ເສດຖະກິດ

14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ໃນບຸນອອກພັນສາ 2020…

ອຳນາດການປົກຄອງເມືອງຈັນທະບູລີ,ນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ນີ້ ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຮອບດ້ານ ໃນງານດັ່ງກ່າວ. ​ສຳລັບ 14 ຂໍ້ຫ້າມ ປະກອບມີ: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ; ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ; ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ; ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ; ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ມາຂາຍ-ຈຳໜ່າຍພາຍໃນງານເດັດຂາດ; ຫ້າມວາງຂາຍເຄື່ອງ ແລະ ນໍາເອົາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ກຳມະການຈັດງານກໍານົດໃຫ້; ຫ້າມຂາຍ ...

Read More »

ກະຊວງ ຖວທ ແຈ້ງໃຫ້ຜູ້ສ້າງຂ່າວອອນລາຍມາລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບການ…

ຫ້ອງການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງມາຍັງບັນດາທ່ານ ຜູ້ອຳນວຍການ, ຫົວໜ້າບັນນາທິການ ແລະ ເຈົ້າຂອງໜ້າຂ່າວ (Admin) ສື່ສັງຄົມອອນລາຍ ຂອງບຸກ ຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວຢູ່ພາຍໃນ ສປປ ລາວ ຊາບວ່າ: ເພື່ອເຮັດໃຫ້ວຽກງານການ ໂຄສະນາຜ່ານສື່ສັງຄົມອອນລາຍ ກໍຄື ການສ້າງຕັ້ງໜ້າຂ່າວ ເຟສບຸກ (Face book), ຢູທູບ (Youtube) ແລະ ເວັບໄຊ (Website) ທີ່ເຮັດໜ້າທີ່ບໍລິການຂ່າວ ແລະ ສະ ໜອງຂໍ້ມູນຂ່າວສານ ໃຫ້ແກ່ສັງຄົມ ໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ເປັນຈິງ, ໜ້າເຊື່ອຖື ແລະ ເປັນປະໂຫຍດຕໍ່ການ ພັດທະນາເສດຖະກິດ-ສັງຄົມ. ໃນໄລຍະຜ່ານມາ ພາຍຫລັງໄດ້ອອກແຈ້ງການເລກທີ 256/ຖວທ ລົງວັນທີ 12 ກໍລະກົດ 2019 ກ່ຽວກັບການສ້າງຕັ້ງໜ້າຂ່າວ (Social Media) ເພື່ອສະໜອງຂ່າວສານຮັບໃຊ້ສັງຄົມ ເຊິ່ງບັນດາຜູ້ອຳນວຍການ, ຄະນະບັນນາທິການ ແລະ ເຈົ້າຂອງໜ້າຂ່າວອອນລາຍຈຳນວນໜຶ່ງ ...

Read More »

ທົ່ວໂລກ ບໍ່ມີວຽກເຮັດງານທຳ ຫຼາຍ ເນື່ອງມາຈາກ…

ອົງການແຮງງານ ສາກົນ(ໄອແອລໂອ) ພາຍໃຕ້ ອົງການ ສະຫະ ປະຊາຊາດ ລະບຸວ່າ: ປັດຈຸບັນ ພາກທຸລະກິດ ປັບຫລຸດ ການຈ້າງງານ ຫລື ຫລຸດຊົ່ວໂມງ ການເຮັດວຽກ ເພື່ອຫລຸດຕົ້ນທຶນ ຊຸກຍູ້ທຸລະກິດ ສາມາດດຳເນີນ ຕໍ່ໄປໄດ້, ຊຶ່ງສະເລ່ຍແລ້ວ ຊົ່ວໂມງ ການເຮັດວຽກ ຂອງແຮງງານ ທົ່ວໂລກໃນໄຕມາດ 2 ປີ 2020 ຫລຸດລົງ ປະມານ 17,3% ຈາກລະດັບ ກ່ອນເກີດການ ແຜ່ລະບາດ ຫລືທຽບເທົ່າ ການສູນເສຍ ຕຳແໜ່ງ ວຽກເຮັດ ງານທຳ ປະຈຳ(ເຮັດວຽກ 48 ຊົ່ວໂມງ ຕໍ່ອາທິດ) ປະມານ 495 ລ້ານຕຳແໜ່ງ ຫລັງຈາກ ສະຖານະການ ແຮງງານ ທົ່ວໂລກ ບໍ່ຄ່ອຍດີ ຈາກການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ສົ່ງຜົນໃຫ້ ພາກທຸລະກິດ ຕ້ອງປັບຫລຸດ ຊົ່ວໂມງ ການເຮັດວຽກ ແລະ ເລິກຈ້າງ ...

Read More »

ກາເຟ ແລະ ຊາ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ ….

ໃນວັນທີ 25 ກັນຍາ 2020 ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບຮັບໃບຢັ້ງຢືນຖິ່ນກຳເນີດ ເລກທີ LA/GI/03 ໃຫ້ແກ່ສະມາຄົມ ກາເຟບໍລະເວນ ແລະ ໃບຢັ້ງຢືນຖິ່ນກຳເນີດເລກທີ LA/GI /04, ລົງວັນທີ 14 ກັນຍາ 2020 ໃຫ້ຊາປາກຊ່ອງ(ຖິ່ນກຳເນີດຢູ່ລາວ LAO GEOGRA PHICAL INDICATION) ຊຶ່ງໃບຢັ້ງຢືນນີ້ໄດ້ຈົດເຂົ້າຢູ່ໃນການຂຶ້ນທະບຽນຖິ່ນກຳເນີດແຫ່ງຊາດ. ທ່ານ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກ ຮັກສາຄຸນນະພາບທີ່ມີເອກະລັກສະ ເພາະຂອງຊາປາກຊ່ອງ ແລະ ກາເຟບໍລະເວນ, ມີປະຫວັດຄວາມເປັນມາທີ່ຍາວນານ ຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນຢູ່ພູພຽງບໍລະເວນ ມາໄດ້ຫລາຍສະຕະວັດແລ້ວ, ການປົກປ້ອງພູມປັນຍາທອ້ງຖິ່ນແບບດັ້ງເດີມ ໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນ ທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນລຸ້ນປັດຈຸບັນ ແລະ ຈະອະນຸລັກ ຕໍ່ໆໄປຢ່າງຍືນຍົງ. ພ້ອມດຽວກັນນັ້ນ, ການອະນຸລັກດັ່ງກ່າວຍັງຈະເປັນການສົ່ງເສີມ ການທ່ອງທ່ຽວ, ...

Read More »

ອັດຕາເງິນເຟີ້ ເດືອນສິງຫາ ເພີ່ມຂຶ້ນຢູ່ທີ່ 5,84%

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 291/ສຖຕ2.2 ລົງວັນທີ 23 ກັນຍາ 2020 ໃຫ້ຮູ້ວ່າ: ດັດຊະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ເພີ່ມຂຶ້ນຢູ່ໃນລະດັບ 5,84% ສູງກວ່າເດືອນຜ່ານມາເລັກໜ້ອຍ ( ເດືອນກໍລະກົດ 2020 ຢູ່ລະດັບ 5,12% ), ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວສູງຂຶ້ນນັ້ນ ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງໝວດສິນຄ້າຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າທຽບປີຕໍ່ປີ ເພີ່ມຂຶ້ນ 9,91%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນຢ່າງກະໂດດ ຈາກ 0,80% ໃນເດືອນກໍລະກົດ ມາເປັນ 7,96%; ໝວດເຄື່ອງນຸ່ງ ແລະ ເກີບ ປັບຕົວສູງຂຶ້ນເລັກໜ້ອຍ 5,33%, ໝວດສິນຄ້າ ແລະ ບໍລິການອື່ນໆຢູ່ລະດັບ 10,65%. ສໍາລັບໝວດຄົມມະນາຄົມ ແລະ ຂົນສົ່ງແມ່ນ ...

Read More »

ຄຳເຫັນ ຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສປຊ ສະໄໝ ທີ 75…

ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ ຈັດຂຶ້ນໃນວັນທີ 22-29 ກັນຍາ 2020, ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ “ອະນາຄົດທີ່ພວກເຮົາຢາກໄດ້, ອົງການ ສປຊ ທີ່ພວກເຮົາຕ້ອງມີ: ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຕໍ່ຂອບການຮ່ວມມືຫລາຍຝ່າຍ” (The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແພ່ລະບາດຂອງ ພະຍາດ ໂຄວິດ-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆ ບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ. ດັ່ງນັ້ນ ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນໍາຂອງປະເທດຕ່າງໆກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ. ວີດີໂອບົດປາໄສ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ຖືກນໍາສະເໜີ ...

Read More »

ລ້ານຊ້າງ ມິເນໂຣນສ໌ ເລີ່ມຂຸດຄົ້ນ, ປຸງແຕ່ງ, ຫຼອມຄຳຄືນໃໝ່ໃຫ້ໄດ້ 250.000 ອອນຕໍ່ປີ

ພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ-ທອງ ເຊໂປນ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2020 ຢູ່ໂຄງການຂຸດຄົ້ນ, ປຸງແຕງ ຄຳ-ທອງ ເຊໂປນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານຍົກ, ໂຄສົກລັດຖະບານ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆ ສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພາບປະກອບ ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ກ່າວວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ-ທອງເຊໂປນ ສະເໝີມາ ເຊິ່ງໄດ້ຊ່ວຍໃຫ້ ບໍລິສັດ ບັນລຸຂີດໝາຍສຳຄັນຫຼາຍປະການ ໃນການກັບຄືນມາຜະລິດຄຳ ໄວກວ່າແຜນການທີ່ວາງໄວ້. ພາບປະກອບ ທ່ານວ່າ ຕັ້ງແຕ່ເລີມດຳເນີນຂຸດຄົ້ນ-ຜະລິດຄຳ-ທອງ ໃນປີ 2002 ...

Read More »

ກອງປະຊຸມໃຫຍ່ ສຄອຊ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ…

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ (ສຄອຊ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນຂຶ້ນ ໃນວັນທີ 25 ກັນຍາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສຄອຊ ແລະ ທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ, ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຜົນງານການເຄື່ອນໄຫວວຽກງານ ຂອງຄະນະບໍລິຫານງານ ສຄອຊ ຊຸດທີ VII ແລະ ກໍານົດແຜນຍຸດທະສາດການພັດທະນາພາກທຸລະກິດ 5 ປີຕໍ່ໜ້າ ພ້ອມທັງ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່. ທ່ານ ...

Read More »

ຮ້ານສະດວກຊື້ 7 Eleven ກຽມເປີດສາຂາທຳອິດ ຢູ່ ລາວ…

ຂ່າວດີ…!!! ຄາດວ່າ 7 Eleven ສາຂາທໍາອິດຂອງ CP All ຈະເປີດສາຂາ ໃຫ້ການບໍລິການຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ໃນປີ 2022 ໂດຍຈະເປັນຮ້ານສະດວກຊື້ ທີ່ມີສິນຄ້າ ແລະ ການບໍລິການຄົບທຸກຢ່າງ ຄືກັບຢູ່ປະເທດໄທ. ສປປ ລາວ ຈະກາຍເປັນປະເທດທີ່ 20 ຂອງໂລກ ທີ່ມີຮ້ານສະດວກຊື້ 7 Eleven ມາເປີດ, ສະເພາະຢູ່ປະເທດໄທ ມີຮ້ານສະດວກຊື້ 7 Eleven ທັງໝົດ ຫຼາຍກ່ວາ 12,000 ສາຂາແລ້ວ. ບໍລິສັດ CP All ຂອງປະເທດໄທ ໄດ້ຮັບອະນຸຍາດ ໃຫ້ດໍາເນີນ ທຸລະກິດ ຮ້ານສະດວກຊື້ 7 Eleven ເປີດ 24 ຊມ ຢູ່ ສປປ ລາວ ໂດຍໄດ້ຮັບສັນຍາ ສໍາປະທານ 30 ປີ ແລະ ສາມາດຕໍ່ໄດ້ ສູງສຸດ 2 ...

Read More »

ກຳນົດອອກມາແລ້ວ ບຸນຊ່ວງເຮືອທ່າວັດຈັນ ຈະມີພຽງແຕ່….

ງານບຸນຊ່ວງເຮືອທ່າວັດຈັນປີນີ້ ຈະບໍ່ໄດ້ຈັດໃຫຍ່ຄືປີທີ່ຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ມີພື້ນທີ່ການຈັດງານບຸນ, ການຂາຍຜະລິດຕະພັນຕ່າງໆໃຫ້ກະທັດຮັດທີ່ສຸດ ຊຶ່ງຈະໄດ້ກຳນົດຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈຳນວນໜຶ່ງ. ສຳລັບງານການແຂ່ງຂັນເຮືອຊ່ວງນັ້ນ ຈະມີເຮືອພຽງແຕ່ 10 ລຳ, ແຕ່ລະລຳກຳນົດໃຫ້ມີພຽງແຕ່ 12 ສີພາຍເທົ່ານັ້ນ. ເຈົ້າເມືອງຈັນທະບູລີ ທ່ານ ບຸນໜາ ຜາທຸມມະວົງ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ໄດ້ຈັດພິທີຖະແຫຼງຂ່າວ ຕໍ່ສື່ມວນຊົນລາວ ໃນວັນທີ 22 ກັນຍາ ນີ້ວ່າ: ກ່ຽວກັບການຈັດງານບຸນສະເຫຼີມສະຫຼອງງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນປີນີ້ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ. ທ່ານ ບຸນໜາ ຍັງໄດ້ກ່າວຕື່ມອີກວ່າ: ນອກຈາກຈະເປັນການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາແລ້ວ ຍັງເປັນການສົ່ງເສີມໂຄສະນາວາງສະແດງຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນ ສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ທີ່ມາທ່ຽວງານໄດ້ຊຶື້ – ໄດ້ຂາຍ ...

Read More »