ສຸດຍອດ…!!!! ນະວັດຕະກຳ ຕາຍໄປກາຍເປັນປຸ໋ຍສູ່ທຳມະຊາດ…

ສຸດຍອດໄອເດຍ! ເມື່ອຕາຍກາຍເປັນປຸ໋ຍ ໂລງສົບຈາກເຊື້ອເຫັດ ໃຫ້ຄົນໄດ້ກັບຄືນສູ່ທຳມະຊາດ ເລີ່ມໃຊ້ແລ້ວໃນປະເທດເນເທີແລນຄັ້ງທຳອິດໃນປະເທດເນເທີແລນທີ່ມີໂລງສົບ ທີ່ສາມາດຍ່ອຍສະຫຼາຍໄດ້ຕາມທຳມະຊາດ

ຜະລິດຈາກເຊື້ອເຫັດ ທີ່ສາມາດເລັ່ງເວລາ ການຍ່ອຍສະຫຼາຍຮ່າງກາຍຂອງມະນຸດໄດ້ໄວຂື້ນພາຍໃນ 2-3 ປີ, ເຊິ່ງຖືວ່າເປັນການສົ່ງຄົນກັບຄືນສູ່ທຳມະຊາດ ແລະ ທັງເປັນປະໂຫຍດຕໍ່ສິ່ງແວດລ້ອມອີກດ້ວຍ ໂລງສົບນີ້ຖືກເອີ້ນວ່າ ” Living Coffin “.

ມັນຖືກເຮັດຈາກ mycelium, ຫຼື ເສັ້ນໃຍຂອງເຫັດ. ເປັນໄອເດຍຂອງບໍລິສັດສະຕາດອັບເນເທີແລນ “Loop”ຂໍ້ມູນເພີ່ມຕື່ມ: https://www.tudelft.nl/en/2020/tu-delft/tu-delft-start-up-develops-living-coffin/

ແຫຼ່ງຂໍ້ມູນ: lao yout radio

Comments