ສຶກສາ ແລະ ກິລາ

ເລີ່ມການກໍ່ສ້າງອາຄານຮຽນ ມ.ສ ຫຼັກ 35 ເມືອງປາກຊ່ອງ.

ພິທີວາງສິລາລືກ ໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນມັດທະຍົມສົມບູນ ຫຼັກ 35 (ອີ່ຕູ້) ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2018 ຜ່ານມາໂດຍການໃຫ້ກຽດເຂົ້າຮ່ວມຂອງ   ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ທ່ານ ຫງວຽນ ວັນ ຮາຍ ຕາງໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການຂອງແຂວງ, ການນໍາຂອງເມືອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ທ່ານ ບຸນທອງຫຼອມ ຄໍາພົມມີ ອໍານວຍການ ມ.ສ ຫຼັກ 35 ໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກແຂວງບິງດິ້ງ ສສ ຫວຽດນາມ ມູນຄ່າ 10 ຕື້ດົ້ງ (3.673.405.056 ກີບ)  ເຊິ່ງເປັນອາຄານເປຕົງເສີມເຫຼັກ 2 ຊັ້ນ, ມີ 10 ຫ້ອງຮຽນ, 2 ...

Read More »

ກະຊວງສຶກສາ ຈະເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ.

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ຂອງຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດ ອັງກິດ ທ່ານ ນາງ Kate White ຍັງໄດ້ເຂົ້າຢ້ຽມຂໍ່ານັບລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 22 ພະຈິກ 2018 ຜ່ານມານີ້. ເພື່ອປຶກສາຫາລືກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ໂດຍເປັນການເຊີນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະ ເພື່ອເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ທີ່ຈະຈັດຂຶ້ນຢູ່ປະເທດອັງກິດ ໃນເດືອນມັງກອນ 2019 ພ້ອມທັງເປັນການກຽມຄວາມພ້ອມທາງດ້ານເອກະສານ, ດ້ານເນື້ອໃນ ແລະ ອື່ນໆ ທີ່ເຫັນວ່າມີຄວາມສໍາຄັນໃນຂະແໜງການສຶກສາ ແລະ ກິລາ. ນອກຈາກນັ້ນ, ຍັງໄດ້ມີການປຶກສາຫາລື ໃນວຽກງານການຮ່ວມມືຂະແໜງການສຶກສາ ແລະ ກິລາ ລະຫວ່າງ 2 ປະເທດ ໃນຕໍ່ໜ້າ ແລະ ການກະກຽມຮ່າງສັນຍານເຊັນ MOU ຮ່ວມກັນ ລະຫວ່າງ 2 ...

Read More »

ຢາກໄປສຶກສາ ແລະ ຄົ້ນຄວ້າວິໄຈ ຢູ່ມະຫາວິທະຍາໄລ ໃນປະເທດເອີຣົບ ອ່ານດ່ວນ….

ຂ່າວດີທີ່ສຸດ ! ?? ?? ?? ?? ສໍາລັບບັນດາທ່ານ ທີ່ຕ້ອງການໄປສຶກສາ ແລະ ເຮັດການຄົ້ນຄວ້າວິໄຈ ຢູ່ມະຫາວິທະຍາໄລ ໃນແຖບປະເທດເອີຣົບ (ຢູໂຣບ)  ທ່ານບໍ່ຄວນພາດ ງານນີ້ ເດີ້ !!! “Study and Research Europe 2018” ໂດຍງານ ຈະໄດ້ຈັດຂຶ້ນ ຢູ່ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລ ແຫ່ງຊາດ ໃນວັນສຸກທີ 7/12/2018 ຕັ້ງແຕ່ເວລາ 9:00-18:00 ໂມງ. ໃນງານ ທ່ານຈະໄດ້ພົບກັບ ການອອກບູທ ຈາກຫຼາກຫຼາຍປະເທດ ໃນສະຫະພາບເອີຣົບ ທີ່ໃຫ້ທຶນການສຶກສາ ເຊັ່ນ: ຝຣັ່ງ, ເຢຍລະມັນ, ອັງກິດ, ຮົງກາຣີ ເປັນຕົ້ນ. ພ້ອມນັ້ນ, ຍັງຈະມີ ການບັນຍາຍ ແລກປ່ຽນປະສົບການ ຈາກນັກສຶກສາ ທີ່ເຄີຍໄດ້ຮັບທຶນມາແລ້ວ ແລະ ມີການອະທິບາຍ ວິທີການສະໝັກທຶນຕ່າງໆ ແບບລະອຽດ. ມາຮ່ວມງານກັນຫຼາຍໆ, ແຊຣ໌ ແລະ ...

Read More »

ທ່ານຕ້ອງການຮຽນຮູ້ເຕັກນິກເຮັດໃຫ້ Facebook live ປະສົບຜົນສຳເລັດບໍ່ ? ອ່ານດ່ວນ…..

ຂ່າວດີ !!! ເຂົ້າຮ່ວມໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ ແຕ່ຕ້ອງລົງທະບຽນກ່ອນ ກັບງານ ວັນດິຈິຕອລ ຫົວຂໍ້ການບັນຍາຍແມ່ນ:​ ສ້າງຄວາມເປັນທີ່ນິຍົມ ທາງສື່ສັງຄົມອອນລາຍ ວັນດິຈີຕອລ : ເວີກຊ໋ອບ ກ່ຽວກັບ Facebook live ທີ່ສະຖາບັນຝຣັ່ງ ປະຈຳ ລາວ ທ່ານຕ້ອງການຮຽນຮູ້ເຕັກນິກເຮັດໃຫ້ Facebook live ປະສົບຜົນສຳເລັດ ບໍ່ ? ຂໍເຊີນຊວນທູກທ່ານເຂົ້າຮ່ວມເວີກຊ໋ອບໂດຍບໍ່ໄດ້ເສຍຄ່າ (ເປັນພາສາລາວ) ທີ່ຈະມາບອກເຄັດລັບວ່າເຮັດແນວໃດໃຫ້ Facebook live ປະສົບຜົນສຳເລັດ, ໃນວັນສຸກ ທີ 30 ພະຈິກ ທີ່ຈະມາເຖິງນີ້, ທີ່ ສະຖາບັນຝຣັ່ງ, ເລີ່ມເວລາ 13:30 – 17:00 ໂມງ. ລະວັງ, ບ່ອນນັ່ງມີຈຳນວນຈຳກັດ, ຮັບພຽງແຕ່ 15 ຄົນທຳອິດທີ່ລົງທະບຽນກ່ອນລ່ວງໜ້າເທົ່ານັ້ນ (ລົງທະບຽນອອນລາຍຕາມລິ່ງຂ້າງລຸ່ມນີ້) ການຈັດງານໃນຄັ້ງນີ້ແມ່ນໝາກຜົນຂອງການຮ່ວມມືກັນ ລະຫວ່າງ ສະຖາບັນຝຣັ່ງ ປະຈຳ ລາວ, ສະຖານທູດຝຣັ່ງ, ສະຖານທູດອາເມຣິກາ ແລະ ສະຖານີວິທະຍຸກະຈາຍສຽງຊາວໜຸ່ມລາວສິນໄຊຍຸກໃໝ່. ລົງທະບຽນອອນລາຍ : https://goo.gl/forms/x0hyq3FLzBiTD96M2 ...

Read More »

ທຶນການສຶກສາ ຈາກລັດຖະບານ ຮົງກາຣີ ທຶນ Stipendium Hungaricum 2019

ເປີດຮັບສະໝັກແລ້ວ !!! ?? ?? ?? ທຶນການສຶກສາ ຈາກລັດຖະບານ ຮົງກາຣີ ທຶນ Stipendium Hungaricum 2019 ເປີດໃຫ້ທ່ານໄດ້ສະຫມັກ ແລ້ວ ! ລາຍລະອຽດ ແລະ ວິທີການສະຫມັກ ອ່ານຕື່ມໄດ້ທີ່: http://studyinhungary.hu/…/call-for-applications-2019-2020.… ປິດຮັບສະໝັກ: 15/01/2019 Great news for those who want to apply for the next round of STIPENDIUM HUNGARICUM scholarship programme! ? CALL FOR APPLICATIONS 2019/2020 ‼️ deadline for applications is 15 January 2019.‼️ Detailed information about the application process is available ...

Read More »

ເມືອງນ້ຳບາກ ສຳເລັດການຍົກລະດັບ ຊັ້ນມັດທະຍົມຕົ້ນບຳລຸງ

ໃນວັນທີ່ 23 ພະຈິກ 2018, ຢູ່ເມືອງນໍ້າບາກ, ແຂວງຫຼວງພະບາງ, ອົງການປົກຄອງເມືອງນ້ຳບາກ ໄດ້ຈັດພິທີປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງໃນທົ່ວເມືອງ ໂດຍການເປັນປະທານຂອງທ່ານ ຮອງສາດສະດາຈານ ປະລີນຍາເອກ ຄຳຜາຍ ສີສະຫວັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໂດຍມີການນຳຂອງແຂວງ, ບັນດາເມືອງອ້ອມຂ້າງແຂວງ, ແຂກຮັບເຊີນ, ພະນັກງານຄູ, ນັກຮຽນ ແລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງນ້ຳບາກເຂົ້າຮ່ວມ. ການຈັດການຮຽນການສອນມັດທະຍົມຕົ້ນບຳລຸງ ໃຫ້ປະຊາຊົນກຸ່ມເປົ້າໝາຍ ຢູ່ເມືອງນ້ຳບາກ, ແຂວງຫຼວງພະບາງ ໄດ້ເລີ່ມມາແຕ່ ປີ 2011 ໂດຍໄດ້ປະຕິບັດ 6 ຂັ້ນຕອນຄື: ການເກັບກຳຂໍ້ມູນ, ການແຕ່ງຕັ້ງຄະນະຮັບຜິດຊອບ, ການວາງແຜນການ ທັງດຳເນີນການຮຽນ-ການສອນ, ການລົງຕິດຕາມ-ກວດກາ-ປະເມີນຜົນ, ກາາປະກາດຜົນສຳເລັດຂັ້ນບ້ານ-ກຸ່ມບ້ານ ແລະ ການນໍາສະເໜີຕໍ່ການນໍາຂັ້ນເທິງເພື່ອຈັດພິທີປະກາດໃນທົ່ວເມືອງ. ສຳລັບກຸ່ມເປົ້າໝາຍທີ່ໄດ້ຜ່ານການຮຽນ-ການສອບບຳລຸງ ລວມມີທັງໝົດ 1.683 ຄົນ, ຍີງ 658 ຄົນ, ຢູ່ 83 ບ້ານ ໃນທົ່ວເມືອງ, ໂດຍໃນນັ້ນ ມີພະນກງານ, ທະຫານ, ຕໍ່າຫຼວດ ທີ່ຮຽນຈົບຊັ້ນມັດທະຍົມຕົ້ນ ທັງໝົດ ...

Read More »

ມາເບິ່ງ!!! ວິທີສະໝັກທຶນ ຈາກລັດຖະບານຮົງກາລີ ຢາກໄປຮຽນຕໍ່ຕ່າງປະເທດອ່ານດ່ວນ….

ສະບາຍດີທຸກໆຄົນ ມື້ນີ້ແອັດມິນ ມີສິ່ງດີໆມານຳສະເໜີໃຫ້ທ່ານຜູ້ອ່ານອີກແລ້ວ ກັບການເປີດຮັບສະໝັກທຶນການສຶກສາ ຈາກລັດຖະບານປະເທດຮົງກາລີ. ໄດ້ເປີດໃຫ້ຄົນລາວໄດ້ສະໝັກແລ້ວ ຕັ້ງແຕ່ວັນທີ 15/11/2018 – 15/1/2019. ເຊິ່ງລາຍລະອຽດ ແລະ ວິທີການສະໝັກ ພ້ອມເຄັດລັບຕ່າງໆ  ແອັດມິນໄດ້ເຫັນ ຜູ້ໃຊ້ ເຟສບຸກ ຊື່ Nouni Outhenthapanya ເພິ່ນ ໄດ້ແຊຣ໌ປະສົບການ ແນະນຳວິທີ  ພ້ອມເຄັດລັບ ການສະໝັກທຶນມື້ນີ້ ຄິດວ່າຈະມີປະໂຫຍດຕໍ່ຫຼາຍໆຄົນທີ່ຈະໄປສຶກສາຕໍ່ຫາປະສົບການຢູ່ຕ່າງແດນແນ່ນອນເລີຍນຳມາຝາກ. ສະບາຍດີ! ?”15 ພະຈິກ2018 ຫາ 15 ມັງກອນ 2019″? ໂອກາດໄປສຶກສາຮໍ່າຮຽນ,ທຶນຟຣີມີເງິນເດືອນ ທີ່ ເອີຣົບ ສົກປີ 2019-2020 ມາຮອດແລ້ວ ປີນີ້ມາໄວກວ່າປີກາຍເປັນພິເສດ. ຂໍເຊີນຊວນໝູ່ເພື່ອນ,ອ້າຍ,ເອື້ອຍ,ນ້ອງສະໝັກທຶນຮຽນຕໍ່ ປ.ຕີ ປ.ໂທ ປ.ເອກ ຄົ້ນຄ້ວາວິໄຈ ແລະ ຮຽນພາສາທີ່ ປະເທດຮົງກາລີ, ມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກ ເຊິ່ງທຶນດັ່ງກ່າວແມ່ນທຶນຈາກລັດຖະບານຮົງກາລີມອບໃຫ້ປະເທດລາວໂດຍກົງບໍ່ຕ້ອງມີເສັ້ນສາຍທາງໃດຂໍແຕ່ມີຄວາມຮູ້,ຄວາມສາມາດ ແລະ ຄວາມພະຍາຍາມເຊື່ອວ່າຕິດແນ່ນອນເພາະທາງທຶນເພິ່ນເລືອກເອງເລີຍ. ຂັ້ນຕອນມີດັ່ງນີ້: ?ໝາຍເຫດ: ຜູ້ສະໝັກຈະຕ້ອງມີອາຍຸ 18 ປີຂຶ້ນໄປ ຫຼື 18 ປີກ່ອນວັນທີ 1 ...

Read More »

ເປີດສະໝັກທຶນ!!! ໄປສຶກສາຕໍ່ທີ່ປະເທດສິງກະໂປ

ມາແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ຈາກປະເທດສິງກະໂປ ພາຍໃຕ້ທຶນການສຶກສາ 2019 Dr Goh Keng Swee Scholarship ປິດຮັບສະຫມັກ15 ມີນາ 2019 ລາຍລະອຽດ ແລະ ວິທີການສະຫມັກທີ່: https://abs.org.sg/dr-goh-keng-swee-scholarship The Dr Goh Keng Swee (GKS) Scholarship offers 4-year undergraduate studies in Singapore as administered by the Association of Banks in Singapore. GKS scholarship was set up by the financial community in Singapore in honour of former Deputy Prime Minister Dr Goh ...

Read More »

ການກໍ່ສ້າງໂຮງຮຽນ ປະຖົມສົມບູນພັນໄຊ ຫຼັງໃໝ່ຄືບໜ້າ

ໃນຕອນເຊົ້າ ຂອງວັນທີ 7 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຊຸກຍູ້, ຕິດຕາມ-ກວດກາ ເບິ່ງຄວາມຄືບໜ້າ ໃນການກໍ່ສ້າງອາຄານໂຮງຮຽນຫຼັງໃໝ່ ຢູ່ໂຮງຮຽນປະຖົມສົມບູນພັນໄຊ, ເມືອງຊຳເໜືອ, ແຂວງຫົວພັນ. ໂດຍມີການນຳຂອງແຂວງຫົວພັນ, ຄູອາຈານ ແລະ ນັກຮຽນ ໂຮງຮຽນດັ່ງກ່າວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ອາຄານໂຮງຮຽນຫຼັງນີ້ ແມ່ນຄອບຄົວຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ມອບເປັນຂອງຂວັນ ໃຫ້ແກ່ອົງການປົກຄອງ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໂດຍການສະໜັບສະໜູນທຶນ ຈາກທະນາຄານ ເອັດທີ (ST Bank), ເປັນອາຄານກໍ່ສອງຊັ້ນ, ມີຂະໜາດ 9 x 33 ແມັດ, ປະກອບມີ 6 ຫ້ອງຮຽນ, 2 ຫ້ອງການຄູອາຈານ, ສາມາດຮອງຮັບນັກຮຽນ ເຂົ້າຮຽນໄດ້ 200 ກວ່າຄົນ, ມູນຄ່າການກໍ່ສ້າງທັງໝົດ 2,4 ຕື້ກີບ ໂດຍແມ່ນບໍລິສັດ ໄຊເສດຖາ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ...

Read More »

ທຶນ BOURSES D’AVENIR ນັກຮຽນລາວມີສິດສອບເສັງຍາດເອົາທຶນເພື່ອໄປສຶກສາຕໍ່ທີ່ປະເທດຝຣັ່ງ!

ຂ່າວດີ ?? ?? ?? ສົນໃຈໄປສຶກສາຕໍ່ ທີ່ປະເທດຝຣັ່ງ ກັບມາຮັບປະກັນ ມີວຽກເຮັດ ຢູ່ລາວ ກະລຸນາອ່ານ ແລະ ສະໝັກທາງນີ້ !!! ທຶນການສຶກສາ [BOURSES D’AVENIR] ການລົງທະບຽນເພື່ອເຂົ້າເສັງເອົາທຶນ « Bourses d’Avenir » ໄດ້ເປີດຂື້ນແລ້ວ ! ສຳລັບໂຄງການ ການໃຫ້ທຶນຮ່ວມກັນ ລະຫວ່າງ ບໍລິສັດໄຟຟ້າ ນ້ຳເທີນ NTPC ແລະ ສະຖານທູດຝຣັ່ງນີ້, ໃນແຕ່ລະປີ ແມ່ນໄດ້ເປີດໂອກາດໃຫ້ບັນດານັກຮຽນລາວມີສິດສອບເສັງຍາດເອົາທຶນເພື່ອໄປສຶກສາຕໍ່ທີ່ປະເທດຝຣັ່ງ! https://goo.gl/forms/nokG3QmI2lGYinx12 [BOURSES D’AVENIR] Les inscriptions au concours « Bourses d’Avenir » sont désormais ouvertes ! Ce programme co-financé par Nam Theun 2 Power Co. Ltd. et l’Ambassade ...

Read More »