ສະຫວັນນະເຂດ ເຜີຍແຜ່ມາດຕະຖານພົ້ນທຸກ ແລະ ພັດທະນາ

ໃນຕອນເຊົ້າວັນທີ 26 ພະ ຈິກ 2018 ນີ້, ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງການເຜີຍແຜ່ແນະນຳການຜັນຂະຫຍາຍຈັດຕັ້ງປະຕິບັດດຳລັດ 348/ລບ ແລະ ບົດແນະນຳເລກ ທີ 0830/ກປ, ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ໂດຍການເປັນ ປະທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະ ຊວງກະສິກຳ-ປ່າໄມ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີການນຳຂັ້ນແຂວງ, ເມືອງ, ນະຄອນ, ພະແນກການ ອ້ອມຂ້າງແຂວງ ແລະພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດກ່າວເປີດພິທີ  ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ, ຂະບວນການພັດທະນາຢູ່ແຂວງສະຫວັນນະເຂດ ໄດ້ດຳເນີນຢ່າງຕໍ່ເນື່ອງ, ເຖິງວ່າແມ່ນດຳລັດ 348/ລບ, ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຍັງຢູ່ໃນຂັ້ນຕອນການກະກຽມຈັດຕັ້ງປະຕິ ບັດ ແຕ່ແຂວງສະຫວັນນະເຂດ ພວກເຮົາ ກໍໄດ້ໝູນໃຊ້ມາດຕະຖານຄວາມທຸກຍາກ ແລະ ການ ພັດທະນາຕາມດຳລັດ 309/ນຍ ເປັນຕົວຊີ້ວັດໃນການປະເມີນໄປກ່ອນ, ເນື່ອງຈາກວ່າ ມາດຕະຖານດັ່ງກ່າວ ກໍເປັນພື້ນຖານທີ່ສຳຄັນສຳລັບການພັດທະນາ.

ໂດຍອີງໃສ່ມາດຕະຖານ ຕາມດໍາລັດ 309/ນຍ, ມາຮອດປັດຈຸບັນ, ແຂວງຂອງພວກເຮົາສາມາດສ້າງບ້ານພັດທະນາໄດ້ທັງໝົດ 406 ບ້ານ, ເທົ່າກັບ 39% ຂອງຈຳນວນບ້ານທັງໝົດທົ່ວແຂວງ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດ 30 ບ້ານ, ເທົ່າກັບ 69% ຂອງແຜນການຮອດປີ 2020, ລົບລ້າງບ້ານທຸກໃຫ້ ຫຼຸດລົງຍັງເຫຼືອ 98 ບ້ານ, ເທົ່າ ກັບ 9,6% ຂອງຈຳນວນບ້ານ ທັງໝົດທົ່ວແຂວງ ແລະ ລົບລ້າງຄອບຄົວທຸກຫຼຸດລົງຍັງເຫຼືອ 7.100 ຄອບຄົວ, ເທົ່າກັບ 4,85% ຂອງຈຳນວນຄອບຄົວ ທັງໝົດໃນແຂວງ.

ຂໍ້ມູນຈາກ: ນສພ ສະຫວັນພັດທະນາ.

Comments