ອຸດສາຫະກຳການບິນຈີນ ຂະຫຍາຍຕົວຕໍ່ເນື່ອງ…

ສຳນັກຂ່າວຊິນຮວາ ລາຍງານໂດຍອ້າງຂໍ້ມູນຈາກ ວາຣີຟາຍ ( VariFlight ) ເຊິ່ງເປັນອົງການບໍລິການຂໍ້ມູນການບິນພົນລະເຮືອນຂອງຈີນ ເປີດເຜີຍວ່າ: ອຸດສາຫະກຳການບິນພົນລະເຮືອນຂອງ ສປ ຈີນ ຟື້ນຕົວຢ່າງຕໍ່ເນື່ອງໃນເດືອນກັນຍາ ພາຍຫຼັງທີ່ສະໜາມບິນຫຼາຍແຫ່ງພາຍໃນປະເທດໄດ້ກັບມາໃຫ້ບໍລິການຖ້ຽວບິນກວ່າ 90% ຂອງປະລິມານຖ້ຽວບິນ ເມື່ອທຽບກັບປີຜ່ານມາ.

Chinese Airlines Had Some of the Worst On-Time Records in August – Skift

ລາຍງານຍັງລະບຸວ່າ: ສະໜາມບິນທົ່ວປະເທດສາມາດຮອງຮັບຖ້ຽວບິນຂາອອກ ລວມ 375.300 ຖ້ຽວ ໃນເດືອນກັນຍາ ຫຼຸດລົງ 6,86% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແຕ່ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ເດືອນສິງຫາ.

China's Big Three Airlines Set to Report Biggest Combined Profit Since 2010  – Skift

ລາຍງານຍັງໄດ້ສະແດງໃຫ້ເຫັນເຖິງຈຳນວນຖ້ຽວບິນເພີ່ມຂຶ້ນໃນເດືອນກັນຍາ, ຂະນະທີ່ຖ້ຽວບິນສາຍຕ່າງປະເທດກໍເພີ່ມຂຶ້ນເລັກໜ້ອຍ ເມື່ອທຽບກັບເດືອນສິງຫາ. ທັງນີ້, ເມື່ອເດືອນກັນຍາຜ່ານມາ ສະໜາມບິນສາກົນກວາງໂຈ, ໄປ໋ອວິ໋ນ ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງ ສປ ຈີນ ຮອງຮັບຖ້ຽວບິນຂາອອກຫຼາຍທີ່ສຸດໃນບັນດາສະໜາມບິນຂອງ ສປ ຈີນ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments