ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳປະ ທານກວດກາພັກ ຮອງລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕາງ ໜ້າໃຫ້ຄະນະພັກ, ຄະນະນໍາ ຕະຫຼອດຮອດສະມາຊິກພັກ, ພະນັກງານ ທົ່ວຂະແໜງ ຍທຂ ໄດ້ໃຫ້ສໍາພາດກ່ຽວກັບ ວຽກງານພັດທະນາໂຄງລ່າງພື້ນຖານຄົມມະນາຄົມຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ:

ວຽກງານຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມທາງນ້ໍາອັນພົ້ນເດັ່ນທີ່ ກະຊວງ ຍທຂ ໄດ້ຮັບການຕົກລົງຈາກລັດຖະບານໃຫ້ເຊັນສັນຍາວ່າດ້ວຍ ການຮ່ວມມືລົງທຶນພັດທະນາທ່າທຽບເຮືອ 1, 2 ແລະ 3 ຂອງທ່າເຮືອຫວຸງອ່າງ ກັບ ກະຊວງ ຄົມມະນາຄົມຂົນສົ່ງ ສສ ຫວຽດນາມ; ສສ ຫວຽດນາມ ເຫັນດີເພີ່ມຮຸ້ນໃຫ້ແກ່ ສປປ ລາວ ຈາກ 20% ມາເປັນ 60% ແລະ ຝ່າຍຫວຽດນາມຖືຮຸ້ນ 40%, ກໍານົດເວລາ 70 ປີ ແລະ ສາມາດຕໍ່ອາຍຸໄດ້.

ໃນການປ້ອງກັນບໍ່ໃຫ້ຕາຝັ່ງເຈື່ອນ ທີ່ຕິດພັນກັບ ການປົກປັກຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ໂດຍສະເພາະແມ່ນ ຕາມແຄມແມ່ນ້ໍາຂອງ, ແມ່ນ້ໍາເຫືອງ ໃນຂອບເຂດທົ່ວປະເທດ ແມ່ນມີຄວາມຕ້ອງການກໍ່ສ້າງຕ້ານເຂື່ອນທັງໝົດ 514 ກມ, ຮອດປີ 2020 ໄດ້ກໍ່ສ້າງສໍາເລັດ 202 ກມ ເທົ່າກັບ 39% ໃນການຮັບມືກັບສະພາບປ່ຽນແປງດິນຟ້າອາກາດ ພວກເຮົາໄດ້ສໍາເລັດການກໍ່ສ້າງຄັນຄູປ້ອງກັນນ້ໍາຖ້ວມຕິດພັນກັບການກໍ່ສ້າງທາງເລກທີ 11 ນະຄອນຫຼວງວຽງຈັນ ຕອນໃຕ້ ຍາວ 32,2 ກິໂລແມັດ, ພວມປະຕິບັດໂຄງການຫຼຸດຜ່ອນໄພນ້ໍາຖ້ວມ ເມືອງໄຊ ແຂວງອຸດົມໄຊ.
ແຫຼ່ງຂໍ້ມູນ: ປະຊາຊົນ