ຂົງຈື ຈະບໍ່ຮັບ ນັກສຶກສາໃນສົກຮຽນ ຕໍ່ໜ້າ…

ສະຖາບັນຂົງຈື ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງນັກຮຽນ-ນັກສຶກສາ ແລະຜູ້ທີ່ສົນໃຈຢາກຮຽນພາສາຈີນຮັບຊາບວ່າ: ສຳລັບສົກຮຽນ 2020-2021 ( ຊຸດທີ 21 ໃນເດືອນ 10 ) ນີ້ ທາງສະຖາບັນຈະບໍ່ສາມາດເປີດກວ້າງຮັບນັກສຶກສາໃໝ່ຄືດັ່ງໃນແຕ່ລະປີຜ່ານມາໄດ້ ແລະ ຂໍເລື່ອນການຮັບນັກສຶກສາໃໝ່ໄປໄວ້ໃນເດືອນກຸມພາ ປີ 2021 ( ລາຍລະອຽດຂໍໃຫ້ຕິດຕາມແຈ້ງການເພີ່ມຕື່ມ)

CRI ນໍາສະເໜີປຶ້ມໃໝ່ 4 ເຫຼັ້ມ 2 ພາສາ ລາວ-ຈີນ

ສາເຫດທີ່ບໍ່ສາມາດຮັບຮັບນັກຮຽນ-ນັກສຶກສາໃໝ່ໃນສົກປີ 2020-2021 ນີ້ໄດ່ ເນື່ອງຈາກວ່າ ມີຄູອາຈານທີ່ເປັນຄົນຈີນຈຳນວນໜຶ່ງໄດ້ໝົດວາລະ ຫຼື ກຳນົດມາປະຕິບັດໜ້າທີ່ໃນການມາເປັນອາຈານສອນພາສາຈີນ ແລະ ໄດ້ກັບ ສປ ຈີນຈຳນວນ 13 ທ່ານ ແລະ ສຳນັກງານໃຫຍ່ສະຖາບັນຂົງຈືຢູ່ປະເທດຈີນ ກໍ່ບໍ່ສາມາດນຳສົ່ງອາຈານສອນພາສາຈີນມາທີ່ສະຖາບັນຂົງຈືຢູ່ລາວໄດ້ ຫຼື ຢູ່ປະເທດອື່ນໆໄດ້ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ -19 ນອກນັ້ນ, ຈຳນວນນັກສຶກສາເກົ່າທີ່ສືບຕໍ່ຮຽນພາສາຈີນໃນສົກຮຽນ 2020-2021 ແລະ ມາລົງທະບຽນຮຽນຕໍ່ແມ່ນມີຈຳນວນຫຼາຍເຖິງ 1.129 ຄົນ.

ສະນັ້ນຈຶ່ງແຈ້ງໃຫ້ບັນດາທ່ານຊາບ ແລະ ຂໍອະໄພມາຍັງບັນດາທ່ານມານະທີ່ນີ້ດ້ວຍ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments