ທ່ານ ສີຈິນຜິງ ກ່າວວ່າປະເທດຊາດ ຈຳ ເປັນຕ້ອງຢຸດຕິການເພີ່ມຂື້ນຂອງເສດເຫຼືອດ້ານອາຫານ…

ປີ 2013 ຜ່ານມາ, ຈີນໄດ້ເລີ່ມດຳເນີນການໂຄສະນາ ຢຸດການເພີ່ມຂື້ນຂອງສິ່ງເສດເຫຼືອຈາກອາຫານ ແລະ ສິ່ງເສດເຫຼືອຂອງພືດພັກ ໃນເວລານັ້ນຄາດວ່າຈະມີປະມານ 35 ລ້ານໂຕນຕໍ່ປີ.

ປະທານປະເທດຈີນ ທ່ານ ສີຈິນຜິງ Xi Jinping ໄດ້ຮຽກຮ້ອງໃຫ້ຄົນພາຍໃນປະເທດ ໃຊ້ມາດຕະການຢຸດເຊົາວັດທະນະທຳກິນອາຫານຈົນເຫຼືອ, ໂດຍສະເພາະໃນເວລາທີ່ປະເທດຊາດກຳລັງໄດ້ຮັບຜົນກະທົບຈາກການແຜ່ລະບາດຕິດຂອງພະຍາດໂຄວິດ-19 ແລະ​ທັງພວມປະເຊີນຂໍ້ຂັດແຍ່ງທາງການຄ້າກັບອາເມລິກາ.

ສຳນັກຂ່າວຊິນຫົວລາຍງານວ່າ: ຜູ້ນຳຈີນກ່າວວ່າປະເດັນເສດເຫຼືອດ້ານອາຫານແມ່ນ“ ໜ້າຕົກໃຈ ແລະ ກັງວົນໃຈ”, ແລະ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮັກສາຄວາມປອດໄພ ດ້ານສະບຽງອາຫານ ໃນຂະນະທີ່ເຊື້ອພະຍາດໂຄວິດ-19 ຍັງແຜ່ລະບາດ.

ທ່ານ ສີຈິນຜິງ Xi Jinping ໄດ້ກ່າວຕື່ມວ່າ: ຈະເພີ່ມຄວາມເຂັ້ມແຂງດ້ານນິຕິກຳ, ການຕິດຕາມກວດກາ ແລະ ກົນໄກໄລຍະຍາວ ເຊິ່ງເປັນສ່ວນໜຶ່ງຂອງຂະບວນການເພື່ອແກ້ໄຂບັນຫາດັ່ງກ່າວ.

ປະເທດຊາດມີຄວາມສຸກໃນການເກັບກ່ຽວຫລາຍປີ ເຊິ່ງຄວາມຍາກລຳບາກທີ່ຈະຜະລິດ ພືດພັນທັນຍາຫານ ຄວນຈະເປັນປະໂຫຍດໃຫ້ໄດ້ຊົມໃຊ້ພໍພຽງ. ລາຄາອາຫານຂອງຈີນໄດ້ເພີ່ມຂື້ນປະມານ 10% ໃນເດືອນກໍລະກົດຈາກປີກ່ອນ, ລາຄາຊີ້ນໝູ ເພີ່ມຂື້ນ 86% ອີງຕາມສຳນັກງານສະຖິຕິແຫ່ງຊາດ. ລາຄາທີ່ເພີ່ມຂື້ນໄດ້ກະຕຸ້ນໃຫ້ຜູ້ບໍລິໂພກຊື້ປະລິມານຊີ້ນ ໃນລາຄາທີ່ສູງທີ່ສຸດໃນເດືອນຜ່ານມາ, ຈີນໄດ້ເພີ່ມການນຳເຂົ້າ ເຂົ້າ ແລະ ສາລີ ຫຼາຍທີ່ສຸດໃນຮອບ 7 ປີ ໃນເດືອນມິຖຸນາ.

ພາບປະກອບເທົ່ານັ້ນ

ລັດຖະມົນຕີກະຊວງກະສິກຳ ທ່ານ Han Changfu ໄດ້ກ່າວວ່າປະເທດຄວນຈະມີການຜະລິດເຂົ້າ, ສາລີ ແລະ ສະບຽງອາຫານອື່ນໆ ພ້ອມທັງຕ້ອງຮັກສາປະລິມານການນຳເຂົ້າທີ່ເໝາະສົມ. ຄຳເຫັນຂອງ ທ່ານ ສີຈິນຜີງ ມີກ່ອນການທົບທວນຂໍ້ຕົກລົງການຄ້າໄລຍະໜຶ່ງຂອງຈີນກັບອາເມລິກາ ໃນກາງເດືອນນີ້.

ບັນດາປະເທດໃນອາຊີ ໄດ້ຊຸກຍູ້ການຊື້ຖົ່ວເຫຼືອງ, ສາລີ, ຝ້າຍແລະ ຊີ້ນໝູ ຈາກອາເມລິກາ ເພື່ອເຮັດໃຫ້ລາຄາຫຼຸດລົງ ແລະ ເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາພາຍໃຕ້ຂໍ້ຕົກລົງດັ່ງກ່າວ.ເຖິງຢ່າງໃດກໍ່ຕາມ, ການຊື້ຜະລິດຕະພັນກະສິກຳອາເມລິກາ ໃນປີ ທຳອິດຂອງຈີນ ມີພຽງປະມານ 20% ຂອງເປົ້າໝາຍປີ 2020 ເທົ່ານັ້ນ.

ແຫຼ່ງຂໍ້ມູນ: ​https://www.bloomberg.com/news/articles

Comments