ການຜະລິດ

ຫັດຖະກຳແຜ່ນແຜ ຍ້ອມສີເປືອກດູ່ ລາຍດອກນໍ້າໄຫຼ ໄດ້ຖືກຮັບຮອງເປັນສິນຄ້າ ODOP….

ຫັດຖະກຳແຜ່ນແພຜ້າຝ້າຍທຳມະຊາດ ຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ເປັນຜະລິດຕະພັນທີ່ເຮັດດ້ວຍຝ້າຍໂດຍຜ່ານກຳມະວິທີຍ້ອມສີດ້ວຍທຳມະຊາດ ມີລວດລາຍດັ່ງເດີ່ມ ແລະ ລວດລາຍປະຍຸກໃໝ່ ທີ່ເປັນເອກະລັກຄື: ລາຍດອກນໍ້າໄຫຼ ເປັນອີກໜຶ່ງຜະລິດຕະພັນຂອງ ແຂວງໄຊຍະບູລີ ທີ່ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ຢ່າງເປັນທາງການ ໃນວັນທີ 31 ຕຸລາ 2020 ນີ້ ໂດຍການເຂົ້າເປັນປະທານຂອງທ່ານ ຄຳໄຊເລົາ ລືເຕຊາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍບັນດາອຳນາດການປົກຄອງເມືອງ, ແຂກຖືກເຊີນ, ອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ຕະຫຼອດຮອດມວນຊົນພາຍໃນເມືອງເຂົ້າຮ່ວມ. ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຽງຮ່ອນ ກ່າວໃນພິທີວ່າ: ການຊຸກຍູ້ສົ່ງເສີມ ແລະ ປະເມີນຫົວໜ່ວຍດັ່ງກ່າວ ເຫັນວ່າຄົບຕາມມາດຖານ ແລະ ເງື່ອນໄຂຂອງກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ຈາກນັ້ນ ຈຶ່ງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງພິຈາລະນາອອກໃບອະນຸຍາດໃຫ້ ກຸ່ມຫັດຖະກຳຕໍ່າແຜ່ນແພຜ້າຝ້າຍທຳມະຊາດຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງ ບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ນຳໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ. ຈຸດເດັ່ນຂອງຜະລິດຕະພັນ ...

Read More »

​ຊີ້ແຈງປະເດັນ ການປະຕິບັດ ນະໂຍບາຍ 3 ເປີດ​ຂອງ​ລັດຖະບານເພື່ອ​ດຶງ​ດູດ​ການ​ລົງທຶນ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາ​ຊົນ…

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ​ແຜນການ ແລະ ການ​ລົງທຶນ ຕາງໜ້າ​ໃຫ້​ລັດຖະບານ ຂຶ້ນ​ຊີ້​ແຈງຕໍ່​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ໃນ​ຫຼາຍ​ປະເດັນ ໂດຍ​ສະເພາະ​ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ​ຂອງ​ລັດ ຖະບານ, ການ​ສ້າງ​ສິ່ງແວດລ້ອມ ເພື່ອ​ດຶງ​ດູດ​ການ​ລົງທຶນ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາ​ຊົນ. ທ່ານ ສອນ​ໄຊ ສີ​ພັນ​ດອນ ກ່າວ​ວ່າ: ເພື່ອ​ສືບຕໍ່​ປະຕິບັດ​ນະໂຍບາຍ 3 ເປີດ ຄື ເປີດ​ໃຈ, ເປີດ​ປະຕູ ແລະ ເປີດ​ສິ່ງ​ກີດຂວາງ ໃຫ້​ເປັນ​ຮູບ​ປະ​ທຳ ແລະ ໝາກຜົນ​ຕົວ​ຈິງ​ນັ້ນ, ລັດຖະບານ​ຈະ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ນະໂຍບາຍ, ຄາດໝາຍ, ມາດ​ຕະການ ແລະ ວຽກ​ງານ​ຈຸດ​ສຸມ​ຕ່າງໆ ໃຫ້​ມີ​ປະສິດທິພາບ ແລະ ປະສິດ​ທິ​ຜົນ​ຫຼາຍ​ຂຶ້ນ, ພ້ອມ​ເລັ່ງ​ໃສ່​ແກ້​ໄຂບັນດາ​ຂໍ້ຄົງຄ້າງ ແລະ ສິ່ງ​ກີດຂວາງ​ຕ່າງໆ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ ທີ່​ເອື້ອ​ອຳນວຍ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະເທດ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ແນໃສ່​ສ້າງ​ຜົນ​ປະໂຫຍດໃຫ້​ກັບ​ປະເທດ​ຊາດ ກໍ​ຄືປະກອບສ່ວນ ເຂົ້າ​ໃນ​ການ​ແກ້​ໄຂ​ຫຼຸດຜ່ອນຄວາມທຸກ​ຍາກ​ຂອງ ປະຊາຊົນ​ບັນດາ​ເຜົ່າ. ສຳລັບ​ຄາດໝາຍໃນ​ການ​ລົງທຶນ ແມ່ນ​ຈະ​ເລັງ​ໃສ່​ຂະແໜງທີ່​ເປັນ​​ບຸລິ​ມະ​ສິດ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ສົ່ງເສີມ​ການ​ລົງທຶນ (ປີ ...

Read More »

ນັກລົງທຶນຕ່າງປະເທດ ສຳປະທານເນື້ອທີ່ດິນລັດ ແຕ່ບໍ່ປະຕິບັດຕາມສັນຍາ…..

ປະຊາຊົນແຂວງເຊກອງຮຽກຮ້ອງໃຫ້ລັດຖະບານກວດຄືນກ່ຽວກັບການສຳປະທານດິນລັດຂອງນັກລົງທຶນຕ່າງປະເທດ ທີ່ມີຫຼາຍກວ່າ 100 ເຮັກຕາພາຍໃນແຂວງ ຍ້ອນວ່ານັກລົງທຶນບໍ່ປະຕິບັດຕາມສັນຍາຕາມການສະເໜີປູກພືດປອດສານພິດ ແຕ່ຫັນໄປປູກພຶດອື່ນແທນ. ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ແຂວງເຊກອງ ທ່ານ ພອນເພັດ ຄິວລາວົງ ທັງເປັນປະທານສະພາປະຊາຊົນແຂວງເຊກອງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ແຂວງເຊກອງ ກໍເໝືອນກັບແຂວງອື່ນໆໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ໄດ້ເຮັດໃຫ້ສະພາບໂດຍລວມທົ່ວໄປພາຍໃນແຂວງພົບຄວາມຫຍຸ້ງຍາກ. ບັນຫາພົ້ນເດັ່ນທີ່ປະຊາຊົນໄດ້ສະເໜີອຳນາດການປົກຄອງແຂວງແກ້ໄຂຫຼາຍກວ່າໝູ່ແມ່ນການສຳປະທານທີ່ດິນລັດຂອງນັກລົງທຶນຕ່າງປະເທດທີ່ຍັງບໍ່ປະຕິບັດຕາມສັນຍາ ຊຶ່ງປະຊາຊົນຮຽກຮ້ອງໃຫ້ລັດຖະບານປະເມີນຄືນກ່ຽວກັບການສຳປະທານທີ່ດິນ ທີ່ນັກລົງທຶນໄດ້ສະເໜີປູກພືດປອດສານພິດ ແຕ່ສຸດທ້າຍພັດປູກໝາກນ໋ອດ, ໝາກອຶ, ໝາກເຜັດ, ປູກກ້ວຍ, ໝາກມັງກອນ ທີ່ໃຊ້ສານເຄມີ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການສໍາປະທານດິນລັດ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

Starbucks ປະກາດ!!! ຈະເປີດສາຂາຢູ່ປະເທດລາວ…

ບໍລິສັດກາເຟ Starbucks ໄດ້ປະກາດແຜນທີ່ຈະເປີດສາຂາທໍາອິດຢູ່ປະເທດລາວໃນປີ 2021, ເຊິ່ງໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ບໍລິສັດ ມີຄວາມມຸ່ງໝັ້ນ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງໃນທົ່ວອາຊີ ແລະ ປະເທດລາວຈະເປັນຕະຫຼາດແຫ່ງທີ 17 ຂອງ Starbucks ໃນພາກພື້ນ, ເຊິ່ງຍັງຄົງສືບຕໍ່ເລັ່ງສ້າງນະວັດຕະກຳການຄ້າຂາຍຍ່ອຍທີ່ກ່ຽວຂ້ອງກັບທ້ອງຖິ່ນໃນຮ້ານຄ້າຫລາຍກວ່າ 10,000 ຮ້ານ ທົ່ວພາກພື້ນ.ຮ້ານທຳອິດຂອງ Starbucks ໃນປະເທດລາວຈະເປີດໃຫ້ບໍລິການຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ, ພ້ອມທັງມອບຕໍ່ປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍໄປພ້ອມກັບເຄື່ອງດື່ມທີ່ເຮັດດ້ວຍສີມືອັນເປັນເອກະລັກຂອງ Starbucks. ທ່ານ Michael Conway, ຮອງປະທານບໍລິສັດ ຜູ້ຮັບຜິດຊອບວຽກງານບັນດາຮ້ານສາຂາໃນຕ່າງປະເທດ ໄດ້ກ່າວວ່າ “ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະນຳເອົາປະສົບການ Starbucks ມາສູ່ປະເທດລາວ, ເຊິ່ງມີປະຫວັດສາດດ້ານການຜະລິດກາເຟ ແລະ ວັດທະນະທຳການດື່ມກາເຟທີ່ອຸດົມສົມບູນ”. ແລະທ່ານຍັງກ່າວຕື່ມວ່າ “ຫ້າສິບປີທີ່ຜ່ານມາ, Starbucks ໄດ້ຖືກສ້າງຕັ້ງຂຶ້ນດ້ວຍຄວາມຫຼົງໄຫຼໃນການນໍາເອົາກາເຟອາຣາບິກ້າ ເຊິ່ງເປັນກາເຟທີ່ມີຄຸນະພາບສູງທີ່ສຸດຈາກທົ່ວໂລກ ນໍາມາສູ່ລູກຄ້າ, ແລະພວກເຮົາມີຄວາມຍິນດີທີ່ຈະສືບຕໍ່ມາຮອດປັດຈຸບັນ, ຄູ່ຮ່ວມງານໃນເຂດພື້ນທີ່ຕ່າງໆຂອງພວກເຮົາ (ພະນັກງານ) ແມ່ນຫົວໃຈທີ່ສໍາຄັນຂອງຮ້ານຄ້າຂອງພວກເຮົາໃນທົ່ວໂລກ, ແລະ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບພັນທະມິດໃໝ່ຂອງເຮົາໃນປະເທດລາວ.ຮ້ານ Starbucks ໃນປະເທດລາວຈະຖືກດຳເນີນການໂດຍ Coffee Concepts (Laos) ຈຳກັດ, ເຊິ່ງເປັນສ່ວນໜຶ່ງຂອງ Maxim’s Caterers Limited, ໂດຍສ້າງຂຶ້ນຈາກຄວາມຮ່ວມມືທີ່ຍາວນານລະຫວ່າງບັນດາຍີ່ຫໍ້ຕ່າງໆໃນທົ່ວພາກພື້ນ. ຂໍ້ຕົກລົງການອອກໃບອະນຸຍາດສະບັບໃໝ່ແມ່ນໃຊ້ຄວາມຊ່ຽວຊານດ້ານອຸດສາຫະກຳສູງສຸດຂອງ ...

Read More »

Starbucks ປະກາດ!!! ຈະເປີດສາຂາຢູ່ປະເທດລາວ…

ບໍລິສັດກາເຟ Starbucks ໄດ້ປະກາດແຜນທີ່ຈະເປີດສາຂາທໍາອິດຢູ່ປະເທດລາວໃນປີ 2021, ເຊິ່ງໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ບໍລິສັດ ມີຄວາມມຸ່ງໝັ້ນ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງໃນທົ່ວອາຊີ ແລະ ປະເທດລາວຈະເປັນຕະຫຼາດແຫ່ງທີ 17 ຂອງ Starbucks ໃນພາກພື້ນ, ເຊິ່ງຍັງຄົງສືບຕໍ່ເລັ່ງສ້າງນະວັດຕະກຳການຄ້າຂາຍຍ່ອຍທີ່ກ່ຽວຂ້ອງກັບທ້ອງຖິ່ນໃນຮ້ານຄ້າຫລາຍກວ່າ 10,000 ຮ້ານ ທົ່ວພາກພື້ນ. ຮ້ານທຳອິດຂອງ Starbucks ໃນປະເທດລາວຈະເປີດໃຫ້ບໍລິການຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ, ພ້ອມທັງມອບຕໍ່ປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍໄປພ້ອມກັບເຄື່ອງດື່ມທີ່ເຮັດດ້ວຍສີມືອັນເປັນເອກະລັກຂອງ Starbucks. ທ່ານ Michael Conway, ຮອງປະທານບໍລິສັດ ຜູ້ຮັບຜິດຊອບວຽກງານບັນດາຮ້ານສາຂາໃນຕ່າງປະເທດ ໄດ້ກ່າວວ່າ "ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະນຳເອົາປະສົບການ Starbucks ມາສູ່ປະເທດລາວ, ເຊິ່ງມີປະຫວັດສາດດ້ານການຜະລິດກາເຟ ແລະ ວັດທະນະທຳການດື່ມກາເຟທີ່ອຸດົມສົມບູນ". ແລະທ່ານຍັງກ່າວຕື່ມວ່າ "ຫ້າສິບປີທີ່ຜ່ານມາ, Starbucks ໄດ້ຖືກສ້າງຕັ້ງຂຶ້ນດ້ວຍຄວາມຫຼົງໄຫຼໃນການນໍາເອົາກາເຟອາຣາບິກ້າ ເຊິ່ງເປັນກາເຟທີ່ມີຄຸນະພາບສູງທີ່ສຸດຈາກທົ່ວໂລກ ນໍາມາສູ່ລູກຄ້າ, ແລະພວກເຮົາມີຄວາມຍິນດີທີ່ຈະສືບຕໍ່ມາຮອດປັດຈຸບັນ, ຄູ່ຮ່ວມງານໃນເຂດພື້ນທີ່ຕ່າງໆຂອງພວກເຮົາ (ພະນັກງານ) ແມ່ນຫົວໃຈທີ່ສໍາຄັນຂອງຮ້ານຄ້າຂອງພວກເຮົາໃນທົ່ວໂລກ, ແລະ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບພັນທະມິດໃໝ່ຂອງເຮົາໃນປະເທດລາວ. ຮ້ານ Starbucks ໃນປະເທດລາວຈະຖືກດຳເນີນການໂດຍ Coffee Concepts (Laos) ຈຳກັດ, ເຊິ່ງເປັນສ່ວນໜຶ່ງຂອງ Maxim's Caterers Limited, ...

Read More »

Starbucks ປະກາດ!!! ຈະເປີດສາຂາຢູ່ປະເທດລາວ…

ບໍລິສັດກາເຟ Starbucks ໄດ້ປະກາດແຜນທີ່ຈະເປີດສາຂາທໍາອິດຢູ່ປະເທດລາວໃນປີ 2021, ເຊິ່ງໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ບໍລິສັດ ມີຄວາມມຸ່ງໝັ້ນ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງໃນທົ່ວອາຊີ ແລະ ປະເທດລາວຈະເປັນຕະຫຼາດແຫ່ງທີ 17 ຂອງ Starbucks ໃນພາກພື້ນ, ເຊິ່ງຍັງຄົງສືບຕໍ່ເລັ່ງສ້າງນະວັດຕະກຳການຄ້າຂາຍຍ່ອຍທີ່ກ່ຽວຂ້ອງກັບທ້ອງຖິ່ນໃນຮ້ານຄ້າຫລາຍກວ່າ 10,000 ຮ້ານ ທົ່ວພາກພື້ນ. ຮ້ານທຳອິດຂອງ Starbucks ໃນປະເທດລາວຈະເປີດໃຫ້ບໍລິການຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ, ພ້ອມທັງມອບຕໍ່ປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍໄປພ້ອມກັບເຄື່ອງດື່ມທີ່ເຮັດດ້ວຍສີມືອັນເປັນເອກະລັກຂອງ Starbucks. ທ່ານ Michael Conway, ຮອງປະທານບໍລິສັດ ຜູ້ຮັບຜິດຊອບວຽກງານບັນດາຮ້ານສາຂາໃນຕ່າງປະເທດ ໄດ້ກ່າວວ່າ “ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະນຳເອົາປະສົບການ Starbucks ມາສູ່ປະເທດລາວ, ເຊິ່ງມີປະຫວັດສາດດ້ານການຜະລິດກາເຟ ແລະ ວັດທະນະທຳການດື່ມກາເຟທີ່ອຸດົມສົມບູນ”. ແລະທ່ານຍັງກ່າວຕື່ມວ່າ “ຫ້າສິບປີທີ່ຜ່ານມາ, Starbucks ໄດ້ຖືກສ້າງຕັ້ງຂຶ້ນດ້ວຍຄວາມຫຼົງໄຫຼໃນການນໍາເອົາກາເຟອາຣາບິກ້າ ເຊິ່ງເປັນກາເຟທີ່ມີຄຸນະພາບສູງທີ່ສຸດຈາກທົ່ວໂລກ ນໍາມາສູ່ລູກຄ້າ, ແລະພວກເຮົາມີຄວາມຍິນດີທີ່ຈະສືບຕໍ່ມາຮອດປັດຈຸບັນ, ຄູ່ຮ່ວມງານໃນເຂດພື້ນທີ່ຕ່າງໆຂອງພວກເຮົາ (ພະນັກງານ) ແມ່ນຫົວໃຈທີ່ສໍາຄັນຂອງຮ້ານຄ້າຂອງພວກເຮົາໃນທົ່ວໂລກ, ແລະ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບພັນທະມິດໃໝ່ຂອງເຮົາໃນປະເທດລາວ. ຮ້ານ Starbucks ໃນປະເທດລາວຈະຖືກດຳເນີນການໂດຍ Coffee Concepts (Laos) ຈຳກັດ, ເຊິ່ງເປັນສ່ວນໜຶ່ງຂອງ Maxim’s Caterers Limited, ...

Read More »

ສາຍສົ່ງ-ສະຖານີໄຟຟ້າແຮງສູງ ບ້ານຫາດ – ຊາຍແດນລາວ/ກໍາປູເຈຍ ເປີດນຳໃຊ້ຢ່າງເປັນທາງການ…

ໃນວັນທີ 01 ພະຈິກ 2020 ທີ່ບ້ານຫາດ ເມືອງໂຂງ ແຂວງຈໍາປາສັກ ໄດ້ຈັດພິທີເປີດການນໍາໃຊ້ສາຍສົ່ງ-ສະຖານີໄຟຟ້າແຮງສູງ 500 ກິໂລໂວນ ບ້ານຫາດ ຫາ ຊາຍແດນລາວ/ກໍາປູເຈຍ ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ , ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງ ແຂວງຈໍາປາສັກ,ທ່ານ ຮສ,ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຈັນທະບູນ ສຸກອາລຸນ ວ່າການຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍບຸກຄົນສໍາຄັນ ຈາກກະຊວງທີ່ກ່ຽວຂ້ອງ ແລະ ບໍລິສັດຮັບຜິດ ຊອບ ໂຄງການເຂົ້າຮ່ວມ. ໂຄງການກໍ່ສ້າງສາຍສົ່ງ 500 ກິໂລໂວນ ເປັນການກໍ່ສ້າງສາຍສົ່ງວົງຈອນຄູ່ເຊື່ອມຕໍ່ສາຍສົ່ງ ເພື່ອສົ່ງອອກໄຟຟ້າຕາມສັນຍາຊື້-ຂາຍລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ລັດວິສາຫະກິດໄຟຟ້າກໍາປູເຈຍ ເຊີ່ງໂຄງການດັ່ງກ່າວເປັນການລົງທຶນຂອງ ລັດວິສາຫະກິດໄຟຟ້າລາວ ໂດຍບໍລິສັດ YEIG ແລະ ບໍລິສັດ CGGC ປະເທດຈີນເປັນຜູ້ຮັບເໝົາກໍ່ສ້າງ, ...

Read More »

ຊີ້ແຈງຕໍ່ຄຳຊັກຖາມໃນການຄິດໄລ່ GDP ຂອງລາວ ອີງໃສ່ຕາມຫຼັກການສາກົນ…

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໂດຍໄດ້ອະທິບາຍ ກ່ຽວກັບວິທີ, ຫຼັກການ ແລະ ສູດການຄິດໄລ່ ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ຂອງ ສປປ ລາວ ແມ່ນໃຊ້ສູດຄິດໄລ່ຕາມຫຼັກການສາກົນ ໂດຍອີງໃສ່ 3 ພາກສ່ວນຫຼັກ. ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ. ໂດຍອີງໃສ່ ດ້ານກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ຍັງມີພາສີນຳເຂົ້າທີ່ມີສ່ວນປະກອບເຖິງ 10% ໃນປີ 2020 ແມ່ນເອົາລວມຍອດການຜະລິດທີ່ເກີດຂຶ້ນ ມາລົບ ກັບການຊົມໃຊ້ ແລະ ຂອດລະຫວ່າງກາງ ອອກມາເປັນສຸດທິຂອງການຜະລິດ. ສ່ວນການຜະລິດທີ່ເກີດຂຶ້ນ ແມ່ນເອົາ ຈາກໂຄງປະກອບຂອງເສດຖະກິດຂອງລາວທີ່ມີ 3 ພາກສ່ວນຂະແໜງການຄື: 1). ກະສິກຳ ທີ່ອີງໃສ່ 4 ອັນຫຼັກ (ປູກຝັງ, ລ້ຽງສັດ, ...

Read More »

ສະພາບແວດລ້ອມທີ່ເອື້ອອຳນວຍ ຂອງລາວ ສາມາດດຶງດູດນັກລົງທຶນໄດ້ຫຼາຍຂຶ້ນ…

ບັນດາທ່ານເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ບັນດາປະ ເທດຂົງເຂດລຸ່ມແມ່ນ້ຳຂອງ ໄດ້ຈັດເວທີປຶກສາຫາລືວຽກງານທຸລະກິດ ໃນຂົງເຂດອິນໂດ-ປາຊີຟິກ ແບບທາງໄກ ໃນລະຫວ່າງ ວັນທີ 28-29 ຕຸລາ ທີ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ. ສຳລັບຢູ່ ສປປ ລາວ ນຳໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ.ອາເມລິການ ປະຈຳ ສປປ ລາວ ກໍໄດ້ຈັດກອງປະຊຸມ ການດຳເນີນທຸລະກິດໃນພາກພື້ນອິນໂດ-ປາຊີຟິກ ປະຈຳ ປີ 2020 ຂຶ້ນໃນວັນທີ 29 ຕຸລາ 2020 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ພາກສ່ວນທີ່ບໍ່ຫວັງຜົນກຳໄລ ເພື່ອວິເຄາະໂອກາດດ້ານການຄ້າ ແລະ ການລົງທຶນສາກົນ ໃນໄລຍະຫລັງເກີດວິກິດພະຍາດລະບາດໂຄວິດ-19 ໃນ ສປປ ລາວ ໃຫ້ນັກທຸ ລະກິດອາເມລິການ ແລະ ສາກົນ. ໂອກາດດຽວກັນນີ້, ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ສ.ອາເມລິການ ໄດ້ໃຫ້ບູລິມະສິດສູງກ່ຽວກັບ ການລົງທຶນທີ່ມີຄຸນນະພາບສູງໃນພາກພື້ນອິນໂດ-ປາຊີຟິກ ...

Read More »

​ການ​ແກ້​ໄຂ​ໜີ້​ສິນ ຂອງລັດຖະບານ​ມີ​ລັກ​ສະ​ນະ​ຊໍາ​ເຮື້ອ ແລະ ສະສົມມາຫຼາຍປີ…

ທ່ານ ສອນ​ໄຊ ສີ​ພັນດອນ ຮອງ​ນາຍົກລັດຖະມົນຕີ ລັດ ຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII, ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ (2016-2020) ແລະ ທິດ​ທາງ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ແລະ ແຜນ​ງົບປະມານ​ແຫ່ງ​ລັດ 5 ປີ (2021-2025) ຕໍ່​ກອງ​ປະຊຸມ​ສະໄໝສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 27 ຕຸລາ​ຜ່ານ​ມາໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020) ທີ່​ໄດ້​ກໍາ​ນົດ 3 ເປົ້າ​ໝາຍ​ໃຫຍ່ (ດ້ານ​ເສດຖະກິດ, ດ້ານ​ສັງຄົມ ແລະ ດ້ານ​ສິ່ງແວດລ້ອມ). ສະເພາະ​ດ້ານ​ເສດຖະກິດ ໃນ 5 ປີຜ່ານມາ ມີ​ການ​ເຕີບ​ໂຕສະເລ່ຍ ປະມານ 5,8% ຕໍ່​ປີ, ຫຼຸດ​ຄາດໝາຍ​ທີ່​ກໍາ​ນົດ​ໄວ້ (ມະຕິ​ສະພາ 7,2%) ແລະ ...

Read More »