ສຶກສາ ແລະ ກິລາ

ຊຽງໝ້ຽງສ້າງທັກສະ ໃຫ້ນັກຮຽນ-ໄວໜຸ່ມ ດ້ານເຕັກໂນໂລຊີ ດີຈີຕອນ…

ທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ ສະມາຄົມຊຽງໝ້ຽງ ຮ່ວມກັບສະຖານ ທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ເປີດໂຄງການ “ສ້າງທັກສະດ້ານເຕັກໂນໂລຊີ ດີຈີຕອນ ແລະ ການເປັນຜູ້ປະກອບການຂອງໄວໜຸ່ມ” ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສວຽງຈັນ) ເພື່ອຊຸກຍູ້ສົ່ງເສີມທັກສະໃຫ້ນັກຮຽນ-ໄວໜຸ່ມ ທີ່ມີແນວຄວາມຄິດສ້າງສັນທາງດ້ານເຕັກໂນໂລຊີ, ທັງມີພັດທະນາຄວາມສາມາດ ແລະ ປະດິດນະວັດຕະກຳໃໝ່ ໃຫ້ແກ່ຊາວໜຸ່ມລາວ ກໍຄື ນັກຮຽນ-ໄວໜຸ່ມ, ສ້າງໃຫ້ໄວໜຸ່ມມີຈິດສໍານຶກ ແລະ ເປັນເຈົ້າການໃນການຊ່ວຍເຫລືອສ້າງແຮງບັນດານໃຈໃຫ້ຜູ້ອື່ນ ແລະ ຈຸດປະກາຍການປ່ຽນແປງໃນສັງຄົມ. ນັກຮຽນທີ່ເຂົ້າຮ່ວມໂຄງການດັ່ງກ່າວ, ແມ່ນຈະໄດ້ຮຽນຮູ້ຜ່ານບັນດາກິດຈະກຳຕ່າງໆ ກ່ຽວກັບເຕັກໂນໂລຊີ ເຊັ່ນ: ຫລັກສູດການຂຽນໂຄດ (Coding Courses), ຊຶ່ງເປັນຫລັກສູດການປ້ອນລະຫັດສຳຫລັບນັກຮຽນໃນລະດັບປະຖົມສຶກສາ ແລະ ມັດທະຍົມສຶກສາ ເພື່ອເສີມສ້າງທັກສະໃນການຄິດຄຳນວນ ກັບຜູ້ຊ່ວຍຮາດແວ, ຫລັກສູດການປະດິດ ຫລື ຮຽນຮູ້ເຕັກໂນໂລຊີແບບຕໍ່ເນື່ອງ (Hac kathon) ເປັນກິດຈະກຳຫລາຍແບບ ເພື່ອຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບທັກສະພື້ນຖານໃນການແກ້ໄຂບັນຫາ ໂດຍນຳໃຊ້ເຕັກໂນໂລຊີພາຍໃນໄລຍະເວລາທີ່ກຳນົດ, ການສໍາມະນາ (Seminars) ເປັນກິດຈະກຳເພື່ອເປັນການເປີດໂອກາດ ໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນຈາກຜູ້ທີ່ມີຄວາມຊ່ຽວຊານທາງດ້ານເຕັກໂນໂລຊີໃນລາວ. ພ້ອມກັນນັ້ນ, ຍັງຈະເປັນໂອກາດດີ ຂອງນັກຮຽນທີ່ຈະໄດ້ມີການແລກປ່ຽນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງກັບອາສາສະໝັກ. ໂຄງການດັ່ງກ່າວ, ...

Read More »

ນັກສຶກສາຮຽນຈົບຈາກ ສສ ຫວຽດນາມ ນັບຕັ້ງແຕ່ປີ 2011 ປະມານ 3,000 ຄົນ……….

ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍວ່າ: ສະເພາະຈຳນວນນັກສຶກສາລາວຮຽນຢູ່ ສສ ຫວຽດນາມໄລຍະ 2011-2020 (ບໍ່ລວມຂົງເຂດ ປກຊ-ປກສ) ປີ 2011 ຈໍານວນ 254 ທຶນ, ປີ 2012 ຈໍານວນ 255 ທຶນ, ປີ 2013 ຈຳນວນ 373 ທຶນ, ປີ 2014 ຈໍານວນ 343 ທຶນ, ປີ 2015 ຈໍານວນ 450 ທຶນ, ປີ 2016 ຈໍານວນ 526 ທຶນ, ປີ 2017 ຈຳນວນ 544 ທຶນ, ປີ 2018 ຈໍານວນ 523 ທຶນ, ປີ 2019 ຈໍານວນ 535 ທຶນ, ປີ 2020 ຈໍານວນ 413 ທຶນ. ...

Read More »

ສຸດຍອດ…!!!! ນະວັດຕະກຳ ຕາຍໄປກາຍເປັນປຸ໋ຍສູ່ທຳມະຊາດ…

ສຸດຍອດໄອເດຍ! ເມື່ອຕາຍກາຍເປັນປຸ໋ຍ ໂລງສົບຈາກເຊື້ອເຫັດ ໃຫ້ຄົນໄດ້ກັບຄືນສູ່ທຳມະຊາດ ເລີ່ມໃຊ້ແລ້ວໃນປະເທດເນເທີແລນຄັ້ງທຳອິດໃນປະເທດເນເທີແລນທີ່ມີໂລງສົບ ທີ່ສາມາດຍ່ອຍສະຫຼາຍໄດ້ຕາມທຳມະຊາດ ຜະລິດຈາກເຊື້ອເຫັດ ທີ່ສາມາດເລັ່ງເວລາ ການຍ່ອຍສະຫຼາຍຮ່າງກາຍຂອງມະນຸດໄດ້ໄວຂື້ນພາຍໃນ 2-3 ປີ, ເຊິ່ງຖືວ່າເປັນການສົ່ງຄົນກັບຄືນສູ່ທຳມະຊາດ ແລະ ທັງເປັນປະໂຫຍດຕໍ່ສິ່ງແວດລ້ອມອີກດ້ວຍ ໂລງສົບນີ້ຖືກເອີ້ນວ່າ ” Living Coffin “. ມັນຖືກເຮັດຈາກ mycelium, ຫຼື ເສັ້ນໃຍຂອງເຫັດ. ເປັນໄອເດຍຂອງບໍລິສັດສະຕາດອັບເນເທີແລນ “Loop”ຂໍ້ມູນເພີ່ມຕື່ມ: https://www.tudelft.nl/en/2020/tu-delft/tu-delft-start-up-develops-living-coffin/ ແຫຼ່ງຂໍ້ມູນ: lao yout radio

Read More »

ອາເມລິກາ!!! ລົງທຶນຫລາຍກວ່າ 120 ລ້ານໂດລາ ປັບປຸງການສຶກສາຂັ້ນພື້ນຖານໃນ ລາວ

ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ໄດ້ມອບປຶ້ມນິທານສົ່ງເສີມການອ່ານ ຈຳນວນ 80.000 ກວ່າຫົວ ໃຫ້ໂຮງຮຽນປະຖົມສົມບູນ ຢູ່ ສປປ ລາວ 850 ແຫ່ງ ໃນແຂວງວຽງຈັນ, ອັດຕະປື, ຈຳປາສັກ ແລະ ແຂວງຊຽງຂວາງ ໃນໂຄງການຮຽນ-ອ່ານ ເພື່ອສະເຫລີມສະຫລອງວັນສາກົນແຫ່ງການລົບລ້າງຄວາມບໍ່ຮູ້ໜັງສື ຄົບຮອບ 55 ປີ. ພິທີມອບ-ຮັບ, ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2020 ຢູ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງມອບໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍທ່ານ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໂດຍມີ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ປັດຈຸບັນ ສະຫະລັດອາເມລິກາ ໄດ້ລົງທຶນຫລາຍກວ່າ 120 ລ້ານໂດລາ ໃນການປັບປຸງການສຶກສາຂັ້ນພື້ນຖານໃນລາວ ...

Read More »

ທັດສະນະສຶກສາ ສະຖານທີ່ວາງລາງລົດໄຟ ລາວ-ຈີນ…

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ນຳພາສຳມະນາກອນຊຸດທີ 1 ຈຳນວນ 60 ກວ່າຄົນ ໄປທັດສະນະສຶກສາຢູ່ ສູນວາງລາງ ໂຄງການລົດໄຟລາວ-ຈີນ ທີ່ ບ້ານສົງເປືອຍ ນະຄອນຫລວງວຽງຈັນ ໃນວັນທີ 11 ກັນຍາ 2020 ໂດຍມີ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະ ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຈາກ ກົມລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ. ການທັດສະນະສຶກສາໃນຄັ້ງນີ້, ບັນດາສໍາມະນາກອນ ໄດ້ລົງກຳເກັບຂໍ້ມູນໃນການເຮັດວຽກຕົວຈິງ ໃນແຕ່ລະຕຳແໜ່ງງານ ຢູ່ພາກສະໜາມ ໂດຍສະເພາະ ລະບົບການຈອດເຫລັກລາງລົດໄຟ, ການສ້ອມແປງລົດໄຟ, ການປູເສັ້ນທາງ ແລະ ອຸປະກອນທີ່ໃຊ້ໃນການກໍ່ສ້າງທາງລົດໄຟ ແລະ ອື່ນໆ. ນອກນີ້, ບັນດາສຳມະນາກອນ ຍັງໄດ້ທົດລອງນັ່ງລົດໄຟເຕັກນິກ ອີກດ້ວຍ. ຮອດປັດຈຸບັນ ສຳມະນາກອນຊຸດທີ 1 ໄດ້ສຳເລັດການຝຶກອົບຮົມພື້ນຖານພາສາຈີນ ແລະ ກຽມຝຶກອົບຮົມວິຊາສະເພາະ ຕຳແໜ່ງງານບຳລຸງຮັກສາ, ສ້ອມແປງ ແລະ ຄົນຂັບລົດໄຟ. ...

Read More »

ພັດທະນາການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສືໃຫ້ນັບມື້ໝົດໄປ…

ວັນທີ 7 ກັນຍາ 2020 ທີ່ກະຊວງ ສຶກສາທິການ ແລະ ກິລາ, ນະຄອນຫລວງວຽງ ຈັນ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສາກົນແຫ່ງການຮຽນຮູ້ໜັງສື ຄົບຮອບ 55 ປີ (8.9.1965-8.9.2020), ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ວັນ ທີ 08 ກັນຍາ ແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ຊື່ງປີນີ້ໝູນວຽນມາຄົບຮອບ 55 ປີ. ພາບປະກອບເທົ່ານັ້ນ ວັນດັ່ງກ່າວ ແມ່ນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ກັບປະຊາຊາດໃນທົ່ວ ໂລກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ພາດໂອກາດທາງການສຶກສາ ຊື່ງຕົ້ນຕໍແມ່ນຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ ຊື່ງມັນໄດ້ກາຍເປັນອຸປະສັກຢ່າງໃຫ່ຍຫລວງຕໍ່ກັບການພັດທະນາຄົນ ກໍ່ຄືການພັດທະນາຊັບພະຍາ ກອນມະນຸດ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອງສັງຄົມ ຂອງຕົນ ເອງ ແລະ ຄອບຄົວ. ເພື່ອໃຫ້ຄົນເຮົາມີລະດັບຄວາມຮູ້ຄວາມສາມາດສູງຂື້ນໄປເລື້ອຍໆ. ພາບປະກອບເທົ່ານັ້ນ ກອງປະຊຸມສາກົນລະດັບລັດຖະມົນຕີກະຊວງສຶກສາ ທິການໃນປີ 1965 ທີ່ນະ ຄອນຫຼວງ ເຕເຮລານ ປະເທດ ...

Read More »

ຂົງຈື ຈະບໍ່ຮັບ ນັກສຶກສາໃນສົກຮຽນ ຕໍ່ໜ້າ…

ສະຖາບັນຂົງຈື ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງນັກຮຽນ-ນັກສຶກສາ ແລະຜູ້ທີ່ສົນໃຈຢາກຮຽນພາສາຈີນຮັບຊາບວ່າ: ສຳລັບສົກຮຽນ 2020-2021 ( ຊຸດທີ 21 ໃນເດືອນ 10 ) ນີ້ ທາງສະຖາບັນຈະບໍ່ສາມາດເປີດກວ້າງຮັບນັກສຶກສາໃໝ່ຄືດັ່ງໃນແຕ່ລະປີຜ່ານມາໄດ້ ແລະ ຂໍເລື່ອນການຮັບນັກສຶກສາໃໝ່ໄປໄວ້ໃນເດືອນກຸມພາ ປີ 2021 ( ລາຍລະອຽດຂໍໃຫ້ຕິດຕາມແຈ້ງການເພີ່ມຕື່ມ) ສາເຫດທີ່ບໍ່ສາມາດຮັບຮັບນັກຮຽນ-ນັກສຶກສາໃໝ່ໃນສົກປີ 2020-2021 ນີ້ໄດ່ ເນື່ອງຈາກວ່າ ມີຄູອາຈານທີ່ເປັນຄົນຈີນຈຳນວນໜຶ່ງໄດ້ໝົດວາລະ ຫຼື ກຳນົດມາປະຕິບັດໜ້າທີ່ໃນການມາເປັນອາຈານສອນພາສາຈີນ ແລະ ໄດ້ກັບ ສປ ຈີນຈຳນວນ 13 ທ່ານ ແລະ ສຳນັກງານໃຫຍ່ສະຖາບັນຂົງຈືຢູ່ປະເທດຈີນ ກໍ່ບໍ່ສາມາດນຳສົ່ງອາຈານສອນພາສາຈີນມາທີ່ສະຖາບັນຂົງຈືຢູ່ລາວໄດ້ ຫຼື ຢູ່ປະເທດອື່ນໆໄດ້ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ -19 ນອກນັ້ນ, ຈຳນວນນັກສຶກສາເກົ່າທີ່ສືບຕໍ່ຮຽນພາສາຈີນໃນສົກຮຽນ 2020-2021 ແລະ ມາລົງທະບຽນຮຽນຕໍ່ແມ່ນມີຈຳນວນຫຼາຍເຖິງ 1.129 ຄົນ. ສະນັ້ນຈຶ່ງແຈ້ງໃຫ້ບັນດາທ່ານຊາບ ແລະ ຂໍອະໄພມາຍັງບັນດາທ່ານມານະທີ່ນີ້ດ້ວຍ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ຮອງລັດຖະມົນຕີ ເນັ້ນວິທະຍາໄລການຄ້າ ສ້າງຄຸນນະພາບອອກສູ່ສັງຄົມ…

ໂອກາດເຂົ້າຮ່ວມສະຫຼຸບສົກຮຽນ 2019 – 2020 ຂອງວິທະຍາໄລການຄ້າ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເນັ້ນຜູ້ບໍລິຫານວິທະຍາໄລການຄ້າ ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃນຂະແໜງທຸລະກິດການຄ້າ ເພື່ອປະກອບສ່ວນເຂົ້າໃນຕໍາແໜ່ງງານ ຫຼື ທຸລະກິດຂອງຕົນເອງ ພ້ອມກັນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ພາບປະກອບ ພິທີສະຫຼຸບດັ່ງກ່າວ ຈັດຂຶ້ນໃນວັນທີ 3 ກັນຍາ 2020 ທີ່ວິທະຍາໄລການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ( ສສອຄ ) ເປັນປະທານຂອງ ທ່ານ ສີລິສຳພັນ ວໍລະຈິດ ຫົວໜ້າ ສສອຄ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາພະນັກງານຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ.: ທ່ານ ສິງຄຳ ຄຳພອນ ຮອງຫົວໜ້າ ສສອຄ ທັງເປັນຜູ້ອຳນວຍການວິທະຍາໄລການຄ້າ ກ່າວວ່າ: ໃນສົກຮຽນ 2019 ...

Read More »

ສະຫລຸບ ຖອດຖອນບົດຮຽນ ຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ທົ່ວປະເທດ ປະຈຳສົກປີ 2019 – 2020

ກອງປະຊຸມສະຫຼຸບ ຖອດຖອນບົດຮຽນ ວຽກງານຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງວຽງຈັນ ປະຈຳສົກປີ 2019 – 2020 ໄດ້ຈັດຂຶ້ນ ວັນທີ 31 ສິງຫານີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ 18 ແຂວງ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ. ກອງປະຊຸມນີ້ຈັດຂຶ້ນ ເພື່ອຕີລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ໃນໄລຍະ 1 ປີ ຜ່ານມາ, ພ້ອມທັງກຳນົດທິດທາງແຜນການ ເຄື່ອນໄຫວໃນສົກປີຕໍ່ໜ້າ, ເພື່ອປັບປຸງ, ແກ້ໄຂ ແລະ ຍົກລະດັບ ດ້ານຄຸນນະພາບ ...

Read More »

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2020-2021. ພໍ່ແມ່ພີ່ນ້ອງປວງຊົນລາວໃນທົ່ວປະເທດທີ່ເຄົາລົບ;ບັນດາຜູ້ບໍລິຫານການສຶກສາ, ຜູ້ຊົງຄຸນວຸດທິ, ຄູອາຈານໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ;ບັນດາລູກຫຼານນັກຮຽນ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 1 ກັນຍາ ແລະ ວັນເປີດໂທລະພາບການສຶກສາ ຢ່າງເປັນທາງການ, ຂ້າພະເຈົ້າຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ​ຄວາມຮັກແພງອັນຈິງໃຈມາຍັງຜູ້ບໍລິຫານກາສຶກສາທຸກຂັ້ນ, ຄູອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດໃນຂອບເຂດທົ່ວປະເທດມານະໂອກາດນີ້. ດັ່ງທີ່ພວກເຮົາເຂົ້າໃຈກັນເປັນຢ່າງດີ ແລະ ເລິກເຊິ່ງນຳກັນແລ້ວວ່າ ແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນ, ເປັນກຳລັງແຮງ, ເປັນປັດໃຈສຳຄັນຍິ່ງ ທີ່ມີລັກສະນະຕັດສິນກວ່າໝູ່ ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝ. ຍ້ອນເຫັນຄວາມສຳຄັນຍິ່ງ ຂອງວຽກງານການສຶກສາ ພວກເຮົາຍາມໃດກໍໃຫ້ທິດທາງ,​ ນະໂຍບາຍທີ່ໜັກແໜ້ນຕະຫຼອດມາວ່າ: ການສຶກສາຕ້ອງໄປກ່ອນກ້າວໜຶ່ງ. ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານທຸກຍຸກທຸກສະໄໝ ໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາ ຂອງຊາດເຮົາຕໍ່ໄປ ແລະ ໄດ້ມີການພັດທະນາ ເປັນຮູບປະທຳຕະຫຼອດມາ ແລະ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາຂອງຊາດເຮົາຕໍ່ໄປ ເພື່ອສ້າງຄົນລາວໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ...

Read More »