ມີບໍລິສັດລົງທຶນໃນ ທໍລະນີສາດ ແລະ ບໍ່ແຮ່ແລ້ວ 214 ບໍລິສັດ 319 ກິດຈະການ……

ເນື່ອງໃນໂອກາດໃກ້ຈະຮອດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020) ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ວ່າ: ປັດຈຸບັນຂະແໜງບໍ່ແຮ່ ສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລຕາແມັດ ເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ; ຊຶ່ງປະກອບດ້ວຍ ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະ ອື່ນໆ.

ມາຮອດປັດຈຸບັນ ລັດຖະບານໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່ແລ້ວ ທັງໝົດ 214 ບໍລິສັດ 319 ກິດຈະການ. ຊຶ່ງຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 21 ບໍລິສັດ 28 ກິດຈະການ, ຢູ່ໃນຂັ້ນຕອນການສໍາຫຼວດ ຈໍານວນ 70 ບໍລິສັດ 83 ກິດຈະການ ແລະ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ຈໍານວນ 43 ບໍລິສັດ 67 ກິດຈະການ. ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈໍານວນທັງໝົດ 80 ບໍລິສັດ 141 ກິດຈະການ. ຊຶ່ງໂຄງການດ້ານແຮ່ທາດທີ່ໄດ້ຮັບອະນຸຍາດມີເນື້ອທີ່ທັງໝົດ 7.281.047,42 ເຮັກຕາ ກວມ 30,75% ຂອງເນື້ອທີ່ປະເທດລາວ.

ຂະແໜງພະລັງງານ-ບໍ່ແຮ່ ຈະປັບປຸງຫລາຍດ້ານເພື່ອສ້າງປະໂຫຍດສູງສຸດໃຫ້ຊາດ

ເວົ້າລວມແລ້ວ ຂະແໜງພະລັງງານ ແລະ ບໍ່ແຮ່ ມີບົດບາດສໍາຄັນຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ 5 ປີຜ່ານມາ ໄດ້ປະ ກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ 2.064 ລ້ານໂດລາສະຫະລັດ, ໃນນີ້ ຂະແໜງພະລັງງານ 1.225 ລ້ານໂດລາສະຫະລັດ ແລະ ຂະແໜງບໍ່ແຮ່ 838 ລ້ານໂດລາສະຫະລັດ , ໃນນັ້ນ ປະກອບມີ: ຄ່າສຳປະທານ, ຄ່າຊັບພະ ຍາກອນ, ອາກອນກຳໄລ, ອາກອນເງິນເດືອນ, ອາກອນເງິນປັນຜົນ, ເງິນປັນຜົນ ລວມທັງພັນທະ 6 ກອງທຶນຕາມສັນຍາ. ຢ່າງໃດກໍ່ຕາມ ຍັງມີຫລາຍຢ່າງທີ່ເປັນຂໍ້ຫຍຸ້ງຍາກ ເນື່ອງຈາກພະລັງງານ ເປັນຂະແໜງທີ່ຕ້ອງນໍາໃຊ້ງົບປະມານເຂົ້າໃນການພັດທະນາເປັນຈໍານວນຫລາຍ ເຮັດໃຫ້ລັດຖະບານຕ້ອງໄດ້ກູ້ຢືມເງິນຈາກຕ່າງປະເທດມາຈັດຕັ້ງປະຕິບັດ ຊຶ່ງພາໃຫ້ເກີດໜີ້ສິນເປັນຈຳນວນຫລວງຫລາຍ. ນອກຈາກນີ້ ຍັງມີໄພພິບັດທາງທໍາມະຊາດເກີດຂຶ້ນເຮັດໃຫ້ແຫລ່ງຜະລິດພະລັງງານບາງແຫ່ງເປ່ເພ ແລະ ອື່ນຯ.

ພົບພື້ນທີ່ແຮ່ທາດໃນ ສປປ ລາວ 570 ແຫ່ງ ຄາດກຽມເປີດໃຫ້ສຳປະທານເພີ່ມ

ໃນອະນາຄົດລັດຖະບານຍັງຈະໄດ້ສຸມໃສ່ດ້ານດ້ານບໍ່ແຮ່ ໃນການພັດທະນາອຸດສາຫະກໍາແຮ່ທາດ ຢ່າງເປັນລະບົບຄົບຊຸດຊຶ່ງປະກອບດ້ວຍ ການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ, ຄຸ້ມຄອງການລົງທຶນ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນແຮ່ທາດ. ຮັບປະກັນໃຫ້ການພັດທະນາຊັບພະຍາກອນແຮ່ທາດເກີດປະໂຫຍດສຸດສຸດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ສອດ ຄ່ອງກັບທິດຍືນຍົງ ແລະ ສີຂຽວ. ການພັດທະນາອຸດສາຫະກໍາບໍ່ແຮ່ແມ່ນຈະຕ້ອງເນັ້ນປະສິດທິຜົນ, ມີການເລືອກເຟັ້ນ, ມີຈຸດສຸມ ແລະ ກາຍເປັນສິ່ງເອື້ອອໍານວຍໃຫ້ແກ່ການພັດ ທະນາຢ່າງຮອບດ້ານຂອງ ສປປ ລາວຕາມທິດຍືນຍົງ, ເປັນມິດກັບສິ່ງແວດລ້ອມ, ສ້າງມູນຄ່າເພີ່ມໃຫ້ສູງຂຶ້ນເພື່ອເປັນທຶນຮອນຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ເຕີບໂຕດ້ວຍຈັງຫວະທີ່ຕໍ່ເນື່ອງ, ໜັກແໜ້ນ, ມີສ່ວນສະສົມ ແລະ ແຮໄວ້ສໍາລັບຄົນລຸ້ນຫຼັງ ແລະ ອື່ນຯ.

ແຫຼ່ງຂໍ້ມູນ: ວສລ

Comments