ສຶກສາ ແລະ ກິລາ

ອອກແລ້ວ! ໂກຕ້າລັດຖະກອນຄູ-ບໍລິຫານ, 966 ຄົນແບ່ງແຕ່ລະຢ່າງຈະແຈ້ງ

ອີງຕາມແຜນແບ່ງປັນຕົວເລກລັດຖະກອນ ຄູ ແລະ ບໍລິຫານ ສໍາລັບພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ ສົກຮຽນ 2019-2020. ຂອງຊວງສຶກສາທິການ ແລະ ກິລາ ເລກທີ 270/ສສກ ລົງວັນທີ 20 ກຸມພາ 2020 ໃຫ້ບັນດາພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ໃນຂອບເຂດທົ່ວປະເທດ ນະຄອນຫຼວງວຽງຈັນແມ່ນໄດ້ 52 ຄົນ, ( ມີຄູ 51 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ຜົ້ງສາລີ ໄດ້ 42 ຄົນ (ມີຄູ 41 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ຫຼວງນ້ຳທາ ...

Read More »

ເປີດຮັບສະໝັກທຶນການສຶກສາ ຈາກລັດຖະບານຈີນ

ທຶນການສຶກສາ ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມເຂົ້າໃຈອັນດີ ລະຫວ່າງປະຊາຊົນຈີນ ແລະ ບັນດາປະເທດຕ່າງໆ, ລັດຖະບານ ສປ ຈີນ ເປີດຮັບສະໝັກ ເອົານັກສຶກສາຕ່າງປະເທດ ທີ່ມີຄວາມຕ້ອງການ ສຶກສາຕໍ່ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ຢູ່ທີ່ມະຫາວິທະຍາໄລ Northeast Agricultural University. ຫຼັກສູດ ສອນເປັນພາສາຈີນ. ນັກສຶກສາ ທີ່ຈະມາຮຽນ ຕ້ອງເສັງຜ່ານ ວັດລະດັບຄວາມຮູ້ພາສາຈີນ ໃຫ້ໄດ້ຕາມມາດຕະຖານ ທີ່ທາງໂຮງຮຽນກໍາໜົດ ຫຼື ຕ້ອງໄດ້ເຂົ້າຮຽນພາສາຈີນ ເປັນເວລາ 1 ປີ ຢູ່ປະເທດຈີນສາກ່ອນ. ປິດຮັບສະໝັກ: ກ່ອນວັນທີ 31 ມີນາ 2019 ລາຍລະອຽດ ແລະ ວິທີການສະໝັກເພີ່ມຕື່ມທີ່ລິງນີ້ເລີຍ: http://gjxy.neau.edu.cn/info/1023/1396.htm To promote friendship and understanding between people in China and other countries, Chinese Government is offering scholarships to ...

Read More »

ຢາກໄດ້ທຶນ Chevening ໄປຮຽນຕໍ່ປະເທດອັງກິດ ບໍ່ຄວນພາດງານນີ້!!!

ເຊີນເດີ້ ມາຮຽນຮູ້ ເຄັດລັບ ຂໍ້ມູນການເສັງເອົາທຶນ Chevening ປະເທດອັງກິດ ທຸກຄົນຕ້ອງໄດ້ລົງທະບຽນກ່ອນ ຈຶ່ງສາມາດເຂົ້າຮ່ວມງານໄດ້ ກົດລົງທະບຽນ ທີ່ລິ້ງຕໍ່ໄປນີ້: https://www.eventbrite.com/e/uk-chevening-scholarship-infor… Come to this information session to learn more about the Chevening scholarship and how to apply from Chevening alumni and the British Embassy. Register your attendance here: https://www.eventbrite.com/e/uk-chevening-scholarship-infor… —————————————————————- – Information session – Q&A – Opportunity to ask 1:1 questions with alumni – UK Quiz Chevening enables outstanding emerging ...

Read More »

ພິທີຖະແຫຼງຂ່າວງານ “RUN FOR HER” ຊຸບເປິມິນິມາຣາທອນ ຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຄັ້ງທໍາອິດໃນລາວ…

ພິທີຖະແຫຼງຂ່າວງານ “RUN FOR HER” ຊຸບເປິມິນິມາຣາທອນ ທີ່ຈັດຂຶ້ນເປັນປີທໍາອິດ ແຕ່ມີຄົນສົນໃຈ ແລະ ເຂົ້າຮ່ວມຢ່າງລົ້ນຫຼາມ… ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ… ສໍາລັບງານແລ່ນ Run for Her ຊຸບເປີມິນິມາຣາທອນ ເປັນກິດຈະກໍາທີ່ຈັດຂຶ້ນໂດຍ ວາລະສານ ຂວັນໃຈ ອອນລາຍ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນ-ລານແຫ່ງຊາດລາວ ມີຈູດປະສົງ ເພື່ອປູກຈິດສໍານຶກໃຫ້ຄົນໃນສັງຄົມເຫັນຄວາມສໍາຄັນ ...

Read More »

ຂ່າວດີ……ມີທຶນໃຫ້ຮຽນຟຣີ ສ້າງໂອກາດໃຫ້ຜູ້ບໍ່ມີວຽກເຮັດໄດ້ມີອາຊີບມີວຽກງານທຳ

ເລີ່ມສະໝັໄດ້ແຕ່ມື້ນີ້ໄປປິດຮັບເອກະສານວັນທີ 18.6.2019 ນີ້ເທົ່ານັ້ນ ທຶນມີຈຳກັດ ສະໝັກ່ອນມີສິດກ່ອນ ?? ມາແລ້ວທຶນຮຽນຟຣີ…….ບໍ່ໄດ້ເສຍຄ່າຮຽນ ແລະ ອຸປະກອນການຮຽນ ?? ໄລຍະຮຽນ 3 ເດືອນ ແລະ ໄປເຮັດວຽກຕໍ່ເອົາປະສົບການຕົວຈິງ. ມີ 2 ສາຂາວິຊາ 1.ວິຊາການໂຮງແຮມ 2. ວິຊາ ປຸງແຕ່ງອາຫານ ສະໜັບສະໜູນທຶນໂດຍ ໂຄງການລາວ/029 ?? ເງື່ອນໄຂຜູ້ສະໝັກ ? 1. ຕ້ອງຈົບປະຖົມ ແຕ່ບໍ່ຈົບມັດທະຍົມຕົ້ນ 2. ຄອບຄົວຂາດເຂີນທຶນໃຫ້ລູກຫລານຮຽນ 3. ຕ້ອງເປັນບຸກຄົນສັນຊາດລາວ ຢູ່ໃນນະຄອນຫຼວງວຽງຈັນ ຫລືຕ່າງແຂວງກໍ່ໄດ້ ?ແຕ່ຕ້ອງມີພາຫະນະ ເພື່ອຖຽວຕອນໄປເຮັດວຽກ? 4. ເປັນບຸກຄົນທີ່ບໍ່ມີຄະດີ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດຜິດກົດຫມາຍ 5. ທີ່ສຳຄັນທີ່ສຸດຄືຄົນທີ່ວ່າງງານ ຮຽນເພື່ອຢາກໄປເຮັດວຽກແທ້ ເພາະຫຼັຈາກຮຽນຈົບທາງໂຮງຮຽນຈະຊອກວຽກເຮັດໃຫ້ພ້ອມ ? ມາຮຽນເພື່ອຢາກຮູ້ ຮຽນເພື່ອມາເອົາໃບປະກາດ ບໍ່ເອົາ? ຮຽນຈົບຕ້ອງໄປເຮັດວຽກຕາມສັນຍາເບື້ອງຕົ້ນ 6. ຕ່າງແຂວງ ແລະຄົນບ້ານໄກມີຫໍພັກໃຫ້ຢູ່ຟຣີໃນໄລຍະຮຽນ 3 ເດືອນ ແລະໄລຍະຊອກຫາງານອີກ 1 ເດືອນ 7. ອາຍຸ 18-35 ປີ ບໍ່ຈຳກັດເພດ ສົນໃຈໂທສອບຖາມ 021 540545. 021 261566 ...

Read More »

ທີມນັກກິລາບານເຕະເດັກນ້ອຍລາວ ໄດ້ຮັບຂັນລາງວັນການແຂ່ງຂັນ ຢູ່ພັດທະຍາ, ປະເທດໄທ

ໃນວັນເສົາ ວັນທີ 1 ມິຖຸນາ 2019 ທີ່ຜ່ານມາ, ຄູເຝິກ  Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວ ທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10)  ໄປແຂ່ງຂັນໃນງານ BSS INTERNATIONAL TOURNAMENT 2019 ທີ່ພັດທະຍາ, ປະເທດໄທ. ໃນການແຂ່ງຂັນຄັ້ງນີ້, ມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ , ເຊິ່ງມີລຸ້ນອາຍຸຕັ້ງແຕ່ 7 ປີ ຫາ 12 ປີ. ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ. ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 ປີ ກໍສາມາດມີຜົນງານການແຂ່ງຂັນໃນຄັ້ງນີ້ໄດ້ດີຫຼາຍ ເຮັດໃຫ້ທີມ U11 ທີ່ມີຜົນງານການຫຼິ້ນທີ່ດີ ແລະ ໄດ້ຮັບຫຼຽນໄຊ ແລະ ຂັນລາງວັນລຸ້ນ “2008 Age Group Plate Winners”ມາຝາກຄົນລາວທຸກໆຄົນອີກດ້ວຍ. ສຳລັບການແຂ່ງຂັນບານເຕະໃນລະດັບໂຮງຮຽນນານາຊາດໃນເທື່ອນີ້ ...

Read More »

ຊົມເຊີຍ!!! ນັກສິນລະປິນລາວ ຍາດໄດ້ຫຼຽນຄຳ ໃນງານສະແດງດົນຕີອາຊຽນ 2019

ນັກສິນລະປິນຈາກກອງສິລະປະສູນກາງ ສາມາດຍາດໄດ້ໜຶ່ງຫຼຽນຄຳ, ໜຶ່ງຫຼຽນເງິນ, ລາງວັນສະແດງຍອດຢ້ຽມ ແລະ ລາງວັນຂວັນໃຈຜູ້ຊົມຈາກງານສະແດງດົນຕີອາຊຽນ Asean Music Festival 2019 ທີ່ ນະຄອນຮາຍຟອງ ປະເທດຫວຽດນາມ ເຊິ່ງຈັດຂຶ້ນລະຫວ່າງວັນທີ 25-31 ພຶດສະພາ 2019. ໃນການແຂ່ງຂັນໃນຄັ້ງນີ້ ມີສິນລະປິນຈາກ 7 ປະເທດອາຊຽນ ລວມມີ: ກຳປູເຈຍ, ສປປ.ລາວ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ ແລະ ຫວຽດນາມ.

Read More »

ວິຊາ ເລືອກສອບເສັງ ຊັ້ນ ມ 7 ອອກມາແລ້ວ!!! ເອກະພາບກັນທົ່ວປະເທດ

ວິຊາເລືອກ ສອບເສັງ ຂອງນ້ອງນັກຮຽນຊັ້ນ ມ 7 ເອກະພາບ ທົ່ວປະເທດ ອອກມາແລ້ວ!! ສາຍທຳມະຊາດໄດ້ແກ່ ວິຊາ ເຄມີສາດ ແລະ  ສາຍສັງຄົມໄດ້ແກ່ ວິຊາ ປະຫວັດສາດ !!! ສ່ວນວິຊາຫຼັກໆທີ່ຈະເສັງແມ່ນ: ວິຊາຄະນິດສາດ ແລະ ວິຊາ ພາສາລາວ-ວັນນະຄະດີ ຢູ່ແລ້ວ ລວມເສັງໃນປີນີ້, ນ້ອງນັກຮຽນຈະໄດ້ສອບເສັງທັງໝົດ 4 ວິຊານັ້ນເອງ. ຫວັງວ່າຈະ ຖືກໃຈນ້ອງນັກຮຽນ ຊັ້ນ ມ7 ກັນໝົດທຸກຄົນ.

Read More »

ວາງສີລາເລີກ ການກໍ່ສ້າງສະໜາມກິລາ ເບສບອນ ແຫ່ງທໍາອິດ ຂອງ ສປປ ລາວ !

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019 ຢູ່ທີ່ບໍລິເວນ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໄດ້ມີພິທີ ວາງສີລາເລີກ ການກໍ່ສ້າງ ສະໜາມກິລາ ເບສບອນລາວ ຊຶ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອລ້າ 100% ໂດຍທະນາຄານ DGB ແຫ່ງ ສ. ເກົາຫຼີ ມູນຄ່າການກໍ່ສ້າງທັງຫມົດແມ່ນ 265,000 ໂດລ້າສະຫະລັດ. ການກໍ່ສ້າງ ຄາດວ່າຈະສໍາເລັດ ແລະ ເປີດໃຊ້ໃນວັນທີ 23 ກໍລະກົດ 2019 ນີ້. ສະໜາມກິລາແຫ່ງນີ້ ກວມເອົາເນື້ອທີ 3 ແຮັກ ປະກອບມີ ເດີນນອກຮົ່ມ, ເດີນໃນຮົ່ມ, ຫ້ອງນໍ້າ, ຫ້ອງການ ແລະ ຫໍພັກນັກກິລາ. ພາຍຫຼັງສ້າງສະໜາມກິລາແຫ່ງນີ້ສໍາເລັດ ແມ່ນມອບໃຫ້ ສະຫະພັນເບສບອນແຫ່ງຊາດລາວ (Lao Baseball Federation) ເປັນຜູ້ຄຸ້ມຄອງ ນໍາໃຊ້ ແລະ ຈັດເຝິກ ແຂ່ງຂັນທັງໃນລະດັບພາຍໃນ ແລະ ຕ່າງປະເທດ. ທີ່ມາ: Lao Youth Radio ...

Read More »

ພໍ່ແມ່ຜູ້ປົກຄອງ ທີ່ສົນໃຈ ສົ່ງລູກຫຼານໄປສຶກສາຕໍ່ປະເທດອັງກິດ ອ່ານທາງນີ້ດ່ວນ….

ຂໍເຊີນບັນດາທ່ານ ຮ່ວມງານການສຶກສາຕໍ່ ທີ່ສະຫະຮາຊອານາຈັກ ອັງກິດ ຈັດໂດຍ British Education Centre Lao Study Abroad (ບຮີທິສ ອີດູເຄຊັນ ເຊັນເຕີ ລາວ ສະຕາດີ ອາ-ບຣອດ) ຊຶ່ງຈະໄດ້ຈັດຂຶ້ນ ຢູ່ທີ່ໂຮງແຮມ ຄຮາວພລາຊ້າ ໃນວັນເສົາ ທີ 25 ພຶດສະພາ 2019 ເລີ່ມແຕ່ເວລາ 13:00-17:00. ພາຍໃນງານ ຈະມີຕົວແທນ ຈາກມະຫາວິທະຍາໄລ ອັງກິດ 3 ແຫ່ງ ເຂົ້າຮ່ວມງານ ເຊັ່ນ: University of Greenwich ຈາກເມືອງລອນດອນ De Montfort University ຈາກເມືອງ ເລສເຕີ້ ແລະ University of Dundee ສະກ໋ອດແລນ ຊຶ່ງເປັນບັນດາມະຫາວິທະຍາໄລ ທີ່ຕິດຢູ່ໃນ ທ໋ອບ 30 ມະຫາໄລ ຂອງສະຫະຮາຊອານາຈັກ ອັງກິດ ຜູ້ມາຮ່ວມງານ ສາມາດໄດ້ຮັບສ່ວນຫຼຸດທັນທີ 2,000-14,000 ປອນ ...

Read More »