ທູດອົດສະຕຣາລີ ປະຈຳ ລາວ ເຂົ້າຢ້ຽມອຳລາ…

ໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ ທ່ານ Jean Bernard Carrasco, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ໃຫ້ກຽດຕ້ອນຮັບຂອງທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນວັນທີ 22 ຕຸລາ 2020.

ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ Jean Bernard Carrasco ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ອົດສະຕຣາລີ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ໂຄງການຊ່ວຍເຫລືອດ້ານຕ່າງໆ ຂອງລັດຖະບານອົດສະຕຣາລີ ທີ່ມີຕໍ່ ສປປ ລາວ ເປັນຕົ້ນ ໂຄງການຊ່ວຍເຫລືອທາງການດ້ານການສຶກສາ, ສາທາລະນະສຸກ, ການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ແກ່ ສປປ ລາວ ໃນເວລາທີ່ເກີດໄພພິບັດ ຢູ່ ແຂວງ ອັດຕະປື ແລະ ໂຄງການອື່ນໆ ອີກ

ລັດທະມົນຕີ ສສກ ຮຽກຮ້ອງໃຫ້ເດັກນ້ອຍທຸກຄົນ ຕ້ອງຮູ້ 6 ຮັກ – ຂ່າວເດັ່ນ

ເຊິ່ງທຸກໂຄງການລ້ວນແລ້ວແຕ່ເປັນການປະກອບສ່ວນເຂົ້າ ໃນການພັດທະນາປະ ເທດ ກໍຄື ພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ. ພ້ອມນັ້ນ, ທ່ານກໍໄດ້ອວຍພອນໃຫ້ທ່ານ ທູດ ອົດສະຕຣາລີ ແລະ ຄອບຄົວ ຈົ່ງມີພາລະນາໄມສົມບູນ, ເດີນທາງກັບຄືນປະເທດດ້ວຍຄວມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ໃໝ່ຂອງທ່ານ.

Ambassador to Laos | DFAT

ທ່ານ Jean Bernard Carrasco ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ການທູດຂອງຕົນຕະຫລອດໄລຍະທີ່ຜ່ານມາ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງ ອວຍພອນໃຫ້ ທ່ານ ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະນຳ ແລະ ພະນັກງານທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງຕົນທຸກປະການ.

ແຫຼ່ງຂໍ້ມູນ: ຂປລ

Comments