ສຶກສາ ແລະ ກິລາ

ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາ 9 ພັນກວ່າຄົນ

ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ທີ່ຜ່ານມາ, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈະຮັບເອົາຕົວຈິງ 9 ພັນກວ່າຄົນ, ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ, ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ). ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ...

Read More »

ລໍຖ້າລັດຖະບານ ອະນຸມັດແຂ່ງ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ກຽມພ້ອມແລ້ວ 100%

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ກຽມພ້ອມແລ້ວ 100% ໂດຍສະເພາະ ສະໜາມກິລາທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະຖານທີ່ພັກເຊົາຂອງຄະນະນຳ, ຄູເຝິກ ແລະ ນັກກິລາ ກໍໄດ້ມີການປັບປຸງແກ້ໄຂຄືນໃໝ່ ສຳເລັດໄປແລ້ວ 100%, ປັດຈຸບັນ ຍັງລໍຖ້າທາງລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ອະນຸມັດເປີດການແຂ່ງຂັນຢ່າງເປັນທາງການ ໃນມື້ໃດເທົ່ານັ້ນ. ໃນໂອກາດດັ່ງກ່າວ,​ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຍງຂວາງ ທ່ານ ບົວລີ ພັນນນາວົງ ໄດ້ລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນປີ 2019-2020 ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນວ່າ:​ ສຳລັບພິທີ ເປີດ-ປິດ ແລະ ປະດັບປະດາສະໜາມກິລາປະເພດຕ່າງໆ,​ ຕິດຕັ້ງລະບົບອິນເຕີເນັດ, ຈັດພິມໃບຍ້ອງຍໍ ແລະ ວິທີການມອບຫຼຽນແຕ່ລະປະເພດ ແມ່ນສຳເລັດໄປແລ້ວຈຳນວນ 2,534 ບັດ ພ້ອມທັງ ກຽມຫຼຽນລາງວັນ, ສັດນຳໂຊກຕະກຸນນົກແອ່ນ ແລະ ອື່ນໆ. ພ້ອມກັນນັ້ນ,​ ດ້ານກຳມະການເຕັກນິກ-ຈັດການແຂ່ງຂັນ ແມ່ນໄດ້ສຳເລັດການຈັດຊື້ເຄື່ອງນຸ່ງກິລາແຕ່ລະປະເພດ ...

Read More »

ບໍ່ມີການປ່ຽນແປງ ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້…

ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ໄດ້ກຽມພ້ອມເລີ່ມໄຂສົກຮຽນໃໝ່ (2020-2021) ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ແລະ ພ້ອມກັນສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ດ້ານກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ສະຖານການສຶກສາທຸກແຫ່ງ ຈົ່ງກຽມຄວາມພ້ອມຂອງບຸກຄະລາກອນ, ຈັດການສຸຂະສຶກສາໃຫ້ຄວາມຮູ້ແກ່ຜູ້ບໍລິຫານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ເປັນຕົ້ນ ການປະຕິບັດມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ອັດດັງ, ສົ່ງເສີມການລ້າງມືໃສ່ສະບູເປັນປົກກະຕິ ໃຫ້ກາຍເປັນວັດທະນາທຳ. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກ ກະຕິຄ້າຍກັບທຸກປີ ຄືວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ. ປີນີ້ພວກເຮົາໄດ້ຮັບຜົນກະທົບ ...

Read More »

ມີນັກຮຽນທັງໝົດ 64,340 ຄົນ ທີ່ສອບເສັງຈົບຊັ້ນມັດຖະຍົມສຶກສາຕອນປາຍໃນປີນີ້…

ການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ສໍາຫຼັບສົກສຶກສາ 2019-2020 ມີ 4 ວິຊາສອບເສັງຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ຊີວະສາດ ແລະ ວິຊາ ພູມສາດ. ໂດຍມີນັກຮຽນທັງໝົດ 64.340 ຄົນ (ຍິງ 30.035ຄົນ), ໃນນັັ້ນມີນັກຮຽນສອບເສັງ ບີແລ່ງ (Classes Bilingues) 207 ຄົນ (ຍິງ 117 ຄົນ), ເຊິ່ງມີສູນສອບເສັງທັງໝົດ 294 ຄົນ ຢູ່ໂຮງຮຽນ 778 ແຫ່ງໃນຂອບເຂດທົ່ວປະເທດ. ບັນດາສູນສອບເສັງຕ່າງໆໃນທົ່ວປະເທດໄດ້ເປີດການສອບເສັງຈົບຊັ້ນ ມ7 ໃນຕອນເຊົ້າມື້ວານນີ້ ວັນທີ 29 ແລະ ຈະສິ້ນສຸດມື້ນີ້ ວັນທີ 30 ກໍລະກົດ 2020 ໂດຍໃຊ້ເວລາໃນການສອບເສັງທັງໝົດ 2 ມື້. ສະເພາະຢູ່ນະຄອນຫຼວງວຽງຈັນປະກອບມີ 22 ສູນສອບເສັງ ຢູ່ໂຮງຮຽນ 93 ແຫ່ງ ແລະ ມີຈໍານວນນັກຮຽນ ສອບເສັງທັງໝົດ 9.753 ຄົນ ຍິງ 4.889 ...

Read More »

ຊົມເຊີຍ ! ອາຈານຄົນລາວ ທີ່ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊະອານາຈັກອັງກິດ

ວັນທີ 27 ເດືອນ ກໍລະກົດທີ່ຜ່ານມາ, ເອກອັກຄະລາຊທູດ ປະເທດອັງກິດ ປະຈຳ ສ.ປ.ປ ລາວ ທ່ານ John Pearson ໄດ້ເຂົ້າຮ່ວມພິທີການມອບ-ຮັບ ນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊອານາຈັກອັງກິດ ໃຫ້ເເກ່ ຮສ. ດຣ. ມາຍຟອງ ມາຍຊາຍ ເຊິ່ງໄດ້ຈັດຂຶ້ນທີ່ມະຫະວິທະຍາໄລ ວິທະຍາສາດສຸຂະພາບ. ຮສ. ດຣ. ມາຍຟອງ ມາຍຊາຍ ແມ່ນເພື່ອນທີ່ດີຜູ້ຫນຶ່ງຕໍ່ ລາຊອານາຈັກອັງກິດ, ເຊິ່ງເພິ່ນເປັນສະມາຊິກໃນຂະນະຄົ້ນຄວ້າ Lao-Oxford-Mahosot Hospital-Wellcome Trust Research Unit (LOMWRU) ທີ່ໂຮງໝໍ ມະໂຫສົດ, ເຊິ່ງເປັນສະຖາບັນຊັ້ນນຳໃນການປິ່ນປົວ ພະຍາດຕິດຕໍ່. ໃຫ້ກຽດເຂົ້າຮ່ວມໃນງານໂດຍ ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງ, ຮອງລັດຖະມົນຕີທັງສອງທ່ານ ຈາກກະຊວງສາທາລະນະສຸກ ເເລະ ບັນດາເເຂກຜູ້ມີກຽດ ເຊັ່ນ ດຣ. Elizabeth Ashley ເຊິ່ງເປັນ ...

Read More »

65 ທຶນຮຽນຟຣີ ສຳລັບຄົນຈົບປະຖົມພ້ອມມີເບ້ຍລ້ຽງໃຫ້ …

ສຳລັບຄົນທີ່ສົນໃຈສຶກສາຮໍ່າຮຽນໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ສາມາດສະໝັດໄດ້ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ການຍື່ນສະໝັກແມ່ນໝົດກໍານົດ 15 ສິງຫາ 2020 ນີ້. ສໍາລັບທຶນທັງ 65 ທຶນມີ: ສາຂາ ວິຊາແຕ່ງອາຫານ 25 ທຶນ, ສາຂາ ວິຊາການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ. ເປັນການຮຽນໄລຍະສັ້ນ ໃຊ້ເວລາພຽງ 3 ເດືອນເທົ່ານັ້ນ ຫຼັງຈົບໄປຈະໄດ້ໃບປະກາດຊັ້ນຕົ້ນ, ສ່ວນການຮຽນແມ່ນຮຽນຫມົດມື້ແຕ່ເຊົ້າ ຫາຄໍ່າ. ສໍາລັບເງື່ອນໄຂຜູ້ສະໝັກຮຽນທຶນ ແມ່ນກຸ່ມຜູ້ທີ່ຮຽນຊັ້ນປະຖົມ ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ, ມີອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ມີອາຊີບ, ບໍ່ມີວຽກເຮັດງານທຳ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ມີພາຫະນະທຽວການ (ຢໍ້າວ່າຕ້ອງມີພາຫະນະ). ນອກຈາກນີ້, ສິ່ງທີ່ຜູ້ຮຽນຈະໄດ້ຮັບມີເບ້ຍລ້ຽງ 800.000/ເດືອນ, ...

Read More »

ສັນຍານຟື້ນຕົວຂອງຕະຫຼາດແຮງງານລາວ ມີການປັບໂຕດີຂຶ້ນ ແຕ່ກໍໄວ້ໃຈບໍ່ໄດ້…

108Jobs Hiring Trend Jan – June 2020. ທ່າອ່ຽງການປະກາດວຽກຢູ່ www.108.Jobs ແຕ່ເດືອນ 1 ຮອດທ້າຍເດືອນ 6 ເຫັນວ່າ ມີການປັບໂຕດີຂຶ້ນ ແຕ່ກໍໄວ້ໃຈບໍ່ໄດ້ ຫລາຍອົງກອນກໍຍັງຫລຸດຜ່ອນອັດຕາການຈ້າງ ເຖິງແມ່ນວ່າບາງພາກສ່ວນໂດຍສະເພາະບາງທຸລະກິດນ້ອຍ ແລະ ກາງ ກໍເລີຍກິດຈະກໍາການຄ້າຂາຍຄືນແດ່ແລ້ວ. As per 2020-06-30 ແຫຼ່ງທີ່ມາ: 108 Jobs

Read More »

ຊົມເຊີຍ!ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບຫຼາຍພາກສ່ວນ ມອບອຸປະກອນຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ແກ່ກະຊວງສຶກສາ ມູນຄ່າ 180 ລ້ານກວ່າກີບ ເພື່ອນຳໄປແຈກຢາຍນັກຮຽນທີ່ຂາດເຂີນ-ເຂດຫ່າງໄກ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບເຄື່ອງຊ່ວຍເຫຼືອເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກອງທຶນວັດທະນະທຳ ແລະ ການສຶກສາ ຫົວຢຽນ ເມືອງຊົງຊິງ ສປ ຈີນ ເພື່ອນຳໄປແຈກຢາຍໃຫ້ແກ່ລູກຫຼານນັກຮຽນໃນເຂດທີ່ຫ່າງໄກ ແລະ ຍັງຂາດເຂີນອຸປະກອນນຳໃຊ້ເຂົ້າໃນການປ້ອງກັນພະຍາດດັ່ງກ່າວ, ຊຶ່ງປະກອບມີປະກອບມີ ຜ້າອັດປາກ ຈຳນວນ 40.000 ອັນ (10 ແກັດ) ມູນຄ່າ 125.900.000 ກີບ, ສະບູເດັດຕໍ 10 ແກັດ (960 ກ້ອນ) ມູນຄ່າ 48.000.000 ກີບ, ນໍ້າຢາລ້າງມື 10 ແກັດ (100 ຕຸກ ຫຼື 100 ລິດ) ມູນຄ່າ 8.000.000 ກີບ ລວມມູນຄ່າທັງໝົດ 181.900.000 ກີບ. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ກຽດກ່າວມອບຂອງ ທ່ານ ...

Read More »

ການແຂ່ງຂັນ ລາວລີກ ຈະໄດ້ຮັບເງິນອຸດໜູນ 90 ລ້ານກີບ ຕໍ່ທີມ 

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະມອບເງິນອຸດໝູນໃຫ້ທີມບານເຕະລາວລີກ ທີມລະ 90 ລ້ານກີບ ອີງຕາມແຈ້ງການສະບັບທີ 316 ສຕລ ລົງວັນທີ 1 ມິຖຸນາ 2020 ເລື່ອງ: ນະໂຍບາຍອຸດໜູນສະໂມສອນ ໃນການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ປະຈໍາປີ 2020 ທີ່ໄດ້ລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ບັນດາ ສະໂມ ສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນເປັບຊີ ລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ມາສເຕີເຊເວັນ ເອັຟຊີ, ສະໂມສອນຊ້າງນ້ອຍ ເອັຟຊີ, ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ, ສະໂມສອນ ວຽງຈັນ ເອັຟທີ, ສະໂມສອນ ວຽງຈັນ ເອັຟຊີ (ແຂວງວຽງຈັນ) ແລະ ສະໂມສອນ ເອສຣາ ເອັຟຊີ ຊາບກ່ຽວກັບນະໂຍບາຍການອຸດໜູນສະໂມສອນໃນການແຂ່ງຂັນໃນປີ 2020 ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງ ໂຄວິດ-19. ເຊິ່ງລາຍລະອຽດຂອງແຈ້ງການບາງສ່ວນໄດ້ຂຽນວ່າ: ທຸກສະໂມສອນໃນການແຂ່ງຂັນເປັບຊີ່ ລາວລີກ1 ...

Read More »

ໂຮງຮຽນ-ພາກລັດຫຼາຍແຫ່ງຍັງບໍ່ສາມາດຕິບັດຕາມມາດຕະການ ການປ້ອງກັນໂຄວິດ-19…

ບັນດາໂຮງຮຽນປະຖົມ ແລະ ມັດທະຍົມພາກລັດສ່ວນຫຼາຍບໍ່ສາມາດປະຕິບັດຕາມມາດຕະການ ເພື່ອປ້ອງກັນພະຍາດໂຄວິດ-19 ໄດ້, ເພາະວ່າຍັງຂາດອຸປະກອນປ້ອງກັນເຊັ່ນ ເຄື່ອງ ວັດແທກອຸນຫະພູມ, ເຈວລ້າງມື ແລະ ຜ້າປິດປາກ-ດັງ. ເຖິງຢ່າງໃດກໍຕາມ, ຍັງມີຫຼາຍໂຮງຮຽນສາມາດປະຕິບັດໄດ້ຄື ທາງໂຮງຮຽນໄດ້ເພີ່ມ ຈຳນວນ ຫ້ອງຮຽນ ແລະ ຮັກສາໄລຍະຫ່າງ 1 ແມັດ ເພື່ອຫຼຸດຜ່ອນຄວາມແອອັດໃນຫ້ອງຮຽນ, ນັກຮຽນ ມີບ່ອນລ້າງມືກ່ອນເຂົ້າຫ້ອງຮຽນ ແລະ ຫຼັງເລີກຮຽນ. ຫຼາຍໂຮງຮຽນໄດ້ທຳຄວາມສະອາດຫ້ອງຮຽນ, ໂຕະຕັ່ງ ແລະ ອຸປະກອນການຮຽນທຸກໆອາທິດ ເພື່ອຮັບປະກັນຄວາມສະອາດ ແລະ ສຸຂະພາບຂອງຄູ ແລະ ນັກຮຽນ, ກໍ່ຄືເພື່ອປ້ອງກັນ ການ ຕິດເຊື້ອພະຍາດ ໂຄວິດ-19. ທ່ານ ປອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດມື້ວານນີ້ວ່າ:  ກະຊວງໄດ້ຮັບການລາຍງານບັນຫາດັ່ງກ່າວຈາກພະແນກສຶກສາທິການ ແລະ ກິລາ ແຕ່ລະແຂວງ ລວມທັງນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຜູ້ຮັບ ຜິດຊອບໄດ້ລົງໄປສຳຫຼວດບັນດາໂຮງຮຽນທີ່ເປີດຮຽນຄືນແຕ່ວັນທີ 18 ພຶດສະພາ 2020 ສໍາຫຼັບ ນັກຮຽນຊັ້ນປະຖົມ ປີທີ ...

Read More »