ເສດຖະກິດ

5 ປີຜ່ານມາ ເມືອງວັງວຽງ ປະກອບສ່ວນສຳຄັນໃນການສ້າງລາຍຮັບໃຫ້ແຂວງວຽງຈັນ……………..

ໃນໄລຍະ 5 ປີຜ່ານມາ ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ເມືອງວັງວຽງທັງໝົດ 1.107.525 ເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 796.231 ຄົນ, ພາຍໃນ 312.294 ຄົນ, ສ້າງລາຍຮັບໃຫ້ສັງຄົມໄດ້ 518 ຕື້ກວ່າກີບ. ໂອກາດມີຄໍາເຫັນຕໍ່ກອງປະຊຸມໃຫ່ຍຄັ້ງທີ VI ອົງຄະນະພັກພັກ ແຂວງວຽງຈັນ ທີ່ຈັດຂຶ້ນລະຫວ່າງວັນທີ 18 ຫາ19 ພະຈິກ 2020 ສະຫາຍ ບຸນຈັນ ມາລາວົງ ເລຂາພັກເມືອງ, ເຈົ້າເມືອງວັງວຽງ ແຂວງວຽງຈັນໄດ້ປະກອບຄໍາເຫັນກ່ຽວກັບ “ການຄຸ້ມຄອງ-ການພັດທະນາການ ທ່ອງທ່ຽວ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ເມືອງວັງວຽງ” ວ່າ: ປະຈຸບັນເມືອງວັງວຽງໄດ້ມີພື້ນຖານໂຄງລ່າງດ້ານການທ່ອງທ່ຽວຈຳນວນໜຶ່ງຄື: ມີໂຮງແຮມ 29 ແຫ່ງ, ເຮືອນພັກ 114 ແຫ່ງ, ລີສອດ 16 ແຫ່ງ, ບັງກາໂລ 12 ແຫ່ງ, ວິນລາ 6 ແຫ່ງ, ເຮືອນພັກນໍາປະຊາຊົນ ຫລືໂຮມສະເຕ 1 ແຫ່ງ, ມີຫ້ອງພັກທັງໝົດ 3.527 ຫ້ອງ, ມີຕຽງນອນ ...

Read More »

ອາຍຸພຽງ 19 ປີ ບຸກບືນສ້າງລາຍຮັບ ໃຫ້ແກ່ຄອບຄົວ 200 ກ່ວາລ້ານກີບ…..

ໃນປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ມື້ຜ່ານມາ ສະຫາຍ ວິໄລພອນ ອິນທະວົງ (ຕົ້ນກ້າ) ອາຍຸ 19 ປີ ບ້ານໄຮ່ຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ປະກອບຄຳເຫັນໃນທີ່ປະຊຸມ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ພາຍໃນຄອບຄົວ ມີທັງໝົດ 5 ຄົນ, ໃນເມື່ອກ່ອນມີອາຊີບເຮັດນາ ປູກເຂົ້າໃນເນື້ອທີ່ 13 ໄລ່, ຜົນຜະລິດພໍແຕ່ກຸ້ມກິນໃນຄອບຄົວ. ນອກຈາກເຮັດນາແລ້ວ ຜູ້ເປັນພໍ່ຍັງໄດ້ຮັບເໝົາກໍ່ສ້າງ, ສ່ວນສະຫາຍເອງ ກໍເປັນແຮງງານຕົ້ນຕໍທີ່ໄດ້ຊ່ວຍຄອບຄົວເຮັດນາ. ແຕ່ວ່າສະພາບການດຳລົງຊີວິດຂອງຄອບຄົວກໍຍັງພົບຄວາມຫຍຸ້ງຍາກ, ລາຍຮັບຍັງຕ່ຳ ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິຊາຊີບອື່ນ ເພື່ອສ້າງລາຍຮັບເພີ່ມໃນຄອບຄົວ. ໃນປີ 2017 ເວລາທີ່ ສະຫາຍຍັງເປັນນັກຮຽນຢູ່ ຊັ້ນມໍ 6 ໄດ້ມີແນວຄິດລິເລີ່ມຢາກຮຽນຮູ້ກ່ຽວກັບການປູກຝັງ, ເປັນຕົ້ນແມ່ນການປູກໝາກແຕງຫວານ (ແຄນຕາລຸບ) ໂດຍການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຊຶ່ງໄດ້ຊອກຮູ້ຮ່ຳຮຽນດ້ວຍຕົນເອງໂດຍຜ່ານທາງອິນເຕີເນັດ ຊອກເອົາບົດຮຽນ ແລະ ປະສົບການ ພ້ອມທັງລົງມືເຮັດຕົວຈິງ, ການລົງທຶນໃນເບື້ອງຕົ້ນແມ່ນໄດ້ນຳໃຊ້ທຶນປະມານ 2 ລ້ານກີບ, ທຶນຈຳນວນດັ່ງກ່າວແມ່ນໄດ້ມາຈາກການເກັບອອມເງິນດ້ວຍຕົນເອງ (ໃສ່ຫວຍ) ເພື່ອນຳມາເຮັດເຮືອນຮົ່ມໄດ້ 1 ຫຼັງ ເປັນໂຄງໄມ້ແບບປະຖົມປະຖານ ລົງມືທົດລອງປູກ ແຕ່ການທົດລອງປູກໃນ ...

Read More »

ລາວ- UNICEF ສືບຕໍ່ຮ່ວມມື ຫຼາຍວຽກງານທີ່ສຳຄັນ…..

ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ (Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງທ່ານນາງ ເພຍ ບຣິດໂຕ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນ ບັນດາໜ້າວຽກບູລິມະສິດຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄືການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ. ...

Read More »

“ໜຶ່ງແລວ ໜຶ່ງເສັ້ນທາງ” ເປີດການຮ່ວມສຳພາດຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື…..

ກອງປະຊຸມພົບປະທາງໄກລະຫວ່າງຄະນະໂຄສະນາອົບ​ຮົມສູນກາງພັກ ລາວ-ຈີນ ແລະ ພິທີເປີດການ ຮ່ວມສຳ​ພາດຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ຈັດຂຶ້ນໃນຕອນເຊົ້າມື້ນີ້, ທີ່ນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂົ້າໃຈ ແລະເປັນການເປີດໂອກາດໃຫ້ແກ່ສື່ມວນຊົນລາວ-ຈີນ ໄດ້ປະຕິບັດໜ້າທີ່ສື່ມວນຊົນຮ່ວມກັນຢ່າງໃກ້ຊິດ ໃນການນຳສະເໜີຂໍ້ມູນຂ່າວສານຜົນສຳເລັດ ກໍຄືຜົນປະໂຫຍດຕົວຈິງຮ່ວມກັນ ໃນການປະຕິບັດໂຄງການຮ່ວມມືລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ”. ທ່ານ ຄໍາພັນ ພົມມະທັດ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຊີ້ໃຫ້ເຫັນວ່າ: ການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມື້ນັບຫລາຍຂຶ້ນ, ສະແດງອອກຜ່ານການຮ່ວມມືທີ່ເປັນຮູບປະທຳຕົວຈິງ ໃນການປະສານສົມທົບລະຫວ່າງຍຸດທະສາດ “ການຫັນປະ ເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງ”ຂອງລາວ ກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງຈີນ, ເຊິ່ງໃນກອບການຮ່ວມມືນີ້ ສອງຝ່າຍໄດ້ມີການຮ່ວມມືລົງທຶນກໍ່ສ້າງຫລາຍໂຄງການທີ່ສໍາຄັນ ເປັນຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນວຽງ​ຈັນ-ວັງວຽງ, ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ແລະ ໂຄງການອື່ນໆ ພວມມີຜົນຄືບໜ້າ. ຜ່ານການສໍາພາດ ແລະ ລາຍງານຄວາມຄືບໜ້າຂອງການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍຢູ່ລາວ ຂອງສື່ມວນຊົນສອງປະເທດ ຍິ່ງຈະຊ່ວຍເຮັດໃຫ້ປະຊາຊົນສອງຊາດ ລາວ-ຈີນ ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວັດຖຸປະສົງ ແລະ ໝາກຜົນຕົວຈິງຂອງການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ໄດ້ດີຍີ່ງຂື້ນ. ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ...

Read More »

ສະພາບໍລິຫານ ທຫລ ລົງເລິກວຽກງານຄຸ້ມຄອງມະຫາພາກເງິນຕາ…..

ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2020 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 16 ພະຈິກນີ້, ທີ່ຫ້ອງປະຊຸມ ທຫລ ໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ປະທານສະພາບໍລິຫານ ທຫລ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນປະຕິບັດຕາມລະບອບການປະຊຸມຂອງສະພາບໍລິຫານ ທຫລ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ທຫລ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018 ໂດຍໄດ້ຮັບຟັງການລາຍງານ ການເຄື່ອນໄຫວວຽກງານຂອງ ທຫລ ໄລຍະຜ່ານມາ ແລະ ທິດທາງແຜນການທ້າຍປີ 2020; ສະຫຼຸບການປະຕິບັດແຜນເງິນຕາ ໃນໄລຍະ 10 ເດືອນປີ 2020, ທິດທາງແຜນການເຄື່ອນໄຫວຮອດທ້າຍປີ 2020 ແລະ ແຜນການປີ 2021; ບົດລາຍງານຜົນການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ, ຄາດຄະເນປະຕິບັດໝົດປີ ແລະ ການດັດແກ້ແຜນງົບປະມານປີ 2020 ຂອງ ທຫລ ...

Read More »

ຕະຫຼາດຮຸ້ນຂອງໄທ ຟື້ນຕົວຊ້າ ຍ້ອນຂາດ FAANG…..

KKP Research ໂດຍ ກຽດຕິນາ ຄິນະພັດ ເຜີຍວ່າ ບໍລິສັດສ່ວນໃຫຍ່ ໃນຕະຫຼາດຮຸ້ນຂອງໄທ ຢູ່ໃນພາກເສດຖະກິດດັ່ງເດີມ (Old Economy) ທີ່ອາໄສຕົ້ນທຶນຈາກຕະຫຼາດ ເປັນສ່ວນໃຫຍ່ ແລະ ຍັງມີບາງບໍລິສັດ ທີ່ການເຂົ້າເຖິງເຕັກໂນໂລຍີ ແລະ ຂໍ້ມູນຂ່າວສານ ບໍ່ຮອດ 3% ຂອງມູນຄ່າຕະຫຼາດ ຈຶ່ງເຮັດໃຫ້ຕະຫຼາດຮຸ້ນຂອງໄທຟື້ນຕົວຫຼັງໂຄວິດຊ້າ ກວ່າຕະຫຼາດຕ່າງປະເທດທີ່ມີເຕັກໂນໂລຊີເປັນແຮງຍູ້ດັນ. ໃນຊ່ວງທີ່ຜ່ານມາ ເຖິງວ່າສະຖານະການໂຄວິດ-19 ເລີ່ມຫຼຸດລົງໃນຫຼາຍປະເທດ ແຕ່ດັດສະນີຕະຫຼາດຮຸ້ນໄທບໍ່ສາມາດຟື້ນຕົວກັບສູ່ສະພາບກ່ອນໂຄວິດ ແຕ່ກົງກັນຂ້າມກັບຫຼາຍປະເທດ ເຖິງວ່າຍັງປະເຊີນກັບບັນຫາໂຄວິດທີ່ຮຸນແຮງກວ່າໄທ ແຕ່ຕະຫຼາດຮຸ້ນກັບຟື້ນຕົວໄດ້ຢ່າງວ່ອງໄວກວ່າ ໂດຍສະເພາະຕະຫຼາດຮຸ້ນໃນເຂດເສດຖະກິດທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ລະດັບສູງເຊັ່ນ: ສະຫະລັດອາເມລິກາ, ຈີນ, ຍີ່ປຸ່ນ, ເກົາຫຼີ ຫຼື ໄຕ້ຫວັນ ລ້ວນແຕ່ກັບມາຟື້ນຕົວໄດ້ຢ່າງວ່ອງໄວ. ຄວາມແຕກຕ່າງໃນການຟື້ນຕົວສະແດງໃຫ້ເຫັນ ເຖິງໂຄງສ້າງຂອງຕະຫຼາດຮຸ້ນໄທ ທີ່ຍັງຂາດບໍລິສັດຊັ້ນນຳ ທີ່ມຸ້ງເນັ້ນຄວາມເປັນຜູ້ນຳທາງເຕັກໂນໂລຊີ ໂດຍບໍລິສັດທີ່ມີຂະໜາດໃຫຍ່ທີ່ສຸດ 10 ອັນດັບທຳອິດໃນຕະຫຼາດຮຸ້ນໄທ ອາດກ່າວໄດ້ວ່າເກືອບທັງໝົດທຸກບໍລິສັດໃຫຍ່ ຍັງຢູ່ໃນພາກເສດຖະກິດແບບດັ່ງເດີມ. ຖ້າສົມທຽບກັບບໍລິສັດຍັກໃຫຍ່ໃນປະເທດສະຫະລັດ ເປັນກຸ່ມບໍລິສັດທີ່ນຳໃຊ້ເຕັກໂນໂລຊີ ລະດັບຊັ້ນນຳ 5 ແຫ່ງ ຫຼື ທີ່ເອີ້ນວ່າ FAANG ເປັນແກນກາງ ທີ່ປະກອບດ້ວຍ Facebook, Amazon, ...

Read More »

ຈະພັດທະນາເຂດພູຈວມ ແລະຕາດໄຟໄໝ້ ເປັນແຫລ່ງທ່ອງທ່ຽວແບບຫຼາກຫຼາຍ…..

ອ້າງຈາກສຳນັກຂ່າວແຂວງເຊກອງ ລາຍງານວ່າ: ເຂດພູຈວມ ແລະ ນໍ້າຕົກຕາດໄຟໄໝ້ ຢູ່ເມືອງທ່າແຕງ ແຂວງເຊກອງ ຈະໄດ້ຮັບການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ, ດ້ານກະສິກໍາປະສົມປະສານ, ທາງປະຫວັດສາດ ແລະ ທາງດ້ານທ້ອງຖິ່ນຊົນເຜົ່າໃນມໍ່ໆນີ້. ພາຍຫຼັງ ມີການຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາສໍາຫລວດຄວາມເປັນໄປໄດ້ທີ່ຈະພັດທະນາເຂດດັ່ງກ່າວ ຂອງ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຄໍາປະສິດ ເທບວົງສາ ປະທານບໍລິສັດເທບວົງສາ ພາວເວີຈໍາກັດ ໃນວັນທີ 16 ພະຈິກ 2020 ນີ້ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆ ເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍຮ່ວມເປັນສັກຂີພະຍານ. ບົດບັນທຶກຄວາມເຂົ້່າໃຈດັ່ງກ່າວລະບຸວ່າ: ພາຍຫລັງລົງນາມ, ບໍລິສັດຈະຕ້ອງສຶກສາສໍາຫລວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ, ແຜນການຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມເປັນເວລາ 12 ເດືອນ ເພື່ອນຳໄປສູ່ການພັດທະນາຕົວຈິງຕາມເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວແຂວງ ກາຍເປັນຈຸດໃຈກາງຢູ່ 4 ແຂວງພາກໃຕ້ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງ. ຂະນະທີ່ທ່ານ ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ VIII ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ…..

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ-17 ພະຈິກ 2020 ທີ່ສະພາແຫ່ງຊາດ (ຫຼັກ6) ໂດຍເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ສສຊ ຈາກເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ. ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງ ສພຊ ໄດ້ດໍາເນີນມາເປັນເວລາ 16 ວັນ ບົນພື້ນຖານການເສີມຂະຫຍາຍສິດປະຊາທິປະໄຕ ຄວາມຮັບຜິດຊອບການເມືອງຂອງ ສສຊ ແລະ ໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ຄື: ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງປະຈໍາປີ 2021. ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ລັດຖະບານ ...

Read More »

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ສະມາຄົມນັກທຸລະກິດແມ່ຍິງ (ສະຫລຸບວຽກງານ 5 ປີ ແຫ່ງການຂະຫຍາຍຕົວຜ່ານມາ)

ເພື່ອສະຫລຸບວຽກງານ 5 ປີ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ​ໃສ່ແຜນງານຕໍ່ໜ້າ ສະມາຄົມນັກທຸລະກິດແມ່ຍິງໄດ້ຈັດ ກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນ ວັນທີ 18 ພະຈິກ 2020, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມດຽວກັນນີ້ຍັງມີບັນດາສະມາຊິກສາມາຄົມນັກທຸລະກິດຍິງສູນກາງ, ແຂວງ, ນະຄອນຫລວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມທຸລະກິດຍິງ (ສທຍ) ທັງເປັນປະທານກອງປະຊຸມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຮ່ວມກັນເພື່ອຮອງຮັບເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມນັກທຸລະກິດແມ່ຍິງ, ຈຸດດີທີ່ເປັນທ່າແຮງຂອງສະມາຄົມທຸລະກິດແມ່ຍິງ ທີ່ພວກເຮົາຄວນຈະໄດ້ເສີມຂະຫຍາຍເຂົ້າໃນການເຄື່ອນໄຫວກິດຈະກໍາຕ່າງໆຂອງສະມາຄົມທຸລະກິດແມ່ຍິງຕໍ່ໄປຕາມແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ. ພ້ອມກັນນີ້ພວກເຮົາຍັງຈະໄດ້ພ້ອມກັນຕີລາຄາຢ່າງພາວະວິໄສ, ຕໍ່ກັບຂໍ້ຄົງຂ້າງ, ອຸປະສັກທີ່ຍັງມີຢູ່ໃນສະມາຄົມຂອງພວກເຮົາໃນ 5 ປີຜ່ານມາ(2015-2020), ພວກເຮົາໄດ້ຊອກຫາສາເຫດ ...

Read More »

ປະຊາຊົນສະເໜີບັນຫາຕໍ່ສະພາກ່ຽວກັບບາງກົດໝາຍທີ່ຍັງ…..

ກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 16 ພະຈິກຜ່ານມາ, ທ່ານນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ຕາງຫນ້າໃຫ້ອົງການ ມະຫາຊົນຂັ້ນສູນກາງ ໄດ້ນໍາເອົາຄໍາຄິດຄໍາເຫັນຂອງພະນັກງານ, ປະຊາຊົນລາວບັນດາເຜົ່າ ມາສະເຫນີ ຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາແກ້ໄຂ. ທ່ານນາງ ຄໍາຈັນ ພົມແສງສະຫວັນ ກ່າວວ່າ: ສະເຫນີໃຫ້ສະພາແຫ່ງຊາດປະເມີນຜົນສະພາບ ຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນຕໍ່ການສ້າງກົດໝາຍຈໍານວນໜຶ່ງ ຍັງບໍ່ທັນກວ້າງຂວາງ ແລະ ເລິກເຊິ່ງ ເຮັດໃຫ້ກົດໝາຍທີ່ສ້າງແລ້ວ ຍັງມີບາງເນື້ອໃນບໍ່ສອດຄ່ອງເຊັ່ນ: ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ເຫັນວ່າ ການປະຕິບັດຕົວຈິງຍາກ, ນອກຈາກນີ້ ການປະຕິບັດກົດໝາຍການລົງທຶນກໍຍັງມີຄວາມຫຍຸ້ງຍາກຕ້ອງຜ່ານຫຼາຍຂັ້ນ, ຫຼາຍຂອດ ໃຊ້ເວລາຍາວ 3 ເດືອນ ເຮັດໃຫ້ເສຍໂອກາດດ້ານການລົງທຶນ. ຖ້າເປັນໄປໄດ້ສະພາແຫ່ງຊາດ ຄວນມີຄະນະສະເພາະກິດຫນຶ່ງ ທີ່ປະກອບດ້ວຍພະນັກງານອາວຸໂສ, ຜູ້ຊ່ຽວຊານດ້ານກົດຫມາຍ ເພື່ອຊ່ວຍຄົ້ນຄ້ວາປະກອບຄໍາເຫັນ, ເປັນຂໍ້ມູນໃຫ້ຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາຮ່າງກົດໝາຍ ແລະ ຄວນເພີ່ມເວລາໃນການພິຈາລະນາຕໍ່ຮ່າງກົດໝາຍຕື່ມ ເພື່ອຄວາມລະອຽດກ່ອນລົງຄະແນນສຽງຮັບຮອງ. ສະເຫນີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການອະນຸມັດໃຫ້ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສໍາປະທານທີ່ດິນ ເພື່ອປູກຕົ້ນໄມ້ອຸດສາຫະກໍາ ແລະ ກະສິກໍາ, ...

Read More »