ທັດສະນະສຶກສາ ສະຖານທີ່ວາງລາງລົດໄຟ ລາວ-ຈີນ…

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ນຳພາສຳມະນາກອນຊຸດທີ 1 ຈຳນວນ 60 ກວ່າຄົນ ໄປທັດສະນະສຶກສາຢູ່ ສູນວາງລາງ ໂຄງການລົດໄຟລາວ-ຈີນ ທີ່ ບ້ານສົງເປືອຍ ນະຄອນຫລວງວຽງຈັນ ໃນວັນທີ 11 ກັນຍາ 2020 ໂດຍມີ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະ ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຈາກ ກົມລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມ.

ການທັດສະນະສຶກສາໃນຄັ້ງນີ້, ບັນດາສໍາມະນາກອນ ໄດ້ລົງກຳເກັບຂໍ້ມູນໃນການເຮັດວຽກຕົວຈິງ ໃນແຕ່ລະຕຳແໜ່ງງານ ຢູ່ພາກສະໜາມ ໂດຍສະເພາະ ລະບົບການຈອດເຫລັກລາງລົດໄຟ, ການສ້ອມແປງລົດໄຟ, ການປູເສັ້ນທາງ ແລະ ອຸປະກອນທີ່ໃຊ້ໃນການກໍ່ສ້າງທາງລົດໄຟ ແລະ ອື່ນໆ.

ນອກນີ້, ບັນດາສຳມະນາກອນ ຍັງໄດ້ທົດລອງນັ່ງລົດໄຟເຕັກນິກ ອີກດ້ວຍ. ຮອດປັດຈຸບັນ ສຳມະນາກອນຊຸດທີ 1 ໄດ້ສຳເລັດການຝຶກອົບຮົມພື້ນຖານພາສາຈີນ ແລະ ກຽມຝຶກອົບຮົມວິຊາສະເພາະ ຕຳແໜ່ງງານບຳລຸງຮັກສາ, ສ້ອມແປງ ແລະ ຄົນຂັບລົດໄຟ. ປັດຈຸບັນ ວຽກງານການວາງລາງໃນແລວທາງ ມີຄວາມຄືບໜ້າຫລາຍກວ່າ 124,9 ກມ, ສໍາເລັດການປູລາງເຂດສະຖານີ 7,4 ກມ, ຄາດວ່າໃນທ້າຍປີນີ້ ຈະວາງລາງຮອດ ເມືອງກາສີ ແຂວງຫລວງພະບາງ.

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ມີແຜນການສ້າງພະນັກງານ 600 ຕຳແໜ່ງ ສຳລັບຊ່ວງດຳເນີນການ. ໃນນັ້ນ, ມີຕຳແໜ່ງງານສ້ອມແປງ, ບຳລຸງຮັກສາພື້ນຖານໂຄງການ, ຄົນຂັບລົດໄຟ, ສ້ອມແປງຫົວລົດໄຟ, ຜູ້ປະຈຳການສະຖານີ, ການຂົນສົ່ງສິນຄ້າ ແລະ ການຂົນສົ່ງໂດຍສານ.ໃນໂອກາດນີ້, ທ່ານ ສາຍຄຳ ພັນທະວົງ ໄດ້ໃຫ້ກຳລັງໃຈກັບສຳມະນາກອນ ເນື່ອງຈາກວ່າ ສຳມະນາກອນຊຸດ 1 ຖືວ່າເປັນຊຸດທຳອິດຕ້ອງເຂັ້ມແຂງ ແລະ ເປັນຜູ້ນຳໜ້າ ຕ້ອງຕັ້ງໃຈຮໍ່າຮຽນຝຶກຝົນ ຍາດເອົາວິຊາຄວາມຮູ້ ແລະ ວິຊາເຕັກນິກຕ່າງໆ ມາຖ່າຍທອດໃຫ້ບຸກຄະລາກອນລາວໃນຕໍ່ໜ້າ ໃຫ້ມີຄວາມສາມາດວິຊາສະເພາະເຕັກນິກຂັ້ນສູງ.

ແຫຼ່ງຂໍ້ມູນ: ຂປລ

Comments