ເສດຖະກິດ

ຂ່າວດີ !!! ປັບລົງອີກແລ້ວລາຄານໍ້າມັນຂາຍຍ່ອຍ ທົ່ວປະເທດ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1728/ອຄ.ກຄພນ ລົງວັນທີ 7 ທັນວາ 2018 ເລື່ອງ: ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ທັນວາ 2018 ເວລາ 6ໂມງ00 ໃນຂອບເຂດທົ່ວປະເທດ, ສໍາລັບນໍ້າມັນແອ໊ດຊັງພິເສດ 270 ກີບ/ລິດ,ນໍ້າມັນແອ໊ດຊັງທໍາມະດາ 240 ກີບ/ລິດ,ນໍ້າມັນກາຊວນ 190 ກີບ/ລິດ. ຂອບໃຈພາບປະກອບຈາກ: ອິນເຕີເນັດ.

Read More »

ທ່ານ ປອ ອາດສະພັງທອງ ສີພັນດອນ ພົບປະໂອ້ລົມພະນັກງານການເງິນ ແຂວງຫຼວງນໍ້າທາ

ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ ໃນວັນທີ 6 ທັນວາ 2018 ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງ ຫຼວງນໍ້າທາ ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ພົບປະໂອ້ລົມ ພະນັກງານອ້ອມຂ້າງພະແນກການເງິນແຂວງ ຫຼວງນໍ້າທາ ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງສາມາດປະຕິບັດໄດ້ແລ້ວ 75% ຂອງແຜນການປີ. (ລາຍລະອຽດຕິດຕາມຊົມຄຣິບຂ່າວ)…. ຮອງລັດຖະມົນຕີ ກະຊວງການເງີນ ໂອລົມແລະເຮັດວຽກຢູ່ພະແນກການເງີນແຂວງຫຼວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Friday, December 7, 2018 ຂອບໃຈຂໍໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ.

Read More »

ພາກລັດ-ທຸລະກິດ ຮ່ວມມືກັນພັດທະນາ ແຂວງສະຫວັນນະເຂດ

ເພື່ອເປັນການລະດົມແນວ ຄວາມຄິດຈາກພາກສ່ວນ ຕ່າງໆທັງພາກລັດ ແລະ ພາກທຸລະກິດໃນການພັດທະນາ ແຂວງສະຫວັນນະເຂດໃຫ້ ສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງ, ບັນດາພາກສ່ວນຕ່າງໆທັງ ພາກລັດ ແລະ ພາກທຸລະກິດ ໄດ້ເຂົ້າຮ່ວມກອງປະຊຸມ ສຳມະນາ ເພື່ອລະດົມຄວາມ ຄິດເຫັນກ່ຽວກັບທິດທາງໃນການພັດທະນາດ້ານເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພາຍໃຕ້ການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສຈ ອອດ ພົງສະຫວັນ ກຳມະການສູນກາງແນວລາວສ້າງຊາດ ພ້ອມຄະນະສະມາຊິກ ສູນກາງແນວລາວສ້າງຊາດ, ບັນດາທ່ານຜູ້ຊົງຄຸນວຸດທິ, ມີຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ,ຄະນະສະພາການຄ້າ-ອຸດສາຫະກໍາແຂວງ, ບັນດານັກທຸລະກິດ ແລະບໍລິສັດຫ້າງຮ້ານຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບກ່ຽວກັບທິດທາງໃນການພັດທະນາເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງ. ໂອກາດນີ້, ກອງປະຊຸມໄດ້ຮັບຟັງການ ນຳສະເໜີຈາກວິຊາການທີ່ມີຄວາມຮູ້ ແລະ ປະສົບການຈາກ ສູນກາງແນວລາວສ້າງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ພ້ອມທັງຂໍ້ແນະນຳການສະເໜີຂໍສິນເຊື່ອສຳລັບທຸລະກິດ ຊຶ່ງໃຫ້ຮູ້ໂດຍສັງເຂບວ່າ: ສໍາລັບເປົ້າໝາຍໃນການພັດທະນາດ້ານເສດຖະກິດຢູ່ແຂວງ ສະຫວັນນະເຂດໃນຕໍ່ໜ້ານີ້ ແມ່ນແນໃສ່ການພັດທະນາ ແລະເສີມສ້າງທຸລະກິດຂະໜາດນ້ອຍ ແລະ ...

Read More »

ຈໍາປາສັກ ເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນທີ່ທັນສະໄໝ

ກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ໃຫ້ແກ່ບັນດາວິສາຫະກິດ ແຂວງຈໍາປາສັກ ຈັດຂຶ້ນໃນທ້າຍເດືອນ ພະຈິິກ 2018 ຜ່ານມານີ້ຢູ່ທີ່ຫ້ອງວ່າການແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ, ມີພະແນກການອ້ອມຂ້າງແຂວງ, ຜູ້ອໍານວຍການ, ຕາງໜ້າຜູ້ອໍານວຍການລັດວິສາຫະກິດ, ບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.ການເຜີຍແຜ່ຈະດໍາເນີນໄປເຖິງວັນທີ 7 ທັນວາ 2018. ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກສ່ວຍສາອາກອນ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ແມ່ນເປັນລະບົບການຄຸ້ມຄອງລາຍຮັບສ່ວຍສາອາກອນລະບົບໃໝ່, ທັນສະໄໝ ທີ່ໃຊ້ແທນລະບົບ (Tmis). ທັງນີ້ກໍເພື່ອແນໃສ່ປັບປຸງການບໍລິການສ່ວຍສາອາກອນໃຫ້ດີຂຶ້ນ, ເປັນລະບົບທີ່ເພີ່ມຄວາມໂປ່ງໃສ ໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ, ເລັງໃສ່ໃຫ້ຜູ້ມອບອາກອນ ສາມາດມອບດ້ວຍຕົນເອງຢູ່ສໍານັກງານຫົວໜ່ວຍທຸລະກິດ ແທນການເຂົ້າມາມອບຢູ່ສໍານັກງານສ່ວຍສາອາກອນ ເຊິ່ງຈະສ້າງຄວາມສະດວກ, ວ່ອງໄວທັນສະໄໝ ຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດກາປະຫວັດການຊໍາລະອາກອນດ້ວຍຕົນເອງ ໂດຍຜ່ານສ່ອງທາງຕ່າງໆທີ່ລະບົບໄດ້ກໍານົດໄວ້. ທ່ານ ສຸກກະເສີມ ສີຫານຸວົງ ໃຫ້ຮູ້ຕື່ມວ່າ: ການນໍາໃຊ້ລະບົບ (Tax Ris) ແມ່ນເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດ ຫັນການຈັດເກັບາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ, ຄົບຖ້ວນ, ...

Read More »

ສ້າງໂອກາດ ເຂົ້າເຖິງບໍລິການດ້ານການເງິນ ໃນ ສປປ ລາວ ຄັ້ງທຳອິດ

ໃນວັນທີ 29 ພະຈິກ 2018, ສະມາຄົມການເງິນຈຸລະພາກ ຮ່ວມກັບທະນາຄານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກອົງກອນ ອາດາ (ADA) ປະເທດລຸກຊຳບວກ ​ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລື ແລະ ສົນທະນາກ່ຽວກັບທ່ວງທ່າ ແລະ ວິວັດທະນາການຂອງ ການເງິນຈຸລະພາກ ກໍ​ຄືການສ້າງ​ເງື່ອນ​ໄຂ ​ແລະ ​ໂອກາດ ເຂົ້າເຖິງການບໍລິການ ດ້ານການເງິນໃນ ສປປ ລາວ ​ເຊິ່ງຈັດ​ຂຶ້ນຄັ້ງທຳອິດ ທີ່​ນະຄອນຫຼວງ​ວຽງຈັນ. ໂດຍມີ ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງ ສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກບັນດາ ກະຊວງທີ່ກ່ຽວຂ້ອງ, ຜູ້ໃຫ້ທຶນ ແລະ ສະມາຊິກສະມາຄົມ ການເງິນຈຸລະພາກ​ເຂົ້າ​ຮ່ວມ. ທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກ ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເພີ່ມຄວາມເຂົ້າໃຈ ກ່ຽວກັບການເງິນຈຸລະພາກ ການເຂົ້າເຖິງການ ບໍລິການ ທາງດ້ານການເງິນຢູ່ໃນ ສປປ ລາວ ໃຫ້ກັບລູກຄ້າ ແລະ ປະຊາຊົນທົ່ວໄປ; ເພື່ອສ້າງການຮ່ວມມື ...

Read More »

ສະຫວັນນະເຂດ ເຜີຍແຜ່ມາດຕະຖານພົ້ນທຸກ ແລະ ພັດທະນາ

ໃນຕອນເຊົ້າວັນທີ 26 ພະ ຈິກ 2018 ນີ້, ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງການເຜີຍແຜ່ແນະນຳການຜັນຂະຫຍາຍຈັດຕັ້ງປະຕິບັດດຳລັດ 348/ລບ ແລະ ບົດແນະນຳເລກ ທີ 0830/ກປ, ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ໂດຍການເປັນ ປະທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະ ຊວງກະສິກຳ-ປ່າໄມ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີການນຳຂັ້ນແຂວງ, ເມືອງ, ນະຄອນ, ພະແນກການ ອ້ອມຂ້າງແຂວງ ແລະພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດກ່າວເປີດພິທີ  ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ, ຂະບວນການພັດທະນາຢູ່ແຂວງສະຫວັນນະເຂດ ໄດ້ດຳເນີນຢ່າງຕໍ່ເນື່ອງ, ເຖິງວ່າແມ່ນດຳລັດ 348/ລບ, ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຍັງຢູ່ໃນຂັ້ນຕອນການກະກຽມຈັດຕັ້ງປະຕິ ບັດ ແຕ່ແຂວງສະຫວັນນະເຂດ ພວກເຮົາ ກໍໄດ້ໝູນໃຊ້ມາດຕະຖານຄວາມທຸກຍາກ ແລະ ການ ພັດທະນາຕາມດຳລັດ 309/ນຍ ເປັນຕົວຊີ້ວັດໃນການປະເມີນໄປກ່ອນ, ...

Read More »

ປີ 2019 ລັດຖະບານຈະຫຼຸດການຂາດດຸນງົບປະມານ

ອີງຕາມບົດສະຫຼຸບຂາດຕົວຂອງແຜນງົບປະມານແຫ່ງລັດ ປະຈຳປີ 2017 ລັດຖະບານມີລາຍຮັບຕົວຈິງຢູ່ທີ່ຕົວເລກ 23 ພັນຕື້ກີບ, ລາຍຈ່າຍ 31 ພັນຕື້ກີບ, ຂາດດຸນງົບປະມານຕົວຈິງເກືອບ 8 ພັນຕື້ກີບ, ດຸນງົບປະມານຕົວຈິງເກືອບ 14 ພັນຕື້ກີບ. ໃນນັ້ນ, ທົດແທນເງິນກູ້ ແລະ ພັນທະບັດຕ່າງປະເທດ ຈຳນວນເກືອບ 3 ພັນຕື້ກີບ, ທົດແທນພັນທະບັດລະດົມທຶນ ແລະ ພັນທະບັດລົງທຶນເກືອບ 3 ພັນຕື້ກີບ ແລະ ຍັງເຫຼືອເງິນດຸນດ່ຽງຕົວຈິງປະມານ 8 ພັນຕື້ກວ່າກີບ. ດັ່ງນັ້ນໃນປີ 2019 ລັດຖະບານຈະຫຼຸດການຂາດດຸນລົງມາຢູ່ທີ່ 4,28% ຂອງ GDP.ໃນຂະນະທີ່ໃນສົກປີ 2015 – 2016 ການຂາດດຸນງົບປະມານຢູ່ທີ່ 7,6% ຂອງ GDP, ປີ 2017 ຢູ່ທີ່ 5,49%, ຄາດຄະເນປີ 2018 ຈະຢູ່ທີ່ 4,72%. ຂໍ້ມູນດັ່ງກ່າວແມ່ນການລາຍງານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ ...

Read More »

9 ເດືອນຈຳປາສັກສົ່ງອອກສິນຄ້າມູນຄ່າ 11 ລ້ານກ່ວາໂດລາ

ໃນ 9 ເດືອນ ແຂວງຈຳປາສັກ ມີສະຖິຕິການສົ່ງອອກສິນຄ້າ ໄດ້ຈໍານວນ 110.803 ໂຕນ, ມູນຄ່າ 11.438.328 ໂດລາສະຫະລັດ, ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະຕິບັດໄດ້ 116 ສະບັບ, ຈໍານວນສິນຄ້າ 134.986 ໂຕນ, ມູນຄ່າ 15,5 ລ້ານໂດລາສະຫະລັດ ສ່ວນໃຫຍ່ແມ່ນຢາງພາລາ, ໄມ້ສໍາເລັດຮູບ, ແປ້ງມັນສໍາເລັດຮູບ, ກາເຟສໍາເລັດຮູບ ແລະ ກາເຟເມັດ. ຕົວເລກການສົ່ງອອກດັ່ງກ່າວ ໂດຍໄດ້ຮັບການລາຍງານຕໍ່ກອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາ (ສຄອ) ແຂວງຈໍາປາສັກ ໃນການສະຫຼຸບການເຄື່ອນໄຫວວຽກງານ 9 ເດືອນ ປີ 2018. ຈັດຂຶ້ນຢູ່ໂຮງແຮມເອລາວັນ ຣີເວີຊາຍ ບ້ານໂພນສະຫວັນ ນະຄອນປາກເຊ ເມື່ອວັນທີ 19 ພະຈິກ 2018 ໂດຍການເປັນປະທານຂອງ ທ່ານ ອຸດອນ ສິງສຸວົງ ຮອງປະທານ ສຄອ ແຂວງ. ມີທ່ານ ດຣ.ຈິນດາ ວົງສຸລິ ທີ່ປຶກສາ ສຄອ ແຂວງ ພ້ອມດ້ວຍຄະນະປະຈໍາ, ...

Read More »

ເຜີຍແຜ່ການນໍາໃຊ້ລະບົບ ຄຸ້ມຄອງຂໍ້ມູນຂ່າວສານ ລາຍຮັບສ່ວຍສາອາກອນ

ຕອນເຊົ້າ ວັນທີ 26 ພະຈິກ 2018 ຢູ່ທີ່ຫ້ອງການສ່ວຍສາອາກອນປະຈໍາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບ ຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax RIS) ໃຫ້ແກ່ບັນດາວິສາຫະກິດ ພາຍໃນນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວຈະດໍາເນີນໄປເຖິງວັນທີ 29 ພະຈິກ 2018 ນີ້. ຂໍ້ມູນຈາກ: ເພສບຸກ sililaththongsin THONGPHENG  

Read More »

ທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບຂອງ ທະນາຄານ

ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈັດພິທີທົດລອງຊໍາລະຄ່າພາສີທີ່ດິນ ຜ່ານລະບົບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL One) ໃນວັນທີ 14 ພະຈິກ 2018 ທີ່ກະຊວງການເງິນ ໂດຍມີທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ທ່ານ ນາງ ເພັດມາລາພອນ ວົງຈັນ ຮອງສູນບໍລິການເອເລັກໂຕຣນິກ ແລະ ຜະລິດຕະພັນບັດ ພ້ອມດ້ວຍພະນັກງານວິຊາການຈາກກົມ ແລະ ທະນາຄານເຂົ້າຮ່ວມ. ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ກົມສ່ວຍສາອາກອນ ເລີ່ມຕົ້ນການຮ່ວມມືກັບ ທຄຕລ ຄັ້ງທໍາອິດ ແມ່ນການພັດທະນາລະບົບ ຮັບຊໍາລະຄ່າທໍານຽມໃນທ້າຍປີ 2017 ເຊິ່ງໄດ້ປະສົບຜົນສໍາເລັດໃນລະດັບທີ່ໜ້າພໍໃຈ ໂດຍໄດ້ຮັບຄວາມສົນໃຈ ແລະ ຄວາມເຊື່ອຖືຈາກສັງຄົມຢ່າງກວ້າງຂວາງ ໂດຍສືບເນື່ອງມາຈາກໂຄງການດັ່ງກ່າວ ລັດຖະບານຈຶ່ງເລັ່ງເຫັນໄດ້ວ່າ: ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຜ່ານທະນາຄານນີ້ ເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນ ແລະ ພາກລັດ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ທັນເວລາ ຖືກຕ້ອງ ມີຄວາມໂປ່ງໃສ ແລະ ສາມາດກວດສອບຄືນໄດ້. ການຊໍາລະພາສີທີ່ດິນສາມາດຊໍາລະໄດ້ 3 ຊ່ອງທາງຄື: ...

Read More »