ໂອກາດເຂົ້າຮ່ວມສະຫຼຸບສົກຮຽນ 2019 – 2020 ຂອງວິທະຍາໄລການຄ້າ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເນັ້ນຜູ້ບໍລິຫານວິທະຍາໄລການຄ້າ ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃນຂະແໜງທຸລະກິດການຄ້າ ເພື່ອປະກອບສ່ວນເຂົ້າໃນຕໍາແໜ່ງງານ ຫຼື ທຸລະກິດຂອງຕົນເອງ ພ້ອມກັນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ພິທີສະຫຼຸບດັ່ງກ່າວ ຈັດຂຶ້ນໃນວັນທີ 3 ກັນຍາ 2020 ທີ່ວິທະຍາໄລການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ( ສສອຄ ) ເປັນປະທານຂອງ ທ່ານ ສີລິສຳພັນ ວໍລະຈິດ ຫົວໜ້າ ສສອຄ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາພະນັກງານຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
: ທ່ານ ສິງຄຳ ຄຳພອນ ຮອງຫົວໜ້າ ສສອຄ ທັງເປັນຜູ້ອຳນວຍການວິທະຍາໄລການຄ້າ ກ່າວວ່າ: ໃນສົກຮຽນ 2019 – 2020 ວິທະຍາໄລການຄ້າໄດ້ເປີດສອນພຽງແຕ່ຫຼັກສູດດຽວ ຄື: ຫຼັກສູດຊັ້ນສູງລະບົບ 3 ປີ ( 6 ພາກຮຽນ ) ສາຂາທຸລະກິດການຄ້າ, ມີຄູ – ອາຈານສອນທັງໝົດ 33 ທ່ານ, ໃນນີ້ອາຈານສອນປະຈຳ 26 ທ່ານ ແລະ ອາຈານຮັບເຊີນ 7 ທ່ານ, ມີນັກສຶກສາທັງໝົດ 224 ຄົນ, ໃນນັ້ນນັກສຶກສາປີ 1 ມີ 55 ຄົນ, ນັກສຶກສາປີ 2 ມີ 75 ຄົນ ແລະ ນັກສຶກສາປີ 3 ມີ 94 ຄົນ.

ດ້ານການຮຽນການສອນ ວິທະຍາໄລການຄ້າ ແມ່ນໄດ້ປະຕິບັດການຮຽນ – ການສອນຕາມຫຼັກສູດ ປະກາສະນິຍະບັດຊັ້ນສູງສາຂາທຸລະກິດການຄ້າທີ່ໄດ້ຮັບອະນຸມັດຈາກກະຊວງສຶກສາທິການ ແລະ ກີລາ ເຊິ່ງປະກອບມີ 4 ໝວດວິຊາ, 44 ວິຊາຮຽນ, 107 ໜ່ວຍກິດ. ສຳລັບຜົນການຮຽນຕະຫຼອດໄລຍະ 6 ພາກຮຽນຂອງນັກສຶກສາທີ່ຈະຈົບໃນສົກຮຽນ 2019 – 2020 ( ຈຳນວນ 94 ຄົນ ) ມີນັກສຶກສາທີ່ມີຄະແນນສະສົມສະເລ່ຍ ( CGPA ) 3,00 ຂຶ້ນໄປ ມີຈຳນວນ 21 ຄົນ ກວມເອົາ 22,34%, ຄະແນນສະເລ່ຍ 2,00 – 2,99 ມີ 63 ຄົນ ກວມເອົາ 67,03% ແລະ ຄະແນນສະສົມຕ່ຳກວ່າ 1,99 ມີ 10 ຄົນ ເຊິ່ງຈະຕ້ອງໄດ້ມາອັບເກດຕາມລະບຽບຂອງວິທະຍາໄລການຄ້າ ຈຶ່ງຈະໄດ້ຮັບໃບປະກາດ ກວມເອົາ 10,63%.
ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ວິທະຍາໄລການຄ້າ, ສສອຄ ມີພາລະບົດບາດເປັນເສນາທິການໃຫ້ກະຊວງ ອຄ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃນຂະແໜງທຸລະກິດການຄ້າສະໜອງໃຫ້ອົງກອນ, ໜ່ວຍງານ, ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຕ່າງໆພາຍໃນປະເທດ ເພື່ອປະກອບສ່ວນເຂົ້າໃນຕໍາແໜ່ງງານຕາມຄວາມເໝາະສົມ ຫຼື ຖ້າຫາກວ່າຜູ້ໃດທີ່ຮຽນຈົບໄປແລ້ວ ຫາກມີເງື່ອນໄຂສາມາດປະກອບທຸລະກິດເປັນຂອງຕົນເອງໄດ້.
[11:32, 9/4/2020] B’Boua_-s-v: ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ນັກສຶກສາທີ່ຈະຈົບຊັ້ນສູງຊຸດນີ້ເຖິງຈະໄດ້ເຮັດວຽກໃນໜ້າທີ່ຕໍາແໜ່ງງານໃດກໍຕາມ ຂໍໃຫ້ທຸກຄົນຈົ່ງເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ໂດຍໝູນໃຊ້ບົດຮຽນທີ່ໄດ້ຮ່ຳຮຽນມາໃຫ້ເປັນປະໂຫຍດທັງຕໍ່ໜ້າທີ່ຂອງຕົນ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດເຮົາໃຫ້ມີປະສິດທິຜົນສູງ.
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ