ລັດຖະມົນຕີກະຊວງການເງິນຂອງໄທກ່າວໃນວັນທີ 23 ພະຈິກ 2020 ວ່າ: ເສດຖະກິດໄທຄາດວ່າຈະເຕີບໂຕ 4% ໃນປີ 2021 ຫຼັງຈາກຕົກຕໍ່າໃນປີນີ້ ແລະ ນະໂຍບາຍການເງິນຈະສະໜັບສະໜູນເສດຖະກິດ ທີ່ອາໃສການທ່ອງທ່ຽວທີ່ຕ້ອງໄດ້ສູ້ຊົນ ຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19

ເສດຖະກິດທີ່ໃຫຍ່ເປັນອັບດັບ 2 ຂອງອາຊີຕາເວັນອອກສຽງໃຕ້ ຫຼຸດຕົວນ້ອຍກວ່າທີ່ຄາດການໄວ້ 6,4% ໃນໄຕມາດທີ 3 ຈາກປີກ່ອນ ຫຼັງຈາກຫຼຸດລົງ 12,1% ໃນຊ່ວງ 3 ເດືອນທີ່ຜ່ານມາ
ທ່ານ ອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງການເງິນກ່າວວ່າ: ເສດຖະກິດເຖິງຈຸດຕໍ່າສຸດ ແຕ່ການຟື້ນຕົວບໍ່ໄວຫຼາຍ ເນື່ອງຈາກພາກການທ່ອງທ່ຽວທີ່ຕົກຕໍ່າ ຊຶ່ງຄິດເປັນປະມານ 100/12 ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານເຊັ່ນກັນ.

ທ່ານກ່າວຕື່ມວ່າ: “ຫາກບໍ່ມີ COVID ເສດຖະກິດຂອງໄທອາດຂະຫຍາຍຕົວໄດ້ 3% ໃນປີນີ້” ໃນຂະນະທີ່ເຮົາຄາດວ່າຈະຫົດຕົວ 6% ໃນປີນີ້ ຈຶ່ງມີຊ່ອງວ່າງຂອງຜົນຜະລິດຢູ່ທີ່ 9% ທ່ານກ່າວກັບສຳນັກຂ່າວທຸລະກິດວ່າ: ໃນປີໜ້າເຮົາຄາດວ່າຈະເຕີບໂຕ 4% ຊຶ່ງຍັງບໍ່ເຕັມ 100% ອາດໃຊ້ເວລາເຖິງປີ 2022 ໃນການກັບສູ່ລະດັບກ່ອນການລະບາດ.

ທ່ານກ່າວວ່າ: ຍັງມີນະໂຍບາຍການເງິນເພື່ອຊ່ວຍການເຕີບໂຕຈາກງົບປະມານການເງິນຂອງປີນີ້ ແລະ ບາງສ່ວນຈາການໃຊ້ຈ່າຍ ເພື່ອການຟື້ນຟູງົບປະມານສຳລັບປີ, ງົບປະມານໜ້າຍັງຄົງມຸ່ງເນັ້ນໄປທີ່ກ່ານສົ່ງເສີມກິດຈະການພາຍໃນປະເທດ ແລະໜີ້ສາທາລະນະໃນປັດຈຸບັນຢູ່ທີ 49% ຂອງ GDP ສາມາດຈັດການໄດ້

ຈາກແຜນການກູ້ຢືມເງິນ 1 ລ້ານລ້ານບາດ ( 33.000 ລ້ານໂດລາ) ຂອງລັດຖະບານ 400 ພັນລ້ານ ຈະເປັນການຟື້ນນຟູເສດຖະກິດ ຊຶ່ງປະມານ 120 ຫາ 130 ພັນລ້ານ ໄດ້ຮັບການອະນຸມັດ. ທ່ານອາຄົມ ກ່າວອີກວ່າ: ຕ້ອງການໃຫ້ທະນາຄານແຫ່ງປະເທດໄທ ດຳເນີນການໃນໄລຍະສັ້ນກັບຄ່າເງິນບາດ ຊຶ່ງຍັງຄົງປັບຕົວສູງຂຶ້ນໃນວັນທີ 23 ພະຈິກ ເຖິງວ່າຈະມີການປະກາດມາດຕະການຂອງທະນາຄານກາງ ເມື່ອວັນທີ 20 ຜ່ານມາ ເພື່ອຄວບຄຸມຄ່າຂອງເງິນບາດ. “ ເຂົາເຮັດແບບນັ້ນ ແລະ ມີມາດຕະການຂອງພວກເຂົາ…ຊຶ່ງຄວນຈະຄ່ອຍໆແນະນຳຢ່າງເຂັ້ມງວດຫຼາຍຂຶ້ນ”