ເນື້ອທີ່ທໍາການຜະລິດຂອງປະຊາຊົນທີ່ຖືກຜົນກະທົບ ໂຄງການໄດ້ຊົດເຊີຍຢ່າງເໝາະສົມ ແລະ ສຳເລັດແລ້ວ ……….

ວັນທີ 24 ພະຈິກ 2020 ທ່ານ ສິນນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະວິຊາການກົມຄຸ້ມຄອງພະລັງງານ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາໜ້າວຽກດ້ານເຕັກນິກຂອງເຂື່ອນໄຟຟ້າດອນສະໂຮງ ຢູ່ເມືອງໂຂງ ແຂວງຈຳປາສັກ ພາຍຫຼັງທີ່ເຂື່ອນແຫ່ງນີ້ ເລີ່ມເປີດການຜະລິດກະແສໄຟຟ້າຢ່າງເປັນທາງການ ໃນວັນທີ 4 ພະຈິກ 2020 ເປັນຕົ້ນມາ.

ໂອກາດນີ້ ທ່ານ ສິນນາວາ ສຸພານຸວົງ ແລະ ຄະນະ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ທ່ານ ສົມພອນ ພົມມະນີວົງ, ຫົວໜ້າໜ່ວຍງານສິ່ງແວດລ້ອມຂອງໂຄງການດັ່ງກ່າວໃນຫຼາຍໜ້າວຽກ ເປັນຕົ້ນ: ການຍົກຍ້າຍຈັດສັນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ຊຶ່ງລວມມີທັງໝົດ 3 ບ້ານ ຈໍານວນ 14 ຄອບ ຄົວ ຄື: ບ້ານຫົວສະດໍາ 1 ຄອບຄົວ, ຫາງສະດໍາ 1 ຄອບຄົວ ແລະ ບ້ານດອນສະໂຮງ 12 ຄອບຄົວ ໂດຍໄດ້ຍົກຍ້າຍໄປຢູ່ເຂດທີ່ໂຄງການຈັດສັນໄວ້ໃຫ້, ພ້ອມທັງໄດ້ຈັດສັນເນື້ອທີ່ດິນ, ປຸກສ້າງເຮືອນ, ຈ່າຍຄ່າຊົດເຊີຍຜົນເສຍຫາຍດ້ານຕ່າງຯ ກໍ່ສ້າງສິ່ງອໍານວຍຄວາມສະດວກ ເຊັ່ນ: ສ້າງເສັ້ນທາງເຂົ້າຫາບ້ານ, ໄຟຟ້າ, ນໍ້າໃຊ້ ແລະ ອື່ນຯ.

ນອກຈາກນີ້ ຍັງມີເນື້ອທີ່ທໍາການຜະລິດຂອງປະຊາຊົນຈໍານວນໜຶ່ງທີ່ຖືກຜົນກະທົບ ແລະ ທາງໂຄງການໄດ້ຊົດເຊີຍຢ່າງເໝາະສົມ ແລະ ສຳເລັດແລ້ວ, ພ້ອມນີ້ ຍັງໄດ້ຮັບຟັງກ່ຽວກັບການບໍລິຫານຈັດ ການທາງຂຶ້ນ-ລົງຂອງປາ, ແບ່ງເຂດອະນຸລັກ ແລະ ຂະຫຍາຍປະຊາກອນປາໃນເຂດໃກ້ເຂື່ອນ, ລວມເຖິງການຊ່ວຍເຫຼືອສັງຄົມ ກໍຄືການຈັດກິດຈະກໍາຕ່າງຯ ເພື່ອສົ່ງເສີມ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດໃກ້ຄຽງ ເພື່ອເຮັດໃຫ້ເຂົາເຈົ້າມີຊີວິດການເປັນຢູ່ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ. ຫລັງຈາກນັ້ນ ທ່ານ ແລະ ຄະນະ ໄດ້ໄປກວດກາຕົວຈິງການຜະລິດພະລັງງານໄຟຟ້າ ແລະ ການຄຸ້ມຄອງລະບົບບໍ ລິຫານຈັດການເຂື່ອນຂອງຊ່ຽວຊານ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ.

ພ້ອມນີ້ ໄດ້ໄປເບິ່ງຕົວຈິງຊີວິດການເປັນຢູ່ຂອງປະຊາຊົນຈໍານວນ 14 ຄອບຄົວທີ່ໄດ້ຮັບການຍົກຍ້າຍໄປຢູ່ບ່ອນຈັດສັນໃໝ່ພາຍໃນບ້ານດອນສະໂຮງ. ນອກຈາກນີ້ ໄດ້ໄປກວດກາເບິ່ງສະຖານີໄຟຟ້າບ້ານຫາດ ພາຍຫຼັງສໍາເລັດການກໍ່ສ້າງສະຖານີ ແລະ ສາຍສົ່ງ 500 ກິໂລໂວນ ເພື່ອສົ່ງຂາຍໄຟຟ້າໃຫ້ແກ່ກໍາປູເຈຍ ພາຍຫຼັງມີພິທີເປີດນໍາໃຊ້ເມື່ອບໍ່ດົນມານີ້. ເຂື່ອນໄຟຟ້າດອນສະໂຮງ ປະກອບມີ 4 ເຄື່ອງຈັກ, ມີກຳລັງການຕິດຕັ້ງ 260 MW, ສາມາດຜະລິດພະລັງງານໄດ້ 2.028 GWh/ປີ ໂດຍໄດ້ດຳເນີນການທົດລອງແລ່ນເຄື່ອງຈັກປັ່ນໄຟຟ້າໃນວັນທີ 11 ຕຸລາ 2019 ຫຼັງຈາກນັ້ນ ໄດ້ມີພິທີເປີດການຜະລິດໄຟຟ້າຢ່າງເປັນທາງການໃນ ວັນທີ 4 ພະຈິກ 2020 ຊຶ່ງພະລັງງານເກືອບທັງໝົດ ແມ່ນສົ່ງຂາຍໃຫ້ປະເທດກຳປູເຈຍ ໂດຍຜ່ານລັດວິສາຫະກິດໄຟຟ້າລາວ.

ເຂື່ອນດັ່ງກ່າວ ຕັ້ງຢູ່ຫ້ວຍສະໂຮງທີ່ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ ເມືອງໂຂງ, ແຂວງຈຳປາສັກ, ຫ່າງຈາກນະຄອນປາກເຊ ໄປທາງໃຕ້ປະມານ 160 km, ເປັນເຂື່ອນແບບຝາຍນໍ້າລົ້ນທີ່ບໍ່ມີການເກັບກັກນ້ຳໂດຍແມ່ນບໍລິສັດ Mega First Corporation Berhad Consortium ຈາກປະເທດມາເລເຊຍ ເປັນຜູ້ໄດ້ຮັບສິດໃນການພັດທະນາ. ລວມມູນຄ່າການລົງທຶນທັງໝົດ 520.000.000 ໂດລາສະຫະລັດ, ໃນນັ້ນ ບໍລິສັດດັ່ງກ່າວ, ຖືຮຸ້ນ 80% ແລະ ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 20%, ມີອາຍຸສຳປະທານ 25 ປີ.

ແຫຼ່ງຂໍ້ມູນ: ວສລ

Comments