ກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 16 ພະຈິກຜ່ານມາ, ທ່ານນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ຕາງຫນ້າໃຫ້ອົງການ ມະຫາຊົນຂັ້ນສູນກາງ ໄດ້ນໍາເອົາຄໍາຄິດຄໍາເຫັນຂອງພະນັກງານ, ປະຊາຊົນລາວບັນດາເຜົ່າ ມາສະເຫນີ ຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາແກ້ໄຂ.

ທ່ານນາງ ຄໍາຈັນ ພົມແສງສະຫວັນ ກ່າວວ່າ: ສະເຫນີໃຫ້ສະພາແຫ່ງຊາດປະເມີນຜົນສະພາບ ຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນຕໍ່ການສ້າງກົດໝາຍຈໍານວນໜຶ່ງ ຍັງບໍ່ທັນກວ້າງຂວາງ ແລະ ເລິກເຊິ່ງ ເຮັດໃຫ້ກົດໝາຍທີ່ສ້າງແລ້ວ ຍັງມີບາງເນື້ອໃນບໍ່ສອດຄ່ອງເຊັ່ນ: ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ເຫັນວ່າ ການປະຕິບັດຕົວຈິງຍາກ,
ນອກຈາກນີ້ ການປະຕິບັດກົດໝາຍການລົງທຶນກໍຍັງມີຄວາມຫຍຸ້ງຍາກຕ້ອງຜ່ານຫຼາຍຂັ້ນ, ຫຼາຍຂອດ ໃຊ້ເວລາຍາວ 3 ເດືອນ ເຮັດໃຫ້ເສຍໂອກາດດ້ານການລົງທຶນ. ຖ້າເປັນໄປໄດ້ສະພາແຫ່ງຊາດ ຄວນມີຄະນະສະເພາະກິດຫນຶ່ງ ທີ່ປະກອບດ້ວຍພະນັກງານອາວຸໂສ, ຜູ້ຊ່ຽວຊານດ້ານກົດຫມາຍ ເພື່ອຊ່ວຍຄົ້ນຄ້ວາປະກອບຄໍາເຫັນ, ເປັນຂໍ້ມູນໃຫ້ຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາຮ່າງກົດໝາຍ ແລະ ຄວນເພີ່ມເວລາໃນການພິຈາລະນາຕໍ່ຮ່າງກົດໝາຍຕື່ມ ເພື່ອຄວາມລະອຽດກ່ອນລົງຄະແນນສຽງຮັບຮອງ.

ສະເຫນີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການອະນຸມັດໃຫ້ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສໍາປະທານທີ່ດິນ ເພື່ອປູກຕົ້ນໄມ້ອຸດສາຫະກໍາ ແລະ ກະສິກໍາ, ການອະນຸຍາດສໍາຫຼວດຂຸດຄົ້ນແຮ່ທາດຕ່າງໆ ຢູ່ບັນດາແຂວງຈໍານວນຫນຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ບ່ອນຢູ່ ອາໄສຂອງປະຊາຊົນ ຊຶ່ງມີຫາງສຽງຈົ່ມວ່າຢ່າງກວ້າງຂວາງ.