ເສດຖະກິດ

ຈັດກອງປະຊຸມວິຊາການຕໍ່ເນື່ອງ ຂອງສະມາຄົມແພດເດັກລາວ….

ຕອນເຊົ້າວັນທີ 17 ພະຈິກ 2020 ທີ່ໂຮງແຮມດອນຈັນພາເລດ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມວິຊາການຕໍ່ເນື່ອງ ຂອງສະມາຄົມແພດເດັກລາວຄັ້ງທີ 16 ພາຍໃຕ້ຫົວຂໍ້ ແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ ໂດຍການເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຮຈ ດຣ ຄໍາເປ ພົງສະຫັວດ ປະທານສະມາຄົມແພດເດັກລາວ, ທ່ານ Dr. Pia Rebello Britto ຜູ້ຕ່າງໜ້າອົງການ UNICEF ປະຈໍາລາວ ແລະ ບັນດາທ່ານໝໍເດັກ ຈາກທົ່ວປະເທດເຂົ້າຮ່ວມ. ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຄໍາເຫັນໃນກອງປະຊຸມຄັ້ງນີ້ວ່າ: ໃນ ປີ 2020 ນີ້ ໄດ້ກ້າວເຂົ້າສູ່ ປີສຸດທ້າຍໃນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນ ປະຕິບັດງານຕ່າງໆ ຂອງກະຊວງສາທາລະນະສຸກ. ກອງປະຊຸມຄັ້ງນີ້ ມີເປົ້າໝາຍເພື່ອຫລຸດການເສຍຊິວິດຂອງເດັກ ແລະທັງເປັນການເພີ່ມພູນຄວາມສາມາດໃຫ້ແກ່ທ່ານໝໍ ທີ່ເຮັດໜ້າທີ່ປິ່ນປົວເດັກ ເປັນການແລກປ່ຽນບົດຮຽນ ປະສົບການຕ່າງໆ ທີ່ພົບໃນແຕ່ລະໂຮງໝໍ ແລະ ແລກປ່ຽນຄວາມຮູ້ເຊີ່ງກັນ ແລະ ກັນ. ມື້ນີ້ຍັງເປັນວັນສໍາຄັນລະດັບໂລກຄື ວັນທີ ...

Read More »

ປະຊາຊົນທ້ອງຖິ່ນ ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າຜ່ານທາງ…

ອຳນາດການປົກຄອງ ແຂວງຈຳປາສັກ ແລະພາກສ່ວນທີ່ກ່ຽວຂ້ອງກຳລັງກຽມປຶກສາຫາລື ກັບ 2 ບໍລິສັດ ກໍ່ສ້າງເອກະຊົນ ທີ່ໄດ້ສຳປະທານກໍ່ສ້າງເສັ້ນທາງແຕ່ເມືອງປາກເຊ-ເມືອງປາກຊ່ອງ ເພື່ອຊ່ວຍປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າຜ່ານທາງ. ປະຊາຊົນແຂວງຈຳປະສັກ ໂດຍສະເພາະປະຊາຊົນທີ່ທຽວເສັ້ນທາງ ເມືອງປາກເຊ-ເມືອງປາກຊ່ອງເປັນປະຈຳ ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າທຽວເສັ້ນທາງ ຊຶ່ງເສັ້ນທາງດັ່ງກ່າວມີໄລຍະທາງ 45 ກິໂລແມັດ, ໂດຍມີການເກັບຄ່າຜ່ານທາງຢູ່ 2 ຈຸດຄື: ຫຼັກ 8 ຫາຫຼັກ 21 ແລະ ຫຼັກ 21 ຫາຫຼັກ 45 ຊຶ່ງຈຸດ 1 ແມ່ນຈະໄດ້ເສຍຄ່າຜ່ານທາງ 15,000 ຕໍ່ຄັ້ງ(ຕອນໄປ 15.000 ແລະຕອນກັບ 15.000) . ໝາຍຄວາມວ່າຖ້າປະຊາຊົນທຽວເສັ້ນທາງດັ່ງກ່າວຜ່ານ 2 ຈຸດພ້ອມກັນ ໄປ-ກັບ ແຕ່ຫຼັກ 8 ຫາຫຼັກ 21 ຕໍ່ໄປຮອດຫຼັກ 45 ແມ່ນຕ້ອງໄດ້ເສຍຄ່າຜ່ານທາງຕອນໄປ 30.000 ຕໍ່ຄັ້ງ ແລະ ຕອນກັບ 30.000ຕໍ່ຄັ້ງ ລວມແລ້ວເປັນ 60.000 ຕໍ່ຄັ້ງ. ການເກັບເງິນມີ 2 ຈຸດດັ່ງກ່າວນີ້ ຍ້ອນມີ ...

Read More »

ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ….

ໃນວັນທີ 17 ພະຈິກ 2020 ໄດ້ມີ ກອງປະຊຸມແລກປ່ຽນບົດຮຽນ ແລະ ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ (Workshop on Digital Government) ຮ່ວມຈັດໂດຍ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ແລະ UNDP ປະຈໍາລາວ. ກອງປະຊຸມຄັ້ງນີ້ ເປັນກຽດເປີດງານໂດຍ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ທ່ານ ນາງ Ricarda Rieger, ຜູ່ຕາງໜ້າ ອົງການ UNDP ເຊິ່ງມີຜູ້ເຂົາຮ່ວມແມ່ນ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກະຊວງອ້ອມຂ້າງ ລວມທັງໝົດ 50 ກວ່າທ່ານ. ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມທໍາອິດໃນບັນດາກອງປະຊຸມກ່ຽວຂ້ອງກັບດິຈິຕອນທີ່ມີການວາງແຜນໄວ້ ເຊິ່ງຈະມີການເຊີນບັນດາພາກສ່ວນຕ່າງໆທີ່ມີສ່ວນກ່ຽວຂ້ອງກັບວຽກງານຫັນເປັນທັນສະໄໝ ໃນ ສປປ ລາວ ໃຫ້ເຂົ້າຮ່ວມເພື່ອປຶກສາຫາລື ແລະ ຄົ້ນຄວ້າວິທີການເພື່ອສົ່ງວຽກງານດັ່ງກ່າວຮ່ວມກັນ. ...

Read More »

15 ປະເທດ ຮ່ວມລົງນາມເປັນເຂດການຄ້າເສລີ ກວມເອົາ 30% ຂອງເສດຖະກິດໂລກ…….

15 ປະເທດໃນພາກພຶ້ນອາຊີ-ປາຊີຟິກ ໄດ້ຮ່ວມລົງນາມການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ ຫຼື ອາເຊັບ (Virtual Signing Regional Comprehensive Economic Partnerships (RCEP) ເພື່ອຈັດຕັ້ງເປັນເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ໂດຍໄດ້ລົງນາມແບບທາງໄກ ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ໃນວັນທີ 15 ພະຈິກຜ່ານມາ ໃນໂອກາດທີ່ ຫວຽດນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ຄູ່ເຈລະຈາ. ອາເຊັບປະກອບດ້ວຍ 10 ປະເທດອາຊຽນ ແລະ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕຣາລີ ແລະ ນິວຊີແລນ ໂດຍມີຈຸດປະສົງເພື່ອຫຼຸດອັດຕາພາສີສິນຄ້າລົງໃຫ້ຫຼາຍທີ່ສຸດໃນຫຼາຍໆໝວດສິນຄ້າ ໂດຍຄວບຄຸມປະມານ 30% ຂອງເສດຖະກິດໂລກ ແລະ ມີປະຊາກອນ 30% ຂອງປະຊາກອນໂລກ ຫຼື ມີຜູ້ບໍລິໂພກປະມານ 2.200 ລ້ານຄົນ. ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນນາມເຈົ້າພາບເຈລະຈາຂໍ້ຕົກລົງຄັ້ງນີ້ ກ່າວວ່າ: ຂໍ້ຕົກລົງຂອງອາເຊັບຄາດວ່າ ຈະໄດ້ລົງນາມໃຫ້ສັດຕະຍາບັນໃນໄວໆນີ້ ເພື່ອໃຫ້ມີຜົນບັງຂັບໃຊ້ ແລະ ຈະກາຍເປັນເຄື່ອງມືທີ່ສຳຄັນທີ່ສຸດໃນການຊ່ວຍຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກທີ່ໄດ້ຮັບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ແຫຼ່ງຂໍ້ມູນ: ...

Read More »

ສະຖາບັນ​ຂົງຈື​ ຈັດງານຕະຫຼາດນັດແຮງງານ ສ້າງໂອກາດໃຫ້….

ໃນວັນທີ 13 ພະຈິກ 2020 ນີ້, ຢູ່ສະຖາບັນ​ຂົງຈື​ ມະຫາວິທະຍາໄລແຫ່ງຊາດ​ ໄດ້ຈັດງານຕະຫຼາດ ນັດແຮງງານ​ ເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ ຫຼື ຜູ້ທີ່ກໍາລັງຕ້ອງການຊອກວຽກເຮັດງານທຳ​, ເປັນກຽດເຂົ້າຮ່ວມໂດຍ ທ່ານ​​ ສຈ.ປອ. ສົມສີ ຍໍພັນໄຊ ອະທິການບໍດີ​ ມະຫາວິທະຍາໄລແຫ່ງຊາດ, ທ່ານ​ ເສິນຊິນຫຼູ ປະທານສະພາການຄ້າກວາງຊີ ສປ​ ຈີນ​ ປະຈໍາ ລາວ,​ ທ່ານ​ ຄໍາຮຸ່ງ ຈັນທະ​ວົງ​ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະ​ທ່ານ​ ໂຫລໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍ​ຈີນ,​ ມີບັນດາບໍລິສັດ ຫ້າງຮ້ານຕ່າງໆ ພ້ອມດ້ວຍພະນັກງານ,​ ຄູອາຈານ​ ແລະ​ນັກສຶກສາເຂົ້າຮ່ວມ.​ ໃນໂອກາດດັ່ງກ່າວ,​ ທ່ານ​​ ອະທິການບໍດີ ມຊ ​ ໄດ້ກ່າວວ່າ: ການຈັດງານຕະຫລາດນັດແຮງງານ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ແລະເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບມາຈາກພາຍໃນ ແລະ​ຕ່າງປະເທດ ຫຼື ຜູ້ທີ່ຕ້ອງການຊອກວຽກເຮັດງານທຳ ໃຫ້ໄດ້ມີໂອກາດມາສະໝັກຊອກວຽກຕາມທີ່ຕົນເອງຕ້ອງການໄດ້, ພ້ອມນັ້ນ ຍັງສາມາດຕອບສະໜອງໄດ້ຕາມສາຍຮຽນທີ່ຕົນເອງຮຽນຈົບມາ​ ແລະ​ໄດ້ນຳໃຊ້ຄວາມຮູ້ຄວາມສາມາດທີ່ຕົນເອງມີ ມານຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງສູງສຸດ.​ ທ່ານກ່າວຕື່ມວ່າ: ສໍາລັບງານໃນຄັ້ງນີ້ ...

Read More »

ສະພາບການແຜ່ລະບາດໂຄວິດ-19 ແບບຄື້ນທີ​ 3 ໃນຍີ່ປຸ່ນ…..

ຍີ່ປຸ່ນລາຍງານເມື່ອວັນ 11 ພະຈິກ 2020 ນີ້້ວ່າ: ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ເກືອບເປັນປະຫວັດສາດ 1,547 ຄົນ ຊຶ່ງເປັນລະດັບສູງສຸດ ນັບຕັ້ງແຕ່ຕົ້ນເດືອນສິງຫາ,​ ໃນຂະນະທີ່ສັນຍານນີ້ ຜູ້ຊ່ຽວຊານດ້ານສຸຂະພາບບາງຄົນກ່າວວ່າ: ເປັນການຕິດເຊື້ອແບບ “ຄື້ນທີ 3” ເມື່ອມີອຸນຫະພູມທີ່ເຢັນລົງ ແລະ ຜູ້ຄົນໃຊ້ເວລາຢູ່ໃນບ້ານຫຼາຍຂຶ້ນ ໂດຍບໍ່ມີການລະບາຍອາກາດທີ່ພຽງພໍ. ການນັບລວມທົ່ວປະເທດ ໂດຍ Kyodo News ຈາກຂໍ້ມູນທີ່ເປັນທາງການ ໃກ້ຄຽງກັບການບັນທຶກສະຖິຕິໃນໜຶ່ງມື້ 1,596 ຄົນ ໃນວັນທີ 7 ສິງຫາ ຫຼັງຈາກພື້ນທີ່ມີປະຊາກອນ ໃນເມືອງໃຫຍ່ພົບວ່າມີຜູ້ປ່ວຍກໍລະນີໃໝ່ເພີ່ມຂຶ້ນຢ່າງໄວວາ.ໂຕກຽວໄດ້ຮັບການຢືນຢັນແລ້ວມີ 317 ຄົນ ໂດຍເພີ່ມຂຶ້ນເກີນ 300 ຄົນເປັນຄັ້ງທຳອິດ ນັບຕັ້ງແຕ່ວັນທີ 20 ສິງຫາ ເຮັດໃຫ້ມີຍອດສະສົມຢູ່ທີ 33.377 ຄົນ ຊຶ່ງສູງທີ່ສຸດໃນບັນດາ 47 ແຂວງໃນທົ່ວປະເທດ. ແຂວງໂອຊາກ້າ,​ ຮຽວໂງະ ແລະ ໄຊຕາມະ ລາຍງານວ່າ ມີການເພີ່ມຂຶ້ນເປັນປະຫວັດສາດໃນວັນດຽວ ນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ໃນຂະນະທີ່ມີການລະບາດຂອງກຸ່ມຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ໃນພື້ນທີ່ທາງຕອນເໜືອເຊັ່ນ ຮອກໄກໂດ ຊຶ່ງເປັນແຫຼ່ງທ່ອງທ່ຽວຍອດນິຍົມ. ທ່ານ Toshio ...

Read More »

ລັດຖະບານລາວ ອະນຸຍາດແລ້ວ ແຜນການກໍ່ສ້າງທາງດ່ວນ ວັງວຽງ-ຫຼວງພະບາງ…..

ເມື່ອບໍ່ດົນມານີ້ ລັດຖະບານໄດ້ອະນຸມັດໃຫ້ມີແຜນໂຄງການກໍ່ສ້າງເສັ້ນທາງດ່ວນວັງວຽງ - ຫຼວງພະບາງ ຊຶ່ງຈະເຮັດໃຫ້ການເດີນທາງ ລະຫວ່າງສອງເມືອງທ່ອງທ່ຽວທີ່ສຳຄັນ . ທາງດ່ວນເສັ້ນນີ້ ຈະເປັນທາງ 4 ເລນ, ມີຄວາມຍາວທັງໝົດ 136,9 ກິໂລແມັດ ຈະໃຊ້ເວລາເດີນທາງພຽງແຕ່ 90 ນາທີ. ອ້າງຈາກບໍລິສັດຮ່ວມທຸລະກິດລາວ - ຈີນ ທີ່ຈະເປັນຜູ້ຮັບເໝົາກໍ່ສ້າງກ່າວວ່າ: ປັດຈຸບັນກຳລັງສຳຫຼວດເສັ້ນທາງດັ່ງກ່າວ ແຕ່ຍັງບໍ່ມີກຳນົດວັນເວລາຈັດຕັ້ງປະຕິບັດແນ່ນອນ ເພາະວ່າຍັງຈະຕ້ອງໄດ້ກະກຽມຫຼາຍໜ້າວຽກຕື່ມອີກ. ປະຈຸບັນ ຄະນະຮັບຜິດຊອບ ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ກຳລັງກຽມບົດລາຍງານການສຶກສາຄວາມເປັນໄປໄດ້ ແລະ ການອະນຸມັດໂຄງການກໍ່ສ້າງຈາກລັດຖະບານ; ຖ້າການກໍ່ສ້າງເສັ້ນທາງດ່ວນນີ້ສຳເລັດ ຈະຫຼຸດເວລາການເດີນທາງລົງໄດ້ຫຼາຍຊົ່ວໂມງ ເມື່ອທຽບກັບປັດຈຸບັນ. ເສັ້ນທາງດ່ວນນີ້ແມ່ນສ່ວນໜຶ່ງຂອງແຜນໂຄງການກໍ່ສ້າງທາງດ່ວນໄລຍະທາງບໍ່ເຕັນ – ວຽງຈັນ ມີໄລຍະທາງ 460 ກມ. ຊຶ່ງມີຈຸດເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ – ບໍ່ເຕັນ ເປັນຊາຍແດນລາວ – ຈີນ. ເສັ້ນທາງດ່ວນວຽງຈັນ – ບໍ່ເຕັນ ປະກອບດ້ວຍ 4 ຈຸດຄື: ວຽງຈັນ – ວັງວຽງ, ວັງວຽງ – ຫຼວງພະບາງ, ຫຼວງພະບາງ ...

Read More »

45 ປີ ເບຍລາວ ເຕີບໃຫຍ່ເຂັ້ມແຂງແລະ ປະກອບສ່ວນ ໃນການສ້າງລາຍຮັບໃຫ້ແກ່ປະເທດຊາດ….

ປີ 2020 ເບຍລາວ ໄດ້ກາຍເປັນບໍລິສັດໃຫຍ່ລະດັບຊາດ ທີ່ມີໂຮງງານຢູ່ 3 ແຫ່ງ ຄື: ຢູ່ນະຄອນຫຼວງວຽງຈັນ 2 ແຫ່ງ ແລະ ແຂວງ ຈໍາປາສັກ 1 ແຫ່ງ. ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນ ວາ 1975 – 2 ທັນວາ 2020 ) ທີ່ຈະມາເຖີງນີ້.ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 12 ພະຈິກ 2020 ນີ້ ຢູ່ສໍານັກງານໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ນະຄອນຫລວງວຽງຈັນ. ທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເບຍລາວ ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນຈົນມາຮອດປັດຈຸບັນ. ບໍລິສັດໄດ້ດໍາເນີນທຸລະກິດທີ່ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົນໄກການປັບປຸງປ່ຽນແປງຂອງ ພັກ-ລັດ ໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ຕໍ່ບຸກຄະລາກອນພາຍໃນບໍລິສັດຂອງຕົນເປັນຢ່າງດີ, ມີການກໍ່ສ້າງຍົກສູງຄວາມຮູ້-ຄວາມສາມາດໃຫ້ພະນັກ ...

Read More »

ເກົາຫຼີ ຢໍ້າຄືນຄວາມໝາຍໝັ້ນ ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ…..

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21 ໄດ້ຈັດຂຶ້ນໃນວາລະການດເນີນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແບບທາງໄກ (ຜ່ານລະບົບວີດີໂອອອນລາຍ) ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນປີ 2019 ຜ່ານມາ, ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020 ກໍໄດ້ຮັບຜົນສໍາເລັດເປັນຢ່າງດີ ອັນໄດ້ເຮັດໃຫ້ການຮ່ວມມືໃນຂົງເຂດການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາ ຊຽນ ແລະ ສ.ເກົາຫລີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍສະເພາະໃນຂົງເຂດດິຈີຕອນ, ນະວັດຕະກຳໃໝ່, Start-ups, ການພັດທະນາຕົວເມືອງອັດສະລິຍະ, ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020, ເຊິ່ງສາມາດປະຕິບັດໄດ້ 100% ແລະ ໃນເວລາດຽວກັນ, ກໍໄດ້ຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ໄລຍະ 2021-2025. ບັນດາຜູ້ນຳອາຊຽນ ແລະ ເກົາຫລີ ໄດ້ຢໍ້າຄືນຄວາມໝາຍໝັ້ນ ທີ່ຈະເພີ່ມທະວີສືບຕໍ່ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ...

Read More »

ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ເຫັນດີສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ….

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາແຜນ ແລະ ໂຄງການພາຍໃຕ້ແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ໄລຍະ 2016-2020. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ ຄືການຟື້ນຟູລະບົບເສດຖະກິດຫລັງໂຄວິດ-19; ໃນນີ້, ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ຕໍ່ການປະກອບຊ່ວຍເຫລືອ ເຂົ້າໃນກອງທຶນອາຊຽນຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ; ພິເສດ, ແມ່ນການປະກອບສ່ວນທຶນມູນຄ່າ 50 ລ້ານໂດລາສະຫະລັດ ເຂົ້າໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍການຊ່ວຍເຫລືອສຸກເສີນ ຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ, ເຊິ່ງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງນີ້, ໄດ້ປະກາດການສ້າງຕັ້ງຢ່າງເປັນທາງການ. ໃນກອງປະຊຸມ ທັງສອງຝ່າຍຍັງໄດ້ເຫັນດີຮ່ວມກັນ ໃນການສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ໂດຍຜ່ານຂໍ້ລິເລິ່ມເພື່ອການເຊື່ອມໂຍງອາຊຽນ ກໍຄືການຫັນເປັນດີຈິຕອນ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການບໍລິການ ລວມທັງການເຂົ້າເຖິງແຫລ່ງທຶນ ສໍາລັບຈຸລະວິສາຫະກິດ ແລະ ...

Read More »