ເມືອງຄູນ ປະຕິສັງຂອນ ແລະ ສ້າງແຫຼ່ງທ່ອງທ່ຽວທາງປະຫວັດສາດ ຫຼາຍແຫ່ງ….

ຊຽງຂວາງແມ່ນໜຶ່ງໃນບັນດາແຂວງພາກເໜືອຂອງລາວທີ່ມີດິນຟ້າອາກາດເຢັນສະບາຍຕະຫຼອດປີ; ພາຍໃຕ້ໂຄງການລາວທ່ຽວລາວນີ້,. ແຂວງຊຽງຂວາງພວດເລັ່ງການຟື້ນຟູແຫຼ່ງທ່ອງທ່ຽວທາງດ້ານການປະຕິສັງຂອນວັດວາອາຮາມທີ່ເກົ່າແກ່ທີ່ຖືກສົງຄາມທຳລາຍ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງໃນເຂດປະຫວັດສາດເມືອງເກົ່າອັນຍາວນານຂອງອະດີດຣາຊະທານີເມືອງພວນ ກໍ່ຄືເມືອງຄູນໃນປັດຈຸບັນ.

ເມືອງຄູນໃນປະຫວັດສາດແມ່ນນະຄອນຊຽງຂວາງຂອງອານາຈັກພວນໃນຣາຊະການຂອງພະເຈົ້າລ້ານຊ້າງຄຳກອງໃນ ປີ 1372, ພະອົງໄດ້ນຳເອົາພະພຸດທະສາດສະໜາ ແລະ ພະພຸດທະຮູບທອງ 1 ອົງ, ຈາກເມືອງຫົງສາວະດີ ແລະ ເຄື່ອງຄໍ້າຂອງຄູນ ຂອງພີ່ນ້ອງຊາວພວນມາສະຖິດໄວ້ໃນດິນແດນແຫ່ງນີ້ຈົນໄດ້ສັນຍານາມວ່າເມືອງຄູນຈົນຮອດທຸກວັນນີ້.

Google Maps

ໃນປີ 1990 ພະນະທ່ານ ພູມີ ວົງວິຈິດ ຜູ້ນຳທີ່ແສນເຄົາລົບຂອງຊາວຊຽງຊວາງ ເວົ້າສະເພາະ ເວົ້າລວມກໍຄືຊາວລາວທັງມວນພ້ອມດ້ວຍພະອາຈານຈາລຸຸນກຳມະການໃນຄະນະອົງການພຸດທະສາດສະໜາສູນກາງ (ອພສ) ແລະ ພະອາຈານ ເມກ ໄດ້ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາທັງຫຼາຍໄປສົມທົບກັບອຳນາດການປົກຄອງແຂວງຊຽງຂວາງ ແລະ ອຳນາດການປົກຄອງເມືອງຄູນ ກໍຄືປະຊາຊົນແຂວງຊຽງຂວາງໄດ້ປະຕິສັງຂອນ ພັດທະສິມມາພະພຸດທະຮູບອົງຕື້ຢູ່ວັດສີພົມ ເມືອງຄູນເປັນແຫຼ່ງທຳອິດຂອງແຂວງຊຽງຂວາງຄືນໃໝ່ ແລະ ສຳເລັດໃນປີ1992, ຕໍ່ມາໃນປີ 2015 ໄດ້ປະຕິສັງຂອນຫໍລວມ 12 ຫໍຫຼັກເມືອງຄືນໃໝ່, ໃນປີ 2018 ໄດ້ຮັບທຶນຈາກອົງການມໍລະດົກໂລກ, ອົງການສຶກສາ ແລະ ວິທະຍາສາດສະຫະປະຊາຊາດ (UNESCO) ປະຕິສັງຂອນພະທາດຝຸ່ນ ແລະ ແທ່ນພັດທະສິມມາວັດເພຍວັດໃນເມືອງຄູນຄືນໃໝ່.

ໃນຮູບພະທາດຫຼວງນີ້ ກໍເໝືອນດັ່ງທາດຫຼວງຢູ່ນະຄອນຫຼວງວຽງຈັນ ມີ 30 ປາຣະມີທາດນ້ອຍລຽນລ້ອມຢູ່ຊອນລອນ, ສ່ວນທັງສີ່ດດ້ານກໍ່ມີປະຕູເຂົ້າທີ່ມີມຸກຫຼັງຄາປະດັບຢ່າງສວຍງາມສະດຸດຕາ.ປັດຈຸບັນນີ້, ທາງຄະນະຟື້ນຟູ ແລະ ປະຕິສັງຂອນວັດວາສາດສະໜາເມືອງຄູນຍັງສືບຕໍ່ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາ ເພື່ອສົມທົບແຫຼ່ງທຶນທີ່ມີແລ້ວເພື່ອປະຕິສັງຂອນພະທາດຫຼວງ (ພະທາດແປດຫຼຽມ) ແລະ ພັດທະສິມມາຢູ່ວັດທາດຫຼວງບ້ານນາໄຊ ທີ່ກຳລັງກໍ່ສ້າງຢູ່, ພະທາດຈອມເພັດຢູ່ເທິງພູຈອມເພັດເທດສະບານເມືອງຄູນ ແຂວງຊຽງຂວາງ ໂດຍມີເຈົ້າມູນລະສັດທາຄືທ່ານ ສູນທອນ ພົມມະຈັກ ພ້ອມດ້ວຍຄອບຄົວ, ເຈົ້າມູນລະສັດທາແນ່ທາງດ້ານທຶນຮອນເພື່ອປະຕິສັງຂອນ ແລະ ສືບຕໍ່ສ້າງໃໝ່ນີ້ ມາຖິງປັດຈຸບັນ ກໍເຫັນວ່າຍັງບໍ່ທັນພຽງພໍເທື່ອຖ້າຜູ້ໃດຫາກມີຈິດໃຈໃສສັດທາອັນເຫຼື້ອມໃສໃນພະພຸດທະສາດສະໜາທີ່ຢາກປະກອບສ່ວນເຮັດບຸນສິນຮ່ວມເຈົ້າມູນລະສັດທາໃນຄັ້ງນີ້, ທາງຄະນະກໍມີຄວາມຍິນດີເປັນຢ່າງຍິ່ງ.

ຄາດວ່າ ພະທາດຫຼວງແປດຫຼຽມເມືອງຄູນ ຈະສ້າງໃຫ້ສຳເລັດໃນໄວໆນີ້ ຕາມລະດັບຄາດໝາຍ. ເຖິງຢ່າງໃດກໍດີ, ການຟື້ນຟູ ແລະ ປະຕິສັງຂອນວັດວາສາດສະໜາຢູ່ເມືອງຄູນຄື: ພັດທະສິມມາຢູ່ວັດທາດຫຼວງ ບ້ານນາໄຊ, ພະທາດຈອມເພັດຢູ່ເທິງພູຈອມເພັດທີ່ສູງສະຫງ່າແຫ່ງເທດສະບານເມືອງຄູນແຂວງຊຽງຂວາງໃນຄັ້ງນີ້ ບໍ່ພຽງແຕ່ຈະເປັນມໍລະດົກຕົກທອດທາງດ້ານວັດຖຸບູຮານພຸດທະສາດສະໜາໃຫ້ລູກຫຼານຊາວພວນໃນອະນາຄົດອັນຍາວນານເທົ່ານັ້ນ ແຕ່ຫາກຍັງເປັນສິ່ງປະດັບເອ້ສັນຍາລັກທີ່ມີຄວາມໝາຍບົ່ງບອກເຖິງຈິດໃຈອ່ອນນ້ອມໂອຍເອື້ອອາລີ ແລະ ຮັກແພງສາມັກຄີຢ່າງກວ້າງຂວາງຂອງຊາວພວນທີ່ເຄີຍມີມາແຕ່ດຶກດຳບັນໃນການຕ້ອນຮັບແຂກທາງໄກ ໄທທາງອື່ນທີ່ມາຢ້ຽມຢາມພີ່ນ້ອງເມືອງພວນຂອງເມືອງຄູນແຂວງຊຽງຂວາງຢ່າງເພື່ອນມິດສະຫາຍອ້າຍເອື້ອຍນ້ອງຢ່າງບໍ່ມີວັນຈືດຈາງໄດ້.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments