ວຽກງານວັດທະນະທຳ ຮຽກຮ້ອງໃຫ້ທົ່ວສັງຄົມໃຫ້ການຮ່ວມມືຢ່າງມີຄວາມຮັບຜິດຊອບ…

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 9 ຂຶ້ນ ວັນທີ 22 ຕຸລາ 2020 ໂດຍຜ່ານກອງປະຊຸມທາງໄກອາຊຽນ. ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ບັນຫາການລະບາດຂອງພະຍາດ COVID-19 ໃນທ້າຍເດືອນທັນວາ 2019 ນັ້ນໄດ້ສືບຕໍ່ລຸກລາມໄປຍັງຫຼາຍໆ ປະເທດໃນທົ່ວໂລກ, ລວມທັງບັນດາປະເທດສະມາຊິກອາຊຽນຂອງພວກເຮົາ; ອີກທັງມັນໄດ້ກາຍ ເປັນໄພຄຸກຄາມ ແລະ ຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພຂອງໂລກ. ສະເພາະຢູ່ໃນວຽກງານການຮ່ວມມືດ້ານວັດທະນະທຳ ແລະ ສິລະປະ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກຳດ້ານວັດທະນະທຳ ແລະ ຮີດຄອງປະເພນີທັງພາຍໃນປະເທດ ກໍ່ຄືພາກພື້ນ ແລະ ທົ່ວໂລກ.

ຜົນກະທົບດັ່ງກ່າວຢູ່ ສປປ ລາວ ກໍໄດ້ມີການໂຈະຊົ່ວຄາວໃນການຈັດຕັ້ງພິທີສະເຫຼີມສະຫຼອງສຳຄັນລະດັບຊາດ ແລະ ບັນດາກິດຈະກໍາປະເພນີຕ່າງໆ ລ້ວນແລ້ວແຕ່ໄດ້ມີການເລື່ອນເວລາອອກໄປ ເຊັ່ນ: ງານສະເຫຼີມສະຫຼອງຮັບເອົາທົ່ງໄຫຫີນບັນຈຸເຂົ້າໃນບັນຊີແຫຼ່ງມໍລະດົກໂລກ UNESCO, ງານສະເຫຼີມສະຫຼອງບຸນປີໃໝ່ຂອງຊົນເຜົ່າມົ້ງ, ງານສະເຫຼີມສະຫຼອງບຸນປີໃໝ່ລາວ ແລະ ອື່ນໆ ໃນຂົງເຂດວຽກງານວັດທະນະທຳ ແລະ ສິລະປະ ລວມທັງ ທຸກໆກິດຈະກຳ ແລະ ບັນດາທຸລະກິດຕ່າງໆທີ່ຕິດພັນກັບການທ່ອງທ່ຽວວັດທະນະທຳທີ່ມີລັກສະນະການເຕົ້າໂຮມຜູ້ຄົນຈໍານວນຫຼາຍ ແມ່ນໄດ້ຖືກເລື່ອນການຈັດຕັ້ງອອກໄປຊົ່ວຄາວ.

ເມືອງປາກກະດິງເປີດປີທ່ອງທ່ຽວລາວ 2018  ຕິດພັນກັບງານບຸນປະເພນີປີໃໝ່ຂອງຊົນເຜົ່າກືມມຸ - Laos Update
ພາບປະກອບເທົ່ານັ້ນ

ກ່ຽວກັບທິດທາງແຜນການຕໍ່ໜ້າ ເພື່ອຊຸກຍູ້ ແລະ ຂະຫຍາຍການຮ່ວມມືໃນຂົງເຂດວຽກງານວັດທະນະທຳ ແລະ ສິລະປະ ທັງຮັບປະກັນຄວາມປອດໄພຈາກພະຍາດ COVID-19 ດັ່ງນີ້:

1. ອາຊຽນສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ທຸກຄົນມີສ່ວນຮ່ວມຢ່າງຕັ້ງໜ້າກັບຄະນະສະເພາະກິດ ໃນການຮັບປະກັນມາດຕະການ ປະຕິບັດໄດ້ບັນດາຄຳສັ່ງ ແລະ ຄໍາແນະນໍາຂອງລັດໃນແຕ່ລະໄລຍະຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປ້ອງກັນ ການລະບາດຂອງພະຍາດ COVID-19 ແລະ ຈໍາກັດຄວາມສ່ຽງສູງຕໍ່ການເພີ່ມຂຶ້ນຂອງກໍລະນີຜູ້ຈະຕິດເຊື້ອໃຫມ່.

ຄວາມເປັນມາງານມະຫາກຳບຸນຊ້າງແຂວງໄຊຍະບູລີ - Tonamcha

2. ມີການປະສານງານ ແລະ ການສື່ສານໄປຍັງປະຊາຊົນໃນຂອບເຂດທົ່ວປະເທດ ເພື່ອເຜີຍແຜ່ ແລະ ໂຄສະນາໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນໃນການອອກຄໍາສັ່ງ ກໍຄືແຈ້ງການເຕືອນຕ່າງໆ ຂອງຄະນະຮັບຜິດຊອບທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງພິທີການ, ການສະເຫຼີມສະຫຼອງຕ່າງໆ ຕະຫຼອດຮອດການຈັດບັນດາກິດຈະກຳອື່ນໆ ຕາມຮີດຄອງປະເພນີຂອງຊາດ ໃນຂອບເຂດທົ່ວປະເທດ ພ້ອມທັງຮຽກຮ້ອງໃຫ້ທົ່ວສັງຄົມປະກອບສ່ວນອັນສຳຄັນປະຕິບັດທຸກໆ ຄຳສັ່ງ-ຄໍາແນະນໍາຂອງລັດຖະບານ ທີ່ໄດ້ວາງອອກຢ່າງມີຄວາມຮັບຜິດ ຊອບ.

ງານບຸນກິນຈຽງ ເຜົ່າມົ້ງ ຫຼື ນໍ່ເປເຈົ່າ  ສັນຍາລັກແຫ່ງຄວາມສາມັກຄີຂອງຊົນເຜົ່າໃນລາວ

3. ລິເລີ່ມຂອບການຮ່ວມມືແບບໃໝ່ຂອງຂົງເຂດວຽກງານສົ່ງເສີມວັດທະນະທຳ ແລະ ສິລະປະຂອງອາຊຽນໃຫ້ຫຼາຍຂຶ້ນ ໂດຍສະເພາະການສົ່ງເສີມກິດຈະກຳຮ່ວມມືທາງໄກ (ກິດຈະກໍາອອນລາຍ) ເວົ້າສະເພາະຢູ່ໃນອາຊຽນ ກໍຄືບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ.

4. ອາຊຽນຈຳເປັນຕ້ອງຮ່ວມມືກັນສືບຕໍ່ຊຸກຍູ້ການແລກປ່ຽນບົດຮຽນປະສົບການທີ່ດີ ແລະ ຂໍ້ມູນຂ່າວ ສານຢ່າງເປີດກວ້າງ, ເປີດເຜີຍ, ໂປ່ງໃສ ແລະ ທ່ວງທັນຕໍ່ກັບສະພາບກາກ ທັງນີ້ກໍເພື່ອສືບຕໍ່ສຶກສາ ແລະ ແນະນໍາໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງການດໍາລົງຊີວິດ ແລະ ປັບຕົວໃຫ້ສອດຄ່ອງກັບເງື່ອນໄຂ “ວິຖີການດໍາລົງຊີວິດແບບໃໝ່” ດ້ວຍຄວາມເອົາໃຈໃສ່.

5. ຕໍ່ກັບແຜນການຟື້ນຟູຫລັງການແຜ່ລະບາດໃນຕໍ່ໜ້າ ເພື່ອຫຼຸດຜ່ອນຜົນກະທົບຈາກ Covid-19 ທີ່ສົ່ງຜົນຕໍ່ການດໍາລົງຊີວິດປົກກະຕິຂອງປະຊາຊົນ ແລະ ເສດຖະກິດຂອງຊາດ ພວກເຮົາຄວນເອົາໃຈໃສ່ສົ່ງເສີມການທ່ອງທ່ຽວທາງວັດທະນະທຳ ຢູ່ພາຍໃນປະເທດ ລວມທັງຊຸກຍູ້ໃຫ້ປະຊາຊົນຂອງພວກເຮົາທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍຂື້ນ.

ແຫຼ່ງຂໍ້ມູນ: media laos

Comments