ຮອງເຈົ້າແຂວງ ທົບທວນຄືນ ການປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ……

ເພື່ອປຶກສາຫາລືການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນ ຂອງບັນດາຮອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ, ທົບທວນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ.

ໃນວັນທີ 23 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມ ຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ. ໂດຍສະເພາະບັນດາຕົວຊີ້ວັດ, ຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫລາຍມິຕິຢູ່ ສປປ ລາວ ຕິດພັນກັບການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ໄລຍະ 2021-2025 ໂດຍແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫລາຍມິຕິ ຢູ່ ສປປ ລາວ ທີ່ກ່ຽວຂ້ອງກັບ ດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອານາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ.

ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສຳນັກງານນາຍົກລັດຖະມົນຕີ, ທັງເປັນຮອງປະທານ ຄຊກມດ ກ່າວວ່າ: ໃນປີຜ່ານມາ ສປປ ລາວ ໄດ້ດໍາເນີນຂະບວນການສະເຫຼີມສະຫຼອງວັນຄົບຮອບ 30 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ ເປັນຂະບວນການໜຶ່ງທີ່ມີຄວາມສໍາຄັນ, ຊຶ່ງການນໍາຂັ້ນສູງຂອງ ສປປ ລາວ, ຄະນະນໍາຂັ້ນກະຊວງ, ຂັ້ນແຂວງ, ຜູ້ວາງນະໂຍບາຍ, ພາກສ່ວນທຸລະກິດເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ໄດ້ເຂົ້າຮ່ວມປະກອບສ່ວນ ແລະ ສະແດງຄວາມຮັບຜິດຊອບປົກປ້ອງສິດ, ຜົນປະໂຫຍດຂອງເດັກ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ກໍຄືການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນມິຕິຕ່າງໆໃຫ້ລຸດລົງ ໃນຂອບເຂດທົ່ວປະເທດ ດ້ວຍການໃຫ້ຄວາມໝາຍໝັ້ນ ແລະ ສ້າງເປັນແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ແລະ ການຈັດຕັ້ງປະຕິບັດບັນດາຄວາມໝາຍໝັ້ນຂອງສົນທິສັນຍາວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດ ພັດທະນາທ່າແຮງເດັກລາວບັນດາເຜົ່າຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງເປັນກ້າວໆ.

ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ເນັ້ນໃຫ້ບັນດາແຂວງໃຫ້ເອົາໃຈໃສ່ ກ່ຽວກັບຂໍ້ມູນຂ່າວສານ ເພາະວ່າມັນມີຄວາມສຳຄັນຫຼາຍ, ເຊິ່ງແຕ່ລະແຂວງຕ້ອງໄດ້ມີການແລກປ່ຽນກັນ ວ່າເດັກໄດ້ເຂົ້າເຖິງຂໍ້ມູນຂ່າວສານໄດ້ດີປານໃດ, ໃນເຂດຫ່າງໄກຊອກຫຼີກເດັກຍັງບໍ່ທັນຮູ້ ແລະ ເຂົ້າໃຈ ໃນການໃຊ້ສິດທິຂອງເດັກ ແລະ ການປົກປ້ອງຕົວຂອງເດັກເອງ ແລະ ພວກເຮົາຈະເຮັດແນວໃດໃຫ້ຂໍ້ມູນຂ່າວສານເຫຼົ່ານີ້ເຂົ້າເຖິງເຂົາເຈົ້າໄດ້. ພ້ອມນີ້, ຂໍຮຽກຮ້ອງມາຍັງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນແຂວງ ໃນຂອບເຂດທົ່ວປະເທດ ຈົ່ງຮ່ວມກັນຄົ້ນຄວ້າປຶກສາຫາລື, ແລກປ່ຽນບົດຮຽນຂອງຕົນຕາມຈຸດພິເສດ, ທ່າແຮງ ແລະ ສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນຕົນໂດຍກຳນົດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄາດໝາຍ, ບັນດາຕົວຊີ້ວັດ ແລະ ແຜນວຽກຈຸດສຸມຂອງແຂວງ ໃນແກ້ໄຂຄວາມທຸກຍາກຂອງເດັກຢູ່ ສປປ ລາວ ໃຫ້ລຸດໜ້ອຍຖອຍລົງຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ເປັນຢ່າງດີ.

ແຫຼ່ງຂໍ້ມູນ: ຂປລ

Comments