ແຂວງວຽງຈັນ ໄດ້ຮັບກາໝາຍໂອດອບ (ODOP) ແຫ່ງຊາດ ທັງໝົດ 19 ຫົວໜ່ວຍ………

ຜະລິດຕະພັນກາເຟຜາໂກຍ ແມ່ນໜຶ່ງໃນສິນຄ້າໂອດອບຂອງເມືອງກາສີ ແຂວງວຽງຈັນ ເຊິ່ງແມ່ນຜະລິດຕະພັນປອດສານພິດ ໂດຍມີຄອບຄົວ ທ່ານ ບຸນມີ ສຸມຸນທອງ ບ້ານພູຄໍາ ເມືອງກາສີ ແຂວງວຽງຈັນ ເປັນຜູ້ລິເລີ່ມທົດລອງປູກ ແລະຜະລິດອອກຮັບໃຊ້ສັງຄົມ.

ທ່ານບຸນມີ ສຸມຸນທອງໃຫ້ຮູ້ວ່າ :ຄອບຄົວຂອງທ່ານມີແນວຄິດ ທົດລອງປູກກາເຟມາແຕ່ປີ 2010, ເບື້ອງຕົ້ນໄດ້ປູກຕາມທໍາມະຊາດ, ພາຍຫຼັງໄປທ່ອງທ່ຽວພາກໃຕ້ ເຫັນຜູ້ປູກກາເຟມີລາຍຮັບດີ ຈຶ່ງທົດລອງປູກ ເພາະເຂດເມືອງກາສີເປັນເຂດດິນດໍານໍ້າຊຸ່ມ, ຍ້ອນຜ່ານມາເຫັນພໍ່ແມ່ປູກຕາມຮົ້ວສວນ, ໄຮ່ນາ ເຫັນວ່າງາມ ແລະອອກໝາກດີ ຈຶ່ງໄດ້ເອົາແນວພັນມາແຕ່ປາກຊ່ອງ ຈໍານວນ 2 ສາຍພັນ ຄື: ພັນອາຣາບິກກາ ແລະພັນໂຣບັສຕາ, ເບື້ອງຕົ້ນປູກໃນເນື້ອທີ່ປະມານ 3 ເຮັກຕາ ຕໍ່ມາ 4 ປີ ຈຶ່ງໃຫ້ຜົນຜະລິດ, ສາມາດເກັບກູ້ ແລະຜະລິດອອກຮັບໃຊ້ສັງຄົມ ໂດຍບໍ່ມີຈຸດໝາຍປາຍທາງຂອງການຜະລິດແຕ່ຢ່າງໃດ,

ຈາກນັ້ນ ຈຶ່ງມີໂຄງການສົ່ງເສີມຜະລິດກະສິກໍາເປັນສິນຄ້າ ໄປສົ່ງເສີມ ໂດຍຕັ້ງໃຫ້ເປັນກຸ່ມຜະລິດ ເບື້ອງຕົ້ນປະກອບມີ 19 ຄອບຄົວ, ແລະຂະຫຍາຍເນື້ອທີ່ປູກກາເຟເພີ່ມຂຶ້ນເປັນ 20 ເຮັກຕາ, ແຕ່ຜົນຜະລິດບໍ່ມີຕະຫລາດຮອງຮັບ.

Vientiane Mai Online - ກາເຟລາວປະສົບບັນຫາທຶນບໍ່ພໍ  ຮຽກຮ້ອງການປ່ອຍສິນເຊື່ອຕ້ອງສົມດູນVientiane Mai Online

ເຊິ່ງການຄຸ້ມຄອງແບ່ງອອກເປັນ 2 ເຂດ ຄື ເຂດທີ່ຢູ່ໃກ້ຕົວເມືອງແມ່ນໃຫ້ເຮັດການຕະຫລາດ ຈໍາໜ່າຍຜົນຜະລິດ ພາກສ່ວນທີ່ຢູ່ຫ່າງໄກ ແມ່ນຜະລິດເປັນຕົ້ນຕໍ. ທ່ານບຸນມີ ສຸມຸນທອງ ໃຫ້ຮູ້ເຖິງສາເຫດທີ່ກາເຟຜາໂກຍໄດ້ຮັບກາໝາຍໂອດອບວ່າ: ແມ່ນກົມຄຸ້ມຄອງຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະການຄ້າອອກໃຫ້, ແຕ່ກ່ອນຈະໄດ້ໂອດອບ ຕ້ອງຜ່ານຫລາຍຂັ້ນຕອນ ໂດຍໄດ້ສົ່ງຜະລິດຕະພັນໄປວິໄຈ, ເຂົ້າຫ້ອງທົດລອງຄຸນນະພາບຫຼາຍຄັ້ງ ແລະມີພິທີມອບຮັບໃນຕົ້ນປີ 2020 ,

ອະນາຄົດທີ່ມືດມົນຂອງຄົນຮັກກາເຟ | Lao Phattana News

ເບື້ອງຕົ້ນໄດ້ກໍານົດເອົາ 3 ປະເພດຈໍາໜ່າຍກ່ອນ ຄືຂົ້ວເປັນເມັດ, ເປັນຝຸ່ນ ແລະເຮັດແນວພັນຈໍາໜ່າຍທົ່ວໄປ, ປະຈຸບັນມີຈໍາໜ່າຍຢູ່ຮ້ານສະຖານີລົດເມປະຈໍາເມືອງກາສີ , ຍ້ອນກາເຟຜາໂກຍ ເປັນກາເຟທີ່ມີຄຸນນະພາບດີ ຈຶ່ງໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ ສະເລ່ຍເດືອນໜຶ່ງສາມາດຈໍາໜ່າຍໄດ້ 500 ກິໂລ ສ້າງລາຍຮັບໄດ້ປະມານ 60 ລ້ານກີບ, ໃນຕໍ່ໜ້າຫາກມີທຶນຮອນພຽງພໍຈະເພີ່ມຈໍານວນຜະລິດຕະພັນຂຶ້ນ ແລະຈະຂະຫຍາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດຕື່ມອີກ.

ມາໃໝ່ ກາເຟຜາໂກຍ ໄດ້ຮັບກາໝາຍສິນຄ້າໂອດ໋ອບແຫ່ງຊາດ - Laoedaily

ປະຈຸບັນແຂວງວຽງຈັນ ມີຫົວໜ່ວຍທຸລະກິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ທີ່ໄດ້ຮັບກາໝາຍໂອດອບ (ODOP) ແຫ່ງຊາດ ທັງໝົດ 19 ຫົວໜ່ວຍ ມີ 62 ຜະລິດຕະພັນຍ່ອຍ, ກວມ 19 ບ້ານ, 10 ເມືອງ ຈັດຢູ່ໃນອັນດັບ 3 ຂອງປະເທດ ປະກອບມີເມືອງໂພນໂຮງ 5 ຫົວໜ່ວຍ, ເມືອງວຽງຄຳ 3 ຫົວໜ່ວຍ, ເມືອງກາສີ 2 ຫົວໜ່ວຍ, ເມືອງຊະນະຄາມ 2 ຫົວໜ່ວຍ, ເມືອງເຟືອງ 2 ຫົວໜ່ວຍ, ເມືອງແກ້ວອຸດົມ 1 ຫົວໜ່ວຍ, ເມືອງຫີນເຫີບ 1 ຫົວໜ່ວຍ , ເມືອງທຸລະຄົມ 1 ຫົວໜ່ວຍ, ເມືອງແມດ 1 ຫົວໜ່ວຍ ແລະ ເມືອງວັງວຽງ 1 ຫົວໜ່ວຍ.

ແຫຼ່ງຂໍ້ມູນ: ວສລ

Comments