ຫົວໜ້າດ້ານສຸຂະພາບຂອງ ສປຊ ຄາດວ່າ ໂລກ ມີຫວັງຕໍ່ຈຸດຈົບຂອງໂຄວິດ-19……………….

ຫົວໜ້າໜ່ວຍງານສຸຂະພາບ U_N_ ກ່າວວ່າ: ຜົນດ້ານບວກຈາກການທົດລອງວັກຊີນໂຄວິດ-19 ໝາຍຄວາມວ່າໂລກ “ເລີ່ມຝັນເຖິງການສິ້ນສຸດຂອງການແຜ່ລະບາດ”

WHO chief hopes US will reconsider freeze

ຫົວໜ້າດ້ານສຸຂະພາບຂອງສະຫະປະຊາຊາດ (ສປຊ) ປະກາດໃນວັນທີ 4 ທັນວາ 2020​ ວ່າ: ຜົນດ້ານບວກຈາກການທົດລອງວັກຊີນໂຄວິດ-19 ເຮັດໃຫ້ໂລກ “ເລີ່ມຝັນເຖິງການສິ້ນສຸດຂອງການລະບາດໄດ້” ແຕ່ເຂົາກ່າວວ່າ: “ປະເທດທີ່ລໍ່າລວຍ ແລະ ມີອຳນາດຈະຕ້ອງບໍ່ຂົ່ມເຫັງຄົນຍາກຈົນ ແລະ ຄົນເຂດນອກ ໃນເລື່ອງວັກຊີນ”.

ໃນຄຳປາໄສຂອງການປະຊຸມລະດັບສູງຄັ້ງທຳອິດຂອງ ສປຊ ກ່ຽວກັບການລະບາດຂອງໂລກ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກເຕືອນວ່າ ໃນຂະນະທີ່ໄວຣັດສາມາດຢຸດໄດ້ ແຕ່ “ເສັ້ນທາງຕໍ່ໜ້າຍັງຄົງບໍ່ແນ່ນອນ”.

How C.D.C. Illustrators Designed That Iconic Coronavirus Image - The New  York Times

ການລະບາດຂອງໂລກໄດ້ສະແດງໃຫ້ມະນຸດຊາດເຫັນວ່າ: “ດີທີ່ສຸດ ແລະ ຊົ່ວຮ້າຍທີ່ສຸດ” ເຂົາກ່າວໂດຍຊີ້ໄປທີ່ “ການກະທຳທີ່ສ້າງແຮງບັນດານໃຈຂອງຄວາມເມດຕາ ແລະ ຄວາມເສຍສະຫຼະຕົນເອງ, ໃນຄວາມສຳເລັດອັນໜ້າພໍໃຈຂອງວິທະຍາສາດ ແລະ ນະວັດຕະກຳ ແລະ ການສະແດງໃຫ້ເຫັນເຖິງຄວາມເປັນນໍ້າໜຶ່ງໃຈດຽວກັນ ທີ່ອົບອຸ່ນໃຈ ແຕ່ຍັງກັງວົນກັບສັນຍາຂອງຜົນປະໂຫຍດສ່ວນຕົວດ້ວຍການຕຳນິ ແລະ ການແບ່ງແຍກ”
ອ້າງອີງເຖິງການເພີ່ມຂຶ້ນ ຂອງການຕິດເຊື້ອ ແລະ ການເສຍຊີວິດໃນປັດຈຸບັນ.​ Tedros ກ່າວໂດຍບໍ່ໄດ້ລະບຸຊື່ປະເທດໃດໆທີ່ “ວິທະຍາສາດຖືກລຶບດ້ວຍທິດສະດີສົມຄົບຄິດທີ່ຄວາມເປັນນ້ຳໜຶ່ງໃຈດຽວກັນຖືກທຳລາຍໂດຍການແບ່ງຝ່າຍ ຊຶ່ງການເສຍສະຫຼະ ຖືກແທນທີ່ດ້ວຍຜົນປະໂຫຍດສ່ວນຕົວ ເຮັດໃຫ້ໄວໄຣເຕີບໃຫຍ່ ແລະ ແຜ່ກະຈາຍ”.​

Moderna will not enforce COVID-19 vaccine patents during pandemic - Express  Pharma

ເຂົາເຕືອນຕໍ່ກອງປະຊຸມລະດັບສູງວ່າ ວັກຊີນ “ຈະບໍ່ກຳຈັດກັບຊ່ອງໂຫວ່ທີ່ຢູ່ໃນຮາກເຫງົ້າ” – ຄວາມຍາກຈົນ, ຄວາມຫິວໂຫຍ, ຄວາມບໍ່ເທົ່າທຽມ ແລະ ການປ່ຽນແປງສະພາບພູມອາກາດ. ຊຶ່ງເຂົາກ່າວອີກວ່າ: ຈະຕ້ອງໄດ້ຮັບການແກ້ໄຂ ເມື່ອການລະບາດຂອງໂລກສິ້ນສຸດລົງ “ເຮົາເຮັດບໍ່ໄດ້ ແລະ ເຮົາຕ້ອງບໍ່ກັບໄປໃຊ້ຮູບແບບການຜະລິດ ແລະ ການບໍລິໂພກ ທີ່ຫາປະໂຫຍດແບບເກົ່າ ໂດຍບໍ່ສົນໃຈໂລກໃບດຽວກັນທີ່ຄໍ້າຈູນທຸກຊີວິດ, ວົງຈອນແຫ່ງຄວາມຕື່ນຕົກໃຈ ແລະ ການແຊກແຊງແບບເດີມໆ ແລະ ການເມືອງທີ່ແບ່ງແຍກແບບດຽວກັນກັບທີ່ກະຕຸ້ນໃຫ້ເກີດການແຜ່ລະບາດນິີ້”.​

ໃນເລື່ອງວັກຊີນ Tedros ກ່າວວ່າ “ແສງສະຫວ່າງທີ່ປາຍອຸໂມງເລີ່ມແຈ້ງຂຶ້ນເລື້ອຍໆ” ແຕ່ວັກຊີນ “ຕ້ອງແບ່ງປັນຢ່າງເທົ່າທຽມກັບສິນຄ້າສາທາລະນະທົ່ວໂລກບໍ່ແມ່ນສິນຄ້າສ່ວນຕົວທີ່ຂະຫຍາຍຄວາມບໍ່ເທົ່າທຽມກັນ ແລະ ກາຍເປັນອີກສາເຫດໜຶ່ງທີ່ບາງຄົນຖືກຖິ້ມໄວ້ທາງຫຼັງ”.

Coronavirus vaccine: How efficient a Covid-19 vaccine has to be to get  approval in India - The Financial Express

ເຂົາກ່າວວ່າໂຄງການ ACT-Accelerator ຂອງ WHO ໃນການພັດທະນາ ແລະ ແຈກຈ່າຍວັກຊີນ ຢ່າງວ່ອງໄວຢ່າງເປັນທຳ “ຕົກຢູ່ໃນອັນຕະລາຍທີ່ກາຍເປັນທ່າທາງທີ່ບໍ່ສະຫງ່າງາມ” ຫາກບໍ່ມີການລະດົມທຶນຄັ້ງໃຫຍ່
ຈຳເປັນຕ້ອງໃຊ້ເງິນ 4,​3 ພັນລ້ານໂດລາໃນທັນທີ ເພື່ອວາງຮາກຖານສຳລັບການຈັດຫາ ແລະ ຈັດສົ່ງວັນຊີນຈຳນວນຫຼາຍ ແລະ ຈຳເປັນຕ້ອງມີອີກ 23,​9 ພັນລ້ານໂດລາສຳລັບປີ 2021. Tedros ກ່າວວ່າທັງໝົດນັ້ນ ໜ້ອຍກວ່າ 1% ຂອງ 1% ຂອງ 11 ລ້ານລ້ານໂດລາ ໃນມາດຕະການກະຕຸ້ນເສດຖະກິດ ຈົນເຖິງປັດຈຸບັນປະກາດໂດຍກຸ່ມ 20 ປະເທດທີ່ລໍ່າລວຍທີ່ສຸດໃນໂລກ.

Coronavirus: South Korea reports more than 800 new cases | Coronavirus |  The Guardian

ການລະບາດຂອງໂລກ ຍັງສະແດງໃຫ້ເຫັນເຖິງຄວາມຈຳເປັນທີ່ລະບົບທົ່ວໂລກຈະແບ່ງປັນຕົວຢ່າງໄວຣັດ ແລະ ເຊື້ອໂລກອື່ນໆ ທີ່ກໍ່ໃຫ້ເກີດໂລກ ເພື່ອອຳນວຍຄວາມສະດວກ ໃນການພັດທະນາ “ມາດຕະການຕອບໂຕ້ທາງການແພດໃນຖານະສິນຄ້າສາທາລະນະລະດັບໂລກ”.​ ເຂົາກ່າວພ້ອມຕ້ອນຮັບຂໍ້ສະເຫນີຂອງ ສະວິດເຊີແລນ ໃນການໃຊ້ຫ້ອງປະຕິບັດການທີ່ມີຄວາມປອດໄພສູງໃນການຈັດການ biobank ໃໝ່ Tedros ຍັງໃຫ້ການສະໜັບສະໜູນຂໍ້ສະເນີຂອງ Charles Michel ຫົວໜ້າສະຫະພາບເອີຣົບ ສຳລັບສົນທິສັນຍາລະຫວ່າງປະເທດ ຊຶ່ງ WHO ຈະກວດສອບຄວາມສ່ຽງເຊື້ອໂລກຊະນິດໃໝ່ໃນສັດ ເພື່ອແຜ່ເຊື້ອສູ່ຄົນ, ກວດສອບການແຈ້ງເຕືອນກ່ຽວກັບຄວາມສ່ຽງຕໍ່ສຸຂະພາບ, ປັບປຸງການເຂົ້າເຖິງການຮັກສາສຸຂະພາບ ແລະ ຈັດການຄວາມຕ້ອງການທາງການເງິນ ເຂົາກ່າວ່າສິ່ງນີ້ຈະເປັນ “ຮາກຖານທາງການເມືອງ” ໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບພາກສ່ວນສຸຂະພາບທົ່ວໂລກ.

Comments