ການຜະລິດ

ໂຄງການບ້ານຈັດສັນໃໝ່ ຈາກການຂຸດຄົ້ນແຮ່ຄຳ ສຳເລັດແລ້ວ 25%…

ໂຄງການບ້ານຈັດສັນໃໝ່ ເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນການທົບຈາກການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ ທີ່ໄດ້ເລີ່ມຕົ້ນຈັດຕັ້ງ ປະຕິບັດມາແຕ່ເດືອນ ມີນາ 2020 ມາຮອດປັດຈຸບັນນີ້ ບັນດາໜ້າວຽກທັງໝົແມ່ນປະຕິບັດສຳເລັດແລ້ວ 25 % ຊຶ່ງໃນນັ້ນ ໄດ້ສ້າງເຮືອນ ທີ່ຢູ່ອາໄສຂອງປະຊາຊົນ ຈຳນວນ 24 ຫຼັງ. ເມື່ອບໍ່ດົນມານີ້, ເຈົ້າແຂວງ ອຸດົມໄຊ ທ່ານ ປອ ຄຳພັນ ເຜີຍຍະວົງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເິ່ງຄວາມຄືບໜ້າຂອງໂຄງການດັ່ງກ່າວ ຊຶ່ງປະກອບມີບັນດາໜ້າວຽກທີ່ສຳຄັນເຊັ່ນ: ການກໍ່ສ້າງເສັ້ນທາງ, ກໍ່ສ້າງນ້ຳລິນ, ກໍ່ສ້າງຕາຄ່າຍໄຟຟ້າ, ສ້ອມແປງໂຮງໝໍນ້ອຍ, , ສ້ອມແປງ ແລະ ສືບຕໍ່ສ້າງອາຄານໂຮງຮຽນ, ກໍ່ສ້າງຫ້ອງການບ້ານ, ຕະຫຼາດຊຸມຊົນ ແລະ ສິ່ງອຳນວຍຄວາມສະດວກອື່ນໆ; ພາບປະກອບເທົ່ານັ້ນ ລວມມູນຄ່າການກໍ່ສ້າງ ທັງໝົດ 9.831.000 ໂດລາ ໂດຍແມ່ນບໍລິສັດ ລາວຊິນຫຼົງ ອຸດສາຫະກຳບໍ່ແຮ່ຈຳກັດ ເປັນຜູ້ໃຫ້ທຶນໃນການກໍ່ສ້າງໂຄງການດັ່ງກ່າວ.

Read More »

Souphattra Serviced Apartments ສະຖານທີ່ພັກອາໄສທີ່ສະຫງ່າງາມແຫ່ງນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວມື້ນີ້…

ພິທີເປີດ ສຸພັດຕຣາ ເຊີວິດ ອາພັດເມັ່ນ (Souphattra Serviced Apartments) ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງທ່ານ ນາງ ວັນເພັງ ສີສຸລິດ ປະທານກຸ່ມບໍລິສັດ ລາວເດີມ ແລະ ທ່ານສະເຫຼີມ ໄຊກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ເປັນກຽດເຂົ້າຮວ່ມໃນນາມຂອງປະທານກຽດຕິມະສັກ. ນອກຈາກນີ້, ຍັງມີບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳລາວ, ຄະນະນໍາກະຊວງການຕ່າງປະເທດ, ແຂກກຽດຕິມະສັກ, ບັນດາອົງການຈັດຕັ້ງສາກົນ ແລະ ນັກທຸລະກິດຕະຫຼອດຮອດມວນຊົນຕ່າງໆເຂົ້າຮວ່ມງານ. ທ່ານ ນາງ ວັນເພັງ ສີສຸລິດ ໄດ້ກ່າວເປີດງານໃນຄັ້ງນີ້ວ່າ: “ພວກເຮົາມີຄວາມຍິນດີ ແລະ ພ້ອມແລ້ວທີ່ຈະພາທ່ານເຂົ້າຮ່ວມເປັນສ່ວນໜຶ່ງຂອງໂຄງການ ສຸພັດຕຣາ ເຊີວິດ ອາພັດເມັ່ນທີ່ກຸ່ມບໍລິສັດລາວເດີມ ໄດ້ສຸມທຸກກຳລັງເຫື່ອແຮງ ແລະ ຄວາມຕັ້ງໃຈຈົນເປັນຜົນງານດັ່ງທີ່ທຸກທ່ານໄດ້ເຫັນໃນປັດຈຸບັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານທີ່ພັກອາໄສຂອງແຂກທັງພາຍໃນ ແລະ ຕ່າງປະເທດ”. ເຊິ່ງໂຄງການ ອາພັດເມັ່ນ ເປັນຜະລິດຕະພັນທີ່ພວກເຮົາພາກພູມໃຈ ເພື່ອແນໃສ່ຄວາມ ສວຍງາມທີ່ລຽບງ່າຍ, ເປັນເອກະລັກສະເພາະພາຍໃຕ້ແບຣນ ສຸພັດຕຣາ. ເຊິ່ງໂຄງການດັ່ງກ່າວນີ້ເປັນໂຄງການໜຶ່ງທີ່ໄດ້ຮ່ວມມືກັບກະຊວງການຕ່າງປະເທດ ຊຶ່ງພາຍໃນອາພັດເມັ່ນແຫ່ງນີ້ມີການຕົບແຕ່ງດ້ວຍເຟີນີເຈີທີ່ທັນສະໄໝ, ເນັ້ນການບໍລິການທີ່ສະດວກສະບາຍ, ເປັນເອກະລັກສະເພາະຂອງກຸ່ມບໍລິສັດລາວເດີມທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ເຂົ້າມາພັກ​ເຊົ່າ. ໂດຍອາພັດເມັ່ນຂອງພວກເຮົາ ໄດ້ນຳໃຊ້ວັດສະດຸທີ່ມີຄຸນນະພາບ ແລະ ...

Read More »

ສປ ຈີນ ຍົກເວັ້ນພາສີນໍາເຂົ້າສິນຄ້າລາວ 0% ໃນຈໍານວນ 97% ຂອງລາຍການສິນຄ້າ….

ເວັບໄຊສູນຂ່າວສານທາງດ້ານການຄ້າລາຍ ງານວ່າ: ອີງຕາມແຫຼ່ງຂ່າວເວັບໄຊ http://gss.mof.gov.cn ໃຫ້ຮູ້ວ່າ ຄະນະກໍາມະການຄຸ້ມຄອງອັດຕາພາສີປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກແຈ້ງການເລກທີ 9.2019 ເພື່ອຫຼຸດຜ່ອນອັດຕາພາສີ 0% ໃຫ້ກັບສິນຄ້າຂອງສປປ ລາວ ກວມເອົາ 97% ຫຼື 8.256 ລາຍການສິນຄ້າທັງໝົດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ທັນວາ 2020 ເປັນຕົ້ນໄປ.ສປປ ລາວ ຖືວ່າຍັງເປັນປະເທດດ້ອຍພັດທະນາ ມີລະບົບການຜະລິດຍັງບໍ່ເຂັ້ມແຂງ, ຄວາມສາມາດໃນການແຂ່ງຂັນຍັງອ່ອນແອ. ການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຈາກ ສປ ຈີນ ທີ່ເປັນປະເທດກໍາລັງຈະກາຍເປັນມະຫາອໍານາດທາງດ້ານເສດຖະກິດ ຫຼື ເວົ້າອີກຢ່າງໜຶ່ງ ແມ່ນກໍາລັງຈະກາຍເປັນປະເທດທີ່ມີຂະໜາດເສດຖະກິດທີີ່ໃຫຍ່ທີ່ສຸດໃນໂລກ ທັງຍັງປະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ສປປ ລາວ ແລະ ສປ ຈີນ ຍັງເປັນເພື່ອນບ້ານທີ່ດີຕໍ່ກັນ ມີການຮ່ວມມືຮອບດ້ານ, ຜົນເດັ່ນດ້ານການຮ່ວມມືສ້າງພື້ນຖານໂຄງລ່າງ ແມ່ນການຮ່ວມມືສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ເຊື່ອມຕໍ່ໄປຍັງບັນດາປະເທດອາຊຽນ, ການສ້າງທາງດ່ວນແຕ່ເໜືອຮອດໃຕ້, ໂຄງການພະລັງງານໄຟຟ້າ ແລະ ອື່ນໆ. ການໄດ້ຮັບສິດທິພິເສດຫຼຸດຜ່ອນອັດຕາພາສີ 0% ບວກກັບລະບົບການຂົນສົ່ງທີ່ກໍາລັງໄດ້ຮັບການກໍ່ສ້າງໃຫ້ສະດວກ ແລະ ທັນສະໄໝ ມັນເປັນໂອກາດທີ່ດີເລີດໃຫ້ ສປປ ...

Read More »

ເຂົ້າພັນປັບປຸງໃໝ່ ປູກໄດ້ 3 ລະດູຕໍ່ປີ ກຳລັງກະກຽມການລົງມືປູກ ໃນລາວ…

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 9 ພະຈິກ 2020​ ນີ້ ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ເຈົ້າແຂວງ ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ຕິດຕາມ ແລະ ຊຸກຍູ້​ຊາວນາ​ເຂດ ​ບ້ານນາ​ຊິງ ເມືອງພຽງ ແຂວງໄຊ​ຍະ​ບູ​ລີ. ໃນ​ການ​ປູກ​ເຂົ້າ​ພັນ​ປັບປຸງ​ໃໝ່ປູກໄດ້ 3 ລະດູ​ຕໍ່​ປີ, ໃຫ້ການ​ຕ້ອນຮັບ​ໂດຍ ທ່ານ ເສີດ ແສງ​ສຸລິນ ເຈົ້າ​ເມືອງ​-​ເມືອງ ພຽງ, ມີ​ຕາງໜ້າ​ບໍລິສັດ ຊິງ​ຢວນ, ມີ​ອໍາ​ນາດ​ການ​ປົກຄອງ​ເມືອງ, ຄະນະ​ບ້ານ ແລະ ຊາວນາ 12 ບ້ານ​ເຂດ ນາ​ຊິງ ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ. ພາບປະກອບເທົ່ານັ້ນ ກ່ອນ​ອື່ນ ທ່ານ ເສີດ ແສງ​ສຸລິນ ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ການ​ຜະລິດ​ລະດູ​ປີ​ ໂດຍ​ສະເພາະ​ແມ່ນ​ການ​ປູກ​ເຂົ້າ ຊຶ່ງ​ມາ​ຮອດ​ປັດຈຸ​ບັນ​ແມ່ນ​ກໍາ​ລັງ​ເກັບ​ກູ້​ຜົນ​ຜະລິດ​ເຊັ່ນ: ເຂົ້າ​ນາ​ສໍາ​ເລັດ 40%, ເຂົ້າໄຮ່ ສໍາ​ເລັດ 70% ແລະ ພືດ​ເປັນ​ສິນ​ຄ້າ​ສໍາ​ເລັດ 50 %, ສ່ວນ​ການ​ຜະລິດ​ລະດູແລ້ງ​ປີ​ນີ້​ແມ່ນ​ໄດ້​ລົງ​ເລິກ​ສົ່ງເສີມ​ປະຊາຊົນ 12 ບ້ານ​ເຂດ ນາ​ຊິງ ປູກ​ເຂົ້າ​ທົດ​ລອງ​ດ້ວຍ​ເຕັກນິກ​ໃໝ່ ປູກ 3 ...

Read More »

ຄາດຍອດການຊື້-ຂາຍ ຈະເພີ່ມຂຶ້ນ 40% ໃນງານວາງສະແດງລົດນານາຊາດ ປີນີ້….

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີພີ ເອັນເຕີເທນເມັ້ນ ຈໍາກັດຜູ້ດຽວ ຈັດງານວາງສະແດງລົດນາໆຊາດ ວຽງຈັນ 2020 ຄັ້ງທີ V (Vientiane international motor Expo) ຢູ່ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ; ໂດຍມີພິທີເປີດຢ່າງເປັນທາງການໃນວັນທີ 9 ພະຈິກ 2020 ນີ້ ໂດຍການເປັນປະທານຂອງທ່ານ ໄຊສົມແພງ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ; ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ທ່ານ ພອນຈັນ ເພັງສຸວັນ ອໍານວຍການບໍລິສັດ ພີພີ ເອັນເຕີເທັນເມັ້ນ ຈໍາກັດຜູ້ດຽວ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ເຈົ້າຂອງຄ້າຍລົດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເຊິ່ງງານຈະດຳເນີນໄປເປັນເວລາ 9ວັນ ນັບແຕ່ວັນທີ 7-15ພະຈິກ 2020 ນີ້. ທ່ານ ພອນຈັນ ເພັງສຸວັນ ກ່າວວ່າ: ...

Read More »

ເຊັນສັນຍາ ໂຄງການກໍ່ສ້າງ ໂຄງການຊົນລະປະທານ ຕົວແບບ ນໍ້າກະຕະ….

ໃນວັນທີ 06 ພະຈິກ 2020 ຢູ່ທີ່ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ ໄດ້ມີພິທີເຊັນສັນຍາ ເພື່ອການກໍ່ສ້າງ ໂຄງການຊົນລະປະທານ ຕົວແບບ ນໍ້າກະຕະ ເມືອງບົວລະພາ ແຂວງຄໍາມ່ວນ ລະຫວ່າງ ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ອິນຊີພັດທະນາ ກໍ່ສ້າງຈໍາກັດ. ໂຄງການດັ່ງກ່າວ ເປັນໂຄງການ ຊ່ວຍເຫຼືອລ້າ ຈາກກອງທຶນ AFD ປະເທດຝຣັ່ງ ໃນມູນຄ່າ ໂຄງການ ທັງໝົດ 4.5 ລ້ານ ໂດລາສະຫະລັດ. ທ່ານ ແຫຼວຄໍາ ວົງສາວັນທອງ, ຜູ້ອໍານວຍການ ບໍລິສັດ ອິນຊີພັດທະນາ ກໍ່ສ້າງ ກ່າວວ່າ ໂຄງການຊົນລະປະທານນີ້ ແມ່ນມີຄວາມສໍາຄັນຫຼາຍ ເພາະຜູ້ໃຫ້ທຶນມີຈຸດປະສົງຈະສ້າງໃຫ້ເປັນ ຕົວແບບດ້ານການພັດທະນາ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ໂດຍສະເພາະ ແມ່ນຢູ່ເມືອງ ບົວລະພາ ແຂວງຄໍາມ່ວນ. ໜ້າວຽກຫຼັກຂອງໂຄງການນີ້ ປະກອບມີ ການສ້າງຝາຍນໍ້າລົ້ນ ຈໍານວນ 1 ແຫ່ງ, ...

Read More »

ຮອງນາຍົກລັດຖະ​ມົນ​ຕີລົງຢ້ຽມ​ຢາມຊີ້ນໍາວຽກງານຢູ່ແຂວງຈໍາປາສັກ…

ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນ​ກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເດີນທາງລົງເຄື່ອນໄຫວຊີ້ນໍາວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 6-7 ພະຈິກ 2020 ,ໃນໂອກາດນີ້ ທ່ານໄດ້ ພົບປະໂອ້ລົມຄະນະ​ພັກ-ອົງການປົກຄອງແຂວງ, ພະນັກງານການນໍາຫຼັກແຫຼ່ງ ທີ່ຫ້ອງວ່າການແຂວງ ພ້ອມທັງຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະ 9 ເດືອນທີ່ຜ່ານມາຈາກ ທ່ານ ວິໄລວົງ ບຸດດາຄໍາ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ຊຶ່ງມີທັງຜົນງານ, ຂໍ້ສະດວກ, ຂໍ້​ຫຍຸ້ງ​ຍາກ ແລະສິ່ງທ້າທາຍຫຼາຍດ້ານ ອັນສືບເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາໜີ້ສິນອື່ນໆ. ໃນໄລຍະ 9 ເດືອນ 2020 ຜ່ານມາ ມູນຄ່າລວມຍອດຜະລິດຕະພັນພາຍໃນ ຂອງແຂວງຈໍາປາສັກ ປະຕິ​ບັດໄດ້ 12.620,76 ຕື້ກີບ (ແຜນ 20.101,07ຕື້ກີບ) ທຽບໃສ່ແຜນປີປະຕິບັດໄດ້ 62,78% ສະເລັ່ຍຕໍ່ຫົວຄົນໄດ້ 1.889 ໂດລາສະຫະລັດຕໍ່ຄົນ ຫຼືເທົ່າກັບ 16 ລ້ານ 9 ແສນກ່ວາກີບຕໍ່ຄົນເຮັດໃຫ້ໂຄງປະກອບເສດຖະກິດຂະແໜງ ກະສິກໍາ-ປ່າໄມ້ ກວມ 28,1%,ຂະແໜງອຸດສາຫະກໍາກວມ 15,55% ແລະ ...

Read More »

ໄພພິບັດ ສ້າງຄວາມເສຍຫາຍຫຼາຍຢ່າງ ໃນແຂວງສະຫວັນນະເຂດ…

ທ່ານ ບຸນ​ລົບ ໂຄດ​ຫຼັກ​ຄຳ ຫົວໜ້າ​ພະ​ແນ​ກ​ແຮງ​ງານ ແລະ​ສະຫວັດດີ​ການ​ສັງຄົມແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ເປີີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ໄພພິບັດ​ນ້ຳ​ຖ້ວມຢູ່​ຫຼາຍ​ເມືອງ​ໃນ​ໄລຍະ​ປີ 2020 ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຜົນ​ກະທົບ​ທີ່ຢູ່​ອາໄສ ນ້ຳ​ຖ້ວມ​ບ້ານ​ເຮືອນ​ຂອງ​ປະຊາຊົນ 168 ບ້ານ, ມີ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ທັງ​ໝົດ 10.055 ຫຼັງຄາ​ເຮືອນ, ມີ 11.180 ຄອບຄົວ, ມີ​ຈຳນວນ​ພົນລະເມືອງ 61.676 ຄົນ ແລະ ບ້ານ​ທີ່​ໄດ້​ມີ​ການ​ອົບ​ພະ​ຍົບ​ຄົນ​ໄປ​ຢູ່​ສະຖານທີ່​ປອດ​ໄພ​ຢູ່​ເຮືອນ​ພີ່ນ້ອງ, ສູນ​ພັກຊົ່ວຄາວ, ຕາມ​ໂຮງຮຽນ​ທີ່​ທາງ​ຄະນະ​ກຳມະການ​ຕ້ານ​ໄພພິບັດ​ຈັດ​ໃຫ້​ຊົ່ວຄາວ​ມີ 56 ຈຸດ, ໃນ 6 ເມືອງ​ຄື: ເມືອງ​ສອງ​ຄອນ, ຈຳ​ພອນ, ຊົນ​ນະ​ບູ​ລີ, ທ່າ​ປາງ​ທອງ, ເມືອງພີນ ແລະ ເມືອງ​ເຊ​ໂປນ ຈຳນວນ 79 ບ້ານ, ມີ​ຈຳນວນ 7.118 ຄອບຄົວ, ມີ​ຈຳນວນ​ພົນ 42.476 ຄົນ ຍິງ 19.972 ຄົນ. ເຮືອນ​ເປ່ເພ 118 ຫຼັງ (109 ຫຼັງ​ຢູ່​ບ້ານ​ແກ້ງ​ຫົວ​ປາ ຄຸ້ມ​ວັງ​ຄົດ ຖືກ​ນ້ຳ​ໄຫຼ​ພັດ​ເສຍ​ຫາຍ​ໝົດ​ຫຼັງ), ເລົ້າ​ເຂົ້າ​ຖືກ​ຖ້ວມ​ເສຍ​ຫາຍ 144 ຫຼັງ, ຖ້ວມ​ວັດ ...

Read More »

Toyota ກຳລັງຟື້ນຄືນຕົວໄວເກີນຄາດ ໃນຂະນະທີ່ຕະຫຼາດຈີນ ກັບມາແຂງແຮງ….

ສຳນັກຂ່າວຣອຍເຕີ ລາຍງານວ່າ: Toyota Motor Corp ມີຜົນປະກອບການດີຂຶ້ນຫຼາຍກວ່າ 2 ເທົ່າ, ຕາມການຄາດການກຳໄລຈາກການດຳເນີນງານມາໜຶ່ງປີ ເນື່ອງຈາກຍອດຂາຍລົດຟື້ນຕົວຢ່າງແຂງແຮງ ຈາກແຮງກົດດັນຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຈີນ ເມື່ອຕົ້ນປີນີ້, ເຊິ່ງສົ່ງຜົນໃຫ້ກຳໄລໃນໄຕມາດ 2 ຫຼຸດລົງ 24%. ຜູ້ຜະລິດລົດຍົນຊັ້ນນຳຂອງຍີ່ປຸ່ນກ່າວວ່າ: ຂະນະນີ້ຄາດວ່າຈະມີກຳໄລຈາກການດຳເນີນງານ 1.3 ລ້ານລ້ານເຢນ (12.6 ພັນລ້ານໂດລາສະຫະລັດ) ໃນສົກປີນີ້ຈົນຮອດ ເດືອນມີນາ ປີ 2021 ເພີ່ມຂຶ້ນຈາກ 500 ພັນລ້ານທີ່ຄາດການໄວ້ກ່ອນໜ້ານີ້, ແຕ່ກໍຍັງຫຼຸດລົງຈາກຜົນກໍາໄລໃນ ສົກປີ 2019 ທີ່ໄດ້ຍອດເຖິງ 2.47 ລ້ານລ້ານເຢນ. ຕົວເລກຄາດຄະເນກໍາໄລທີ່ຖືກປະກາດຮອບນີ້ ມີຄ່າສູງກວ່າ ສະເລ່ຍປະມານ 1.25 ລ້ານລ້ານເຢນ ສຳລັບກຳໄລຕະຫຼອດປີຈາກນັກວິເຄາະ 26 ຄົນທີ່ສຳຫຼວດໂດຍ Refinitiv. ປະທານເຈົ້າໜ້າທີ່ຝ່າຍການເງິນ Kenta Kon ກ່າວວ່າ: ສຳລັບໄຕມາດທີ 2 ຂອງສົກປີ ຕັ້ງແຕ່ເດືອນກໍລະກົດ ຮອດກັນຍາ ຜົນກຳໄລຈາກການດຳເນີນງານຫຼຸດລົງເຫຼືອ 506 ພັນລ້ານເຢນ ຈາກ 662.4 ພັນລ້ານເຢນ ...

Read More »

ຄັດລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ…..

ເມື່ອບໍ່ດົນຜ່ານມາ ສູນຄົ້ນຄວ້າກະສິກຳທ່າຊະໂນ, ພະແນກກະສິກຳ ແລະປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີຄັດເລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ ທີ່ສວນສາທິດ ບ້ານທ່າຊະໂນ ເຊິ່ງມີທ່ານ ພອນສະໄໝ ຈັນສີນາ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ, ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ພ້ອມດ້ວຍຂະ ແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກຸ່ມຊາວນາ, ອຳນາດການປົກຄອງບ້ານໃກ້ຄຽງ ແລະນັກວິຊາການເຂົ້າຮ່ວມ. ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າຊະໂນ ໄດ້ກ່າວໃຫ້ຮູ້ວ່າ: ເຖິງວ່າປະເທດເຮົາ ມີແນວພັນເຂົ້າປັບປຸງຫຼາຍກວ່າ 30 ແນວພັນ ແຕ່ກໍມີຫຼາຍແນວພັນ ທີ່ບໍ່ສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ການລະບາດຂອງພະຍາດ ແລະແມງໄມ້ ເຊິ່ງເປັນສາເຫດເຮັດໃຫ້ຊາວນາປະລະແນວພັນປັບປຸງຈຳນວນຫຼວງຫຼາຍ ດັ່ງນັ້ນ, ວຽກງານປັບປຸງແນວພັນເຂົ້າ ແມ່ນມີຄວາມຈຳເປັນ ແລະມີຄວາມສຳຄັນຫຼາຍໃນການຄົ້ນຄວ້າ ແລະພັດທະນາແນວພັນໃໝ່ທີ່ມີລັກສະນະພິເສດເຊັ່ນ: ໃຫ້ຜົນຜະລິດສູງ, ຄຸນະພາບການກິນດີ, ມີຄວາມຫອມ, ທົນຕໍ່ຄວາມແຫ້ງແລ້ງ, ທົນຕໍ່ສະພາບນ້ຳຂັງ, ທົນຕໍ່ພະຍາດ ແລະ ແມງໄມ້ທຳລາຍ ເພື່ອມາທົດແທນແນວພັນເກົ່າທີ່ຊາວນາບໍ່ນິຍົມນຳໃຊ້. ສູນຄົ້ນຄວ້າກະສິກຳທ່າຊະໂນ ແມ່ນສູນໜຶ່ງທີ່ມີບົດບາດໃນວຽກງານຄົ້ນຄວ້າ ແລະພັດທະນາແນວພັນໃໝ່ອອກສູ່ສັງຄົມເລື້ອຍມາ ຕົກມາໃນປີ 2019 ໄດ້ນຳເອົາສາຍພັນເຂົ້າໜຽວຫອມຈຳນວນ 42 ສາຍພັນ ທີ່ເອົາມາຈາກສູນຄົ້ນຄວ້າເຂົ້ານາພອກ ...

Read More »