ໂຄງການບ້ານຈັດສັນໃໝ່ ຈາກການຂຸດຄົ້ນແຮ່ຄຳ ສຳເລັດແລ້ວ 25%…

ໂຄງການບ້ານຈັດສັນໃໝ່ ເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນການທົບຈາກການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ

ທີ່ໄດ້ເລີ່ມຕົ້ນຈັດຕັ້ງ ປະຕິບັດມາແຕ່ເດືອນ ມີນາ 2020 ມາຮອດປັດຈຸບັນນີ້ ບັນດາໜ້າວຽກທັງໝົແມ່ນປະຕິບັດສຳເລັດແລ້ວ 25 % ຊຶ່ງໃນນັ້ນ ໄດ້ສ້າງເຮືອນ ທີ່ຢູ່ອາໄສຂອງປະຊາຊົນ ຈຳນວນ 24 ຫຼັງ.

ເມື່ອບໍ່ດົນມານີ້, ເຈົ້າແຂວງ ອຸດົມໄຊ ທ່ານ ປອ ຄຳພັນ ເຜີຍຍະວົງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເິ່ງຄວາມຄືບໜ້າຂອງໂຄງການດັ່ງກ່າວ ຊຶ່ງປະກອບມີບັນດາໜ້າວຽກທີ່ສຳຄັນເຊັ່ນ: ການກໍ່ສ້າງເສັ້ນທາງ, ກໍ່ສ້າງນ້ຳລິນ, ກໍ່ສ້າງຕາຄ່າຍໄຟຟ້າ, ສ້ອມແປງໂຮງໝໍນ້ອຍ, , ສ້ອມແປງ ແລະ ສືບຕໍ່ສ້າງອາຄານໂຮງຮຽນ, ກໍ່ສ້າງຫ້ອງການບ້ານ, ຕະຫຼາດຊຸມຊົນ ແລະ ສິ່ງອຳນວຍຄວາມສະດວກອື່ນໆ;

ບ້ານຈັດສັນ ເຂື່ອນນໍ້າທາ 1 ເປ່ເພ
ພາບປະກອບເທົ່ານັ້ນ

ລວມມູນຄ່າການກໍ່ສ້າງ ທັງໝົດ 9.831.000 ໂດລາ ໂດຍແມ່ນບໍລິສັດ ລາວຊິນຫຼົງ ອຸດສາຫະກຳບໍ່ແຮ່ຈຳກັດ ເປັນຜູ້ໃຫ້ທຶນໃນການກໍ່ສ້າງໂຄງການດັ່ງກ່າວ.

Comments