ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 6

.ໃນວັນທີ 8 ມິຖຸນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ສາມາຄີ ຕໍ່ສູ້ຕ້ານພະຍາດລະ ບາດ, ສົ່ງເສີມການພັດທະນາໃນຍຸກສະໄໝ ຫລັງພະຍາດລະບາດ” ທີ່ ເມືອງຊົງຊິງ ສປ ຈີນ, ໂດຍການເປັນປະທານຮ່ວມຂອງ ທ່ານ ຫວາງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ສປ ຈີນ ແລະ ທ່ານ ວຸນາ ມ່ອງ ວິນ ລັດຖະມົນຕີ ຕ່າງປະເທດ ສສ ມຽນມາ ແລະ ມີບັນດາຄະນະຜູ້ແທນຈາກປະເທດສະມາຊິກ ເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ກອງປະຊຸມຄັ້ງນີ້, ຈັດຂຶ້ນທາມກາງບັນຍາກາດຂອງການສະເຫລີມສະຫລອງຄົບຮອບ 5 ປີຂອງການສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ໝາກຜົນສຳເລັດ ທີ່ຂອບການຮ່ວມມືດັ່ງກ່າວຍາດມາໄດ້ຕະຫລອດໄລຍະ 5 ປີຜ່ານມາ, ເຊິ່ງຖືເປັນຂອບການຮ່ວມມືທີ່ສຳຄັນໜຶ່ງ ທີ່ໄດ້ເຕີບໃຫຍ່ຂະຫຍາຍຕົວທັງໃນລວງເລິກ ແລະ ລວງກວ້າງຢ່າງໄວວາ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 5 ແລະ ກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ໄດ້ເປັນເຈົ້າພາບໃນປີ 2020 ເປັນຕົ້ນແມ່ນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຖະແຫລງການວຽງຈັນ ລວມທັງແຜນປະຕິບັດງານ 5 ປີ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (2018-2022) ທີ່ປິ່ນອ້ອມ 3 ເສົາຄ້ຳ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ, ແລະ ການແລກປຽນວັດທະນະທຳ -ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຄ້າຂ້າມຊາຍແດນ, ການສ້າງຂີດຄວາມອາດສາມາດໃນການຜະລິດ ແລະ ກະສິກຳ ແລະ ລືບລ້າງຄວາມ ທຸກຍາກ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍ່ຄືພາກພື້ນແມ່ນ້ຳຂອງ ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນຊຸມປີຜ່ານມາກໍ່ຕາມ.ສຳລັບການຮ່ວມມືໃນຕໍ່ໜ້າ ກອງປະຊຸມໄດ້ເນັ້ນໃສ່ການຮ່ວມມືດ້ານສາທາລະນະສຸກ, ການຄ້າ-ການລົງທຶນຜ່ານລະບົບອອນລາຍ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການສື່ສານ, ພັດທະນາພື້ນຖານໂຄງລ່າງ ແລະ ໂຄງບົນ, ການພັດທະນາແບບຍືນຍົງ ແລະ ສີຂຽວ, ປົກປັກຮັກ ສາຊັບພະຍາກອນທຳມະຊາດ ແລະ ພັດທະນາຊັບພະຍາກອນມະນຸດ ແນໃສ່ຟື້ນຟູເສດຖະກິດ-ສັງຄົມ ຂອງພາກພື້ນ ຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19.

ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 3 ສະບັບ ຄື: ຖະແຫລງການຮ່ວມວ່າດ້ວຍການຮັດແໜ້ນຄວາມຮ່ວມມື ເພື່ອການພັດທະນາແບບຍືນຍົງໃນຂົງເຂດພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (JointStatementon Enhancing Sustainable Development Coopera tionof the Lancang-Mekong countries); ຖະແຫລງການຮ່ວມວ່າດ້ວຍລົງເລິກການຮ່ວມມືເພື່ອປ້ອງກັນ ແລະ ປິ່ນປົວພະຍາດລະບາດ ໂດຍນຳໃຊ້ຢາພື້ນເມືອງໃນປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (Joint Statement on Deepening Cooperation on Traditional Medicine Within the Framework of Lancang-Mekong Cooperation); ຂໍ້ລິເລີ່ມວ່າດ້ວຍການຮ່ວມມືລະຫວ່າງອົງການປົກຄອງທ້ອງຖິ່ນໃນຂົງເຂດພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ(Initiativeon Deepening Cooperation among Local Governmentsofthe Lancang-Mekong countries)ເພື່ອເປັນພື້ນຖານໃນການຈັດຕັ້ງຜັນຂະຫຍາຍການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໃນຕໍ່ໜ້າ.ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຊົມງານວາງສະແດງຜົນສຳເລັດຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນໄລຍະ 5 ປີ ແລະ ພິທີເປີດເວບໄຊ ກອງເລຂາປະສານງານແຫ່ງຊາດ MLC ສປ ຈີນ ໃນ 7 ພາສາ (ພາສາຈີນ, ຂະແມ, ລາວ, ມຽນມາ, ໄທ, ຫວຽດ ແລະ ອັງກິດ) ແລະ ຮ່ວມເປີດເວບໄຊ ເວທີແລກປ່ຽນຊາວໜຸ່ມ MLC ແລະ ການແຂ່ງຂັນອອກແບບສິລະປະ MLC ແບບອອນລາຍ.

ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ ດອນ ປະຣະມັດວິໄນ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ຕ່າງປະເທດແຫ່ງ ຣາຊະອານາຈັກໄທ ເຊິ່ງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ລາວ-ໄທ ໃນໄລຍະຜ່ານ ລວມທັງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ໃນການພົບປະສອງຝ່າຍຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ລັດຖະບານໄທ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19.

Comments