ນາຍົກລັດຖະມົນຕີ ທາບທາມບຸກຄະລາກອນ ສະໄໝທີ VIII ຮອບທີ່ 3….

ວັນທີ 7 ກັນຍາ 2020 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນນຳພາລວມ ແລະທາບທາມບຸກຄະລາກອນ ຄະນະບໍໍລິຫານງານພັກແຂວງຫຼວງພະບາງສະໄໝທີ່ VIII ຮອບທີ 3 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູູນກາງພັກ, ນາຍົກລັດຖະມົນຕີ.

ທ່ານ ຄຳຂັນ ຈັນທະວິສຸກ ກຳມະການສູນກາງພັກ ເລ ຂາຄະນະບໍລິ ຫານງານພັກແຂວງ ເຈົ້າແຂວງຫຼວງພະບາງໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມໄດ້ປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນຳພາລວມ ແລະທາບທາມບຸກຄະລາກອນ ຄະນະບໍໍລິຫານງານພັກແຂວງຫຼວງພະບາງສະໄໝທີ່ VIII ຮອບທີ 3,

ພ້ອມທັງຮັບຟັງການລາຍງານຜົນການດຳເນີນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງທ້າຍສະໄໝ VII ທີ່ສຳເລັດເມື່ອບໍ່ດົນມານີ້ ຕື່ມອີກ. ໃນກອງປະຊຸມ ຕາງໜ້າຄະນະບໍລິຫານງານພັກແຂວງສະໄໝ VII ໄດ້ຜ່ານຮ່າງບົດສຳຫຼວດການນນຳພາລວມ ແລະລາຍງານຜົນການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງທ້າຍສະໄໝ VII, ພ້ອມທັງສະ ເໜີມາດຖານເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ປະທານ-ຮອງປະທານກວດກາພັກ ແລະເລຂາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຈາກນັ້ນ ໄດ້ດຳເນີນການທາບ ທາມບຸກຄະລາກອນ, ຄະນະບໍໍລິຫານງານພັກແຂວງຫຼວງພະບາງສະໄໝທີ່ VIII ຮອບທີ 3 ຢ່າງເປັນທາງການ ໂດຍມີເປົ້າໝາຍສະໝັກເປັນຄະນະບໍລິຫານງານພັກແຂວງ 52 ທ່ານ, ຍີງ 6 ທ່ານ, ເລືອກເອົາ 42 ທ່ານ.Cr: ອາພຸດເດດ ບຸບຜາ

ແຫຼ່ງຂໍ້ມູນ: lao natoinal radio

Comments