ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ VIII ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ…..

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ-17 ພະຈິກ 2020 ທີ່ສະພາແຫ່ງຊາດ (ຫຼັກ6) ໂດຍເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ສສຊ ຈາກເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງ ສພຊ ໄດ້ດໍາເນີນມາເປັນເວລາ 16 ວັນ ບົນພື້ນຖານການເສີມຂະຫຍາຍສິດປະຊາທິປະໄຕ ຄວາມຮັບຜິດຊອບການເມືອງຂອງ ສສຊ ແລະ ໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ຄື: ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງປະຈໍາປີ 2021.

ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ລັດຖະບານ ທີ່ໄດ້ສູ້ຊົນຈັດຕັ້ງປະຕິບັດແຜນດັ່ງກ່າວ ໃນສະພາບແວດລ້ອມສາກົນ ແລະ ພາກພື້ນ ມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫຼາຍປະການ ເປັນຕົ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸກຂົງເຂດວຽກງານ ກໍຄືການດໍາລົງຊີວິດຂອງປະຊາຊົນ, ການຜະລິດ-ການບໍລິການທຸລະກິດ, ຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ ແລະ ໄພພິບັດທໍາມະຊາດ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ຫຼາຍທ້ອງຖິ່ນ ໂດຍສະເພາະຢູ່ບັນດາແຂວງພາກກາງ ແລະ ພາກໃຕ້.

ກອງປະຊຸມສະເໜີມາຍັງລັດຖະບານ ຮີບຮ້ອນສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍ ແລະ ມາດຕະການ ທີ່ໄດ້ສະເໜີຕໍ່ກອງປະຊຸມຄັ້ງນີ້ ສືບຕໍ່ຊີ້ນໍາບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຍົກສູງຄວາມຮັບຜິດຊອບ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງທຸກພາກສ່ວນເສດຖະກິດ ແລະ ປະຊາຊົນລາວບັນດາເຜົ່າ, ຜ່ານຜ່າຂໍ້ຫຍຸ້ງຍາກຫັນສິ່ງທ້າທາຍ ໃຫ້ກາຍເປັນກາລະໂອກາດ ດ້ວຍການເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍຄໍາຂວັນ “ລາວທ່ຽວລາວ, ລາວຊົມໃຊ້ຜະລິດຕະພັນລາວ” ໃຫ້ກວ້າງຂວາງທົ່ວໃນສັງຄົມ.

ກອງປະຊຸມໄດ້ຮັບຟັງການຊີ້ແຈງອະທິບາຍຈາກ 5 ກະຊວງ, ອົງການ ເພື່ອສູ້ຊົນບັນລຸບັນດາຄາດໝາຍທີ່ວາງໄວ້, ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນຊຸມປີຕໍ່ໜ້າ. ກອງປະຊຸມໄດ້ຮັບຟັງການລາຍງານຜົນການຕິດຕາມກວດກາ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ຕິດພັນກັບການຄຸ້ມຄອງການບໍລິການຮ້ານກິນດື່ມ ແລະ ຮ້ານບັນເທີງ ໄດ້ຫັນເຂົ້າສູ່ການຄຸ້ມຄອງຕາມລະບຽບກົດໝາຍດີຂຶ້ນ.

ກອງປະຊຸມໄດ້ຮັບຮອງເອົາຜັງລວມຕົວເມືອງນະຄອນຫຼວງວຽງຈັນ ເພື່ອເປັນພື້ນຖານໃຫ້ແກ່ລັດຖະບານ ນໍາໄປຊີ້ນໍາຂະແໜງການກ່ຽວຂ້ອງ ກໍຄືນະຄອນຫຼວງວຽງຈັນ ຈັດຕັ້ງຜັນຂະຫຍາຍເປັນໂຄງການລະອຽດ ໃຫ້ເປັນຮູບປະທໍາ ແລະ ຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງ, ຮັກສາໄວ້ໄດ້ເອກະລັກທາງດ້ານສິລະປະ, ວັດທະນະທໍາ, ສະຖາປັດຕະຍະກໍາຂອງລາວ, ຮັບປະກັນການພັດທະນາໄປຄຽງຄູ່ກັບການອະນຸລັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດ ໃຫ້ມີຄວາມສວຍງາມ, ຍືນຍົງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ກອງປະຊຸມ ສະເໜີໃຫ້ອົງການກວດສອບແຫ່ງລັດ ສືບຕໍ່ເອົາໃຈໃສ່ປັບປຸງ ແລະ ປະກາດໃຊ້ບັນດານິຕິກໍາລຸ່ມກົດໝາຍໃຫ້ລະອຽດ ເພື່ອເພີ່ມເຄື່ອງມືໃຫ້ແກ່ນັກກວດສອບ ປະຕິບັດໜ້າທີ່ຄ່ອງຕົວ ແລະ ຖືກຕ້ອງຕາມຫຼັກການເຄື່ອນໄຫວຂອງການກວດສອບ.

ກອງປະຊຸມ ສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງຄະນະພັກອົງການປົກຄອງທຸກຂັ້ນນັບແຕ່ສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ໃຫ້ການຊີ້ນໍາ ແລະ ຮ່ວມມືກັບ ຄະນະສະມາຊິກ ສພຊ ປະຈໍາເຂດເລືອກຕັ້ງ ຈັດຕັ້ງປະຕິບັດວຽກງານຂອງ ສພຊ ຢູ່ແຕ່ລະທ້ອງຖິ່ນຢ່າງມີຜົນສໍາເລັດເປັນຢ່າງດີ .

ກອງປະຊຸມໄດ້ຮັບຮອງເອົາກົດໝາຍ 5 ສະບັບ ດ້ວຍຄະແນນສຽງສ່ວນຫຼາຍ ເພື່ອເພີ່ມເຄື່ອງມືຄຸ້ມຄອງລັດໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດ ທາງອາຍາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ ແລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ. ນອກນີ້, ກອງປະຊຸມຍັງໄດ້ສະເໜີມາຍັງລັດຖະບານ ແລະ ຄະນະປະຈໍາ ສພຊ ຈົ່ງໄດ້ຊີ້ນໍາກະຊວງ ແລະ ກໍາມາທິການກ່ຽວຂ້ອງ ນໍາເອົາຄວາມຄິດເຫັນຂອງ ສສຊ ໄປປັບປຸງເຂົ້າໃສ່ແຜນດັ່ງກ່າວ, ສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງຕໍ່ແຕ່ລະບັນຫາ ເພື່ອກໍານົດບັນດາຄາດໝາຍທິດທາງວຽກງານຈຸດສຸມໃນແຕ່ລະດ້ານໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຄວາມອາດສາມາດຕົວຈິງທາງດ້ານທຶນຮອນ ໃນໄລຍະ 5 ປີຕໍ່ໜ້າ ເພື່ອສາມາດນໍາໄປພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມຄັ້ງປະຖົມມະລືກ ຂອງ ສພຊ ຊຸດທີ IX.

ຮຽກຮ້ອງມາຍັງບັນດາກະຊວງ ອົງການທຽບເທົ່າ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ກະກຽມເງື່ອນໄຂຮອບດ້ານ ເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ສະພາແຫ່ງຊາດຊຸດທີ VIII, ໄລຍະ 5 ປີຜ່ານມາສະມາຊິກສະພາແຫ່ງຊາດ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບການເມືອງ ຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍໄດ້ຢ່າງຄົບຖ້ວນ, ເສີມຂະຫຍາຍສິດປະຊາທິປະໄຕເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຂອງຊາດ, ລົງເລິກໃກ້ຊິດຕິດແທດ ແລະ ຮັບຟັງຄວາມຄິດເຫັນຂອງປະຊາຊົນ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ.

ຕາງໜ້າໃຫ້ຄະນະ ປະຈໍາສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍສັນລະເສີນ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ທີ່ໄດ້ສໍາເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ. ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ: ຕະຫຼອດໄລຍະການຮ່ວມເຄື່ອນໄຫວວຽກງານ ໃນສະພາແຫ່ງຊາດຊຸດນີ້ ແລະ ຈະສືບຕໍ່ປະກອບສ່ວນຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ຄວາມຈະເລີນກ້າວໜ້າວັດທະນາຂອງປະເທດຊາດ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments