ເສດຖະກິດ

ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ສຳເລັດຫຼາຍກວ່າ 90%

ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງທີ 5 ເຂດເມືອງວັງວຽງ ແຂວງວຽງຈັນ, ໂດຍລວມ ເປັນຕົ້ນແມ່ນການທະລຸບຸກເບີກ ແລະ ພັດທະນາເສັ້ນທາງ, ການເຈາະອຸໂມງ, ການຕິດຕັ້ງເສົາຕໍມໍ ແລະ ອື່ນໆ ມາຮອດປັດຈຸບັນແມ່ນສຳເລັດ 94%, ຮັບເໝົາໂດຍ ບໍລິສັດ ກໍ່ສ້າງ ພາເວີໄຊນາ ຈຳກັດ. ຕະຫຼອດໄລຍະການກໍ່ສ້າງ ທາງບໍລິສັດ ໄດ້ຮັບການຮ່ວມມືກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ດຳເນີນການຊົດເຊີຍ ທົດແທນຜົນເສຍ ຕາມລະບຽບ ແລະ ຂັ້ນຕອນຢ່າງຖືກຕ້ອງ. ທ່ານ ລີ ສຽງ ຜູ້ຈັດການໜ່ວຍງານກໍ່ສ້າງຊ່ວງທີ 5 ເມືອງວັງວຽງ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ເຂດເມືອງວັງວຽງມີຄວາມຍາວ 38,6 ກິໂລແມັດ,​ ມີຂົວ 15 ແຫ່ງ ຍາວ 8 ກິໂລແມັດ, ມີອຸໂມງ 8 ແຫ່ງ ຍາວ 12 ກິໂລແມັດ ແລະ ທາງ 18,9 ກິໂລແມັດ ທຸກໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ...

Read More »

ວິໄສທັດຂອງລັດຖະບານ ແຕ່ນີ້ຮອດປີ 2030 ຄື ເຮັດໃຫ້ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 7.351 ໂດລາ

ວິ­ໄສ ​ທັດ​ການ​ພັດ­ທະ­ນາ​ແຕ່​ນີ້​ຮອດ​ປີ 2030 ໄດ້​ກຳ­ນົດ​ແຈ້ງ ຕ້ອງ​ສືບ­ຕໍ່​ຮັບ­ປະ­ກັນ​ໃຫ້​ປະ­ເທດ​ເຮົາ​ມີ​ສະ­ຖຽນ​ລະ​ພາບ​ທາງດ້ານ​ ການ­ເມືອງ​ທີ່​ໝັ້ນ­ຄົງ ແລະ ມີ​ຄວາມ​ສະຫງົບ​ປອດ​ໄພ ທາງ​ດ້ານ​ສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ມີ​ຂະ­ໜາດ​ເສດຖະ­ກິດ ຫຼື ​​ລວມຍອດ​ມູນ​ຄ່າຂອງ ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫຼື ຈີ​ດີ​ພີ (GDP) ຫຼາຍ​ກວ່າ​ປີ 2015 ເຖິງ 4 ເທົ່າ​ກວ່າ. ໃນ​ປີ 2014-2015 ປະ­ມານ 102.320 ຕື້​ກີບ ຫຼື 12,8 ຕື້​ໂດ​ລາ​ສະ­ຫະ­ລັດ, ລາຍ​ໄດ້​ສະ­ເລ່ຍ​ຕໍ່​ຫົວ​ຄົນ​ບັນ­ລຸ 15,8 ລ້ານກີບ ຫຼື​ປະ­ມານ 1.970 ໂດ​ລາ, ຮອດ​ປີ 2030 ລາຍ​ໄດ້ສະເລ່ຍຕໍ່​ຫົວຄົນໃຫ້ບັນ­ ລຸ​ໄດ້  7.351 ໂດ​ລາ. ການ​ພັດ­ທະ ນາ​ແບບ​ຍືນ​ຍົງ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ເສດ­ຖະ­ກິດ ມີ​ການ​ເຕີບ​ໂຕ​ທີ່​​ໝັ້ນ​ທ່ຽງ, ໜັກ​ແໜ້ນ, ຕໍ່​ເນື່ອງ ແລະ ມີ​ຄວາມ​ຍືນ​ຍົງ. ເມື່ອ​ຮອດ​ປີ 2030 ໃຫ້​ເປັນ​ປະ ເທດ​ມີ​ລາຍ​ຮັບ ປານ​ກາງ​-ສູງ ແລະ ບັນ­ລຸ​ບັນ­ດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ໂດຍ​ພື້ນ­ຖານ, ມີ​ຄວາມ​ສາ­ມາດ​ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານການ​ເງິນ​ຢ່າງ​ໜັກ​ແໜ້ນ. ລະ­ບົບ​ການ​ເງິນ​​–​ເງິນ­ຕາ​ທັນ​ສະ ໄໝ, ມີ​ປະ­ສິດ­ທິ­ພາບ, ສະ­ດວກ​ຄ່ອງຕົວ ແລະ ເອື້ອ​ອຳ­ນວຍ​ໃຫ້ແກ່ການ​ບໍ­ລິ­ການ​ດ້ານ​ການ​ເງິນ, ການ​ລົງທຶນ ແລະ ການ​ຜະ​ລິດ​​ທຸ­ລະ​ກິດ. ເສດຖະ­ກິດ​ຕະ­ຫຼາດ​ຕາມ​ທິດ​ສັງ­ຄົມ​ນິ­ຍົມ ໄດ້​ຮັບການ​ພັດ­ທະ­ນາຢ່າງເປັນ​ລະ­ບົບ, ບັນ­ດາ​ພາກ­ສ່ວນ​ເສດ­ຖະ­ກິດ​ເປັນ​ກຳ­ລັງ​ແຮງ​ໃຫ້​ແກ່​ເສດ­ຖະ­ກິດ​ແຫ່ງ​ຊາດ ມີ​ຄວາມ​ໜັກ​ແໜ້ນ, ມີ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ເສດ­ຖະ­ກິດ​ທີ່​ເຂັ້ມ​ແຂງ. ສ້າງ​ໄດ້​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ທີ່​ຖື​ເອົາ​ກະ­ສິ­ກຳ​ຕິດ​ແໜ້ນ​ກັບ​ ອຸດ­ສາ­ຫະກຳ ແລະ ...

Read More »

4 ສາເຫດຫຼັກ ທີ່ເຮັດໃຫ້ນັກທ່ອງທ່ຽວສ. ເກົາຫລີ ມາທ່ຽວລາວ ຫຼຸດລົງ

ໜ່ວຍງານທີ່ກ່ຽວຂ້ອງລາຍງານວ່າ ໃນໄລຍະເວລາ 3 ເດືອນທໍາອິດ ເດືອນມັງກອນ – ເດືອນມີນາ ຂອງ ປີ 2019, ສະຖິຕິ ນັກທ່ອງທ່ຽວ ຈາກປະເທດ ສ.ເກົາຫຼີ ຫຼຸດລົງ ເປັນຈຳນວນຫຼາຍ ໂດຍຫຼຸດລົງເຖິງ 32% ທຽບໃສ່ປີ 2018 ມີພຽງແຕ່ 46 000 ກວ່າຄົນ. ພະນັກງານ ຈາກກົມທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ແລະ ວັດທະນາທໍາ ຊີ້ໃຫ້ຮູ້ວ່າ: ສາເຫດການຫຼຸດລົງ ເປັນຈໍານວນຫຼວງຫຼາຍ ຂອງນັກທ່ອງທ່ຽວເກົາຫຼີ ແມ່ນຍັງບໍ່ທັນຮູ້ແຈ້ງ ແຕ່ ເຊື່ອວ່າ ອາດເປັນຍ້ອນ 4 ສາເຫດ ດັ່ງຕໍ່ໄປນີ້: 1) ການໃຫ້ບໍລິການ ຍັງຢູ່ໃນມາດຕະຖານຕໍ່າ 2) ລາຄາບໍລິການ ແລະ ສິນຄ້າ ຢູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງສູງ 3) ບໍ່ມີຄວາມປະທັບໃຈ ໃນສະຖານທີ່ທີ່ມາທ່ຽວ (ບໍ່ງາມຄືກັບຮູບ) 4) ເສັ້ນທາງການເຂົ້າສູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງບໍ່ສະດວກ ສ່ວນຕົວເລກນັກທ່ອງທ່ຽວໄທ ເຂົ້າມາທ່ຽວ ສປປ ລາວ ...

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າຂອງ ສປປ ລາວ ປະຈຳປີ 2018

ໃນປີ 2018 ມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ບັນລຸໄດ້ປະມານ 1.31 ຕື້ ໂດລາສະຫະລັດ ກວມເອົາ 24.30% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5.41 ຕື້ ໂດລາສະຫະລັດ. ສໍາລັບມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປະຕິບັດໄດ້ພຽງ 613.83 ລ້ານໂດລາສະຫະລັດ ກວມເອົາ 10,80% ຂອງມູນຄ່າການນໍາເຂົ້າທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5.84 ຕື້ ໂດລາສະຫະລັດ. ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຳເລັດການສັງລວມສະຖິຕິການນຳ​ເຂົ້າ – ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈໍາ​ປີ 2018. ​ໃນ​ນັ້ນ, ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແບ່ງ​ອອກ​ເປັນ 02 ​ຮູບແບບ​ດ້ວຍ​ກັນ​ຄື: ​ແບບ​ຝ່າຍ​ດຽວ (ລະບົບສິດທິພິເສດທົ່ວໄປ ຫຼື ​​​Generalized System of Preferences: GSP) ​ແລະ ​ແບບ​ຕອບ​ແທນ​ກັນ ຫຼື ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ...

Read More »

ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ການຍົກຍ້າຍບ້ານເຮືອນຂອງປະຊາຊົນ

ການນຳຂອງແຂວງ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການຍົກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ພ້ອມທັງລົງເບິ່ງຕົວຈິງ ການຈັດສັນບ້ານເຮືອນທີ່ຕັ້ງ ໃໝ່ ແລະ ເບິ່ງແບບມາດຕະຖານ ແລະ ການອອກແບບເຮືອນ ຂອງປະຊາຊົນໃຫ້ມີຄວາມ ແໜ້ນໜາ ແລະ ຮັບປະກັນທາງດ້ານໂຄງສ້າງຂອງເຮືອນແຕ່ລະຫຼັງ. ເຂື່ອນໄຟຟ້າເຊລະນອງ 1 ຕັ້ງຢູ່ຕອນລຸ່ມຂອງນໍ້າເຊລະນອງ ເຊິ່ງເປັນສາຂາຂອງນໍ້າ ເຊບັ້ງຫຽງ, ຫ່າງຈາກເມືອງ ພີນປະມານ 42,8 ກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງສະຫວັນນະເຂດ 180 ກິໂລແມັດ,ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງງານໄຟຟ້າສະເລ່ຍຕໍ່ປີ 269.900.00 KWH, ໂຄງການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດ, ຮອດທ້າຍເດືອນກຸມພາ 2019 ໄດ້ສໍາເລັດໂຄງການກໍ່ສ້າງໄປ ແລ້ວ 54,6 ລ້ານໂດລາສະຫະລັດ, ເທົ່າກັບ 54,2% ຂອງ ມູນຄ່າລວມ. ສາຍສົ່ງ 115 kv, ລວງຍາວ 32,8 km ...

Read More »

ລາວບັບໂຟຼໂລ ເດຣີ ຕົວແບບທຸລະກິດທີ່ດີ ຈາກອາເມຣິກາ

ໃນວັນທີ 14 ກຸມພາ 2019, ຜູ້ຕາງໜ້າຈາກອົງການ ການກຸສົນ Spirit of America ແລະ ສະຖານທູດສະຫະລັດອາເມຣິກາ  ໄດ້ມອບອຸປະກອນ ເປັນຈຳນວນເງິນ ຫຼາຍກວ່າ 10.000 ໂດລາສະຫະລັດ ເພື່ອສົ່ງເສີມ Laos Buffalo Dairy ຢູ່ທີ່ນະຄອນຫຼວງພະບາງ. The Laos Buffalo Dairy ແມ່ນເປັນທຸລະກິດຮ່ວມ ຂອງສະຫະລັດອາເມຣິກາ ຢູ່ທີ່ຫຼວງພະບາງໂດຍການເຊົ່າສັດລ້ຽງເຊັ່ນ: ຄວາຍ ຈາກຊາວກະສິກອນເພື່ອແລກປ່ຽນກັບນໍ້ານົມຄວາຍ. ຫຼັງຈາກນັ້ນ, ນໍ້ານົມຄວາຍຈະໄດ້ຖືກນຳໄປແປຮູບເປັນຫຼາກຫຼາຍຜະລິຕະພັນ ເຊັ່ນ:  ເນີຍແຂງ, ນົມສົ້ມ ແລະ ກະແລມ ເພື່ອໄປຈຳໜ່າຍ ໃນຕະຫຼາດທ້ອງຖິ່ນ. Laos Buffalo Dairy ໄດ້ສ້າງລະບົບຕ່ອງໂສ້ການຜະລິດເພື່ອສະໜອງຜະລິດຕະພັນໃຫ້ແກ່ຮ້ານອາຫານ ທີ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແລະ ໃນຫວ່າງບໍ່ດົນມານີ້ ໄດ້ມີບັນດາປະເທດໃນອາຊີລວມທັງປະເທດຍີ່ປຸ່ນ ທີ່ໄດ້ສັ່ງຊື້ຜະລິດຕະພັນດັ່ງກ່າວ. ນັບຕັ້ງແຕ່ເປີດທຳການຜະລິດໃນປີ 2016, The Laos Buffalo Dairy ໄດ້ເພີ່ມການຜະລິດໃນແຕ່ລະມື້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຳນວນເພີ່ມຂື້ນ ...

Read More »

ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ

ໃນວັນທີ 7 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສ ປປ ລາວ ຕາມຄຳສັ່ງເລກທີ 02/ນຍ ໂດຍມີຈຸດປະສົງ ເພື່ອຮັບຟັງລາຍງານກ່ຽວກັບບັນດາລະບຽບການ ແລະ ນິຕິກຳຕ່າງໆ ທີ່ໄດ້ຮັບການປັບປຸງ ເພື່ອອຳນວຍຄວາມສະດວກແກ່ການດຳເນີນທຸລະກິດຢູ່ ສປປ ລາວ, ດຳລັດວ່າດ້ວຍການຮັບຮອງເອົາບັນຊີ ກິດຈະການຄວບຄຸມ ແລະ ກິດຈະການສຳປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ ລົງວັນທີ 10 ມັງກອນ 2019 ທີ່ຈະອຳນວຍຄວາມສະດວກແກ່ການອະນຸຍາດລົງທຶນໃຫ້ສະດວກ ແລະ ໄວຂຶ້ນ, ພ້ອມບົດແນະນຳວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາ ຫະກິດສະບັບເລກທີ 01/ຄລທ.ສ ລົງວັນທີ 2 ມັງກອນ 2019 ຈະເຮັດໃຫ້ການຜ່ານແຜນນຳເຂົ້າ ແຜນປະຈຳປີ ໃຫ້ຮັດກຸມ, ສະດວກວ່ອງໄວ ແລະ ໂປ່ງໃສກວ່າເກົ່າ. ນອກນີ້, ຍັງມີການປັບປຸງການອອກເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບໃບທະບຽນວິສາຫະກິດ, ...

Read More »

ນາຍົກ ເນັ້ນໃຫ້ໜ່ວຍງານພາກລັດ ເອົາໃຈໃສ່ຊຸກຍູ້ສົ່ງເສີມຜູ້ຜະລິດກາເຟ

ວັນທີ 28 ມັງກອນ 2019 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ທີ່ເມືອງບາຈຽງ, ແຂວງຈຳປາສັກ. ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007, ເປັນອົງກອນທີ່ລວມເອົາຊາວສວນຜູ້ປູກກາເຟທັງໝົດ ຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງ ມີເນື້ອທີ່ປູກກາເຟ ຈຳນວນ 3 ເຮັກຕາ, ປັດຈຸບັນ ມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກ, ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງ ເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ...

Read More »

ສໍານັກງານ ປົກປ້ອງເງິນຝາກ ມີສະມາຊິກທັງໝົດ 40 ທະນາຄານ

ທະນາຄານແຫ່ງ ສປປ ລາວ ໄດ້ປະກາດ ການສ້າງຕັັ້ງສໍານັກງານປົກປ້ອງເງິນຝາກ ຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມດ້ວຍ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ບັນດາພາກສ່ວນຈາກກະຊວງທີ່ກ່ຽວຂ້ອງ, ຄະນະກົມ-ຄະນະສະພາບໍລິຫານ,ຄະນະອໍານວຍການສໍານັກງານປົກປ້ອງເງິນຝາກ-ຄະນະອໍານວຍການທະນາຄານລັດ ແລະ ບັນດາທະນາຄານທີ່ເປັນສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ. ສໍານັກງານປົກປ້ອງເງິນຝາກ ໃນເມື່ອກ່ອນເປັນກອງທຶນປົກປ້ອງຜູ້ຝາກເງິນ ທີ່ໄດ້ຮັບການສ້າງຂຶ້ນໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ທັງນີ້ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືລະບົບທະນາຄານໄປຄຽງຄູ່ກັບການພັດທະນາລະບົບທະນາຄານ. ສໍານັກງານປົກປ້ອງເງິນຝາກ ໄດ້ຮັບການສ້າງຂຶ້ນຕາມດໍາລັດເລກທີ 329/ລບ; ລົງວັນທີ 25 ຕຸລາ 2017 ຊຶ່ງເປັນການຈັດຕັ້ງການເງິນຂອງລັດມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ. ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກໄດ້ແຈ້ງໃຫ້ຊາບການເຄື່ອນໄຫວໃນປີ 2018 ຜ່ານມາໂດຍໄດ້ຮັບຜົນສໍາເລັດຫຼາຍດ້ານເປັນຕົ້ນດ້ານວຽກງານນິຕິກໍາ; ດ້ານວຽກງານກວດກາ ແລະ ວິເຄາະ; ດ້ານການເຄື່ອນໄຫວທາງດ້ານການເງິນ; ການເກັບເບ້ຍປະກັນ, ...

Read More »

ນາຍົກ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ (ສຄອ) ໄດ້ຈັດກອງປະຊຸມປະຈໍາປີ 2018 ພ້ອມທັງການສະເຫຼີມສະຫຼອງ ຄົບຮອບ 30 ປີ ຂຶ້ນຢ່າງເປັນທາງການ ໃນວັນທີ 23 ມັງກອນ 2019 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດນີ້ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ ສຄອ ເອົາໃຈໃສ່ໃນການສ້າງກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງລັດ, ເນັ້ນໃຫ້ບັນດາຫົວໜ່ວຍທຸລະກິດເອົາໃຈໃສ່ໃນການພັດທະນາ, ພ້ອມທັງຂະຫຍາຍການຮ່ວມມືກັບປະເທດໃກ້ຄຽງ ແລະ ພາກພື້ນ ເພື່ອເປັນບົດຮຽນ,ປະສົບການ,ນໍາເອົານະວັດຕະກໍາໃໝ່ໆມານໍາໃຊ້ ແລະ ຍົກສູງການຜະລິດເປັນສິນຄ້າ ເພື່ອການສົ່ງອອກ ໃນພາກພື້ນ ແລະ ສາກົນໃຫ້ນັບມື້ຫຼາຍຂຶ້ນ. ທ່ານນາຍົກຍັງໄດ້ແນະນໍາໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍສູນສົ່ງເສີມ ທຸລະກິດຂະໜາດນ້ອຍ-ກາງ ໄປຍັງແຂວງທີ່ມີເງື່ອນໄຂ,ສ້າງໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ມີການຖືບັນຊີຕາມກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ,ເສຍພັນທະໃຫ້ລັດຕາມລະບຽບກົດໝາຍ ແລະ ທ່ວງທັນເວລາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ.  

Read More »