ໂຄງການຂຸດຄົ້ນແຮ່ທາດເຫຼັກ ຄາດວ່າປີ 2020 ຈະສາມາດຜະລິດໄດ້ 400.000 ໂຕນ…….

ໃນວັນທີ 22 ພະຈິກ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຄະນະ ແລະ ການນຳແຂວງໄຊສົມບູນ ລົງຕິດຕາມກວດກາໂຄງການຂຸດຄົ້ນແຮ່ທາດເຫລັກ ຢູ່ບ້ານນໍ້າຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ເພື່ອຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ທັງເປັນການຊຸກຍູ້ຂະບວນການຜະລິດໃຫ້ມີປະສິດທິພາບ ແລະ ຮັບປະກັນດ້ານຄວາມປອດໄພ.

ໂຄງການດັ່ງກ່າວ, ໄດ້ຮັບອະນຸຍາດໃນການຂຸດຄົ້ນ ແລະ ສໍາປະທານໂດຍ ບໍລິສັດ ໂກເອໂກ ຈຳກັດ (COECCO) ຈາກ ສສ.ຫວຽດນາມ ໃນເນື້ອທີ່ທັງໝົດ 640 ເຮັກຕາ, ມີອາຍຸການສຳປະທານ 24 ປີ, ໃນນັ້ນໄລຍະການກໍ່ສ້າງແມ່ນ 2 ປີ, ການຂຸດຄົ້ນ 20 ປີ ແລະ ການປິດບໍ່ 2 ປີ. ບໍລິສັດ ໄດ້ເລີ່ມລົງມືຂຸດຄົ້ນ ແລະ ຜະລິດແຮ່ທາດເຫລັກ ໃນເດືອນກຸມພາ 2018 ເປັນຕົ້ນມາ, ເຊິ່ງໃນປີ 2019 ສາ ມາດຜະລິດແຮ່ທາດເຫລັກໄດ້ 114.000 ໂຕນ ແລະ ໄດ້ມອບພັນທະໃຫ້ລັດຖະບານ ຈໍານວນ 13,4 ຕື້ກີບ. ໝົດປີ 2020 ຄາດວ່າຈະສາມາດຜະລິດໄດ້ 400.000 ໂຕນ ແລະ ປະຕິບັດມອບພັນທະໃຫ້ລັດ ຖະບານ ປະມານ 21 ຕື້ກີບ, ພ້ອມກັນນັ້ນໃນປີ 2021 ບໍລິສັດ ວາງແຜນສູ້ຊົນຈະຜະລິດໃຫ້ໄດ້ 500.000 ໂຕນ ແລະ ມອບພັນທະໃຫ້ລັດຖະບານ ປະມານ 30 ຕື້ກີບ.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ ບໍລິສັດ ໂກເອໂກ ຈຳກັດ ທີ່ໄດ້ມາພັດທະນາ ແລະ ລົງທຶນຢູ່ ສປປ ລາວ ແລະ ໄດ້ມອບພັນທະໃຫ້ລັດຖະບານເປັນປົກກະຕິ, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດ ໂດຍສະເພາະຢູ່ແຂວງໄຊສົມບູນ, ພ້ອມກັນນັ້ນ ກໍເປັນການສ້າງວຽກເຮັດງານທຳທີ່ໝັ້ນຄົງ ໃຫ້ກັບປະຊາຊົນລາວບັນດາເຜົ່າ ແລະ ຊ່ວຍພັດທະນາຊຸມຊົນ ແລະ ທ້ອງຖິ່ນ ໃນເຂດໃກ້ຄຽງໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ຮ່ວມກັບບໍລິສັດ ເພື່ອກວດກາຄືນກ່ຽວກັບແຜນການຄຸ້ມຄອງທາງດ້ານສິ່ງແວດລ້ອມໃນໂຄງການດັ່ງກ່າວ ແນໃສ່ເພື່ອຮັບປະກັນຄວາມປອດໄພໃນດ້ານຕ່າງໆ, ເຊິ່ງຖ້າຫາກບ່ອນໃດຂຸດຄົ້ນສໍາເລັດແລ້ວ ແມ່ນໃຫ້ປິດບໍ່ໄປເລີຍ ບໍ່ຈໍາເປັນຕ້ອງຖ້າໃຫ້ໝົດອາຍຸສໍາປະທານກ່ອນ ຈຶ່ງຄ່ອຍປິດບາດດຽວ, ທັງນີ້ ເພື່ອຮັບປະກັນບໍ່ໃຫ້ມີຜົນທົບຕໍ່ສິ່ງແວດລ້ອມ, ຕໍ່ປະຊາຊົນ ແລະ ຕໍ່ຊີວະນາໆພັນ.

ພ້ອມກັນນັ້ນ ກໍໄດ້ເນັ້ນໃຫ້ເອົາໃຈໃສ່ໃນການນຳໃຊ້ກອງທຶນ ສຳລັບການພັດທະນາຊຸມຊົນ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ ເນື່ອງຈາກວ່າມີຄວາມສໍາຄັນຫລາຍ ໂດຍໃຫ້ເລັງໃສ່ການແກ້ໄຂຄວາມທຸກຍາກ ແລະ ສິ່ງຈຳເປັນຂອງປະຊາຊົນ ເປັນບູລິມະສິດ ເປັນຕົ້ນແມ່ນ: ດ້ານການສຶກສາ, ສຸຂະພາບ, ໂພຊະນາການ, ນໍ້າສະອາດ, ລວມທັງການສົ່ງເສີມການຜະລິດເປັນສິນຄ້າ.ນອກຈາກນັ້ນ, ກໍໄດ້ເນັ້ນໃຫ້ເອົາໃຈໃສ່ໃນການຄຸ້ມຄອງການນຳໃຊ້ເສັ້ນທາງຕ່າງໆ ສຳລັບການຂົນສົ່ງ ໂດຍໃຫ້ປະຕິບັດຕາມຫລັກການຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການນໍາໃຊ້ເສັ້ນທາງມີຄວາມຍືນຍົງ ແລະ ມີຄວາມປອດໄພ. ໂອກາດດຽວກັນ, ຄະນະດັ່ງກ່າວຍັງໄດ້ເດີນທາງໄປຢ້ຽມຢາມໂຄງການກໍ່ສ້າງ ສໍານັກງານປົກຄອງແຂວງໄຊສົມບູນ, ໂຄງການກໍ່ສ້າງຫໍຫລັກເມືອງ ແລະ ອື່ນໆ ເພື່ອຊຸກຍູ້ໃຫ້ຂະບວນການກໍ່ສ້າງສໍາເລັດຕາມຄາດໝາຍທີ່ວາງໄວ້.

ແຫຼ່ງຂໍ້ມູນ: ຂປລ

Comments