ແຕ່ງຕັ້ງ ຜູ້ອໍານວຍການ ຮັກສາການຊົ່ວຄາວ ລນລ…

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ( ລນລ ) ໄດ້ມີພິທີປະກາດແຕ່ງຕັ້ງຄະນະອຳນວຍການ ລນລ ຈຳນວນ 3 ທ່ານ ໂດຍ ທ່ານ ອະນຸສິນ ພົນເສນາ ເປັນຮັກສາການຊົ່ວຄາວ ຜູ້ອໍານວຍການ ລນລ.


ໃນກອງປະຊຸມ ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ລນລ ສະບັບເລກທີ 2209 /ກງ ລົງວັນທີ 21 ສິງຫາ 2020 ເຊິ່ງອີງຕາມກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ ສພຊ ລົງວັນທີ 26 ທັນວາ 2013, ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ ລົງວັນທີ 08 ພຶດສະພາ 2017, ອີງຕາມໜັງສືສະເໜີຂອງ ລນລ ສະບັບເລກທີ 4119/ລນລ ລົງວັນທີ 21 ກໍລະກົດ 2020 ໂດຍຜ່ານປະທານສະພາບໍລິຫານ ລນລ, ອີງຕາມໜັງສືສະເໜີຂອງລັດວິສາຫະກິດລັດລົງທຶນ ແລະ ການປະກັນໄພ ສະບັບເລກທີ 0739/ຄລປ ລົງວັນທີ 21 ກໍລະກົດ 2020, ອີງຕາມບົດລາຍງານຂອງກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ສະບັບເລກທີ 1190/ກຈພ ລົງວັນທີ 04 ສິງຫາ 2020, ລັດຖະມົນຕີກະຊວງການເງິນຕົກລົງແຕ່ງຕັ້ງຄະນະອຳນວຍການ ລນລ.


: ກະຊວງການເງິນ ໄດ້ອອກຂໍ້ຕົກລົງສະບັບເລກທີ 2209/ກງ ລົງວັນທີ 21 ສິງຫາ 2020 ແຕ່ງຕັ້ງ ທ່ານ ອະນຸສິນ ພົນເສນາ ຮອງຜູ້ອຳນວຍການ ລນລ ເປັນຮັກສາການຊົ່ວຄາວຜູ້ອຳນວຍການ ລນລ; ແຕ່ງຕັ້ງ ທ່ານ ຈັນທະກິ່ງ ອິນທະວົງ ວ່າການຫົວໜ້າຝ່າຍຂາຍ ແລະ ການຕະຫຼາດ ລນລ ເປັນຮອງຜູ້ອຳນວຍການ; ແຕ່ງຕັ້ງ ທ່ານ ບຸນຍົກ ບຸດສະວົງ ຮັກສາການຫົວໜ້າພະແນກນິຕິກຳ ກົມຄຸ້ມຄອງລັດວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນເປັນຮອງຜູ້ອຳນວຍການ ລນລ.

This image has an empty alt attribute; its file name is image-5.png


ກອງປະຊຸມຈັດຂຶ້ນວັນທີ 1 ກັນຍາ 2020 ທີ່ ລນລ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ມີຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ຄະນະພະແນກ, ພະນັກງານຫຼັກແຫຼ່ງຂອງ ລນລ ເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ.

Comments