ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ ຜະລິດພະລັງງານໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ….

ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍທ່ານໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຂອງຂະແໜງພະລັງງານວ່າ: ມາປັດຈຸບັນຢູ່ ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ.

ນອກຈາກນີ້ຍັງມີ: ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຕາມການຄາດຄະເນ ໃນທ້າຍປີ 2020 ນີ້, ສປປ ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າເພີ່ມຂຶ້ນເປັນທັງ ໝົດ 90 ແຫ່ງ, ມີກໍາລັງຕິດຕັ້ງປະມານ 10.704 MW. ຄຽງຄູ່ກັນນີ້ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ, ສາມາດສະໜອງໄຟຟ້າຮັບໄດ້ 100% ຢູໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ. 93% ຂອງຈຳນວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.

ສໍາລັບການສົ່ງອອກໄປຈໍາໜ່າຍຕ່າງປະເທດ, ສາມາດບັນລຸໄດ້ແລ້ວ 6.935 MWF ໃນນີ້: ສົ່ງອອກໄປຍັງປະເທດໄທແລ້ວ 5.935 MW, ຫວຽດນາມ 570 MW, ກໍາປູເຈຍ 320 MW, ມຽນມ້າ 10 MW, ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນ: ຊຶ່ງໃນກຸ່ມປະເທດອາຊຽນ ສປປ ລາວ ແມ່ນປະເທດທຳອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ. ປັດຈຸບັນໄດ້ສົ່ງອອກແລ້ວ 100 ເມັກກາວັດ ໂດຍຜ່ານປະເທດລາວ-ໄທ-ມາເລເຊຍ ແລະ ໃນປີ 2021 ຈະສົ່ງໃຫ້ໄດ້ 300 MW.

ພ້ອມດຽວກັນນີ້ ສືບຕໍ່ເຈລະຈາຊື້-ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ. ແຕ່ການ ສົ່ງອອກໃນອະນາຄົດ ຍັງຈະເພີີ່ມຂື້ນເລື້ອຍໆ ຕາມບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ (MOU)ທີ່ ສປປ ລາວ ເຮົາ ມີກັບບັນດາປະເທດໃກ້ຄຽງ ເຊັ່ນ: ມີບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ ກັບ ຣາຊະອານາ ຈັກໄທ 9.000 MW, ມີກັບ ຣາຊະອານາຈັກ ກໍາປູເຈຍ 6.000 MW ແລະ ມີກັບ ສສ ຫວຽດນາມ 5.000 MW. ທັງໝົດນີ້ ຈະສົ່ງອອກໃຫ້ຄົບຕາມຈໍານວນ ທັງ 3 ປະເທດພາຍໃນປີ 2030.

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ຍົກໃຫ້ເຫັນກ່ຽວກັບທິດທາງພັດທະນາຂະແໜງພະລັງງານອີກວ່າ: ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດພັດທະນາແຫຼ່ງໄຟຟ້ານໍ້າຕົກເປັນຫຼັກ, ຮັກສາສະຖຽນລະພາບການສະໜອງໄຟຟ້າຢູ່ພາຍ ໃນປະເທດໃຫ້ພຽງພໍ, ທົ່ວເຖິງ ແລະ ຍຶນຍົົງ.

ພ້ອມນັ້ນ, ກໍເອົາໃຈໃສ່ສົ່ງເສີມການພັດ ທະນາພະລັງງານທົດແທນ ແລະ ທາງເລືອກອື່ນໃຫ້ເປັນລະບົບຄົບຊຸດ ແລະ ມີປະສິດ ທິຜົນ, ມີສະຖຽນລະພາບແລະຍືນຍົງເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ໃຫ້ບູລິມະສິດໃນການພັດທະນາອຸດສາຫະກໍາພະລັງງານໄຟຟ້າ ໂດຍແບ່ງ ອອກເປັນ 2 ໂຄງການໃຫຍ່ຄື : ໂຄງການພັດທະນາການຜະລິດພະລັງງານໄຟຟ້າເພື່ອການຊົມໃຊ້ພາຍໃນ ແລະ ໂຄງການພັດທະນາພະລັງງານໄຟຟ້າເພື່ອການສົ່ງອອກຊຶ່ງສ່ວນໃຫຍ່ແມ່ນໂຄງ ການຂະໜາດໃຫຍ່; ພັດທະນາໄຟຟ້າໃຫ້ກາຍເປັນລະ ບົບແຫ່ງຊາດທີ່ເປັນລະບົບຄົບຊຸດ; ຮັບປະກັນການສະໜອງໄຟຟ້າເພື່ອການຊົມໃຊ້ຢູ່ພາຍໃນໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມປອດໄຟ, ທົ່ວເຖິງ, ພຽງພໍ ແລະ ດ້ວຍລາຄາທີ່ສົມເຫດສົມຜົນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂາວສານພະລັງງານ ແລະ ບໍ່ແຮ່

Comments