ເສດຖະກິດ

ແຂວງຜົ້ງສາລີ ຈັດງານປີທ່ອງທ່ຽວລາວ 2018 ແລະ ເທສະການດື່ມນໍ້າຊາ

ພິທີເປີດງານປີທ່ອງທ່ຽວລາວ 2018 ແລະ ເທສະການດື່ມນໍ້າຊາ ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນ ໃນຕອນເຊົ້າ ຂອງວັນທີ 9 ພະຈິກ 2018 ທີ່ເດີ່ນສະໜາມຫຼວງຂອງແຂວງ, ໃຫ້ກຽດເຂົ້າຮ່ວມໃນພິທີ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ຄໍາເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍ ຮອງລັດຖະມົນກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາແຂກທັງພາຍໃນ-ຕ່າງປະເທດ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງຜົ້ງສາລີ ເຂົ້າຮວ່ມຢ່າງຫຼວງຫຼາຍ. ພິທີທາງການ ແມ່ນເລີ່ມຕົ້ນດ້ວຍການສວນສະໜາມ ຂອງແຕ່ລະກ້ອນກຳລັງ ເປັນຕົ້ນ ກ້ອນກຳລັງເຍົາວະຊົນທັນວາ, ກ້ອນຊາວໜຸ່ມ, ກ້ອນນັກຮຽນນັກສຶກສາ ແລະ ຄູອາຈານ, ກ້ອນກໍາລັງແຫ່ຕົ້ນຊາ, ກ້ອນກຳລັງສຽງແຄນລາວ ແລະ ກ້ອນກຳລັງ 15 ຊົນເຜົ່າ.   ພາຍຫຼັງສໍາເລັດການສວນສະໜາມແລ້ວ, ທ່ານ ທອງສີ ເສົາສຸລິພົມ, ຮອງເຈົ້າແຂວງໆຜົ້ງສາລີ, ປະທານຄະນະຮັບຜິດຊອບຈັດງານໄດ້ຂຶ້ນລາຍງານ ກ່ຽວກັບການກະກຽມຈັດງານ ໃນຄັ້ງນີ້ວ່າ: ແຂວງຜົ້ງສາລີ ໄດ້ເລີ່ມກະກຽມມາແຕ່ທ້າຍເດືອນຕຸລາ 2017 ໂດຍປະກອບມີກິດຈະກຳຕ່າງໆ ທີ່ຕິດພັນກັບຂະບວນການຂອງແຕ່ລະເມືອງ ...

Read More »

ເລີ່ມຕອນເຊົ້າວັນທີ 9 ປັບລາຄານໍ້າມັນຂາຍຍ່ອຍລົງລີດລະ…ກີບ

ເລີ່ມ 6 ໂມງເຊົ້າຂອງວັນທີ 9 ພະຈິກ 2018 ລາຄານໍ້າມັນຂາຍຍ່ອຍທົ່ວປະເທດປັບລາຄາລົງ. ອີງຕາມການແຈ້ງການຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1540 ລົງວັນທີ 8 ພະຈິກ 2018.    ການປັບລົງລາຄານໍ້າມັນເຊື້ອໄຟ ມີດັ່ງນີ້: ນໍ້າມັນແອ໊ດຊັງພິເສດ 200 ກີບ/ລີດ,ນໍ້າມັນແອ໊ດຊັງທໍາມະດາ 200 ກີບ/ລີດ,ນໍ້າມັນກາຊວນ 100 ກີບ/ລີດ.  

Read More »

ປະທານ ສຄສຊ ຍົກໃຫ້ເຫັນເສດຖະກິດປີນີ້ຂະຫຍາຍຕົວຊ້າລົງ

ໃນກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ບົດບາດຂອງທຸລະກິດເລີ່ມໃໝ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາ 2018 ຜ່ານມາ ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ), ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ພ້ອມດ້ວຍນັກທຸລະກິດ,ອົງການຈັດຕັງສາກົນເຂົ້າຮ່ວມ. ທ່ານ ບົວສອນ ບຸບຜາວັນ ກ່າວວ່າ: ທິດທາງເສດຖະກິດຂອງ ສປປ ລາວ ໃນຊຸມປີຜ່ານມາ ຖືວ່າເປັນປະເທດໜຶ່ງໃນພາກພື້ນອາຊຽນທີ່ມີຈັງຫວະການຂະຫຍາຍຕົວທາງເສດຖະກິດໄວ, ລາຍໄດ້ສະເລ່ຍຫົວຄົນຕໍ່ປີເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແຕ່ໃນປີ 2018 ນີ້ປະເທດເຮົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ຖືກໄພນໍ້າຖ້ວມເກືອບທຸກແຊວງ ອັນໄດ້ສ້າງຜົນກະທົບຕໍ່ການຜະລິດກະສິກໍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຕາມການປະເມີນຄາດວ່າ ການຜະລິດກະສິກໍາ ແລະ ປ່າໄມ້ ຈະຫຼຸດຈາກປີ 2017 ...

Read More »

ຈະປັບລາຄາບັດລົດເມນະໂຍບາຍ ໃນສາມສາຍທາງ

ອໍານວຍການລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 1868/ລລມ.ນວ ລົງວັນທີ 29/10/2018 ເຖິງບັນດານັກສຶກສາ ຜູ້ທີ່ນໍາໃຊ້ບັດລົດເມນະໂຍບາຍ ດ້ວຍລະບົບ ໄອທີຊີ (ITC) ວ່າ: ທາງບໍລິສັດໄດ້ຮ່ວມກັບໂຄງການປັບປຸງຂົນສົ່ງສາທາລະນະໃນຕົວເມືອງ ນະຄອນຫຼວງວຽງຈັນໄລຍະ 2 ຂອງອົງການໄຈກາ (JICA) ປະເທດຍີ່ປຸ່ນ ຈະໄດ້ປັບລະບົບການນໍາໃຊ້ບັດໃຫ້ນໍາໃຊ້ໄດ້ເປັນບາງສາຍທາງ ແລະ ປັບລາຄາຂອງບັດລົດເມ ນະໂຍບາຍຄືນໃໝ່ ເພື່ອໃຫ້ມີຄວາມເໝາະສົມ ຈາກລາຄາເກົ່າໃນເມື່ອກ່ອນດັ່ງນີ້:……   ສ່ວນບັດທີ່ໄດ້ລົງທະບຽນນໍາໃຊ້ແລ້ວໃນໄລຍະປີ 2018-2019 ແມ່ນຍັງສາມາດນໍາໃຊ້ໄດ້ຈົນກວ່າຈະໝົດອາຍຸຂອງບັດໃນປີ 2019 ແລະ ລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດນັບແຕ່ວັນທີ 5 ພະຈິກ 2018 ເປັນຕົ້ນໄປ. Cr ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ .  

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນ 9 ປີ 2018

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2018 ປະຕິບັດໄດ້ 724 ລ້ານໂລດາສະຫະລັດ ຍັງບໍ່ທັນລວມເອົາການສົ່ງອອກໄຟຟ້າ. ໃນນັ້ນ ມູນຄ່າການນໍາເຂົ້າປະຕິບັດໄດ້ 426 ລ້ານໂລດາສະຫະລັດ ສ່ວນສໍາລັບມູນຄ່າການສົ່ງອອກແມ່ນປະຕິບັດໄດ້ 298 ລ້ານໂລດາສະຫະລັດ. ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະຈໍາເດືອນ 9 ປະກອບມີ: ແຮ່ທອງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງດື່ມ, ເຄື່ອງນຸ່ງ, ໝາກກ້ວຍ, ງົວ, ຄວາຍ ແລະ ອື່ນໆ. ສິນຄ້າສົ່ງອອກທີ່ຍັງກວມສູງກ່ວາໝູ່ແມ່ນແຮ່ທອງ ກວມ 26,04% ສ່ວນທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ກວມ 12,45%. ແຫຼ່ງຂໍ້ມູນຈາກ: ກະຊວງອຸດສະຫະກໍາ ແລະ ການຄ້າ ຮູບປະກອບຈາກ: ອິນເຕີເນັດ

Read More »

ເປີດຕົວຢ່າງເປັນທາງການ! Smart Phone Huawei Mate 20 ແລະ Huawei Mate 20 pro…

ສໍາລັບທ່ານໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ເຮົາຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ. ໂດຍການເປັນປະທານຂອງ ທ່ານ ຫຍາງລຽງ ຮອງຜູ້ອໍານວຍການ ບໍລິສັດຫົວເຫວີຍ ເທັກໂນໂລຍີລາວ ຈໍາກັດແຕ່ພຽງຜູ້ດຽວ. ພາຍໃນງານ ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນນະສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ລຸ້ນອື່ນໆທີ່ວາງຂາຍຕາມທ້ອງຕະຫຼາດ; ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ,​ ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ 10 ນາໂນແມັດ ກໍຖືວ່າຕໍ່າແຮງແລ້ວ) ແຖມແບັດເຕີຣີ່ຍັງສູງເຖິງ 4.000 ແລະ 4.200 ...

Read More »

ທົ່ວປະເທດ ປະຢັດພະລັງງານໄດ້ ຫຼາຍຮ້ອຍລ້ານ ກິໂລວັດໂມງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນພະລັງງານໂລກ ວັນທີ 22 ຕຸລາ 2018 ທີ່ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຈ້ງການໃຫ້ທົ່ວປະເທດ ມີສ່ວນຮ່ວມໃນການສະຫຼອງວັນດັ່ງກ່າວດ້ວຍການຮ່ວມໃຈມອດໄຟ ໂດຍເລີ່ມແຕ່ເວລາ 12ໂມງ00 ຫາ 13ໂມງ00. ອີງຕາມແຫຼ່ງຂໍ້ມູນຈາກລັດວິສາຫະກິດ ໄຟຟ້າລາວ ແຈ້ງໃຫ້ຊາບໃນຕອນເຊົ້າຂອງວັນທີ 23 ຕຸລາ 2018 ຜ່ານມານີ້ວ່າ: ຜ່ານການລາຍງານຈາກສູນຄຸ້ມຄອງໄຟຟ້າໃນທົ່ວປະເທດໃຫ້ຮູ້ວ່າ: ພຽງໄລຍະໜຶ່ງຊົ່ວໂມງແມ່ນສາມາດປະຢັດພະລັງງານໄຟຟ້າໄດ້ເຖິງ 767.206.719 ກິໂລວັດໂມງ (Kwh). ຖ້າຄິດໄລ່ເປັນມູນຄ່າຂອງກະແສໄຟຟ້າແມ່ນຕົກເປັນເງິນທັງໝົດ 767 ລ້ານກວ່າກີບ. ແຫຼ່ງຂໍ້ມູນຍັງແຈ້ງໃຫ້ຮູ້ຕື່ມວ່າ: ສ່ວນໃຫຍ່ແມ່ນພາກທີ່ຢູ່ອາໄສ,ໄຟຟ້າແສງສະຫວ່າງ,ພາກສ່ວນບໍລິການຂະໜາດນ້ອຍ,ສໍານັກງານ ອົງການ,ບໍລິສັດ ຫ້າງຮ້ານຈໍານວນໜຶ່ງ ທີ່ໄດ້ຮ່ວມສະໝັກໃຈໃນຄັ້ງນີ້ ຖ້າຫາກທຸກຫົວໜ່ວຍທຸລະກິດຂະໜາດໃຫຍ່ ຫາກປະກອບສ່ວນ ຍິ່ງຈະເຮັດໃຫ້ປະຢັດພະລັງງານໄດ້ຫຼາຍກວ່ານີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ພວກເຮົາເຫັນວ່າ: ພຽງໄລຍະສັ້ນໆ ແຕ່ຜົນຂອງມັນນັ້ນແມ່ນມະຫາສານ, ຖ້າຄົນລາວເຮົາທຸກຄົນຫາກພ້ອມໃຈກັນ ຊ່ວຍກັນຫຼຸດການຊົມໃຊ້ໄຟຟ້າ ທີ່ບໍ່ຈໍາເປັນລົງໄດ້ຜູ້ລະເລັກລະໜ້ອຍ ໂດຍສະເພາະແມ່ນແອເຢັນ ທີ່ມີສ່ວນເຮັດໃຫ້ເກີດສະພາບໂລກຮ້ອນ ມັນຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຍັງຊ່ວຍຮັກສາສະພາບແວດລ້ອມໄປໃນຕົວອີກດ້ວຍ.   ຂໍ້ມູນຈາກ ລັດວິສາຫະກິດ ໄຟຟ້າລາວ

Read More »

ທະນາຄານໂລກ ຊີ້ແຈງ ການເຕີບໂຕຂອງເສດຖະກິດລາວຫຼຸດລົງເຫຼືອ 6,6% ຍ້ອນ….

ທະນາຄານໂລກ ໄດ້ລາຍງານການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນວັນທີ 4 ຕຸລາຜ່ານມາ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນໄດ້ຊີ້ໃຫ້ເຫັນສະພາບລວມການຂະຫຍາຍຕົວທາງດ້ານເສດຖະກິດໃນຫຼາຍເດືອນຜ່ານມາ ລວມມີ: ສະພາບຄວາມເຄັ່ງຕຶງທາງການຄ້າ, ອັດຕາດອກເບ້ຍເພີ່ມຂຶ້ນໃນສະຫະລັດອາເມຣິກາ ( ສຫລ ), ເງິນໂດລາສະຫະລັດແຂງຄ່າ ແລະ ຄວາມຜັນຜວນຂອງຕະຫຼາດການເງິນຢູ່ໃນຫຼາຍປະເທດທີ່ເປັນຕະຫຼາດໃໝ່ ເຊິ່ງໄດ້ເພີ່ມທະວີຄວາມບໍ່ແນ່ນອນຕໍ່ທ່າອ່ຽງການເຕີບໂຕຂອງພາກພື້ນ ແລະ ໃນຂະນະດຽວກັນອັດຕາເງິນເຟີ້ກໍຈະເລີ່ມສູງຂຶ້ນຢູ່ໃນພາກພື້ນ. ເສດຖະກິດຂອງປະເທດຈີນ ແມ່ນຄາດວ່າຈະຂະຫຍາຍຕົວຊ້າກວ່າປີ 2017 ມາຢູ່ໃນອັດຕາ 6,5% ໃນປີ 2018, ຖ້າບໍ່ລວມປະເທດຈີນແລ້ວ ການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ກໍາລັງພັດທະນາຢູ່ນີ້ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວໃນອັດຕາຄົງທີ່ 5,3% ແຕ່ປີ 2018 ຫາປີ 2020 ໂດຍມີຄວາມຕ້ອງການພາຍໃນເປັນປັດໄຈຂັບເຄື່ອນ. ຂະນະທີ່ທ້າຍເດືອນກັນຍາ 2018 ທີ່ຜ່ານມາ ທະນາຄານພັດທະນາອາຊີ ( ເອດີບີ ) ຄາດການເຕີບໂຕທາງເສດຖະກິດຂອງ ສປປ ລາວ ຈະເຕີບໂຕຢູ່ທີ່ລະດັບປານກາງໃນປີ 2018 ເນື່ອງຈາກການຜະລິດຂອງຂະແໜງກະສິກຳ ແລະ ບໍ່ແຮ່ຈະຕ່ຳກວ່າຄາດໝາຍ. ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍຕົວຂອງຂະແໜງກໍ່ສ້າງ ແລະ ການບໍລິການຈະຊ່ວຍທົດແທນບາງສ່ວນຂອງຜົນກະທົບທາງລົບເຫຼົ່ານີ້ ໂດຍອີງຕາມບົດລາຍງານເສດຖະກິດ ສະບັບປັບປຸງຂອງ ...

Read More »