ວິທະຍຸກະຈາຍສຽງຫວຽດ ນາມລາຍງານວ່າ: ມີຜູ້ແທນເກືອບ 130 ທ່ານ ຢູ່ ສະຖານທີ່ເຊື່ອມຕໍ່ກວ່າ 40 ແຫ່ງ ຈາກ 41 ປະເທດສະມາຊິກ ASEM ແລະ 7 ອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມການໂອ້ລົມສົນທະນາ.

ຂ່າວລະບຸວ່າ: ວັນທີ 12 ເດືອນຕຸລາຜ່ານມາ, ການໂອ້ລົມສົນທະນາຂັ້ນສູງຂອງ ເວທີປາໄສການຮ່ວມມືລະຫວ່າງ ອາຊຽນ – ເອີຣົບ (ASEM) ກ່ຽວກັບການ “ຊຸກຍູ້ສິດອຳນາດດ້ານເສດຖະກິດຂອງແມ່ຍິງ ໃນສະພາບການເກີດໂລກລະບາດ Covid – 19” ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບກະຊວງແຮງງານ – ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ, ມີຜູ້ແທນເກືອບ 130 ຄົນ ຂອງສະຖານທີ່ເຊື່ອມຕໍ່ກວ່າ 40 ແຫ່ງ ຈາກ 41 ປະເທດສະມາຊິກ ASEM ແລະ 7 ອົງການຈັດຕັ້ງສາກົນ ແລະ ພາກພື້ນ ເຂົ້າຮ່ວມການໂອ້ລົມສົນທະນາ.

ໂດຍກາຍກ່າວຄຳເຫັນໃນວາລະດໍາເນີນການໂອ້ລົມສົນທະນາ ຂອງທ່ານ ໂຕແອັງຢຸງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ: ປີ 2020 ແມ່ນປີສ້າງຂີດໝາຍໃນການປະຕິບັດຫັນເປົ້າໝາຍກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ຍົກສູງສິດອໍານາດຂອງແມ່ຍິງ ໃຫ້ປະກົດຜົນເປັນຈິງ, ສ້າງຂີດໝາຍ 25 ປີ ແຫ່ງການປະຕິບັດຖະແຫຼງການປັກກິ່ງ ແລະ ພື້ນຖານການກະ ທຳຊຸກຍູ້ຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ, 20 ປີ ແຫ່ງວັນປະຕິບັດມະຕິເລກທີ 1325 ຂອງ ສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.
ທ່ານ ໂຕແອັງຢຸງ ໄດ້ສະເໜີໃຫ້ ASEM ຈົ່ງເພີ່ມທະວີການຮ່ວມມືເຊື່ອມຕໍ່ ອາຊີ – ເອີຣົບ ໃຫ້ຫຼາຍກວ່າເກົ່າ, ເຫັນດີເປັນເອກະພາບຮັບຮູ້ເພື່ອມີບັນດານະໂຍບາຍສົມທົບກັນ ເພື່ອຍົກສູງສິດອຳນາດຂອງແມ່ຍິງ ແນໃສ່ບັນລຸໄດ້ “ເປົ້າໝາຍຄວບຄູ່” ໃນການຮັບມື, ຫຼຸດຜ່ອນຜົນສະທ້ອນ ແລະ ຟື້ນຟູ ເສດຖະກິດ ພາຍຫຼັງໂຣກລະບາດ Covid – 19. ອາຊຽນ ຕ້ອງນຳໜ້າໃນການປະຕິບັດການຫັນເປົ້າໝາຍບໍ່ປະໃຫ້ຜູ້ໃດ ແລະ ແມ່ຍິງໃດຖືກຕົກຢູ່ເບື້ອງຫຼັງ.
ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ