໆ ເປັນຕົ້ນຄຳສັ່ງ 08/ນຍ ແລະ 09/ນຍ ກ່ຽວກັບການກວດກາປະເມີນຕີລາຄາການຈັດຕັ້ງບັນດາໂຄງການລົງທຶນທີ່ໄດ້ຮັບການອະນຸມັດ. ...

Read More »

“ຍຸກໃໝ່ແຫ່ງການຜະລິດຄໍາ” ບໍ່ຄຳ-ທອງເຊໂປນ ຈະຍືດເວລາການຂຸດຄົ້ນບໍ່ແຮ່ ໄປອີກ 10 ປີ ຢ່າງຕໍ່າ…

ໃນວັນທີ 23 ມິຖຸນາ 2020 ບໍລິສັດ ລ້ານຊ້າງ  ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄໍາ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄໍາແທ່ງທໍາອິດ ເປັນຂີດໝາຍ “ຍຸກໃໝ່ແຫ່ງການຜະລິດຄໍາ” ຂອງໂຄງການຄໍາ-ທອງເຊໂປນ ທີ່ເມືອງ ວິລະບູລີ, ແຂວງສະຫວັນນະເຂດ. ໃຫ້ກຽດເປີດພິທີໃນຄັ້ງນີ້ ໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງ ແຂວງສະຫວັນເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ເມືອງ ວິລະບູລີ, ທ່ານ ຝູ ເຊຍເຊີນ ປະທານ LXML, ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ພ້ອມດ້ວຍຫຼາຍພາກສ່ວນເຂົ້າຮ່ວມ. ການກັບຄືນມາຜະລິດຄໍາໃນຄັ້ງນີ້ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄໍາ-ທອງເຊໂປນໄປອີກ 10 ປີຢ່າງຕໍ່າ ແລະ ຈະສືບຕໍ່ສ້າງວຽກເຮັດງານທໍາ ພ້ອມທັງສ້າງລາຍໄດ້ ກໍຄືປັບຊີວິດການເປັນຢູ່ຂອງຊຸມຊົນເຂດນັ້ນໃຫ້ດີຂຶ້ນ. LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາ-ເສດຖະກິດສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄໍາໃຫ້ໄດ້ປະມານ 250.000 ອອນສ໌ຕໍ່ປີ ພ້ອມທັງລົງທຶນໃສ່ວຽກງານສໍາຫຼວດຫຼາຍຂຶ້ນ ພ້ອມທັງຂະຫຍາຍໂຄງການອື່ນໆອີກ.     ແຫຼ່ງຂໍ້ມູນຈາກ: ບໍລິສັດ ...

Read More »

ສັນຍານຟື້ນຕົວຂອງຕະຫຼາດແຮງງານລາວ ມີການປັບໂຕດີຂຶ້ນ ແຕ່ກໍໄວ້ໃຈບໍ່ໄດ້…

108Jobs Hiring Trend Jan – June 2020. ທ່າອ່ຽງການປະກາດວຽກຢູ່ www.108.Jobs ແຕ່ເດືອນ 1 ຮອດທ້າຍເດືອນ 6 ເຫັນວ່າ ມີການປັບໂຕດີຂຶ້ນ ແຕ່ກໍໄວ້ໃຈບໍ່ໄດ້ ຫລາຍອົງກອນກໍຍັງຫລຸດຜ່ອນອັດຕາການຈ້າງ ເຖິງແມ່ນວ່າບາງພາກສ່ວນໂດຍສະເພາະບາງທຸລະກິດນ້ອຍ ແລະ ກາງ ກໍເລີຍກິດຈະກໍາການຄ້າຂາຍຄືນແດ່ແລ້ວ. As per 2020-06-30 ແຫຼ່ງທີ່ມາ: 108 Jobs

Read More »