ຕາມແຫລ່ງຂ່າວຈາກ ແຄັນເບຣາ, ທ່ານ ສະກອດ ມໍຣີສັນ, ນາຍົກ ລັດຖະມົນຕີ ອົດສະຕຣາລີ ຕັ້ງເປົ້າ ໃຫ້ປະຊາຊົນ ທຸກຄົນເຂົ້າເຖິງການສັກຢາປ້ອງກັນເຊື້ອພະຍາດ ໂຄວິດ-19 (ວັກແຊງ ໂຄວິດ-19)ແບບບໍ່ເສຍຄ່າ ຫລັງຈາກໄດ້ລົງນາມໃນຂໍ້ຕົກລົງ ໃນການຊື້ວັກແຊງກັບບໍລິສັດ ແອສຕຣາ ເຊເນກາ(Astra Seneca) ຜູ້ຜະລິດຢາ ແລະ ການຢາ ຂອງອັງກິດ ເມື່ອບໍ່ດົນມານີ້ ຢູ່ເມືອງຊິດນີ ເຊິ່ງພວມພັດທະນາ ຮ່ວມກັບ ມະຫາ ວິທະຍາໄລ ອ໋ອກຟອດ ໃນອັງກິດ ທີ່ມີການລາຍງານ ການທົດລອງ ຂັ້ນທຳອິດ ທ້າຍເດືອນຜ່ານມາວ່າ ໄດ້ຮັບຜົນດີ.


ອົດສະຕຣາລີ ມີປະຊາກອນ 25 ລ້ານຄົນ ທີ່ຈະໄດ້ຮັບວັກແຊງ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍ ເນື່ອງຈາກ ລັດຖະບານ ຈະເປັນຜູ້ ຮັບຜິດຊອບ ທັງໝົດ.

ແຫຼ່ງຂໍ້ມູນ: ຂປລ