ການຜະລິດ

ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ………..

ກະຊວງໄປສະນີ, ໂທລະ ​ຄົມມະນາຄົມ ແລະ ການ​ສື່ ສານ (ປທສ) ຮ່ວມ​ກັບ​ ມະຫາ ວິທະຍາໄລ​ແຫ່ງ​ຊາດ, ຄະນະ​ກຳມາ​ທິ​ການ ເພື່ອ​ຄວາມ​ກ້າວ ໜ້າ​ຂອງ​ແມ່ຍິງ ແລະ ແມ່​ -​ເດັກ (ຄກມດ) ໄດ້​ຈັດ​ຂະບວນ​ການສະເຫຼີມສະຫຼອງ​ວັນ​ສົນ ທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ 20 ພະຈິກ ແລະ ລະນຶກວັນ​ ສາກົນ​ ເພື່ອ​ຢຸດຕິ​ຄວາມ​ຮຸນ​ ແຮງ​ຕໍ່​ແມ່ຍິງ 25 ພະຈິກ ໂດຍ ​ການ​ຈັດ​ງານ​ຂຶ້ນ​ທະບຽນ​ເລກ ​ໝາຍ​ໂທລະສັບ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ​ຜ່ານ​ມາ ທີ່ ມະຫາວິທະຍາໄລ​ແຫ່ງ​ຊາດ ໃຫ້​ກຽດ​ເປັນ​ປະທານ​ຮ່ວມ ແລະ ກ່າວ​ເປີດ​ພິທີ​ໂດຍ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຮອງ​ລັດຖະມົນຕີ ປະທານຄະນະ​ກຳມາ​ທິ​ການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ ຍິງ ແລະ ແມ່​-​ເດັກ ກະຊວງ ປທສ ແລະ ທ່ານ ໂພ​ສີ ທິບ​ດາວັນ ຮອງ​ອະທິການບໍດີມະ ຫາວິທະຍາໄລ​ແຫ່ງ​ຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ທອງ​ໃສ ຊານ​ໄຊຍະ ໄດ້​ກ່າວວ່າ: ...

Read More »

ໄລຍະ 5 ປີຜ່ານມາ ແຂວງສາລະວັນ ມີຜົນງານອັນໂດດເດັ່ນຫຼາຍດ້ານ….

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ພະຈິກ 2020 ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ.ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນ ຫວນຄືນຜົນສໍາເລັດໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາຕົກລົງຢ່າງເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ (2021-2025). ພ້ອມນີ້ ກອງປະຊຸມຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນຊຸດໃໝ່ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງສາລະວັນຕໍ່ໄປ ແລະ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຂອງແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ນອກຈາກນີ້ຍັງຈະໄດ້ຮັບຟັງການໂອ້ລົມ ເພື່ອເປັນການຊີ້ທິດເຍືອງທາງຈາກສະຫາຍ ປ.ອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.ໃນບົດລາຍງານການເມືອງ ເຊິ່ງສະເໜີໂດຍ: ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ, ໄດ້ຍົກໃຫ້ເຫັນເຖິງສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ...

Read More »

Elon Musk ກາຍເປັນບຸກຄົນທີ່ລວຍອັນດັບ 4 ຂອງໂລກ ແຊງໜ້າ…..

Elon Musk ຜູ້ຮ່ວມກໍ່ຕັ້ງ ແລະ CEO ມະຫາເສດຖີຂອງ Tesla ແຊງໜ້າ Mark Zuckerberg ຊີອີໂອຂອງ Facebook FB ຈົນກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດອັນດັນ 4 ຂອງໂລກໃນວັນທີ 18 ພະຈິກ ທີ່ຜ່ານມາ ເນື່ອງຈາກຮຸ້ນຂອງ Tesla ຍັງຄົງພຸ່ງສູງຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກມີຂ່າວວ່າຈະຖືກເພີ່ມເຂົ້າໃນດັດສະນີ S&P 500 ໃນທ້າຍເດືອນໜ້າ.​ ຮຸ້ນຂອງຜູ້ຜະລິດລົດຍົນໄຟຟ້າພຸ່ງຂຶ້ນເກືອບ 10% ໃນເວລາ 14:25 ນາທີ ໃນວັນທີ 18 ຍູ້ດັນໃຫ້ Musk ມີມູນຄ່າຊັບສິນສຸດທິເພີ່ມ 8,3 ພັນລ້ານໂດລາ ລວມເປັນ 105,4 ພັນລ້ານໂດລາ. ນັ້ນເຮັດໃຫ້ເຂົາກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດເປັນອັນດັບ 4 ຂອງໂລກ ຕາມການຄາດການຂອງ Forbes ຊຶ່ງສູງກວ່າ Zuckerberg ຊຶ່ງມີມູນຄ່າຊັບສິນສຸດທິ 100,6 ພັນລ້ານໂດລາ. Musk ເຕີບໂຕຂຶ້ນໃນອັດຕາທີ່ໜ້າຕົກໃຈໃນປີນີ້ ໂດຍ ຮຸ້ນຂອງ Tesla ເພີ່ມຂຶ້ນຫຼາຍກວ່າ 460% ໃນປີ 2020 ...

Read More »

ທາງລົດໄຟລາວ-ຈີນ ສຳເລັດການກໍ່ສ້າງເຄືອຂ່າຍສາຍຊັກນໍາດ້ານເທິງ ສາຍທໍາອິດ……..

ໃນວັນທີ 19 ພະຈິກ 2020, ເສັ້ນທາງລົດໄຟລາວ-ຈີນ ສຳເລັດການກໍ່ສ້າງລະບົບສາຍໄຟຟ້າຊັກນໍາດ້ານເທິງ (overhead lines) ສາຍທໍາອິດ ທີ່ກໍ່ສ້າງໂດຍ ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ກ້າວເຂົ້າສູ່ ຊ່ວງໄລຍະທີ່ຂຸ້ນຂ້ຽວ, ມີຄວາມຍາວທັງໝົດ 576 ກວ່າກິໂລແມັດ; ໃນນີ້ສາຍວົງຈອນຈ່າຍໄຟຟ້າແມ່ນ 92 ກິໂລແມັດ, ສາຍຊັກນໍາເສີມແມ່ນ 615 ກິໂລແມັດ. ເພື່ອເຮັດໃຫ້ວຽກງານກໍ່ສ້າງເຄືອຂ່າຍສາຍຊັກນໍາດ້ານເທິງ ດໍາເນີນໄປຢ່າງມີປະສິດທິພາບດີ, ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ມີການປະສານງານກັບແຕ່ລະຝ່າຍ ແຕ່ຂັ້ນລຸ່ມຫາຂັ້ນເທິງ, ມີການປັບປຸງແຫຼ່ງການຕິດຕັ້ງ, ມີການເປີດກອງປະຊຸມ ໃນຫົວຂໍ້ສະເພາະ ເພື່ອປຶກສາຫາລືກ່ຽວກັບແຜນການກໍ່ສ້າງ, ມີການຈັດແຈງຂັ້ນຕອນການວາງສາຍ, ທັງກໍານົດມາດຕະການຄວາມປອດໄພ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການກໍ່ສ້າງສາຍຊັກນໍາດ້ານເທິງສາຍທໍາອິດ ຂອງເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ດໍາເນີນການໄປພ້ອມກັນ ແລະ ສາມາດເຊື່ອມຕໍ່ເຂົ້າກັນໄດ້. ກ່ອນວາງສາຍ, ກໍ່ມີການກວດສອບເຕັກນິກຄວາມປອດໄພພາກສະໜາມ, ກວດສອບຍານພາຫະນະ, ກວດສອບກໍ້ສາຍ ແລະ ກວດເບິ່ງຄວາມຍາວ ທີ່ຈົ່ງໄວ້ກ່ອນລ່ວງໜ້າ; ຫຼັງຈາກນັ້ນ ພະນັກງານທັງໝົດ ແລະ ຜູ້ຂັບຍານພາຫະນະເທິງລາງລົດໄຟ ກໍເລີ່ມດໍາເນີນວຽກງານຕິດຕັ້ງດັ່ງກ່າວ, ທຸກໆຄົນດໍາເນີນການປ້ອງກັນຮັກສາໃນຮູບແບບ 3 ດ້ານ ...

Read More »

9 ເດືອນ ​ການ​ຄ້າ​ລະຫວ່າງ ລາວ-ຈີນ ບັນລຸ​ໄດ້ 2,48 ຕື້​ໂດ​ລາສະຫະລັດ……….

ໃນຕອນເຊົ້າຂອງ​ວັນ​ທີ 19 ພະຈິກ 2020 ນີ້, ທີ່​ຫ້ອງ​ປະຊຸມ​​ກະຊວງ​ອຸດສາຫະກຳ ແລະການ​ຄ້າ ນະຄອນຫຼວງວຽງຈັນ ໄດ້ມີກອງ​ປະຊຸມ​ທາງໄກ ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ແລະ ເຕັກນິກ ລາວ-ຈີນ ຄັ້ງ​ທີ X ໂດຍການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະການ​ຄ້າ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ລາວ-ຈີນ ແລະ ທ່ານ Li Chenggang ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສປ ຈີນ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ຈີນ-ລາວ, ​ມີບັນດາ​ຄະນະ​ຜູ້​ແທນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ຈຸດປະສົງ ໃນການຈັດກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ທົບ​ທວນຄືນ​ຜົນສຳເລັດ​ການ​ປະຕິບັດ​ການ​ຮ່ວມ​ມື​ລາວ-ຈີນ ໃນ​ຂົງເຂດ​ເສດ​ຖະກິດ-ການ​ຄ້າ ແລະເຕັກນິກ ເຊິ່ງ​ທັງ​ສອງ​ຝ່າຍ​ສັງເກດ​ເຫັນ​ວ່າ ນັບແຕ່​ກາງ​ປີ 2018 ເຖິງ​ປັດຈຸບັນ ລັດຖະບານ ສປ ຈີນ ໄດ້​ໃຫ້ການ​ຊ່ວຍເຫຼືອ​ລ້າ​ແກ່ ສປປ ລາວ ລວມມູນ​ຄ່າ 4 ຕື້​ຢວນ; ໃນ​ໄລຍະ 3 ປີ ແຕ່​ປີ 2018 – 2020 ໂດຍ​ໄດ້​ໃຫ້​ບູ​ລິ​ມະ​ສິດ​ເຂົ້າ​ໃນ 8 ໂຄງການ​ໃຫຍ່​ທີ່​ສຳຄັນ​ຂອງ ...

Read More »

ສະຖານີລົດໄຟ ແຫ່ງໃຫຍ່ທີ່ສຸດ ຈະຕັດ ຫຼັງຄາ ໃຫ້ສຳເລັດທ້າຍເດືອນທັນວານີ້…..

ໃນຕອນເຊົ້າວັນທີ 19 ພະຈິກ 2020, ບໍລິສັດຫຸ້ນສ່ວນວິສາຫະກິດ ກໍ່ສ້າງທາງລົດໄຟຈີນ ຈຳກັດ ໄດ້ຈັດພິທີເປີດການມຸງໂຄງສ້າງ ແລະ ປະກອບໂຄງສ້າງເຫຼັກຄັ້ງທຳອິດ (ຕັດຫຼັງຄາ) ຂອງສະຖານີ ນະຄອນຫຼວງວຽງຈັນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ເຊິ່ງປັດຈຸບັນສຳເລັດ ປະມານ 90% ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນ 12 ນີ້. ທ່ານ ລີ ຊວງ ຫຼາຍ ຜູ້ຈັດການໂຄງການກໍ່ສ້າງທາງລົດໄຟ ບໍ່ເຕັນ-ນະຄອນຫຼວງວຽງຈັນ ຊ່ວງ FGSJ III ຂອງກຸ່ມບໍລິສັດ ກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈຳກັດ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 421,72 ກິໂລແມັດ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງທີ 3 ປະກອບມີ ສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ ແລະ ສູນຈັດສັນນະຄອນຫຼວງວຽງຈັນ, ເຊິ່ງອອກແບບໂດຍ ກຸ່ມບໍລິສັດວິສາຫະກໍາລົດໄຟ ສປ ຈີນ ເລກທີ 2 ຈຳ ກັດ ແລະ ຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ...

Read More »

3 ພາກສ່ວນ ຈັບມືຮ່ວມກັນຍົກລະດັບສິນຄ້າລາວ ຂະຫຍາຍສູ່ຕະຫຼາດສາກົນ….

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ມິນິບິກຊີ ໄດ້ລົງນາມຮ່ວມມືຍົກລະດັບການຜະລິດສິນຄ້າລາວ ເພື່ອເຂົ້າວາງຈໍາໜ່າຍໃນ ຮ້ານມິນິບິກຊີ ແລະ ຂະຫຍາຍຕະຫຼາດສູ່ສາກົນຜ່ານເຄືອຂາຍຂົນສົ່ງ ມິນິບິກຊີ ສາກົນ. ພິທີເຊັນສັນຍາມີຂຶ້ນໃນວັນທີ 18 ພະຈິກ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມມີທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ສຸກັນຍາ ເທບວົງສາ ອໍານວຍການບໍລິສັດວຽງຈັນເຊັນເຕີ, ທ່ານ ແກລີ່ ຮາດີ້ ອໍານວຍການບໍລິສັດ ມິນິບິກຊີ ພ້ອມພາກທຸລະກິດເຂົ້າຮ່ວມ. ທ່ານ ນາງເຂັມມະນີ ພົນເສນາ ກ່າວວ່າ: ການຮ່ວມມືຄັ້ງນີ້ເປັນຂີດໝາຍສໍາຄັນໃນການຍົກລະດັບຜູ້ປະກອບການໃນການຜະລິດສິນຄ້າໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດ ໂດຍສະເພາະສິນຄ້າໂອດ໊ອບຂອງລາວທີ່ມີຫຼາຍກວ່າ 600 ລາຍການເຫັນວ່າເປັນທ່າແຮງ ແລະ ກາລະໂອກາດໃນການພັດທະນາ, ຂໍຮຽກຮ້ອງ 3 ຂະແໜງການທີ່ເຊັນສັນຍາກັນໃນຄັ້ງນີ້ ຮ່ວມມືກັນປັບປຸງສິນຄ້າ, ການຜະລິດ, ລາຄາ, ...

Read More »

ເລີ່ມຈາກເປັນຄົນມັກລ້ຽງສັດ ຈົນສາມາດສ້າງລາຍຮັບໄດ້ 70 ລ້ານກີບ….

ທ່ານ ສົມສະອາດ ພີວໂພຈັນ; ອາຍຸ 50 ປີ; ປະຈຸບັນ ຢູ່ບ້ານ ນາບອນ, ເມືອງໂພນໂຮງ, ແຂວງວຽງຈັນ; ເປັນຄອບຄົວຕົວແບບດ້ານການລ້ຽງສັດ ແລະໄດ້ຮັບກຽດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ທີ່ຈັດຂຶ້ນລະຫວ່າງວັນທີ 18 -19 ພະຈິກ 2020 ກ່ຽວກັບການລ້ຽງງົວເປັນສິນຄ້າ ວ່າ: ໄລຍະຜ່ານມາຄອບຄົວຂອງລາວແມ່ນຖືເອົາອາຊີບຕົ້ມເຫຼົ້າ ລ້ຽງໝູເປັນຕົ້ນຕໍ, ເຮັດນາເປັນສຳຮອງ ສາມາດສ້າງລາຍຮັບຈຳນວນໜຶ່ງ, ເຮັດໃຫ້ຄອບຄົວກຸ້ມກິນ, ມີສ່ວນແຮໄວ້ ແຕ່ຍັງບໍ່ສາມາດຜະລິດກາຍເປັນສິນຄ້າ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ. ຍ້ອນຄວາມມັກໃນການລ້ຽງສັດ ແລະ ຢາກນຳໃຊ້ເນື້ອທີ່ດິນຂອງຄອບຄົວໃຫ້ເກີດປະໂຫຍດ ຕົນເອງຈື່ງໄດ້ຕັດສີນໃຈຊື້ງົວມາລ້ຽງ, ການລ້ຽງແມ່ນລ້ຽງແບບທຳມະຊາດ ແລະ ຂາຍແກ້ໄຂໃນຄອບ ຄົວ ໝາຍຄວາມວ່າຂາຍງົວພຽງໜຶ່ງໂຕສາມາດມີເງິນລ້ານ ແລະ ແກ້ໄຂພາຍໃນຄອບຄົວໃນເວລາຂັດສົນ ສະນັ້ນ, ຕົນເອງຈຶ່ງໄດ້ຕັດສີນໃຈຫັນມາລ້ຽງງົວຢ່າງເອົາຈິງເອົາຈັງ. ທ່ານ ສົມສະອາດ ພີວໂພຈັນ ໄດ້ເລີ່ມລ້ຽງງົວແຕ່ປີ 2010 ເປັນຕົ້ນມາ ໃນເບື້ອງຕົ້ນມີງົວ 5 ໂຕ ແລະ ມີເນື້ອທີ່ຄັງລ້ຽງສັດ 1 ເຮັກຕາ, ຍ້ອນການຊອກຮູ້ຮໍ່າຮຽນນຳໝູ່ຄູ່ຜູ້ທີ່ມີປະສົບປະການໃນການລ້ຽງສັດແບບເປັນຟາມ ແລະ ໄດ້ເພີ່ມຈຳນວນງົວດ້ວຍວິທີການຂາຍງົວເຖີກ ແລ້ວຊື້ງົວແມ່ມາທົດແທນ, ...

Read More »

5 ປີຜ່ານມາ ເມືອງວັງວຽງ ປະກອບສ່ວນສຳຄັນໃນການສ້າງລາຍຮັບໃຫ້ແຂວງວຽງຈັນ……………..

ໃນໄລຍະ 5 ປີຜ່ານມາ ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ເມືອງວັງວຽງທັງໝົດ 1.107.525 ເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 796.231 ຄົນ, ພາຍໃນ 312.294 ຄົນ, ສ້າງລາຍຮັບໃຫ້ສັງຄົມໄດ້ 518 ຕື້ກວ່າກີບ. ໂອກາດມີຄໍາເຫັນຕໍ່ກອງປະຊຸມໃຫ່ຍຄັ້ງທີ VI ອົງຄະນະພັກພັກ ແຂວງວຽງຈັນ ທີ່ຈັດຂຶ້ນລະຫວ່າງວັນທີ 18 ຫາ19 ພະຈິກ 2020 ສະຫາຍ ບຸນຈັນ ມາລາວົງ ເລຂາພັກເມືອງ, ເຈົ້າເມືອງວັງວຽງ ແຂວງວຽງຈັນໄດ້ປະກອບຄໍາເຫັນກ່ຽວກັບ “ການຄຸ້ມຄອງ-ການພັດທະນາການ ທ່ອງທ່ຽວ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ເມືອງວັງວຽງ” ວ່າ: ປະຈຸບັນເມືອງວັງວຽງໄດ້ມີພື້ນຖານໂຄງລ່າງດ້ານການທ່ອງທ່ຽວຈຳນວນໜຶ່ງຄື: ມີໂຮງແຮມ 29 ແຫ່ງ, ເຮືອນພັກ 114 ແຫ່ງ, ລີສອດ 16 ແຫ່ງ, ບັງກາໂລ 12 ແຫ່ງ, ວິນລາ 6 ແຫ່ງ, ເຮືອນພັກນໍາປະຊາຊົນ ຫລືໂຮມສະເຕ 1 ແຫ່ງ, ມີຫ້ອງພັກທັງໝົດ 3.527 ຫ້ອງ, ມີຕຽງນອນ ...

Read More »

ອາຍຸພຽງ 19 ປີ ບຸກບືນສ້າງລາຍຮັບ ໃຫ້ແກ່ຄອບຄົວ 200 ກ່ວາລ້ານກີບ…..

ໃນປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ມື້ຜ່ານມາ ສະຫາຍ ວິໄລພອນ ອິນທະວົງ (ຕົ້ນກ້າ) ອາຍຸ 19 ປີ ບ້ານໄຮ່ຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ປະກອບຄຳເຫັນໃນທີ່ປະຊຸມ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ພາຍໃນຄອບຄົວ ມີທັງໝົດ 5 ຄົນ, ໃນເມື່ອກ່ອນມີອາຊີບເຮັດນາ ປູກເຂົ້າໃນເນື້ອທີ່ 13 ໄລ່, ຜົນຜະລິດພໍແຕ່ກຸ້ມກິນໃນຄອບຄົວ. ນອກຈາກເຮັດນາແລ້ວ ຜູ້ເປັນພໍ່ຍັງໄດ້ຮັບເໝົາກໍ່ສ້າງ, ສ່ວນສະຫາຍເອງ ກໍເປັນແຮງງານຕົ້ນຕໍທີ່ໄດ້ຊ່ວຍຄອບຄົວເຮັດນາ. ແຕ່ວ່າສະພາບການດຳລົງຊີວິດຂອງຄອບຄົວກໍຍັງພົບຄວາມຫຍຸ້ງຍາກ, ລາຍຮັບຍັງຕ່ຳ ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິຊາຊີບອື່ນ ເພື່ອສ້າງລາຍຮັບເພີ່ມໃນຄອບຄົວ. ໃນປີ 2017 ເວລາທີ່ ສະຫາຍຍັງເປັນນັກຮຽນຢູ່ ຊັ້ນມໍ 6 ໄດ້ມີແນວຄິດລິເລີ່ມຢາກຮຽນຮູ້ກ່ຽວກັບການປູກຝັງ, ເປັນຕົ້ນແມ່ນການປູກໝາກແຕງຫວານ (ແຄນຕາລຸບ) ໂດຍການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຊຶ່ງໄດ້ຊອກຮູ້ຮ່ຳຮຽນດ້ວຍຕົນເອງໂດຍຜ່ານທາງອິນເຕີເນັດ ຊອກເອົາບົດຮຽນ ແລະ ປະສົບການ ພ້ອມທັງລົງມືເຮັດຕົວຈິງ, ການລົງທຶນໃນເບື້ອງຕົ້ນແມ່ນໄດ້ນຳໃຊ້ທຶນປະມານ 2 ລ້ານກີບ, ທຶນຈຳນວນດັ່ງກ່າວແມ່ນໄດ້ມາຈາກການເກັບອອມເງິນດ້ວຍຕົນເອງ (ໃສ່ຫວຍ) ເພື່ອນຳມາເຮັດເຮືອນຮົ່ມໄດ້ 1 ຫຼັງ ເປັນໂຄງໄມ້ແບບປະຖົມປະຖານ ລົງມືທົດລອງປູກ ແຕ່ການທົດລອງປູກໃນ ...

Read More »