ຫລວງພະບາງ ປະຕິບັດໂຄງການຫລຸດລາຄາ ແຕ່ຮັກສາກໍາໄລ …….

ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງຫລວງພະບາງ ຮ່ວມກັບບັນດາຂະແໜງ ການກ່ຽວຂ້ອງ ເລັ່ງຟື້ນຟູຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ຟື້ນໂຕໂດຍໄວ. ຂະນະດຽວກັນ ໄດ້ແນະນໍາໃຫ້ທຸກຫົວໜ່ວຍທຸລະກິດທ່ອງທ່ຽວປະຕິບັດໂຄງການຫລຸດລາຄາແຕ່ຮັກສາກໍາໄລ ເພື່ອໃຫ້ສາມາດຢູ່ລອດໄດ້ຕໍ່ໄປ.

ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໃຫ້ສໍາພາດວ່າ: ເພື່ອຊ່ວຍໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງຟື້ນຕົວນັບມື້ດີຂຶ້ນ ພະແນກ ຖວທ ແຂວງ ໄດ້ຈັດກອງປະຊຸມປຶກສາຫາ ລືກັບສະມາຄົມໂຮງ ແຮມ, ເຮືອນພັກ ແລະ ຮ້ານອາຫານ ຈັດຕັ້ງປະຕິບັດກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວ ເປັນຕົ້ນ:

ໄດ້ຮ່ວມກັບລັດວິສາຫະກິດການບິນລາວຈັດກິດຈະກໍາສົ່ງເສີມການທ່ອງທ່ຽວ ຄື: ການຫລຸດຄ່າປີ້ຍົນໄປ-ກັບ ແລະໃຫ້ພັກຢູ່ໂຮງແຮມ 2 ຄືນຢູ່ຫລວງພະບາງ, ຈັດເທດສະການກາເຟລາວ ແລະ ກິດຈະກໍາໄຫລເຮືອໄຟໃນມື້ອອກພັນສາສໍາເລັດແລ້ວ, ສ່ວນໃນຕໍ່ໜ້າຈະຈັດອີກຫລາຍກິດຈະກໍາ ເປັນຕົ້ນ: ເທດ ສະການອາຫານລາວ, ການແຂ່ງ ຂັນຖີບລົດເພື່ອສຸຂະພາບ ແລະ ອື່ນຯ. ທ່ານ ນາງ ສຸດາພອນ ຄົມທະວົງ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການຈັດກິດຈະກໍາຕ່າງຯ

ທາງແຂວງໄດ້ແນະນໍາໃຫ້ຜູ້ປະກອບການທ່ອງທ່ຽວ ຫັນປ່ຽນວິທີດໍາເນີນກິດຈະການ ໂດຍແນໃສ່ນັກທ່ອງທ່ຽວພາຍໃນເປັນຕົ້ນຕໍ ດ້ວຍການປະຕິບັດໂຄງການຫລຸດລາ ຄາແຕ່ຮັກສາກໍາໄລ ຄື: ການຫລຸດລາຄາຄ່າບໍລິການ ເຊັ່ນ: ຄ່າທີ່ພັກ, ອາຫານ ແລະ ການບໍລິການອື່ນຯ ລົງຈາກລາຄາປົກກະຕິ ແຕ່ຍັງພໍໄດ້ກໍາໄລ ເພື່ອສົ່ງເສີມລາວທ່ຽວລາວ ແລະ ເຮັດໃຫ້ນັກທ່ອງ ທ່ຽວພາຍໃນສາມາດໃຊ້ການບໍລິການຕ່າງຯ ໄດ້.

ຄຽງຄູ່ກັນນີ້ ໄດ້ແນະນໍາໃຫ້ບັນດາທຸລະກິດການທ່ອງທ່ຽວພາຍ ໃນແຂວງ ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ລັດຖະບານວາງອອກ ເປັນຕົ້ນ: ການຮັກສາໄລຍະຫ່າງ ແລະ ການປະກອບເຈວລ້າງມືຢູ່ບັນດາທີ່ພັກ ແລະ ຮ້ານອາຫານ, ໄປພ້ອມຯ ກັບການປັບ ປຸງສະຖານທີ່ທ່ອງທ່ຽວຄືນໃໝ່ເຊີ່ງໃນໄລຍະທີ່ປິດກິດຈະ ການຊົ່ວຄາວຍ້ອນການລະບາດຂອງພະຍາດໂຄວິດ-19

ນິຣາສຕາດກວາງຊີ - LAO POEMS AND MORE

ທາງແຂວງໄດ້ປັບປຸງຫລາຍຢ່າງຢູ່ຕາດກວາງຊີ ແລະ ທາດພູສີໃຫ້ດີຂຶ້ນ ແລະ ສວຍງາມກ່ວາເກົ່າ ເພື່ອດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວຊົມແຂວງຫລວງພະບາງໃຫ້ນັບມື້ເພີ່ມ ຂຶ້ນ. ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ ມີນັກທ່ອງທ່ຽວມາທ່ຽວແຂວງຫຼວງພະບາງ ພຽງແຕ່ 420.000 ກວ່າຄົນ ຫຼຸດຄາດໝາຍທີ່ວາງໄວ້ 64%. ຂະນະທີ່ປີ 2019 ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ 860.000 ກວ່າຄົນ.

ແຫຼ່ງຂໍ້ມູນ: ວສລ

Comments