ຈະພັດທະນາເຂດພູຈວມ ແລະຕາດໄຟໄໝ້ ເປັນແຫລ່ງທ່ອງທ່ຽວແບບຫຼາກຫຼາຍ…..

ອ້າງຈາກສຳນັກຂ່າວແຂວງເຊກອງ ລາຍງານວ່າ: ເຂດພູຈວມ ແລະ ນໍ້າຕົກຕາດໄຟໄໝ້ ຢູ່ເມືອງທ່າແຕງ ແຂວງເຊກອງ ຈະໄດ້ຮັບການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ, ດ້ານກະສິກໍາປະສົມປະສານ, ທາງປະຫວັດສາດ ແລະ ທາງດ້ານທ້ອງຖິ່ນຊົນເຜົ່າໃນມໍ່ໆນີ້.

ພາຍຫຼັງ ມີການຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາສໍາຫລວດຄວາມເປັນໄປໄດ້ທີ່ຈະພັດທະນາເຂດດັ່ງກ່າວ ຂອງ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຄໍາປະສິດ ເທບວົງສາ ປະທານບໍລິສັດເທບວົງສາ ພາວເວີຈໍາກັດ ໃນວັນທີ 16 ພະຈິກ 2020 ນີ້ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆ ເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍຮ່ວມເປັນສັກຂີພະຍານ.

ບົດບັນທຶກຄວາມເຂົ້່າໃຈດັ່ງກ່າວລະບຸວ່າ: ພາຍຫລັງລົງນາມ, ບໍລິສັດຈະຕ້ອງສຶກສາສໍາຫລວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ, ແຜນການຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມເປັນເວລາ 12 ເດືອນ ເພື່ອນຳໄປສູ່ການພັດທະນາຕົວຈິງຕາມເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວແຂວງ ກາຍເປັນຈຸດໃຈກາງຢູ່ 4 ແຂວງພາກໃຕ້ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງ.

ຂະນະທີ່ທ່ານ ເຫລັກໄຫງ ສີວິໄລ ເຈົ້າແຂວງໆເຊກອງ ໄດ້ເນັ້ນໃຫ້ບໍລິສັດເຄື່ອນໄຫວສໍາຫລວດເພື່ອເກັບຂໍ້ມູນລະອຽດໂດຍສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານໃນການສຶກສາຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ, ກໍານົດໜ້າວຽກ ແລະ ບັນດາກິດຈະກໍາໃຫ້ລະອຽດ. ພ້ອມທັງສະແດງຊົມເຊີຍບໍລິສັດທີ່ໄດ້ປະກອບທຶນຮອນພັດທະນາໂດຍສະເພາະການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຢູ່ເຂດດັ່ງກ່າວຕື່ມອີກ.

Comments