ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ໄດ້ມອບປຶ້ມນິທານສົ່ງເສີມການອ່ານ ຈຳນວນ 80.000 ກວ່າຫົວ ໃຫ້ໂຮງຮຽນປະຖົມສົມບູນ ຢູ່ ສປປ ລາວ 850 ແຫ່ງ ໃນແຂວງວຽງຈັນ, ອັດຕະປື, ຈຳປາສັກ ແລະ ແຂວງຊຽງຂວາງ ໃນໂຄງການຮຽນ-ອ່ານ ເພື່ອສະເຫລີມສະຫລອງວັນສາກົນແຫ່ງການລົບລ້າງຄວາມບໍ່ຮູ້ໜັງສື ຄົບຮອບ 55 ປີ.

ພິທີມອບ-ຮັບ, ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2020 ຢູ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງມອບໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍທ່ານ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໂດຍມີ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ປັດຈຸບັນ ສະຫະລັດອາເມລິກາ ໄດ້ລົງທຶນຫລາຍກວ່າ 120 ລ້ານໂດລາ ໃນການປັບປຸງການສຶກສາຂັ້ນພື້ນຖານໃນລາວ ໂດຍຜ່ານການຈັດຕັ້ງປະຕິບັດໃນດ້ານຕ່າງໆຢ່າງກວ້າງຂວາງ ເຊິ່ງໂຄງການຮຽນ-ອ່ານ ເປັນໂຄງການທີ່ເນັ້ນໃສ່ ການປັບປຸງທັກສະການອ່ານຂອງເດັກນ້ອຍໃນຊັ້ນປະຖົມ ປ1 ແລະ ປ2 ໃນລາວ ໂດຍສະເພາະເດັກນ້ອຍ ທີ່ບໍ່ໄດ້ເວົ້າພາສາລາວຕັ້ງແຕ່ກຳເນີດ ແລະ ເດັກພິການ. ນອກນີ້ ໂຄງການຮຽນ-ອ່ານ ຍັງເຮັດວຽກຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະ ກິລາ ນັບທັງຄູ່ຮ່ວມພັດທະນາ ເພື່ອສ້າງຄວາມເຂັ້ມແຂງໃຫ້ບົບການສຶກສາຂອງລາວ ດ້ວຍວິທີອີງໃສ່ຫລັກຖານ, ສ້າງຄວາມສາມາດໃນການຂະຫຍາຍ ແລະ ຮັກສາການຊ່ວຍເຫລືອໃນອານະຄົດ.
ຂໍ້ມູນ: ຂ່າວສານປະເທດລາວ